何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ກໍ​ແມ່ນ​ການ​ອະນຸລັກ​ກຳລັງ​ການ​ຜະລິດ

2021-04-22 21:37:44 CRI

 

ຕອນ​ຄໍ່າ​ວັນ​ທີ 22 ​ເມສາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວກັບ​ດິນ​ຟ້າ​ອາກາດ​ຜ່ານ​ທາງ​ວີ​ດີ​ໂອ ທັງ​ກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ.

 

ທ່ານ​ສີ​ຈິ້ນ​ຜິ​ງກ່າວວ່າ: ພູ​ຂຽວ​ນໍ້າ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄໍາ. ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ກໍ​ແມ່ນ​ການ​ອະນຸລັກ​ກຳລັງ​ການ​ຜະລິດ, ການປົວ​ແປງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ກໍ​ແມ່ນ​ການ​ພັດທະນາ​ກຳລັງ​ການ​ຜະລິດ. ພວກ​ເຮົາ​ຕ້ອງ​ປະ​ຖິ້ມ​ຮູບ​ແບບ​ການ​ພັດທະນາ​ທີ່ສົ່ງຜົນ​ກະທົບຈົນ​ເຖິງ​ຂັ້ນ​ທຳລາຍ​ສິ່ງ​ແວດ​ລ້ອມ​ນິ​ເວດ, ປະ​ຖິ້ມ​ການ​ກະທຳ​ແບບ​ສາຍຕາ​ສັ້ນ​ທີ່​ນຳໃຊ້ສິ່ງ​ແວດ​ລ້ອມ​ເພື່ອ​ແລກກັບການ​ພັດທະນາ​ໃນ​ໄລຍະ​ຊົ່ວຄາວ, ຕ້ອງ​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ນິ​ເວດ​ທີ່​ດີງາມ​ກາຍ​ເປັນ​ສິ່ງ​ຄໍ້າປະກັນ​ການ​ພັດທະນາ​​ເສດຖະກິດ​ສັງຄົມຂອງ​ທົ່ວ​ໂລກແບບຍືນຍົງ.

 

 

ຄຳ​ເຫັນ

0