蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ ບົນ​ພື້ນ​ຖານ​ຜົນ​ສຳ​ເລັດ​​ຂອງ​ສາຍພົວ​ພັນລາວ-ຈີນ​ຄົບ​ຮອບ 60 ປີ

2021-04-25 16:29:58 CRI

ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ ບົນ​ພື້ນ​ຖານ​ຜົນ​ສຳ​ເລັດ​​ຂອງ​ສາຍພົວ​ພັນລາວ-ຈີນ​ຄົບ​ຮອບ 60 ປີ_fororder_20210425162844

ມື້​ນີ້​ແມ່ນ​ມື້​ລະ​ນຶກ​​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລາວ-ຈີນ​ຄົບ​ຮອບ 60 ປີ. ວັນ​ທີ 25 ເມ​ສາ​ປີ 1961, ລາວ ແລະ ຈີນ​ໄດ້​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ນຳ​ກັນ​ຢ່າງ​ເປັນ​ທາງ​ການ ເຊິ່ງ​ໄດ້​ເປີດ​ປະ​ຫວັດ​ສາດ​ໜ້າ​ໃໝ່​ແຫ່ງ​ການ​ໄປ​ມາ​ຫາ​ສູ່​ກັນບົນ​ຈິດ​ໃຈມິດ​ຕະ​ພາບ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ. ​ຜ່ານ​ໄລ​ຍະ 60 ປີ​ມາ​ນີ້, ປະ​ຊາ​ຊົນ​ສອງ​ຊາດ​ໄດ້​ຊ່ວຍ​ຊູ​ຍູ້​ໜູນ​ກັນ ແລະ ຮັກ​ແພງ​ກັນ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າ​ງ​ຈົບ​ງາມ, ມິດ​ຕະ​ພາບລະ​ຫວ່າງ​ສອງ​ປະ​ເທດ​ໝັ້ນ​ຄົງ​ຂະ​ໜົງ​ແກ່ນ.

ສອງ​ປະ​ເທດ​ລາວ-ຈີນ​ມີ​ສາຍ​ພູ​ ແລະ ແມ່​ນ້ຳ​ຕິດ​ຈອດ​ກັນ, ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ. ຈີນ​ໄດ້​ຖື​ເອົາ​ການ​ພົວ​ພັນ​ຈີນ-ລາວ​ເປັນ​ວຽກ​ງານ​ຈຸດ​ສຸມ​ໃນ​ວຽກ​ງານ​ທາງ​ການ​ທູດ​ກັບ​ປະ​ເທດ​ໃກ້​ຄຽງ. ເມື່ອ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ທາງ​ຍຸດ​ທະ​ສາດ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ, ສອງ​ຝ່າຍ​ໄດ້​ຕັ້ງ​ໜ້າ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ແມ່​ບົດ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ, ປັບ​ປຸ​ງ ແລະ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ການ​ປົກ​ຄອງ​ປະ​ເທດ, ກຳ​​ແໜ້ນທິດ​ທາງ​ສັງ​ຄົມ​ນິ​ຍົມ ແລະ ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ຮ່ວມ​ກັນ. ໃນຕົ້ນ​ປີ​ນີ້, ທ່ານ​ສີ​ຈິ້​ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ ຈີນ ແລະ ທ່ານ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ໄດ້​ສົນ​ທະ​ນາ​ກັນ​ທາງ​ໂທ​ລະ​ສັບ ໂດຍ​ໄດ້​ຢືນ​ຢັນ​ອີກ​ເທື່ອ​ໜຶ່ງ​ເຖິງຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ໄດ້​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ທາງ​ຍຸດ​ທະ​ສາດ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມ​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ມີ​ຄຸນ​ນະ​ພາບ​ສູງ​ຢ່າງ​ຕໍ່​ເນື່ອງ, ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ແລະ ເລັ່ງ​ລັດ​ການ​ສ້າງ​​ແລວ​ທາງ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ ເຊິ່​ງ​ເປັນ​ການ​ເພີ່ມ​ເນື້ອ​ໃນ​ໃໝ່​ທີ່​ອຸ​ດົມ​ສົມ​ບູນ​ໃຫ້​​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸ​ດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

​ຕາມ​ປະ​ເພ​ນີ​ຈີນ, 60 ປີ​ຖື​ວ່າ​ເປັນ​ຮອບ​ໝູນ​ວຽນ​ຮອບ​ໜຶ່ງ, 60 ປີ​ຜ່ານ​ໄປ, ​ກໍ​ຄືຮອບ​ເກົ່າ​ຜ່ານ​ພົ້ນ​ໄປ, ຮອບ​ໃໝ່​ໝູນ​ວຽນ​​ເຂົ້າ​ມາ. ໃນ​ກາ​ລະໂອ​ກາດ​ຂອງ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ນີ້, ພວກ​ເຮົາ​ຈົ່ງຮ່ວມ​ກັນ​ສະ​ເຫຼີມ​ສະຫຼອງວັນ​​ສ້າງຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດລາວ-ຈີນ​ຄົບ​ຮອບ 60 ປີ ແລະ ປີ​ມິດ​ຕະ​ພາບ​​ລາວ-ຈີນ. ​ສືບ​ຕໍ່​ເຮັດ​ໃຫ້ສອງ​ປະ​ເທດ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເພື່ອນ​ມິດ​ທີ່​ດີ, ສະ​ຫາຍ​ທີ່​ດີ ແລະ ​ຄູ່​ຮ່ວມ​ມື​ທີ່​ດີ, ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​​ໃນ​ການ​ປົກ​ປັກ​ຮັກ​ສາຜົນ​ປະ​ໂຫຍດ​ດ້ານ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ເຊິ່ງ​ກັນ​ແລະ​ກັນ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ​​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ, ເປັນ​ແບບ​ຢ່າງ​ໃນ​ການ​ສົ່ງ​ເສີມ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ 5 ຫຼັກ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ, ຮ່ວມ​ກັນ​ສູ້​ຊົນຢ່າງ​ບໍ່​ລົດ​ລະ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ ແລະ ຊຸກ​ຍູ້​​ປະ​ຊາ​ຄົມ​ໂລກ​​ໃຫ້ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ. ມິດ​ຕະ​ພາບ​ລາວ-ຈີນ​ຈົ່ງໝັ້ນ​ຍືນ!

ຄຳ​ເຫັນ

0