黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19 ​ງວດທີ 3 ແກ່​ລາວ ເຊິ່ງ​ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ກັບລາວ ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ

2021-04-28 16:50:26 cri


 

ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢູ່​ປະ​ເທດ​ຕ່າງໆ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຢ່າງ​ຮ້າຍ​ແຮງ. ໃນ​ອາ​ທິດ​ສຸດ​ທ້າຍ​ຂອງ​ເດືອນ​ເມ​ສາ​ນີ້, ພະ​ຍາດ​ໂຄວິດ-19 ກໍ​ໄດ້​ລະ​ບາດ​ຢູ່​ປະ​ເທດ​ລາວ​ຮອບ​ໃໝ່. ນັບ​ແຕ່​ວັນ​ທີ 21 ເມ​ສາ​ເປັນ​ຕົ້ນ​ມາ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ປະ​ເທດ​ລາວ ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ. ມາ​ຮອດ​ວັນ​ທີ 27 ເມ​ສາ​ນີ້, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ປະ​ເທດ​ລາ​ວ​ ນັບ​ລວມ​ເຂົ້າ​ກັນ​ແລ້ວ ມີ​ເຖິງ 511 ກໍ​ລະ​ນີ ເຊິ່ງເປັນ​ສະ​ຖິ​ຕິ​ສູງ​ສຸດ ນັບ​ແຕ່​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ​ເປັນ​ຕົ້ນ​ມາ.

ເພື່ອ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ພັກ ແລະ ລັດ​ຖະ​ບານ​ລາວ​ໄດ້​ໃຊ້​ມາດ​ຕະ​ການ​ຕ່າງໆ ເຊິ່ງ​ລວມ​ທັງ​ມາດ​ຕະ​ການ​ປິດເມືອງ​​ຢູ່ນະ​ຄອນຫຼວງວຽງ​ຈັນ ຢ່າງ​ເດັດ​ຂາດ, ນີ້​ເປັນ​ມາດ​ຕະ​ການ​ທີ່​ເຄັ່ງ​ຄັດ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ລາວ. ສິ່ງ​ທີ່​ໜ້າ​​ຍ້ອງ​ຍໍ​ຊົມ​ເຊີຍນັ້ນ​ກໍ​ຄື: ປະ​ຊາ​ຊົນ​ລາວ​ລ້ວນ​ແຕ່​ເຫັນ​ດີ​ເຫັນ​ພ້ອມ ແລະ ​ໃຫ້​ການສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ທຸກ​​ຢ່າງຂອງ​ລັດ​ຖະ​ບານ​ລາວ​ຢ່າງ​ເປັນ​ເຈົ້າ​ການ. ນອກ​ຈາກ​ໄປ​ກວດ​ຫາ​ນິວ​ຄະ​ເລ​ອິກ​ແລ້ວ, ພໍ່​ແມ່​ປະ​ຊາ​ຊົນ​ກໍ​ລ້ວນແຕ່​ໃສ່​ຜ້າ​ປິດ​ປາກ​ຢ່າງ​ເປັນ​ເຈົ້າ​ການ, ຮັກ​ສາ​ໄລ​ຍະ​ຫ່າງ​​ທາງ​ສັງ​ຄົມ ແລະ ​ຖ້າ​ບໍ່​ມີ​ຄວາມ​ຈຳ​ເປັນ​, ກໍ​ບໍ່​ອອກນອກ​ເຮືອນ.

ວັນ​ທີ 25 ເມ​ສາ​ນີ້ ​ເປັນ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທ​າ​ງາ​ການ​ທູດ​ລາວ-ຈີນ​ຄົບ​ຮອບ 60 ປີ, ແຕ່​ຍ້ອນ​ວ່າ, ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ພວມ​ສຸມ​ໃສ່ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ​ໃໝ່, ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງ​ແບບ​ອັອ​ຟ​ລາຍ ຫຼື ແບບ​ເຊິ່ງ​ໜ້າ​ກັນ ທີ່​ສອງ​ຝ່າຍ​ຕົກ​ລົງ​ກັນ​​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ເມ​ສາ​ນີ້ ກໍ​ຖືກ​​ເລື່ອນເວ​ລາ​ອອກ​ໄປ. ທ່າມ​ກາງ​ສະ​ພາບ​ການ​ແບບ​ນີ້, ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19 ງວດ​ທີ 3 ແກ່​ຝ່າຍ​ລາວ​ໂດ​ຍ​ດ່ວນ. ວັນ​ທີ 26 ເມ​ສາ​ນີ້, ວັກ​ຊີນໂຄວິດ-19 ຈຳ​ນວນ 300.000 ຫຼອດງວດ​ທີ 3 ໄດ້​ຂົນ​ສົ່ງ​ໄປ​ເຖິງ​ນະ​ຄອນຫຼວງວຽງ​ຈັນແລ້ວ. ໃນ​ໄລ​ຍະ​ເວ​ລາ​​ທີ່​ປະ​ເທດ​ລາວ​ຫຍຸ້ງ​ຍາກ​ທີ່​ສຸດ ຍ້ອນ​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ອີກ​ຮອບ​ໃໝ່, ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ ແລະ ຊ່ວຍ​ຊູ​ຍູ້​ໜູນ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ ດ້ວຍ​ການ​ກະ​ທຳ​ຕົວ​ຈິງ ເຊິ່ງ​ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ຝ່າຍ​ລາວ ເພື່ອ​ເອົາ​ຊະ​ນະສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ດັ່ງ​ກ່າວ.

​ປະ​ຊາ​ຊົນ​ຈີນ​ເຊື່ອ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ພັກ ແລະ ລັດ​ຖະ​ບານ​ລາວ, ປະ​ຊາ​ຊົນ​ລາວ​ຍ່ອມ​ຈະ​ສາ​ມາດ​ເອົາ​ຊະ​ນະ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ດັ່ງ​ກ່າວ​ໄດ້ ​ຢ່າງ​ແນ່ນອນ​ໂດຍ​ໄວ ແລະ ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສວຍ​ງາມກວ່າ​ເກົ່າ. ເມື່ອ​ຮອດ​ເວ​ລາ​ນັ້ນ, ປະ​ຊາ​ຊົນ​ສອງ​ຊາດ​ລາວ-ຈີນ​ຈະ​ເຕົ້າ​ໂຮມຄວາມ​ສາ​ມັກ​ຄີ​ກັນ ເພື່ອ​ຮ່ວມ​ກັນ​ສະ​ເຫຼີມ​ສະຫຼອງວັ​ນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລາວ-ຈີນ​ຄົບ​ຮອບ 60 ປີ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ.

(​ວິ​ດີ​ໂອ​ບາງ​ຕອນ​ຄັດຈາກ ທ​ຊລ)

ຄຳ​ເຫັນ

0