尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ການ​ຊ່ວຍ​ເຫຼືອ​ຂອງ​ຈີນແລະ​ອາ​ເມ​ຣິ​ກາ​ຕ້ອງ​ມາ​ກ່ອນ, ​ປະ​ເທດ​ໃດ​ກັນ​ແທ້ມີ​ຄວາມ​ຮັບ​ຜິດ​ຊອບ​​ຕໍ່ໂລກ

2021-04-27 16:46:16 cri

​ການ​ຊ່ວຍ​ເຫຼືອ​ຂອງ​ຈີນແລະ​ອາ​ເມ​ຣິ​ກາ​ຕ້ອງ​ມາ​ກ່ອນ, ​ປະ​ເທດ​ໃດ​ກັນ​ແທ້ມີ​ຄວາມ​ຮັບ​ຜິດ​ຊອບ​​ຕໍ່ໂລກ_fororder_d50735fae6cd7b89a7c251f6eb5d2bafd8330e9e

      ໃນ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ,ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ອິນ​ເດຍ​ໄດ້​ມີ​ຫຼາຍກວ່າ 3 ແສນ​ກໍ​ລະ​ນີ, ເຊິ່ງ​ໄດ້​ລື່ນ​ກາຍສະ​ຖິ​ຕິ​ຂອງ​ອາ​ເມ​ຣິ​ກາ​ທີ່​ມີ 3,1 ແສນ​ກໍ​ລະ​ນີ​ຕໍ່​ມື້​ໃນ​ເມື່ອ​ກ່ອນ. ເນື່ອງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້, ລະ​ບົບ​ການ​ແພດ​ຢູ່​ອິນ​ເດຍ​ບໍ່​ສາ​ມາດ​​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່ໄດ້, ຜູ້​ເປັນ​ພະ​ຍາດ​ເຂົ້າ​ປິ່ນ​ປົວ​ຢູ່ໂຮງ​ໝໍ​ຫຼາຍ​ແຫ່ງ​ລົ້ນຕຽງ​ຄົນ​ເຈັບ,​ອົກ​ຊີ​ກໍ​​ບໍ່​ພຽງ​ພໍ​ຈົນ​ວ່າ​ຜູ້ເປັນ​ພະ​ຍາດ​ສ່ວ​ນ​ໜຶ່ງ​ໄດ້​ເສ​ຍ​ຊີ​ວິດ​ຕອນ​ຍັງ​ລຽນ​ແຖວ​ເຂົ້າ​ໂຮງ​ໝໍ, ນອກ​ຈາກ​ນີ້ເສດ​ຖີ​ທັງ​ຫຼາຍ​ຂອງ​ອິນ​ເດຍ​ລ້ວນ​ແຕ່​ໄດ້​ຂີ່​​ເຮືອ​ບິນ​ສ່ວນ​ຕົວ​​ໜີ​ຈາກ​ອິນ​ເດຍ​ທີ່​ເປັນ​ສະ​ຖານ​​ທີ່​ເກີດ​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢ່າງໜັກ​ໜ່ວງ​ທີ່​ສຸດ​ຢູ່​ໃນ​ໂລກ.
 

      ແຕ່​ໃນ​ເວ​ລາ​ທີ່ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອິນ​ເດຍ​ມີ​ຄວາມ​ໜັກ​ໜ່ວງ​​ຢູ່​ນັ້ນ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທີ່​ເປັນ​ປະ​ເທດ​ພັນ​ທະ​ມິດ​ຂອງ​ອິນ​ເດຍ​ພັດ​ໄດ້​ເກືອດ​ຫ້າມ​ສົ່ງ​ອອກວັດ​ຖຸ​ດິບ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະ​ລິດ​ວັກ​ຊີນ​ໂຄວິດ-19 ​ໃຫ້​ອິນ​ເດຍ. ທ່ານ ເນດ ​ໄພ​ຣ​ສ​ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ເວົ້າ​ແກ້​ຕົວ​ກ່ຽວ​ກັບ​ການ​ເກືອດ​ຫ້າມ​ການ​ສົ່ງ​ອອກວັດ​ຖຸ​ດິບ​ເພື່ອ​ນຳ​ໃຊ້​ຜະ​ລິດວັກ​ຊີນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາວ່າ: ໜ້າ​ທີ່​ທີ່​ສຳ​ຄັນ​ຂອງ​ລັດ​ຖະ​ບານ ໂຈ ໄບ​ເດັນ​​ກໍ​ແມ່ນ​ການ​ຕອບສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ກ່ອນ​ໝູ່,ນັ້ນ​ກໍ​​ຄື:“ອາ​ເມ​ຣິ​ກາ​ຕ້ອງ​ມາ​ກ່ອນ”.

​ການ​ຊ່ວຍ​ເຫຼືອ​ຂອງ​ຈີນແລະ​ອາ​ເມ​ຣິ​ກາ​ຕ້ອງ​ມາ​ກ່ອນ, ​ປະ​ເທດ​ໃດ​ກັນ​ແທ້ມີ​ຄວາມ​ຮັບ​ຜິດ​ຊອບ​​ຕໍ່ໂລກ_fororder_1000

      ອາ​ເມ​ຣິ​ກາ​ຢຸດ​ຕິ​ການ​ສະ​ໜອງ​ວັດ​ຖຸ​ດິບເພື່ອ​ການ​ຜະ​ລິດ​ວັກ​ຊີນ​ໂຄວິດ-19, ບໍ່​ພຽງ​ແຕ່​ໄດ້​ເພີ່ມ​​ຄວາມຫຍຸ້ງ​ຍາກ​ດ້ານ​ການ​ຕ້ານ​ພະ​ຍາດ​ໂຄວິດ-19 ​ຂອງ​ອິນ​ເດຍເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເຮັດ​ໃຫ້​ປະ​ເທດ​ທີ່​ສັ່ງ​ຊື້​ວັກ​ຊີນ​ໂຄວິດ-19 ຈາກ​ອິນ​ເດຍ​ເຫຼົ່າ​ນັ້ນ​ຕ້ອງ​ລໍ​ຖ້າວັກ​ຊີນ​ເປັນ​ເວ​ລາ​ດົນ​ກວ່າ​ເກົ່າອີກ, ​ເຊິ່ງ​ໄດ້​ສົ່ງ​ຜົນກະ​ທົບ​ຕໍ່​ການ​ຕ້ານ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ. ການ​ກະ​ທຳ​ທີ່​ຜິດ​ພາດ​​ທີ່​ຢຸດ​ຕິ​ການ​ສົ່ງ​ອອກ​ວັດ​ຖຸ​ດິບ​ສຳ​ລັບວັກ​ຊີນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ, ​ໄດ້ເຮັດ​ໃຫ້​ຊາວ​ໂລກ​​ເຫັນໄດ້​ຢ່າງ​ຈະ​ແຈ້ງວ່າ:ຄົນ​ອາ​ເມ​ຣິ​ກາ​ພຽງ​ແຕ່​​ເປັນ​ຫ່ວງ​ຕົນ​ເອງ​ແລະ​ຮັບ​ຜິດ​ຊອບ​ແຕ່ຕົນ​ເອງ​ເທົ່າ​ນັ້ນ.
 

      ສິ່ງ​ທີ່​ແຕກ​ຕ່າງ​ກັນ​ປານ​ຟ້າ​ກັບ​ດິນ​ລະ​ຫວ່າງ​ຈີນກັບ​ອາ​ເມ​ຣິ​ກາ​ທີ່​ເປັນ​ຜູ້​ຢືນເບິ່ງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ອິນ​ເດ​ຍ​ກໍແມ່ນ, ເຄື່ອງ​ຜະ​ລິດ​ອົກ​ຊີ 800 ເຄື່ອງ​ໄດ້​​ຖືກ​ຂົນ​ສົ່ງ​​ທາງ​ອາ​ກາດ​ຈາກ​ເຂດ​ພິ​ເສດ​ຮົງ​ກົງ​ຈີນໄປ​ເຖິງນະ​ຄອນ​ຫຼວງ​​ນິວ​ແດນ​ລີ​ຂອງ​ອິນ​ເດຍ​​ແລ້ວ, ໃນ​ອາ​ທິດ​ນີ້​​ຍັງ​ຈະ​ສົ່ງ​ເຄື່ອງ​ຜະ​ລິດ​ອົກ​ຊີ​ອີກ 1 ໝື່ນ​ເຄື່ອງ​​​ໄປ​ອິນ​ເດຍອີກ,ເພື່ອ​ໃຊ້​ໃນ​ການ​ປິ່ນ​ປົວ​​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ອິນ​ເດຍ. ເຖິງວ່າ​ໃນ​ປີ​ກາຍ​ນີ້, ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ຈີນ-ອິນ​ເດຍ​ໄດ້​ເກີດ​ມີ​ການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ​ກໍ​ຕາມ,ແຕ່​ຈີນກໍ​ໄດ້ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ອິນ​ເດຍ​ໃນ​ຈຸດ​ເວ​ລາ​ທີ່​ສຳ​ຄັນ​ແບບ​ນີ້ບົນ​ຈິດ​ໃຈ​ມະ​ນຸດ​ສະ​ທຳ.

​ການ​ຊ່ວຍ​ເຫຼືອ​ຂອງ​ຈີນແລະ​ອາ​ເມ​ຣິ​ກາ​ຕ້ອງ​ມາ​ກ່ອນ, ​ປະ​ເທດ​ໃດ​ກັນ​ແທ້ມີ​ຄວາມ​ຮັບ​ຜິດ​ຊອບ​​ຕໍ່ໂລກ_fororder_1000 (1)

      ໃນ​ວັນ​ທີ 23 ເມ​ສາ​ນີ້, ຈີນ​ກ່າວ​ວ່າ:​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນຍິນ​ດີ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອແກ່​ລັດ​ຖະ​ບານ​ອິນ​ເດຍ, ວັນ​ທີ 26 ເມ​ສາ​ນີ້, ທ່ານ ຫວ່າງ​ເຫວີນ​ປິ່ນ  ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ອີກ​ເທື່ອ​ໜຶ່ງວ່າ: “ຖ້າ​ຝ່າຍ​ອິນ​ເດຍ​ສະ​ເໜີ​ຄວາມ​ຕ້ອງ​ການ​ທີ່​ລະ​ອຽດ, ຈີນ​ຍິນ​ດີ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ແກ່​ຝ່າຍ​ອິນ​ເດຍ​​ຕາມຄວາມ​ສາ​ມາດ​ຂອງ​ຕົນ.”
 

      ​ທ່າ​ທີ​ແລະການ​ກະ​ທຳ​ທີ່​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ຈີນກັບ​ອາ​ເມ​ຣິ​ກາ​ທີ່​ມີ​ຕໍ່​ອິນ​ເດຍ, ເຮັດ​ໃຫ້​ຊາວ​ເນັດ​ຈຳ​ນວນ​ໜຶ່ງ​ຢູ່​ອິນ​ເດຍ​ເວົ້າ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ: “ໃນ​ກໍ​ລະ​ນີ​ສຸກ​ເສີນ, ​ທຳ​ມະ​ດາ​ແລ້ວ​ຄົນ​ເຮືອນ​ໃກ້​ຂອງ​ເຈົ້າ​ຈະ​ເປັນ​ຜູ້​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ເຈົ້າ​ເປັນ​ຜູ້​ທຳ​ອິດ, ​ແຕ່​ເພື່ອນ​ມິດ​ຂອງ​ເຈົ້າ​ຈະ​ເດີນ​ທາງມາ​ຊ້າກວ່າ”, ແລະ​ມີ​ຊາວ​ເນັດ​ສ່ວນ​ໜຶ່ງ​ໄດ້​ຮຽກ​ຮ້ອງ​ໃຫ້​ພິ​ຈາ​ລະ​ນາ​ຢ່າງ​​ຖີ່​ຖ້ວນກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ອິນ​ເດຍ​ກັບ​ອາ​ເມ​ຣິ​ກາ​ທີ່​ວ່າ​ເປັນ​ເພື່ອນ​ມິດ​ທີ່​ດີ​ທີ່​ສຸດ​ປະ​ເທດ​ນີ້. ແລະ​ຍັງ​ໄດ້​ກ່າວ​ວ່າ :“​ອິນ​ເດຍ​ຄວນ​ມີ​ຄວາມ​ກ້າ​ຫານ​ໃນ​ການ​ຖອນ​ຕົວ​ອອກ​ຈາກ ‘ພັນ​ທະ​ມິດ 4 ປະ​ເທດ’, ນີ້​ເປັນ​ພຽງ​ພັນ​ທະ​ມິດ​ຕໍ່​ຕ້ານ​ຈີນ​​ທີ່​ເປັນ​ຕາ​ຊັງ​ກຸ່ມ​ໜຶ່ງ​ເທົ່າ​ນັ້ນ”.
 

      ນັບ​ແຕ່​ໄດ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່ອາ​ເມ​ຣິ​ກາ, ອັງ​ກິດແລະບ​ຣາ​ຊິນ​ໄດ້​ເປັນ​ການ​​ເຕືອນ​ໃຫ້​ຊາວ​ໂລກ​ໄດ້​ຮັບ​ຮູ້ຢ່າງ​ບໍ່​ຢຸດ​ຢັ້ງ​ວ່າ​: ຜູ້​ໃດ​ກໍ​ບໍ່​ສາ​ມາດ​ຢືນ​ເສີຍ​ເບິ່ງ​ຜົນ​ການ​ທຳ​ລາຍ​ໂລກຈາກ​ພະ​ຍາດ​ໂຄວິດ-19. ​ກ່ຽວ​ກັບ​ເລື່ອງ​ນີ້,ຈີນ​ກໍ່​ໄດ້​ສະ​ແດງ​ທ່າ​ທີ​ຂອງ​ຕົນຢ່າງ​ຈະ​ແຈ້ງ​ມາ​ຫຼາຍ​ຄັ້ງ​ວ່າ​ຍິນ​ດີ​ໃຫ້​ການ​ຊ່ວຍ​ເຫຼື​ອ​ແກ່​ປະ​ເທດ​​ຕ່າງໆ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ຄັນ​ຊັ້ນ​ແມ່ນ​ປະ​ເທດ​ໃດ​ແທ້​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ໂລກ​ຢ່າງ​ແທ້​ຈິງ, ບໍ່​ຈຳ​ເປັນ​ເວົ້າ​ແຈ້ງ​ໃຜໆ​ກໍ່​ຮູ້​ເອງ.

ຄຳ​ເຫັນ

0