吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ເວົ້າ​ເຖິງ​ການປົວ​ແປງ​ລ້ອງນ້ຳລີ​ຈ່ຽງ​ໂດຍ​ສັງ​ລວມວ່າ: ຢ່າ​ທຳລາຍ​ສິ່ງ​ແວດ​ລ້ອມ​ນິ​ເວດ​ເດັດຂາດ

2021-04-26 16:46:28 cri

ຕອນ​ບ່ອຍ​ຂອງ​ວັນ​ທີ 25 ​ເມສາ​ນີ້, ທ່ານ​ສີຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ທີ່ພວມ​ສຳ​ຫຼວ​ດກວດ​ກາວຽກ​ງານ​ຢູ່​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນ​ໄດ້​ເດີ​ນທາງ​ໄປ​ຮອດ​ທ່າ​ເຮືອ​ຢາງ​ຕີ່​ຢູ່​​ນ້ຳ​ລີ​ຈ່ຽງ​ເມືອງ​ຢາງ​ຊົ້ວນະຄອນ​ກຸ້ຍ​ລີ​ນ ​ເພື່ອຮັບ​ຟັງການ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ປົວ​ແປງ​ໂດຍ​ສັງ​ລວມ ​ແລະ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງລ້ອງນ້ຳ​ລີ​ຈ່ຽງ. ຜູ້​ຮັບຜິດຊອບ​ທ້ອງ​ຖິ່ນ​ໄດ້​ລາຍ​ງານ​ຕໍ່​ທ່ານ​ສີ​ຈິ້ນ​ຜິ​ງວ່າ: ​ໃນ​ຊຸ​ມປີຜ່ານມາ, ນະຄອນ​ກຸ້ຍ​ລີ​ນ​ໄດ້​ອອກ​ແຮງຊຸກຍູ້​ການ​ປົວ​​ແປງ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບຮ້ອຍ, ສາຍ​ນ້ຳ, ພູຜາ ​ແລະ​ພື້ນຖານ​ຂອງ​ທ້ອງ​ຖິ່ນ, ຍົກ​ເລີກ ​ແລະ​ຄຸ້ມ​ຄອງ​ໂຮງງານ​ຂຸດ​ຄົ້ນ​ຫີນ, ການ​ດູດ​ແຮ່​ດູດ​ຊາຍທີ່​ຜິດ​ກົດໝາຍ ​ແລະ​ອື່ນໆ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ​​ເລື່ອງ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ກໍ​ແມ່ນ​ການຂຸດ​ຄົ້ນ​ຫີນ. ​ເມື່ອທຳລາຍ​ພູ​ໜ່ວຍ​ໃດ​ກໍ​ຈະ​ສູນ​ເສຍ​ພູ​ໜ່ວຍ​ນັ້ນ​ໄປ​ຕະຫຼອດ. ​ໃນ​ທົ່ວ​ປະ​ເທດ​ຈີນ ​ແລະ​ທົ່ວ​ໂລກ​ມີ​ສິ່ງ​ປະ​ເສີດ​ຄື​ແບບ​ນີ້​ອັນ​ດຽວ​ເທົ່າ​ນັ້ນ, ສະ​ນັ້ນ ຢ່າ​ທຳລາຍ. ຖ້າ​ມີ​ຜູ້​ຂຸດ​ຄົ້ນ​ຫີນ​ທີ່​ຜິດ​ກົດໝາຍ​ອີກ​ຈຶ່ງ​ບໍ່​ພຽງ​ແຕ່​ໃຫ້​ລົງ​ໂທດ​ເທົ່າ​ນັ້ນ, ຍັງ​ຕ້ອງ​ດຳ​ເນີນ​ຄະດີ​ອາຍາ​ຕາມ​ກົດໝາຍ​ອີກ​ດ້ວຍ.

 

ຄຳ​ເຫັນ

0