尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ໂຈ ໄບ​ເດັນ ມີ​ຜົນ​ງານ​ເປັນ​ຄື​ແນວ​ໃດ​ໃນ​ໄລ​ຍະ​ເວ​ລາ 100 ວັນ​ທີ່​ຄອງ​ອຳ​ນາດ​ຜ່ານ​ມາ

2021-04-29 16:54:43 cri

ລັດ​ຖະ​ບານ​ໂຈ ໄບ​ເດັນ ມີ​ຜົນ​ງານ​ເປັນ​ຄື​ແນວ​ໃດ​ໃນ​ໄລ​ຍະ​ເວ​ລາ 100 ວັນ​ທີ່​ຄອງ​ອຳ​ນາດ​ຜ່ານ​ມາ_fororder_下载

      ວັນ​ທີ 20 ມັງ​ກອນ​ປີ​ນີ້, ທ່ານ ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ຣິ​ກາ​ຄົນ​ທີ 46 ໄດ້​ເລີ່ມ​ບໍ​ລິ​ຫານ​ງານ​ຢູ່​ທຳ​ນຽບ​ຂາວຄົບ​ຮອບ 100 ວັນ. ໃນ​ຖາ​ນະ​ເປັນ​ຜູ້​ນຳ​ຂອງ​ປະ​ເທດ​ທີ່​ຈະ​ເລີນ​ທີ່​ສຸດ​ຢູ່​ໃນ​ໂລກ, ການ​ກະ​ທຳ​ຂອງ​ທ່ານ ໂຈ ໄບ​ເດັນ​ບໍ່​ພຽງ​ແຕ່​ໄດ້​ກະ​ທົບ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ເທົ່າ​ນັ້ນ, ຍັງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນ​ດາ​ປະ​ເທດ​ໃນ​ໂລກ​ອີກ​ດ້ວຍ. ສະ​ນັ້ນ, ໃນ​ວັນ​ເວ​ລາ​ທີ່​ທ່ານ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ຄົບ​ຮອບ 100 ວັນ, ມາ​ເບິ່ງ​​ກັນ​ວ່າລັດ​ຖະ​ບານ ໂຈ ໄບ​ເດັນ​ໄດ້​ນຳ​ພາ​​ເຮັດ​ເລື່ອງ​ໃດ​ແດ່.
 

      ​ຫຼັງ​ຈາກ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງບໍ່​ດົນ, ທ່ານ ໂຈ ໄບ​ເດັນ​ໄດ້​ສະ​ເໜີ​ແຜນ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ທີ່​ມີ​ມູນ​ຄ່າ​ສູງ​ເຖິງ 3.900 ຕື້​ໂດ​ລາ​ສະ​ຫະ​ລັດ, ບົນ​ພື້ນ​ຖານ​ທີ່​ອາ​ເມ​ຣິ​ກາ​ຫາ​ກໍ່​ວາງ​ແຜນ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ທີ່​ມີ​ມູນ​ຄ່າ​ເຖິງ 2.900 ຕື້​ໂດ​ລາ​ສະ​ຫະ​ລັດ,​ໄດ້​ກໍ່​ໃຫ້​ເກີດ​ໜີ້​ພາກ​ລັດຂອງ​ອາ​ເມ​ຣິ​ກາ​​ສູງ​ເຖິງ 2 ໝື່ນ​ຕື້​ໂດ​ລາ​ສະ​ຫະ​ລັດ, ​ຄັນ​ຊັ້ນ​ງົບ​ປະ​ມານ 3.900 ຕື້​ໂດ​ລາ​ສະ​ຫະ​ລັດ​ນີ້​ຈະ​ເອົາ​ມາ​ຈາກ​ໃສ​ໄດ້​ກາຍ​ເປັນ​ບັນ​ຫາ​ທີ່​ສຳ​ຄັນ​ແລະ​​ເປັນ​ບັນ​ຫາ​​ໃຫຍ່​ບັນ​ຫາໜຶ່ງ. ທ່ານ ໂຈ ໄບ​ເດັນ​​ໄດ້ຊຸກ​ຍູ້​ແຜນ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ແບ​ບ​ບັງ​ຄັບ, ຈະ​ຫຼຸດ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ຄ່າ​ເງິນ​ໂດ​ລາ​ທີ່​ມີ​ຕໍ່​ສາ​ກົນ​ໃຫ້​ຕ່ຳ​ລົງ​ຢ່າ​ງ​ບໍ່​ຢຸດ​ຢັ້ງ, ເຮັດ​ໃຫ້​ເງິນ​ໂດ​ລາ​​ອ່ອນ​ຄ່າ,ແລ້ວ​ກະ​ທົບ​ຕໍ່​ການ​ຄ້າ​ສາ​ກົນ​ທີ່​ຊຳ​ລະ​ ດ້ວຍ​ສະ​ກຸນ​ເງິນ​ໂດ​ລາ. ວັນ​ທີ 21 ເມ​ສາ​ນີ້, ທ່ານ ໂຈ ໄບ​ເດັນ​ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ປະ​ກາດ​ວ່າ​ຢູ່​ທົ່ວ​​ປະ​ເທດອາ​ເມ​ຣິ​ກາ​ສາ​ມາດ​ສັກ​ວັກ​ຊີນ​ໂຄວິດ-19 ​ໄດ້​ແລ້ວຈຳ​ນວນ 200 ລ້ານ​ຫຼອດ, ອີງ​ຕາມຜົນ​ການ​ລົງ​ປະ​ຊາ​ມະ​ຕິ​ຫຼ້າ​ສຸດ, ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​​ເຫັນ​ດີ​ນຳ​ໝາກ​ຜົນ​ດ້ານ​ການ​ຕ້ານ​ພະ​ຍາດ​ໂຄວິດ-19 ຂອງ​ທ່ານ ໂຈ ໄບ​ເດັນ.

ລັດ​ຖະ​ບານ​ໂຈ ໄບ​ເດັນ ມີ​ຜົນ​ງານ​ເປັນ​ຄື​ແນວ​ໃດ​ໃນ​ໄລ​ຍະ​ເວ​ລາ 100 ວັນ​ທີ່​ຄອງ​ອຳ​ນາດ​ຜ່ານ​ມາ_fororder_下载 (1)

      ຖ້າ​ວ່າລັດ​ຖະ​ບານໂຈ ໄບ​ເດັນ ໄດ້ສະ​ເໜີ​ແຜນ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ແລະ​ການ​ຕ້ານ​ພະ​ຍາດ​ໂຄວິດ-19 ​ແມ່ນ​ເລື່ອງ​ທີ່​ຢູ່​ໃນຄວາມ​ຄາດ​ຄິດ​ຂອງ​ຊາວ​ໂລກ, ​ຄັນຊັ້ນ​ການ​ທີ່​ທ່ານ ໂຈ ໄບ​ເດັນ ກໍ່​ສົງ​ຄາມ​​ຢູ່​ຊີ​ຣີ​ໄດ້ເປັນ​ເລື່ອງ​ທີ່​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້​ສຶກ​ງົງ​ແມ່ນ​ບໍ. ໃນ​ກາງ​ເດືອນ​ກຸມ​ພາ​ປີ​ນີ້, ພາຍ​ຫຼັງ​ຖານ​ທັບ​ອາ​ເມ​ຣິ​ກາ​ປະ​ຈຳ​ອີ​ຣັກ​ຖືກ​ໂຈມ​ຕີ​ແລ້ວ, ທ່ານ ໂຈ ໄບ​ເດັນ ໄດ້​​ອອກ​ຄຳສັ່ງ​ໃຫ້​ກອງ​ທັບ​ອາ​ເມ​ຣິ​ກາ​ໂຈມ​ຕີ​ຊີ​ຣີ​ທາງ​ອາ​ກາດເພື່ອ​ແກ້​ແຄ້ນ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 26 ກຸມ​ພາ​ປີ​ນີ້​. ການ​ກະ​ທຳ​ທີ່​ກໍ່​ສົງ​ຄາມ​ຢ່າງ​ໄຮ້​ເຫດ​ຜົນ​ຂອງ​ທ່ານ ໂຈ ໄບ​ເດັນ ແບບ​ນີ້, ຈົນ​ເຮັດ​ໃຫ້​ລັດ​ຖະ​ສະ​ພາອາ​ເມ​ຣິ​ກາ​ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ແລະ​​ເຄີຍ​ໄດ້ພິ​ຈາ​ລະ​ນາ​ກ່ຽວ​ກັບ​ການ​ຍົກ​ເລີກ “ກົດ​ໝາຍ​​ວ່າ​ດ້ວຍ​ການ​ໃຫ້​ອຳ​ນາດ​ສັ່ງ​ການ​ກໍ່​ສົງ​ຄາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ”, ເພື່ອ​ຍົກ​ເລີກ​ການມອບອຳ​ນາດ​ສັ່ງ​ການ​ກ່ຽວ​ກັບ​ສົງ​ຄາມ​ຂອງປະ​ທາ​ນາ​ທິ​ບໍ​ດີ.
 

      ພາຍ​ຫຼັງ​ລັດ​ຖະ​ບານ ໂຈ ໄບ​ເດັນ​ເລີ່ມ​ຄອງ​ອຳ​ນາດ​ແລ້ວ, ໄດ້​ຍົກ​ເລີກ​ລັດ​ຖະ​ດຳ​ລັດ​ທີ່​ຮຸນ​ແຮງ​ຂອງ​ທ່ານ ໂດ​ໂນ ທ​ຣຳ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ ເຊິ່ງ​ລວມ​ທັງ​ການ​ກັບ​ຄືນ​​ເຂົ້າ​ສູ່ອົງ​ການ​ອະ​ນາ​ໄມ​ໂລກ​ແລະ​ສັນ​ຍາ​ປາ​ຣີ, ສ້າງ​ສາ​ປະ​ຊາ​ທິ​ປະ​ໄຕ​ອາ​ເມ​ຣິ​ກາ​ຄືນ​ໃໝ່​ແລະ​ອື່ນໆ; ທ່ານ ໂຈ ໄບ​ເດັນ​ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​​ຫຼື​ວິ​ດີ​ໂອກັບ​ຜູ້​ນຳ​ຂອງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ແລະ​ສະ​ແດງ​ຈຸດ​ຢືນທາງ​ການ​ເມືອງ​ຂອງ​ຕົນ; ພາຍ​ຫຼັງ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເວ​ລາ 1 ເດືອນ​ແລ້ວ​ທ່ານ​ກໍ​ໄດ້​ຮຽກ​ໂຮມປະ​ເທດ​ພັນ​ທະ​ມິດ​ເຂົ້າ​ຮ່ວມ “ການ​ແຂ່ງ​ຂັນ​​ກັບຈີນ” ​ທີ່​ນຳ​ພາ​ໂດຍ​ອາ​ເມ​ຣິ​ກາ, ພ້ອມ​ທັງ​ໄດ້​ສ້າງ “ກົດ​ໝາຍວ່າ​ດ້ວຍ​ການ​ແຂ່ງ​ຂັນ​​ທາງຍຸດ​ທະ​ສາດ​ປີ 2021”ໃນ​ຕົ້ນ​ເດືອນ​ເມ​ສາ​ນີ້​ເພື່ອ​ສ້າງ​ຄວາມ​ກົດ​ດັນ​ໃຫ້​ແກ່​ຈີນ​ແລະ​ຫຼຸດ​​ອິດ​ທິ​ພົນ​ຂອງ​ຈີນ​ໃນ​ເວ​ທີ​ສາ​ກົນ​ໃຫ້​ຕ່ຳ​ລົງ. ທ່ານ ໂຈ​ ໄບ​ເດັນ​ໄດ້​ເຫັນ​ດີ​ນຳການ​ລະ​ບາຍ​ນ້ຳ​ປົນ​ເປື້ອນ​ລັ​ງ​ສີ​ນິ​ວ​ເຄ​ລຍ​​ຂອງຍີ່​ປຸ່ນ​ລົງ​ທະ​ເລ​ພ້ອມ​ທັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຂໍ້ຕົກ​ລົງ​ຂອງ​ຍີ່​ປຸ່ນ​ຜ່ານ​ທາງ​ສື່​ສັງ​ຄົມ​ອອນ​ລາຍ Twitter; ​ຍິ່ງກວ່າ​ນັ້ນ​ຍັງ​ໄດ້​ວາງ​ແຜນ​ແລະ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ລອບ​ສັງ​ຫານ​ແລະ​ກໍ່​ລັດ​ຖະ​ປະ​ຫານ​​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​​ເບ​ລາ​ຣູ​ຊີ, ເພື່ອ​ເລື່ອງ​ນີ້, ​ທ່ານ ​ວະ​ລາ​ດີ​ເມຍ​ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ​ໄດ້​ສອບ​ຖາມ​ທ່ານ ໂຈ ໄບ​ເດັນ​ວ່າ: ເປັນ​ຫຍັງ​ອາ​ເມ​ຣິ​ກາ​ຄື​ມີ​ພຶດ​ຕິ​ກຳ​ທີ່​ຊົ່ວ​ຮ້າຍ​ຈົນ​ເຖິງ​ລະ​ດັບ​ນີ້​?

ລັດ​ຖະ​ບານ​ໂຈ ໄບ​ເດັນ ມີ​ຜົນ​ງານ​ເປັນ​ຄື​ແນວ​ໃດ​ໃນ​ໄລ​ຍະ​ເວ​ລາ 100 ວັນ​ທີ່​ຄອງ​ອຳ​ນາດ​ຜ່ານ​ມາ_fororder_下载 (2)

      ລັດ​ຖະ​ບານ ໂຈ  ໄບ​ເດັນ​ມີ​ເຈດ​ຕະ​ນາ​ຢາກ​ຜ່ານ​ຊ່ອງ​ທາງ​ແບບ​ນີ້, ເພື່ອ​ຄອງ​ຖາ​ນະ​ນຳ​ພາ​​ສາ​ກົນໂດຍອາ​ເມ​ຣິ​ກາ​ຄືນ​ໃໝ່, ​ບາງ​ທີການ​ກະ​ທຳ​ຂອງ​ທ່ານ​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ໃນ​ເວ​ລາ​ສັ້ນ​, ແຕ່​ການ​ກຳ​ອຳ​ນາດ​ຂອງ​ທ່ານ​ພັດ​ເປັນ​ເຄາະ​ຮ້າຍ​ຊະ​ນິດ​ໜຶ່ງ​ສຳ​ລັບ​ປະ​ເທດ​ອື່ນໆ​ໃນ​ໂລກນັ້ນ​ກໍ​ຄື: ໃນ​ໄລ​ຍະ​​ສັ້ນພຽງ 100 ວັນ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທີ່​ທ່ານ ໂຈ ໄບ​ເດັນ​​ເປັນ​ຜູ້ນຳ​ພາ​ໄດ້​ກໍ່​ຄວາມ​ວຸ້ນ​ວາຍ​ແລະ​ຄວາມ​ເຈັບ​ປວດ​ຈຳ​ນວນ​ຫຼວງ​ຫຼາຍ​ໃຫ້​ກັບ​ໂລກ.
 

      ອັດ​ຕາ​ການ​ສະ​ໜັບ​ສະ​ໜູນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໃນ​​ຫຼາຍ​ຊຸດຜ່ານ​ມາ​ໄດ້​ເກີດ​ມີກົດ​ເກນ​ຢ່າງ​ໜຶ່ງ​ຄື: ​ໄລ​ຍະເວ​ລາ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ແລະ​ອັດ​ຕາ​ການ​ສະ​ໜັບ​ສະ​ໜູນ​​ກົງ​ກັນ​ຂ້າມ​ກັນ. ພາຍ​ຫຼັງ​ການ​ກຳ​ອຳ​ນາດ​ຂອງ​ທ່ານ ໂຈ ໄບ​ເດັນ ໄດ້​ເຂົ້າ​ສູ່​ໄລ​ຍະ​​ໝັ້ນ​ທ່ຽງ​ແລ້ວ, ລັດ​ຖະ​ບານ​ອາ​ເມ​ຣິ​ກາຈະ​ໄປ​ທາງ​ທິດ​ໃດພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ,ພວກ​ເຮົາ​ພາ​ກັນ​ລໍ​ຖ້າ​ເບິ່ງ.

ຄຳ​ເຫັນ

0