何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ຈີນ​ຈະສະໜັບ​ສະ​ໜູນທ້ອງ​ຖິ່ນທີ່​ມີ​ເງື່ອນ​ໄຂ​ພ້ອມ​ແລະ ຂະ​ແໜງ​ການ ວິ​ສາ​ຫະກິດ​ທີ່​ສຳຄັນ​ນຳ​ໜ້າ​​ລະບາຍ​ກາກ​ບອນດີອົກຊິດໃຫ້ເຖິງຈຸດສູງສຸດ

2021-04-22 22:18:08 CRI

ຕອນຄໍ່າວັນທີ 22 ເມສານີ້, ທ່ານສີຈິ້ນຜິງປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດຜ່ານທາງວີດີໂອ ທັງ ກ່າວຄຳປາໄສທີ່ສຳຄັນຢູ່ນະຄອນຫຼວງປັກກິ່ງ.

 

 

ທ່ານສີຈິ້ນຜິງກ່າວວ່າ: ຈີນໄດ້ຈັດເອົາການລະບາຍກາກບອນດີອົກຊິດໃຫ້ເຖິງຈຸດສູງສຸດ ແລະ ການປອດກາກບອນດີອົກຊິດເຂົ້າໃນແຜນແມ່ບົດກ່ຽວກັບການສ້າງຄວາມສິວິໄລດ້ານນິເວດ, ພວມສ້າງແຜນດຳເນີນງານທີ່ລະບາຍກາກບອນດີອົກຊິດ ໃຫ້ເຖິງຈຸດສູງສຸດ ແລະລົງເລິກດຳເນີນການເຄື່ອນໄຫວທີ່ກ່ຽວຂ້ອງຢ່າງກວ້າງຂວາງ, ສະໜັບສະໜູນທ້ອງຖິ່ນທີ່ມີເງື່ອນໄຂພ້ອມ ແລະ ຂະແໜງການ ວິສາຫະກິດທີ່ສຳຄັນນຳໜ້າລະບາຍກາກບອນດີອົກຊິດໃຫ້ເຖິງຈຸດສູງສຸດຕາມຄາດໝາຍ. ຈີນຈະຄວບຄຸມໂຄງການຜະລິດໄຟຟ້າດ້ວຍຖ່ານຫີນຢ່າງເຂັ້ມງວດ, ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຈະຄວບຄຸມການເຕີບໂຕຂອງການບໍລິໂພກຖ່ານຫີນຢ່າງເຂັ້ມງວດ, ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຈະຫຼຸດການບໍລິໂພກຖ່ານຫີນໃຫ້ໜ້ອຍລົງເທື່ອລະກ້າວ. ນອກນີ້, ຈີນໄດ້ຕົກລົງຮັບເອົາ ອະນຸສັນຍາມອນເຕຼວ-ກີກາລີສະບັບດັດແກ້, ເພີ່ມທະວີການຄວບຄຸມອາຍພິດເຮືອນແກ້ວທີ່ບໍ່ແມ່ນປະເພດກາກບອນດີອອກຊິດ, ນອກນີ້ ຍັງຈະເລີ່ມເປີດການຄ້າຂາຍສິດການລະບາຍກາກບອນດີອົກຊິດໃນຕະຫຼາດທົ່ວປະເທດ.

ຄຳ​ເຫັນ

0