ວັນທີ 20 ເມສານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທີ່ສຳຄັນຜ່ານທາງວິດີໂອພາຍໃຕ້ຫົວຂໍ້ “ຮ່ວມແຮງຮ່ວມໃຈກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ຮ່ວມຊາຕາກຳແລະຮ່ວມກັນສ້າງອະນາຄົດ”ໃນກອງປະຊຸມເວທີປຶກສາຫາລືອາຊີໂປອາວ ໂດຍໄດ້ສະເໜີຂໍ້ລິເລີ່ມໃຫ້ບັນດາປະເທດອາຊີແລະໂລກຄວນຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ, ຮ່ວມມືກັນຕ້ານກັບພະຍາດໂຄວິດ-19, ເພີ່ມທະວີການບໍລິຫານໂລກ, ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃຫ້ໄດ້ຮັບຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ. ຄຳປາໄສຂອງທ່ານ ສີຈິ້ນຜິງ ມີເນື້ອໃນທີ່ອຸດົມສົມບູນຫຼາຍແລະມີຄວາມໝາຍທີ່ເລິກເຊິ່ງຍາວໄກ.
ປັດຈຸບັນ, ພາຍໃຕ້ສະພາບການທີ່ເກີດມີການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີທັງໄດ້ພົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ອີກ, ທົ່ວໂລກໄດ້ເຂົ້າສູ່ໄລຍະສັບສົນຂອງການປ່ຽນແປງແລະປະຕິຮູບ, ຄວາມບໍ່ໝັ້ນທ່ຽງແລະຄວາມບໍ່ແນ່ນອນໄດ້ເພີ່ມຂຶ້ນຢ່າງຈະແຈ້ງ. ສັງຄົມມະນຸດຄວນກ້າວເດີນໄປໃນທິດທາງໃດ? ພວກເຮົາຄວນສ້າງອະນາຄົດໃຫ້ກັບຄົນລຸ້ນຫຼັງແນວໃດ? ພວກເຮົາຄວນຕັ້ງຢູ່ບົນພື້ນຖານທີ່ຖືຜົນປະໂຫຍດຮ່ວມຂອງມວນມະນຸດເປັນຫຼັກ, ຄຽງບ່າຄຽງໄຫຼ່ກັນ,ສາມັກຄີແລະຮ່ວມມືກັນ. ກ້າວໜ້າຮ່ວມກັບອາຊີ, ພັດທະນາຮ່ວມກັບໂລກ,ນີ້ແມ່ນທາງເລືອກທີ່ເຕັມໄປດ້ວຍທ່າທີທີ່ມີຄວາມຮັບຜິດຊອບຂອງຈີນໃນຖານະເປັນປະເທດໃຫຍ່ທັງແມ່ນຄຳຕອບຂອງຈີນຕໍ່ກັບຄຳຖາມທີ່ສຳຄັນຄື: “ສັງຄົມມະນຸດຄວນກ້າວເດີນໄປໃນທິດທາງໃດ” “ພວກເຮົາຄວນສ້າງອະນາຄົດໃຫ້ແກ່ຄົນລຸ້ນຫຼັງແນວໃດ?”
ນີ້ເປັນການກ່າວຄຳປາໄສຄັ້ງທີ 5 ຂອງທ່ານປະທານ ສີຈິ້ນຜິງ ໃນກອງປະຊຸມປະຈຳປີຂອງເວທີປຶກສາຫາລືອາຊີໂປອາວ. ເມື່ອເບິ່ງຈາກເນື້ອໃນຄຳປາໄສໃນ 5 ຄັ້ງຜ່ານມາແລ້ວຈະເຫັນໄດ້ວ່າ: ການຊຸກຍູ້ການຮ່ວມມືອາຊີແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນແມ່ນຄຳສັບສຳຄັນທີ່ບໍ່ເຄີຍປ່ຽນແປງຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ສະແດງໃຫ້ເຫັນວ່າ:ຈີນໄດ້ແບກຫາບໜ້າທີ່ຮັບຜິດຊອບໃນຖານະເປັນປະເທດໃຫຍ່ໃນການເສີມສ້າງຄວາມສາມັກຄີແລະການປະສານງານລະຫວ່າງບັນດາປະເທດໃນພາກພື້ນ.
ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຈັງຫວະການເຕີບໂຕດ້ານເສດຖະກິດຂອງອາຊີໃນປີກາຍນີ້ແມ່ນລົບ 1,7%, ເປັນຈັງຫວະການເຕີບໂຕທີ່ເປັນຕົວເລກລົບຄັ້ງທຳອິດໃນຮອບ 60 ປີຜ່ານມາ, ແຕ່ສະພາບການສັງລວມຍັງດີກວ່າເຂດແຄວ້ນອື່ນໆໃນໂລກທີ່ເຫັນໄດ້ຢ່າງຈະແຈ້ງ. ທ່ານປະທານ ສີຈິ້ນຜິງ ກ່າວວ່າ: ໃນໄລຍະ 20 ປີຜ່ານມາ, ປະເທດອາຊີໄດ້ລົງເລິກການຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດຂອງພາກພື້ນໃຫ້ເປັນອັນໜຶ່ງອັນດຽວກັນ, ຊຸກຍູ້ການພັດທະນາເສດຖະກິດສັງຄົມດ້ວຍການປະສານງານກັນ,ຊຸກຍູ້ໃຫ້ອາຊີກາຍເປັນພາກພື້ນທີ່ມີຊີວິດຊີວາທີ່ສຸດແລະມີຄວາມສາມາດບົ່ມຊ້ອນດ້ານການເຕີບໂຕທາງດ້ານເສດຖະກິດຫຼາຍທີ່ສຸດໃນໂລກ. ອາດເຫັນໄດ້ວ່າ: ພາຍໃຕ້ເງື່ອນໄຂທີ່ການເຕີບໂຕດ້ານເສດຖະກິດໂລກມີພະລັງແຮງບໍ່ພຽງພໍ, ບົດບາດທີ່ເປັນແຮງຊຸກດັນຂອງເສດຖະກິດອາຊີພັດນັບມື້ນັບພົ້ນເດັ່ນຂຶ້ນ,ການທີ່ສືບຕໍ່ຊຸກຍູ້ຂະບວນການເຊື່ອມໂຍງເສດຖະກິດອາຊີໃຫ້ເປັນອັນໜຶ່ງອັນດຽວກັນເປັນກ້າວໆຢ່າງໝັ້ນທ່ຽງ,ເພີ່ມທະວີລະດັບການເພິ່ງພາອາໄສກັນລະຫວ່າງກຸ່ມເສດຖະກິດຕ່າງໆ,ແລະສ້າງຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງບຸກຄົນແລະການໄຫຼວຽນຂອງເງິນທຶນ, ຈະມີຜົນດີຕໍ່ການພັດທະນາເສດຖະກິດຂອງບັນດາປະເທດໃນອາຊີໃນໄລຍະຍາວແລະປອດໃສ,ຍິ່ງມີຜົນດີຕໍ່ການຟື້ນຟູເສດຖະກິດໂລກຄືນໃໝ່ໂດຍໄວ.
ຈາກການຍຶດໝັ້ນໃນຫຼັກການປຶກສາຫາລືຮ່ວມກັນ,ສ້າງສາຮ່ວມກັນແລະຊົມໃຊ້ຮ່ວມກັນ, ຮ່ວມກັບບັນດາປະເທດໃນໂລກສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ ຈົນຮອດການລິເລີ່ມແລະຊຸກຍູ້ການສ້າງທະນາຄານລົງທຶນພື້ນຖານໂຄງລ່າງອາຊີຢ່າງຕັ້ງໜ້າ; ຈາກການຊຸກຍູ້ການສ້າງເຂດການຄ້າເສລີຈີນ,ຍີ່ປຸ່ນແລະສ.ເກົາຫຼີໃຫ້ໄວຂຶ້ນຢ່າງຕັ້ງໜ້າ, ຈົນຮອດການເຊັນ “ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ”ຫຼື RCEP . ໃນໄລຍະດົນນານມານີ້, ຈີນໄດ້ສຸມໃສ່ຊຸກຍູ້ການຄ້າແລະການລົງທຶນຂອງອາຊີກໍຄືຂອງໂລກໃຫ້ມີຄວາມສະດວກແລະເສລີ,ລົງເລິກການເຊື່ອມໂຍງດ້ານເສດຖະກິດຂອງພາກພື້ນໃຫ້ເປັນອັນໜຶ່ງອັນດຽວກັນ.
ຈາກການຮ່ວມກັບບັນດາປະເທດອາຊຽນຍຶດໝັ້ນເນື້ອໃນຈິດໃຈຂອງ“ຖະແຫຼງການແຫ່ງການປະພຶດໃນທະເລຈີນໃຕ້ຫຼື DOC”, ການຊຸກຍູ້ການປຶກສາຫາລືກ່ຽວກັບ “ກົດແຫ່ງການປະພຶດໃນທະເລຈີນໃຕ້ຫຼື COC” ຢ່າງຕັ້ງໜ້າ, ການຊຸກຍູ້ໃຫ້ສະຖານະການຢູ່ທະເລຈີນໃຕ້ພັດທະນາໄປຕາມທິດທາງທີ່ມີສັນຕິພາບແລະສະຖຽນລະພາບກວ່າເກົ່າຈົນຮອດການຮ່ວມກັບອາຊີແລະຄູ່ຮ່ວມມືສາກົນຮ່ວມກັນຜະລິດວັກຊີນໂຄວິດ-19 ແລະການຊ່ວຍເຫຼືອລ້າດ້ານວັກຊີນໂຄວິດ-19 ໃຫ້ແກ່ປະເທດທຸກຍາກແລະຈົນຮອດການສະເໜີການລະບາຍກາກບອນດີອອກຊິດໃຫ້ເຖິງຈຸດສູງສຸດເມື່ອຮອດປີ 2030,ພະຍາຍາມຢ່າງສຸດຂີດເພື່ອບັນລຸເປົ້າໝາຍປອດກາກບອນດີອອກຊິດເມື່ອຮອດປີ 2060 ທີ່ຍິ່ງໃຫຍ່. ທາງເລືອກແລະຄຳຕອບແບບນີ້ໄດ້ສະແດງໃຫ້ເຫັນເຖິງຈິດໃຈປະເທດໃຫຍ່. “ປະເທດໃຫຍ່ກໍຄວນມີປະພຶດແບບປະເທດໃຫຍ່,ຄວນສະແດງໃຫ້ເຫັນຈິດໃຈຂອງການແບກຫາບໜ້າທີ່ຮັບຜິດຊອບໃຫ້ຫຼາຍກວ່າເກົ່າ.”
ເມື່ອມຸ່ງໜ້າສູ່ອະນາຄົດ, ຈີນຈະຊູຄັນທຸງແຫ່ງສັນຕິພາບ,ການພັດທະນາ,ການຮ່ວມມືແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນຢ່າງສະເໝີຕົ້ນສະເໝີປາຍ,ສືບຕໍ່ເປັນຜູ້ສ້າງສັນຕິພາບໂລກແລະຜູ້ປະກອບສ່ວນໃນການພັດທະນາຂອງໂລກ, ຈີນຈະຮ່ວມມືກັບປະເທດໃນອາຊີແລະບັນດາປະເທດໃນໂລກ, ປະກອບສ່ວນອັນໃໝ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນການເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບ, ຊຸກຍູ້ການຮ່ວມມື, ຊຸກຍູ້ເສດຖະກິດໂລກາພິວັດແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ຄຳເຫັນ
0