何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງກ່າວ​ວ່າ: ຕ້ອງ​ປະ​ດິດ​ສ້າງ​ໃໝ່​ຈຶ່ງ​ສາ​ມາດ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໄດ້

2021-04-27 16:42:53 CRI

ຕອນ​ບ່າຍ​ວັນ​ທີ 26 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ສຳຫຼວດກວດເບິ່ງ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ກຸ່ມ​ບໍ​ລິ​ສັດຫຼິວ​ກົ່ງ​ກວາງ​ຊີ, ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ຜະ​ລິດ ທຸ​ລະ​ກິດ ແລະ ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ແບບ​ບຸກ​ທະ​ລຸ​ຂອງວິ​ສາ​ຫະ​ກິດ.

 

ທ່ານ​ສີ​ຈິ້ນ​ຜິງກ່າວວ່າ, ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ການ 5 ປີ​ຄັ້ງ​ທີ 14 ໄດ້​​ກຳ​ນົດ​ໄຫ້​ມີການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ນີ້​ແມ່ນ​ເສັ້ນ​ທາງ​ທີ່​ຕ້ອງ​ເດີນ​ຜ່ານ​ຂອງ​ພວກ​ເຮົາ, ໃນ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ອຸດ​ສາ​ຫະ​ກຳ​ການ​ຜ​ະ​ລິດ​​ອຸ​ປະ​ກອນ​ກົນ​ຈັກ​ມີ​ຄວາມ​ສຳ​ຄັນ​ຢ່າງ​ຍິ່ງ. ໃນ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ການ​ປະ​ດິດ​ສ້າງ​ໃໝ່​ມີ​ຄວາມ​ສຳ​ຄັນຫຼາຍ, ມີ​ແຕ່ປະ​ດິດ​ສ້າງ​ໃໝ່​ຈຶ່ງ​ສາ​ມາດ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໄດ້ ແລະ​ສາ​ມາດ​ຍາດ​ແຍ່ງ​ການ​ເປັນ​ຜູ້​ນຳ​ໜ້າ​ໄດ້, ຕ້ອງ​ເດີນ​ຕາ​ມ​ເສັ້ນ​ທາງ​ສາຍ​ນີ້​ຢ່າງ​ເດັດ​ດ່ຽວ, ສືບ​ຕໍ່​ສຸມ​ຄວາມ​ພະ​ຍາ​ຍາມ​ເຂົ້າ​ໃນ​ວຽກ​ງານ​ນີ້​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ.

ຄຳ​ເຫັນ

0