何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພູ​ໄມ້​ໄຜ່​ເກີດມີ​ໝາກ​​ລາ​ແ​ຊ້ງ​ຂຽວ ບ້ານ​ທຸກ​ຍາກ​ກ້າວ​ເຂົ້າ​ສູ່​ຄວາມ​ຈະ​ເລີນ

2021-04-26 16:32:22 CRI

ພູ​ໄມ້​ໄຜ່​ເກີດມີ​ໝາກ​​ລາ​ແ​ຊ້ງ​ຂຽວ ບ້ານ​ທຸກ​ຍາກ​ກ້າວ​ເຂົ້າ​ສູ່​ຄວາມ​ຈະ​ເລີນ_fororder_0426-2

 

ຢູ່​ເມືອງ​ຊວນ​ໂຈ່​ ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີສ​ປງ​ຈີນ, ມີ​ບ້ານ​ໜຶ່ງ​ຊື່​ວ່າ​ບ້ານ​ພູ​ໄມ້​ໄຜ່​ທີ່​ມີ​ຊື່​ສ​ຽງ​ຍ້ອນ​ມີ​ໄມ້​ໄຜ່ຫຼາຍ, ແຕ່​ສິ່ງ​ທີ່​ໜ້າ​ແປກ​ກໍ​ຄື, ສິ່ງ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ບ້ານ​ນີ້​ພັດ​ແມ່ນ​ອຸດ​ສ​າ​ຫະ​ກຳ​ປູກ​ໝາກ​​​ລາ​ແ​ຊ້ງ.

 

ພູ​ໄມ້​ໄຜ່​ເກີດມີ​ໝາກ​​ລາ​ແ​ຊ້ງ​ຂຽວ ບ້ານ​ທຸກ​ຍາກ​ກ້າວ​ເຂົ້າ​ສູ່​ຄວາມ​ຈະ​ເລີນ_fororder_0426-3

 

ຢູ່​ບ້ານ​ພູ​ໄມ້​ໄຜ່​ມີ 46 ຄອບ​ຄົວ ມີ​ປະ​ຊາ​ກອນທັງ​ໝົດ 156 ຄົນ, ມີ​ເນື້ອ​ທີ່​ທັງ​ໝົດ 0,6 ກິ​ໂລ​ຕາ​ແມັດ, ໃນ​ເມື່ອ​ກ່ອນ, ປະ​ຊາ​ຊົ​ນ​ຢູ່​ແຫ່ງ​ນີ້​ມີ​ຄວາມ​ທຸກ​ຍາກ​ທີ່​ສຸດ. ແຕ່​​ຊຸມ​ປີ​ມໍ່ໆ​ມາ​ນີ້, ບ້ານ​ນີ້​ໄດ້​ສຸມ​ໃສ່​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປູກ​ໝາກ​ລາ​ແຊ້ງ, ປະ​ລິ​ມານ​ການ​ຜະ​ລິດ​ໄດ້​ເຖິງ 500 ໂຕນ​ຕໍ່​​ປີ, ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ກໍ​ມີ​ເຖິງ 3 ໝື່ນ​ຢວນ​ຕໍ່​ປີ.

 

ພູ​ໄມ້​ໄຜ່​ເກີດມີ​ໝາກ​​ລາ​ແ​ຊ້ງ​ຂຽວ ບ້ານ​ທຸກ​ຍາກ​ກ້າວ​ເຂົ້າ​ສູ່​ຄວາມ​ຈະ​ເລີນ_fororder_0426-1

 

“ໝາກ​ລາ​ແຊ້ງສີ​ຂຽວ” ກາຍ​ເປັນ “ທະ​ນາ​ຄານ​ສີ​ຂຽວ” ຂອງ​ບ້ານ​ພູ​ໄມ້​ໄຜ່. ຄວາມ​ຈະ​ເລີນ​ຂອງ​ອຸດ​ສາ​ຫະ​ກຳ​ປູກ​ໝາກ​ລາ​ແຊ້ງ​ໄດ້​ຊຸກ​ຍູ້​ການ​ສ້າງ​ສາ​ຊົນ​ນະ​ບົດ​ໃຫ້​ສວຍ​ງາມ, ໃນ​ຊຸມ​ປີ​ຜ່ານ​ມາ, ຢູ່​ໃນ​ບ້ານ​ແຫ່ງ​ນີ້​ປະ​ຊ​າ​ຊົນ​ໄດ້​ສ້າງ​ເຮືອນ 24 ຫຼັງ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ທ້ອງ​ຖິ່ນ, ​ຈຶ່ງ​ເຮັດ​ໃຫ້​ບ້ານ​ມີ​ໂສມ​ໜ້າ​ທີ່​ໃໝ່​ອ່ຽມ, ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ລົງ​ຊີ​ວິດ​​ກໍໄດ້​ຮັບ​ການ​ປັບ​ປຸງ​​ໃຫ້ດີ​ຂຶ້ນ​ຢ່າງຫຼວງຫຼາຍ.

 

ໃນ​ເດືອນ​ທັນ​ວາ​ປີ​ 2020, ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ຈີນ​ໄດ້ກ່າວ​ເນັ້ນ​ໃນ​ກອງ​ປະ​ຊຸມ​ວຽກ​ງານ​ຊົນ​ນະ​ບົດ​ຂັ້ນ​ສູນ​ກາງວ່າ, ຫຼັງ​ຈາກ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​ຮັບ​ໄຊ​ຊະ​ນະ​ແລ້ວ, ຕ້ອງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຮອບ​ດ້ານ. ວັນ​ທີ 25 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ ​ບ້ານ​ພູ​ໄມ້​ໄຜ່ ເພື່ອ ສຳຫຼວດກວດ​ກາ​ວຽກ​ງານ​​ຊຸກ​ຍູ້​ການ​ພັດ​ທະ​ນາ​​ຊົນ​ນະ​ບົດ, ການຄຸ້ມ​ຄອງ​ຮາກ​ຖານ ແລະ ວຽກ​ງານ​ອື່ນໆ.

 

ໃນ​ເດືອນ​ກຸມ​ພາ​ປີ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳຫຼວດກວດ​ກາ​ຫັດ​ຖະ​ກຳ​ປັກ​ແສ່ວ​ເຜົ່າ​ມົ້ງ​ຢູ່​ບ້ານ​ຮ​ວ້າ​ອູ່​ແຂວງ​ກຸ້ຍ​ໂຈ່, ເດືອນ​ມີ​ນາ​​ທ່ານ​ໄດ້ໄປ​ກວດ​ເບິ່ງ​ອຸດ​ສາ​ຫະ​ກຳ​ປູກ​ຊາ​ຢູ່​ພູ​ອູ​ອີ ກວດ​ເບິ່ງ​ຂະ​ແໜງ​ການ​ຮ້ານ​ອາ​ຫານ​ພື້ນ​ເມືອງ​ຢູ່​ເມືອງ​ຊ່າ​ຊ້ຽນ​ຂອງ​ແຂວງ​ຟູ​ຈ້ຽນ, ໃນ​ໄລ​ຍະ​ທີ່​ເດີນ​ທາງ​ໄປ​ສຳຫຼວດ​ກວດ​ກາ​ວຽກ​ງານ​ຢູ່​ເຂດກວາງ​ຊີ​ເທື່ອ​ນີ້ ທ່ານ​ໄດ້​ໄປ​ກວດ​ເບິ່ງ​ອຸດ​ສາ​ຫະ​​ກຳ​ປູກ​ໝາກ​ລາ​ແຊ້ງ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ສີ​ຈິ້ນ​ຜິງ​​ໄດ້ເອົາ​ໃຈ​ໃສ່​ວຽກ​ງານ​ສ້າງ​ອຸດ​ສາ​ຫະ​ກຳ​ທີ່​ມີ​ທ່າ​ແຮງ​ພິ​ເສດມາ​ໂດຍ​ຕະຫຼອດ. ທ່ານ​​ເຫັນ​ວ່າ, ຖ້າ​ຢາກ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີ​ນ​ຮຸ່ງ​ເຮືອງ​ຂຶ້ນ, ຂໍ​ກຸ​ນ​ແຈ​​ສຳ​ຄັນ​ແມ່ນຂຶ້ນ​ຢູ່​ກັບ​ການ​ເລືອກ​ເຟັ້ນອຸດ​ສ​າ​ສາ​ຫະ​ກຳ​​ທີ່​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ເອື້ອ​ອຳ​ນວຍ​ຂອງ​ທ້ອງ​ຖິ່ນ.

ຄຳ​ເຫັນ

0