何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງກວດ​ເບິ່ງ​ເຂດ​ຜະ​ລິດ​ເຂົ້າ​ປຸ້ນ​ແກງ​ຫອຍ

2021-04-27 16:50:44 CRI

ຕອນ​ບ່າຍ​ວັນ​ທີ 26 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ເຂດ​ຜະ​ລິດ​ເຂົ້າ​ປຸ້ນ​ແກງ​ຫອຍຫຼິວ​ໂຈ່, ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ພັດ​ທະ​ນາ​ຂອງ​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ດັ່ງ​ກ່າວ.

“ເຂົ້າ​ປຸ້ນ​ເສັ້ນ​ນ້ອຍໆ ເປັນ​ອຸດ​ສາ​ຫະ​ກຳ​ໃຫຍ່. ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ກ້າ​ບຸກ​ບືນ, ແລະ​ສາ​ມາດ​ບຸກ​ບືນ​ຢ່າງ​ສຳ​ເລັດ​ຜົນ​ໃນ​ການ​ຜະ​ລິດ​ເຂົ້າ​ປຸ້ນ​ແກງ​ຫອຍ. ພວກ​ເຮົາ​ສົ່ງ​ເສີມ​ໃຫ້​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ, ພັກ ແລະ​ລັດ​ຖະ​ບານ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ ແລະ ການ​ຊີ້​ນຳ​ໃນ​ເວ​ລາ​ທີ່​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ຄວາມ​ສັບ​ສົນ. ສະ​ນັ້ນ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ຂອງ​ພວກ​ເຮົາ​ ຈົ່ງ​ພັດ​ທະ​ນາ​ໄປ​ຢ່າງ​ໝັ້ນ​ໃຈ ແລະ​ກ້າ​ຫານ.”

ຄຳ​ເຫັນ

0