黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຫຼ່ງ​ກຳ​ເນີດ​ຄວາມ​ວຸ້ນ​ວາຍ​ຂອງ​ໂລກ​ກໍ​ຄື​ອາ​ເມ​ຣິ​ກາ

2021-04-22 17:00:45 cri

ຕອນ​ຄ່ຳ​ວັນ​ທີ 15 ເມ​ສາ​ນີ້, ນະ​ຄອນອິນ​ດຽນ​ນາ​ໂປ​ລິ​ສຂອງ​ອາ​ເມ​ຣິ​ກາ​ໄດ້​ເກີດ​ເຫດ​ຍິງ​ປື່ນ​ໃສ່​ກັນ​ຢ່າງຂະ​ໜາດ​ໃຫຍ່, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ອາ​ເມ​ຣິ​ກາ​​ໄດ້ເປີດ​ເຜີຍ​​ໃຫ້​ຮູ້ວ່າ: ມີ 8 ຄົນ​ເສຍ​ຊີ​ວິດ​ໃນ​ເຫດ​ການ​ດັ່ງ​ກ່າວ​ແລະ​ມີ​ຫຼາຍ​ຄົນ​ບາດ​ເຈັບ. ​ວັນ​ທີ 16 ເມ​ສາ​ນີ້, ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້ອອກ​ຄຳ​ສັ່ງ​ໃຫ້​ທຳ​ນຽບ​ຂາວ​ແລະ​ອາ​ຄານ​ສະ​ຖານ​ທີ່​ຕ່າງໆ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຊັກທຸງ​ຊາດ​ລົງ​ເຄິ່ງ​ເສົາເພື່ອ​ໄວ້​ອາ​ໄລ​​ຜູ້​ປະ​ສົບ​ເຄາະ​ຮ້າຍ 8 ຄົນນັ້ນ. ​ນີ້​ເປັນ​ຄັ້ງ​ທີ 3 ແລ້ວ​ທີ່​ອາ​ເມ​ຣິ​ກາ​ຊັກ​ທຸງ​ຊາດ​ລົງ​ເຄິ່ງ​ເສົາ​ຍ້ອນ​ເຫດ​ການ​ຍິງ​ກັນ​ຂະ​ໜາດ​ໃຫຍ່​ນັບ​ແຕ່​ທ່ານ​​ໂຈ ໄບ​ເດັນຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີອ​າ​ເມ​ຣິ​ກາ​ໃນ​ສອງ​ເດືອນ​ເປັນ​ຕົ້ນ​ມາ.

ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ເວັບ​ໄຊ​​ສຸມ​ໃສ່​ແຜນ​ການ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ຂໍ້ວ່າ: “​ສະ​ຖານ​ທີ່ສັງ​ຫານ​ໝູ່: ອາ​ເມ​ຣິ​ກາຄື​ເຄື່ອງ​ຈັກ​ຂ້າ​ຄົນ​ຂະ​ໜາດ​ໃຫຍ່”. ບົດ​ຄວາມ​ຊີ້​ອອກວ່າ, ວັດ​ທະ​ນະ​ທຳ​ຖື​ອາ​ວຸດ​ຂອງ​ອາ​ເມ​ຣິ​ກາ​ກໍ​ຄື​ເຄືອ​ຂ່າຍ​ໃຫຍ່​ທີ່​ປົກ​ຫຸ້ມ​ທົ່ວ​ໂລກ, ຄົນ​ທັງ​ຫຼາຍ​ບໍ່​ໄດ້​ສົນ​ໃຈ​ນຳຜົນ​ທຳ​ລາຍ​ທີ່​ເກີດ​ຈາກ​ວັດ​ທະ​ນະ​ທຳ​ຖື​ອາ​ວຸດ​ຂອງ​ອາ​ເມ​ຣິ​ກາ​​ຫຼາຍ​ພໍປານ​ໃດ, ແຕ່​ຖ້າ​ໄດ້​ສົນ​ໃຈ​ແລ້ວ​ກໍ​ສ​າ​ມາດ​ພົບ​ເຫັນ​ວ່າ: ອາ​ເມ​ຣິ​ກາ​ແມ່ນ​​ສະ​ຖານ​ທີ່​ສັງ​ຫານ​ໝູ່​ຂອງ​​ໂລກ. ບົດ​ຄວາມ​ໄດ້​ຍົກ​ຕົວ​ຢ່າງວ່າ: 5 ບໍ​ລິ​ສັດ​ຜະ​ລິດ​ອາ​ວຸດ​ໃຫຍ່ຂອງ​ໂລກ​ຄື: ບໍ​ລິ​ສັດ ລອກ​ຮີດ ມາ​ຕີນ(Lockheed Martin), ບໍ​ລິ​ສັດ​ໂບ​ອີງ, ບໍ​ລິ​ສັດ ນອດ​ທ​ຣົບ ກ​ຮຳ​ແມນ (Northrop Grumman), ບໍ​ລິ​ສັດ ເຣ​ທິ​ອອນ (Raytheon) ແລະບໍ​ລິ​ສັດ ເຈນ​ເນ​ໂຣ ເອ​ເລັກ​ຕ​ຣິກ (General Electric) ລ້ວນ​ແຕ່​ຕັ້ງ​ຢູ່​ອາ​ເມ​ຣິ​ກາ, “ໃນ​ທົ່ວ​ໂລກ, ອາ​ເມ​ຣິ​ກາ​ກໍ​ແມ່ນມະ​ຫາ​ອຳ​ນາດ​ທາງ​ດ້ານ​ອາ​ວຸດ.”

​ຕາມ​ສະ​ຖິ​ຕິ​ໄດ້​ຊີ້ໃຫ້​ເຫັນ​ວ່າ: ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ມີ​ປືນ​ໄວ້​ໃນ​ຄອບ​ຄອງເຖິງ 400 ລ້ານ​​ກະ​ບອກ, ສະ​ເລ່ຍ​ຕໍ່​ຫົວ​ຄົນ​ແລ້ວ​ຫຼາຍກວ່າ 1 ​ກະ​ບອກ​ຕໍ່​ຄົນ, ຖ້າ​ວ່າ​ຄິດ​ໄລແຕ່​ຜູ້​ໃຫຍ່​​ເທົ່າ​ນັ້ນ, ສະ​ເລ່ຍ​ແລ້ວ​ແຕ່​ລະ​ຄົນ​ເກືອບ​ມີປືນ​ຢູ່​ໃນ​ຄອບ​ຄອງ 2 ກະ​ບອກ​ຕໍ່​ຄົນ. ໃນ​ໄລ​ຍະ​ເວ​ລາ​ທີ່​ທ່ານ​ໂຈ ໄບ​ເດັນ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີນີ້, ອາ​ເມ​ຣິ​ກາ​ໄດ້​ເກີດ​ເຫດ​ການ​ຍິງ​​ກັນ​ຂະ​ໜາດ​ໃຫຍ່​ຫຼາຍ​ສິບ​ຄັ້ງ. ແຕ່​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ທັງ​ຫຼາຍ​ພັດ​ບໍ່​ຢາກ​ປ່ຽນ​ແປງ​ຫຍັງ​ເລີຍ​ກ່ຽວ​ກັບ​ອາ​ວຸດ, ຍິ່ງກວ່າ​ນັ້ນ​ມີ​ນັກ​ການ​ເມືອງ​ຈຳ​ນວນ​ບໍ່​ໜ້ອຍ​ໄດ້​ຄັດ​ຄ້ານ​ການ​​ຄຸ້ມ​ຄອງ​ອາ​ວຸດ​ຢ່າງ​ເດັດ​ຂາດ.

ໃນ​ດ້ານ​ການ​ສົ່ງ​ອອກ, ອາ​ເມ​ຣິ​ກາ​ແມ່ນ​ນັກ​ຂາຍ​ອາ​ວຸດ​ໃຫຍ່​ທີ່​ສຸດ​ຂອງໂລກ. ບໍ​ລິ​ສັດ​ຜະ​ລິດ​ອາ​ວຸດ​ທັງ​ຫຼາຍ​ຂອງ​ອາ​ເມ​ຣິ​ກາ​ສາ​ມາດ​ຂາ​ຍ​ອາ​ວຸດ​ໃຫ້​ກັບ​ປະ​ເທດ​​ຕ່າງໆ​ໂດຍ​ບໍ່​ຕ້ອງ​ຜ່ານ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ບານ. ເປັນ​ຫຍັງ​ຢູ່​ທຸກ​ແຫ່ງ​ຫົນ​ທີ່​ເກີດ​ຄວາມ​ວຸ້ນ​​ວາຍ​ແລະ​ພວກ​​ກໍ່​ການ​ຮ້າຍ​ລ້ວນ​ແຕ່​ມີ​ອາ​ວຸດ​ທີ່​ຜະ​ລິດ​ຢູ່​ອາ​ເມ​ຣິ​ກາ​ຢ່າງ​ຫຼວງ​ຫຼາຍ? ກໍເປັນ​ຍ້ອນ​ວ່າ​ອາ​ເມ​ຣິ​ກາ​ໄດ້​ຂາຍ​ອາ​ວຸດ​ຢ່າງ​ເສ​ລີ.

ນອກ​ຈາກ​ນີ້, ອາ​ເມ​ຣິ​ກາ​ຍັງ​ໄດ້​ສ້າງ​​ຖານ​ທັບ​ປະ​ມານ 800 ແຫ່ງ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ, ​ມີທະ​ຫານ​ອາ​ເມ​ຣິ​ກາ​ປະ​ຈຳ​ຢູ່​ຕ່າງ​ປະ​ເທດ​ປະ​ມານ 2 ແສນ​ຄົນ, ໃນ​​ໄລ​ຍະເວ​ລາ 200 ກວ່າ​ປີ​ທີ່​ອາ​ເມ​ຣິ​ກາ​​ສະ​ຖາ​ປະ​ນາ​ປະ​ເທດ​ຂຶ້ນ​ມາ​ນີ້, ມີ​ພຽງ​ແຕ່ 10 ປາຍ​ປີ​ທີ່​ບໍ່​ເຮັດ​ສົງ​ຄາມ.

ປີ 2003, ອາ​ເມ​ຣິ​ກາ​ໄດ້​ກໍ່​ສົງ​ຄາມຢູ່​ອີ​ຣັກ​ດ້ວຍ​ຂໍ້​ອ້າງ​ທີ່​ວ່າ​ອີ​ຣັກ​ມີ “ອາ​ວຸດ​ທີ່​ມີ​ແສນ​ຍາ​ນຸ​ພາບ​ລ້າງ​ຜານ​ສູງ”ແລະ “ປົດ​ປ່ອຍ” ປະ​ຊາ​ຊົນ​ອີ​ຣັກ, ແຕ່​ວ່າ​ຈົນ​ມາ​ຮອດ​ປັດ​ຈຸ​ບັນ, ​ອັນ​ທີ່​ວ່າ“ອາ​ວຸດ​ເຄ​ມີ” ທີ່​ອາ​ເມ​ຣິ​ກາອ້າງ​ເພື່ອ​ກໍ່​ສົງ​ຄາມ​ຢູ່​ອີ​ຣັກ​ນັ້ນ​ຍັງ​ບໍ່​ທັນ​ພົບ​ເຫັນ​ເລີຍ. ໃນ​ການ​ເຈ​ລະ​ຈາ​ຄັ້ງ​ຫຼ້າ​ສຸດ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ອີ​ຣັກ, ອາ​ເມ​ຣິ​ກາ​​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຖອນ​ທະ​ຫານ​ອອກ​ຈາກ​ອີ​ຣັກ​ທັງ​ໝົດ. ເບິ່ງ​​ແລ້ວ​ກໍ​ຈະ​ເຫັນ​ວ່າສົງ​ຄາມ​ອີ​ຣັກ​ຄັ້ງ​ນີ້​ອາ​ດ​ຈະ​ສິ້ນ​ສຸດ​ລົງ​ແບບ​ບໍ່​ຈະ​ແຈ້ງ.

ຄ້າຍ​ຄື​ກັນ​ກັບ​ອີ​ຣັກ​ເຊັ່ນ: ຫວຽດ​ນາມ, ລີ​ບີ, ໂຊ​ມາ​ລີ, ອັ​ຟ​ກາ​ນີ​ສະ​ຖານ, ຊີ​ລີ​ແລະ​ປະ​ເທດ​ອື່ນໆ​ກໍ​ຖືກ​ອາ​ເມ​ຣິ​ກາ​​ກໍ່​ສົງ​ຄາມໂຈມ​ຕີ​. ວິ​ທີ​ທີ່​ອາ​ເມ​ຣິ​ກາ​ນຳ​ໃຊ້​ນັ້ນ​ກໍ​ຄື​ກັນ​ທັງ​ໝົດ. ໃນ​ຫຼາຍ​ປີ​ຜ່ານ​ມາ, ​ອາ​ເມ​ຣິ​ກາ​ໄດ້​ສ້າງ​ຮູບ​ແບບ​ເພື່ອ​ກໍ່​ສົງ​ຄາມ​ຮູບ​ແບບ​ໜຶ່ງ, ແລະ​ນຳ​ໃຊ້​ຮູບ​ແບບ​​ການກໍ່​ສົງ​ຄາມ​ດັ່ງ​ກ່າວ​​ຢູ່​ທຸກ​ແຫ່ງ​ຫົນ​ຂອງ​ໂລກ, ນັ້ນ​ກໍ​ຄື: ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ເປັນ​ຜູ້​ອອກ​ສານ​ຍົກ​ຜົນ, ອົງ​ການ​ຂ່າວ​ລັບ​ອາ​ເມ​ຣິ​ກາສ້າງ​ຫຼັກ​ຖານປອມ, ແລ້ວກອງ​ທັບ​ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ພັນ​ທະ​ມິດ​ຂອງ​ອາ​ເມ​ຣິ​ກາ​ກໍ​ເຂົ້າ​ໂຈມ​ຕີ​​ເປົ້າ​ໝາຍ​ຂອງ​ປະ​ເທດ​ນັ້ນ​ຢ່າງ​ແມ່ນ​ຢຳ. ຕາມ​ສະ​ຖິ​ຕິ​ທີ່​ນັບ​ບໍ່​ຖ້ວນ, ​ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ສິ້ນ​ສຸດ​ລົງ​ຫາ​ປີ 2001, ໃນ​ທົ່ວ​ໂລກ​ໄດ້​ເກີດ​​ມີ​ການ​ໂຈມ​ຕີກັນ​ດ້ວຍ​ກຳ​ລັງ​ອາ​ວຸດ 248 ເທື່ອ, ໃນ​ນັ້ນ​ມີ 201 ເທື່ອ​ແມ່ນ​ອາ​ເມ​ຣິ​ກາ​ກໍ່​ຂຶ້ນ, ເຊິ່ງໄດ້​ກວມ​ເຖິງ 81%.

ນີ້​ກໍ​​ຄື​ປະ​ເທດ​ອາ​ເມ​ຣິ​ກາ, ປະ​ເທດ​ທີ່​ມີ​ອາ​ວຸດ​ທົ່ວ​ທີບ; ນີ້​ກໍ​ຄື​ອາ​ເມ​ຣິ​ກາ, ປະ​ເທດທີ່​ກໍ່​ສົງ​ຄາມ​ຕາມ​ລຳ​ພັງ​ໃຈ​ໄປທົ່ວ​ໂລກ​ດ້ວຍ​ຂໍ້​ອ້າງ​ປະ​ຊາ​ທິ​ປະ​ໄຕ​ແລະ​ສິດ​ທິ​ມະ​ນຸດ, ​ນີ້​ເປັນ​ການ​ສ້າງ​ມະ​ຫັນ​ຕະ​ໄພ​ດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ຮ້າຍ​ແຮງ. ​ສະ​ນັ້ນ, ໃນ​ໂລກ​ນີ້, ແຫຼ່ງ​ກຳ​ເນີດ​ຄວາມ​ວຸ້ນ​ວາຍ​ບໍ່​ແມ່ນ​ປະ​ເທ​ດ​ອື່ນ, ຫາກ​ແມ່ນ​ອາ​ເມ​ຣິ​ກາ​ນັ້ນເອງ!

ຄຳ​ເຫັນ

0