蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ທີ່​ຮຸນ​ແຮງ​ກັບ​ຈີນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ໝັ້ນ​ໃຈ​ຕົນ​ເອງ​ຂອງ​ອາ​ເມ​ຣິ​ກາ

2021-04-26 16:01:32 CRI

ວັນ​ທີ 21 ເມ​ສາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ສະ​ພາ​ສູງ​ອາ​ເມ​ຣິ​ກາ​ໄດ້​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ ແລະ ຜ່ານ​ການ​ຮັບ​ຮອງ “ຍັດ​ຕິ​ວ່າ​ດ້ວຍ​ການ​ແຂ່ງ​ຂັນ​ທາງ​ຍຸດ​ທະ​ສາດ​ປີ 2021”. ໃນ​ກົດ​ໝາຍ​ສະ​ບັບ​ນີ້, ອາ​ເມ​ຣິ​ກາ​ໄດ້​ສະ​ທ້ອນອອກ​ມາ​ຢ່າງ​ຈະ​ແຈ້ງວ່າ: ຈະ​ເປັນ​ປໍ​ລະ​ປັກ ແລະ ແຂ່ງ​ຂັນ​ກັບ​ຈີນ​ຢ່າງ​ຮອບ​ດ້ານ ພ້ອມ​ທັງ​​ລະ​ບຸ​ຢ່າງ​ເປີດ​ແປນ​ວ່າ: ການ​ແຂ່ງ​ຂັນ​ແບບ​ນີ້​ເປັນ​ການ​ແຂ່ງ​ຂັນ​​ຮອບ​ດ້ານ ເຊິ່ງ​ລວມ​ທັງ​ການ​ທະ​ຫານ, ການ​ຕ່າງ​ປະ​ເທດ ແລະ ຄ່າ​ນິ​ຍົມ. ຍັດ​ຕິ​ສະ​ບັບ​ນີ້​​ປະ​ກອບມີ 280 ກວ່າ​ໜ້າ​ເຈ້ຍ​ທີ່​ໄດ້​ຜ່ານ​ການ​ຮັບ​ຮອງ​ຈາກ​ສະ​ພາ​ສູງ​ອາ​ເມ​ຣິ​ກາ​ດ້ວຍ​​ການ​ລົງ​ຄະ​ແນນ​ສຽງ 21 ຕໍ່ 1 ສຽງ ເຊິ່ງ​ເປັນ​ຄະ​ແນນ​ສຽງ​ຖ້ວມ​ທົ້ນ​ທີ່​ບໍ່​ຄ່ອຍ​ພົບເຫັນໃນ​ປະ​ຫວັດ​ສາດ​ອາ​ເມ​ຣິ​ກາ ເຊິ່ງ​ສ່ອງ​ແສງ​ໃຫ້​ເຫັນ​​ເຖິງ​ຈິດ​ໃຈ​ອະ​ຄະ​ຕິ​ຕ້ານ​ຈີນ​ແບບ​ຮຸນ​ແຮງ​ຂອງ​ສອງ​ພັກ ແລະ ລັດ​ຖະ​ບານ​ຊຸດ​ປັດ​ຈຸ​ບັນ​ຂອງ​ອາ​ເມ​ຣິ​ກາ ພ້ອມ​ທັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ແນວ​ຄິດ​​ກະ​ຫາຍສົງ​ຄາມ​ເຢັນ​ໃນ​ຍຸກ​ໃໝ່ແບບ​ລວມ​ສູນ​ຂອງ​ອາ​ເມ​ຣິ​ກາ​.

ໃນ​ເນື້ອ​ໃນ​ພາກ​ທີ​ໜຶ່ງ​ຂອງ​ກົດ​ໝາຍ​ສະ​ບັບ​ນີ້, ອາ​ເມ​ຣິ​ກາ​ໄດ້​​ລະ​ບຸ​ເຖິງ 4 ຂົງ​ເຂດ ຄື: ການ​ພັດ​ທ​ະ​ນາ​ດ້ານວິ​ທະ​ຍາ​ສາດ​ເຕັກ​ນິກ, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ນຳ​ໃຊ້​ເຕັກ​ນິກ​ດີ​ຈີ​ຕອນ ແລະ ການ​ຮັບ​ມື​ກັບ​ອິດ​ທິ​ພົນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ. ​ພໍ​ເບິ່ງ​ຜິວ​ຜືນ​ແລ້ວ​ຈະ​ເຫັນ​ວ່າ: “ເນື້ອ​ໃນ​ໃນ​ພາກການ​ຮັບ​ມື​ກັບ​ອິດ​ທິ​ພົນ​ຂອງ​ພັກ​ກອມ​ມູ​ນິດ​ຈີນຈະ​ຕ່າງ​​ກັບ​ 3 ພາກ​​ອື່ນ​ຢ່າງຫຼວງຫຼາຍ. ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ, ເນື້ອ​ໃນ​ຂອງ “ຍັດ​ຕິ” ໃນຫຼາຍ​ໜ້າ​​ໄດ້ກ່າວ​ໂຈມ​ຕີ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຂອງ​ຈີນ ແລະ ລະ​ບຸ​ຢ່າງ​ຈະ​ແຈ້ງວ່າ: ຈາກ​ປີ 2022 ຫາ​ປີ 2026, ແຕ່​ລະ​ປີ, ອາ​ເມ​ຣິ​ກາ​ຈະ​ເບີກ​ງົບ​ປະ​ມານ 300 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ວ່າ​ຈ້າງ​ອັນ​ທີ່​​ເອີ້ນວ່າ “ສື່​ອິດ​ສະຫຼະ” ແລະ ອົງ​ການ​ຈັດ​ຕັ້ງ​ທາງ​​ສັງ​ຄົມ “ຝ່າຍ​ທີ 3” ເພື່ອ​ເຜີຍ​ແຜ່​ຂ່າວ​ອະ​ກຸ​ສົນ​ກ່ຽວ​ກັບ​ຈີນ ແລະ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​​ອາ​ເມ​ຣິ​ກາ​ບໍ່​ສາ​ມາດ​ເປີດ​ເຜີຍ​ໄດ້.

ພາຍຫຼັງ​ລັດ​ຖະ​ບານ​ທ​ຣຳ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ແລ້ວ, ອາ​ເມ​ຣິ​ກາ​ເລີ່ມ​ປະ​ຕິ​ບັດ “ຍຸດ​ທະ​ສາດ​ມະ​ຫາ​ສະ​ໝຸດ​ອິນ​ເດຍ​ແລະ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ”, ​ເມື່ອ​ຈີນ​ໄດ້​ພົ້ນ​ເດັ່ນ​ຂຶ້ນ​​ຈິ່ງກາຍ​ເປັນ​ເປົ້າ​ໝາຍ​ໂຈມ​ຕີ​ອັນ​ດັບ​ໜຶ່ງ​ຂອງ​ເຂົາ. ໂດຍ​ຜ່ານ​ການ​ປະ​ສານ​ສົມ​ທົບ​ເປັນ​ເວ​ລາຫຼາຍ​ປີ, ພັກ​ເດ​ໂມ​ແຄ​ຣດ ແລະ ພັກ​ຣີ​ພັບ​ປ​​ຣີ​ກັນ​ຂອງ​ອາ​ເມ​ຣິ​ກາ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ຍຸດ​ທະ​ສາດ​ທີ່​ມີ​ຕໍ່​ຈີນ, ນັ້ນ​ກໍ​ຄື: ໂຈມ​ຕີ​ຈີນ​ດ້ວຍ​ທຸກວິ​ທີ ເພື່ອ​ປົກ​ປ້ອງ​ຖາ​ນະ​ການ​ເປັນເຈົ້າ​ໂລກ​ຂອງ​ອາ​ເມ​ຣິ​ກາ. ລັດ​ຖະ​ບານ​ໂຈ ​ໄບ​ເດັນ​ໄດ້​ສືບ​ທອດ ແລະ ພັດ​ທະ​ນາ​ຍຸດ​ທ​ະ​ສາດ​ກ່ຽວ​ກັບ​ຈີນ​ຈາກ​ລັດ​ຖະ​ບານ​ທ​ຣຳ ແລະ ຈໍ່​ຕົວ​ຂຶ້ນ​ເປັນ “ຍັດ​ຕິວ່າ​ດ້ວຍ​ການ​ແຂ່ງ​ຂັນ​ຍຸດ​ທະ​ສາດ​ປີ 2021” ໃນ​ທີ່​ສຸດ.

ເປັນ​ຫຍັງ​ໃນ​ຖາ​ນະ​ເປັນ​ປະ​ເທດ​​ເຂັ້ມ​ແຂງອັນ​ດັບ​ໜຶ່ງ​​ຂອງ​ໂລກ, ອາ​ເມ​ຣິ​ກາ​ພັດ​ຖື​ຈີນ​ເປັນ “​ໜາມ​ຕຳ​ຕາ” ແລະ ຢາກ​ໃຊ້​ທຸກວິ​ທີ ເພື່ອ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາອັນ​ປົກ​ກະ​ຕິ​ຂອງ​ຈີນ? ພວກ​ເຮົາ​​ສາ​ມາດ​ຄົ້ນ​ພົບ​ເຫດ​ຜົນ​ຢູ່​ຕາມ​ຫົວ​ຂໍ້​ຕ່າງໆ​ໃນ “ຍັດ​ຕິ” ສະ​ບັບ​ນີ້. ຈຸດ​ປະ​ສົງ​ໃນ​ການ​​ສ້າງ​ຍັດ​ຕິ​ສະ​ບັບ​ນີ້​ຂອງ​ອາ​ເມ​ຣິ​ກາ​ກໍ​ແມ່ນ​ຢາກ​ເພີ່ມ​ກຳ​ລັງ​ແຂ່ງ​ຂັນ​ຂອງ​ຕົນ​ໃນ​ອະ​ນາ​ຄົດ, ຈາກ​ນີ້​ຈິ່ງ​ເຫັນ​ໄດ້​ວ່າ: ຕະຫຼອດ​ໄລ​ຍະຫຼາຍ​ສິບ​ປີ​ຜ່ານ​ມາ, ​ຫົວ​ກະ​ທິ​ການ​ເມືອງ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຮັບ​ຮູ້​ເຖິງ​​ຄວາມ​ດີ​ເລີດ​ດ້ານ​ລະ​ບອບ​ການ​ເມືອງ​ຂອງ​ຈີນ, ​ຄວາມ​ດີ​ເລີດນີ້​ໄດ້​ສະ​ແດງ​ອອກ​ຢ່າງ​ເຕັມ​ທີ່​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ໃນ​ປີ 2020. ສະ​ນັ້ນ, ຖ້າ​ຢາກ​ປົກ​ປ້ອງ​ຖາ​ນະ​ການ​ເປັນ​ເຈົ້າ​ໂລກ​ຂອງ​ຕົນ, ອາ​ເມ​ຣິ​ກາ​ກໍ​ຈຳ​ເປັນ​ຕ້ອງ​ໂຈມ​ຕີ​ຈີນ​ດ້ວຍ​ຂໍ້​ອ້າງ​ຕ່າງໆ ເພື່ອ​ຮັບ​ມື​ກັບ​ອິດ​ທິ​ພົນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ. ການ​​ສ້າງ “ຍັດ​ຕິ​ວ່າ​ດ້ວຍ​ການແຂ່ງ​ຂັນ​ທາງຍຸດ​ທະ​ສາດ​ປີ 2021” ຂອງ​ອາ​ເມ​ຣິ​ກາ​ພັດ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ໝັ້ນ​ໃຈ​ຕົນ​ເອງ​ຂອງ​ອາ​ເມ​ຣິ​ກາ​ນັ້ນ​ເອງ.

ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ອາ​ເມ​ຣິ​ກາ​ໄດ້​ສ້າງກົດ​ໝາຍທີ່​ພົວ​ພັນ​ເຖິງ​ຈີນຫຼາຍ​ສະ​ບັບ​, ແຕ່​ບໍ່​ມີ​ກົດ​ໝາຍ​ສະ​ບັບ​ໃດ​ສາ​ມາດ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ຈີນ​ຢ່າງ​ແທ້​ຈິງ​ໄດ້. ນອກ​ນີ້, ອາ​ເມ​ຣິ​ກາ​ຍັງ​ໄດ້​ອອກ​ນະ​ໂຍ​ບາຍ​ຕ່າງໆ​ ເພື່ອ​ສະ​ກັດ​ກັ້ນ ສ​ປ​ປ ເກົາຫຼີ, ອີ​ຣານ ແລະ ປະ​ເທດ​ອື່ນ. ແຕ່​​ກົດ​ໝາຍເຫຼົ່າ​ນີ້​ກໍ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ເຫຼົ່າ​ນີ້​ໄດ້​ເຊັ່ນ​ກັນ. ສະ​ນັ້ນ, ຂໍ​ພຽງ​ແຕ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ຮັກ​ສາ​ຈັງ​ຫວະ​ການ​ພັດ​ທະ​ນາ​ຂອງ​ຕົນ, ຍຶດ​ໝັ້ນ​ໃນ​ການ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ກໍ​ຍ່ອມ​ຈະ​ສາ​ມາດ​ເອົາ​ຊະ​ນະ​ອາ​ເມ​ຣິ​ກາ ທີ່​ເປັນ “ຕົ້ນ​ກຳ​ເນີດ​ຄວາມ​ວຸ້ນ​ວາຍ” ຂອງ​ໂລກ​ໄດ້, ​ທັງ​ສາ​ມາດບັນ​ລຸ​​ເປົ້າ​ໝາຍການ​ພັດ​ທະ​ນາ​ແລະ​ຄວາມກ້າວ​ໜ້າ​ຂອງມວນ​ມະ​ນຸດໄດ້.

ຄຳ​ເຫັນ

0