吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການສະ​ແຫວ​ງຫາສິ່ງ​ທີ່​ຄື​ກັນ ​ສະ​ຫງວນສິ່ງ​ທີ່​ຕ່າງ​ກັນ ກ້າວໄປ​ໜ້າ​ຮ່ວມ​ກັບ​ຍຸກ​ສະ​ໄໝ ແມ່ນຂໍ້ສະເໜີຂອງຈີນຕໍ່ກອງ​ປະ​ຊຸມ​ບັນ​ດຸງ​

2021-04-29 16:50:44 CRI

ການສະ​ແຫວ​ງຫາສິ່ງ​ທີ່​ຄື​ກັນ ​ສະ​ຫງວນສິ່ງ​ທີ່​ຕ່າງ​ກັນ ກ້າວໄປ​ໜ້າ​ຮ່ວມ​ກັບ​ຍຸກ​ສະ​ໄໝ ແມ່ນຂໍ້ສະເໜີຂອງຈີນຕໍ່ກອງ​ປະ​ຊຸມ​ບັນ​ດຸງ​_fororder_src=http___n.sinaimg.cn_sinacn14_563_w870h493_20180907_63fa-hitesuz8015266&refer=http___n.sinaimg

 

​ວັນ​ທີ13 ມັງ​ກອນ​ປີ 2021, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ທີ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ. ທ່ານ ໂຈ​ໂກ ວີ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ທີ່​ຜະ​ລິດ​ໂດຍ​ບໍ​ລິ​ສັດຊີນໂນແວກຊີວະພາບ​ຈີນຈຳກັດ ເຊິ່ງໄດ້ ຖ່າຍ​ທອດ​ສົດ​ຜ່ານທາງ​ໂທ​ລະ​ພາບໄປທົ່ວປະເທດ, ທ່ານປະທານາທິບໍດີ ໂຈໂກ ວີໂດໂດ ກາຍ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້ສັກ​ວັກ​ຊີນ​ໂຄວິດ-19 ຢູ່ອິນ​ໂດ​ເນ​ເຊຍ. ການທີ່ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສັກ​ວັກ​ຊີນ ແລະ ຖ່າຍ​ທອດ​ສົດນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ: ເພິ່ນ​ມີຄວາມເຊື່ອໝັ້ນຕໍ່​ວັກ​ຊີນ​ຂອງ​ຈີນ​ຢ່າງ​ເຕັມ​ທີ່ ແລະສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຕັດ​ສິນ​ໃຈຂອງອິນໂດເນເຊຍໃນການ​ຕ້ານກັບພະ​ຍາດ​ໂຄວິດ-19 .

 

ພະ​ຍາດ​ໂຄວິດ-19 ຍັງ​ແຜ່​ລະ​ບາດ​ຢູ່​ທົ່ວ​ໂລກ​ຢ່າງ​ຮ້າຍ​ແຮງ, ສ່ວນ “ຊາດ ນິຍົມ” ດ້ານວັກ​ຊີນ​ກໍ່ກຳລັງແຜ່ຂະຫຍາຍຢ່າງຂະໜາດໃຫຍ່. ເວົ້າ​ສຳ​ລັບ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ຈຳ​ນວນ​ຫຼວງຫຼາຍ, ວັກ​ຊີນ​ຂອງ​ຈີນ​ກໍ່​ປຽບເໝືອນ “ແສງ​ສະ​ຫວ່າງ​ຢູ່​ປາຍອຸ​ມົງ”. ແຫຼ່ງ​ກຳ​ເນີດຂອງ​ແສງ​ສະ​ຫວ່າງ​ນີ້​ກໍ່​ແມ່ນຄວາມເອົາ​ໃຈ​ໃສ່ຂອງ​​ພັກ​ກອມ​ມູ​ນິດ​ຈີນທີ່ມີຕໍ່​ຊາ​ຕາ​ກຳ​ຂອງ​ໂລກ ແລະ ຄວາມ​ສຸກ​ຂອງມວນ​ມະ​ນຸດ​ນັບເປັນ​ເວ​ລາ​ຮ້ອຍ​ປີມາແລ້ວ, ທັງໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ​ຄວາມ​ໃຈກວ້າງຂອງ ປະເທດຈີນ​ໃນ​ຍຸກ​ສະ​ໄໝ​ໃໝ່​ທີ່ເດີນ​ຕາມ​ເສັ້ນ​ທາງການ​ພັດ​ທະ​ນາ​ໂດຍ​ສັນ​ຕິ ແລະ ຮ່ວມ​ມື​ກັນ​ແບບຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.

 

ແສງສະ​ຫວ່າງທີ່ເປັ່ງປະກາຍຢູ່​ເວ​ທີ​ສາ​ກົນ​ເທື່ອ​ທຳ​ອິດ ກໍ່​ໄດ້ກ່ຽວ​ພັນ​ເຖິງອິນ​ໂດ​ເນ​ເຊຍເຊິ່ງ​ເປັນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດ​ທະ​ນາ​​ເຊັ່ນກັນ.

 

ການສະ​ແຫວ​ງຫາສິ່ງ​ທີ່​ຄື​ກັນ ​ສະ​ຫງວນສິ່ງ​ທີ່​ຕ່າງ​ກັນ ກ້າວໄປ​ໜ້າ​ຮ່ວມ​ກັບ​ຍຸກ​ສະ​ໄໝ ແມ່ນຂໍ້ສະເໜີຂອງຈີນຕໍ່ກອງ​ປະ​ຊຸມ​ບັນ​ດຸງ​_fororder_eca86bda384c16a2c5511b

 

ໃນ​ກອງ​ປະ​ຊຸມ​ບັນ​ດຸງ​ທີ່​ຈັດ​ຂຶ້ນ​ໃນວັນທີ 18 ຫາວັນທີ 24 ເມສາ​ປີ 1955, ປະເທດຈີນ​ ໄດ້​ອອກ​ສຽງທີ່ເຂັ້ມແຂງ​ຂອງ​ຕົນໃນວຽກງານການຕ່າງປະເທດ ເຊິ່ງໄດ້​ສະ​ເໜີ​ຄວາມເຫັນກ່ຽວກັບວຽກງານການຕ່າງປະເທດຄື: “ສະ​ແຫວ​ງຫາສິ່ງ​ທີ່​ຄື​ກັນ​, ສະ​ຫງວນສິ່ງ​ທີ່​ຕ່າງ​ກັນ” ເປັນ​ເທື່ອ​ທຳ​ອິດ, ຍັງໄດ້ຊຸກ​ຍູ້ໃຫ້ກອງ​ປະ​ຊຸມ​ຮັບຮອງຫຼັກ​ການ 10 ຂໍ້ກ່ຽວກັບການແກ້ໄຂບັນຫາການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ ບົນ​ພື້ນ​ຖານ​ຫຼັກ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ 5 ຂໍ້, ຫຼັກ​ການ​ເຫຼົ່າ​ນີ້​ ໄດ້ກາຍ​ເປັນ ຫຼັກການສຳ​ຄັນໃນການ​ຂະຫຍາຍ​ການ​ພົວ​ພັນ​ລະຫວ່າງຊາດ​, ເຊິ່ງໄດ້ຮັບການ ເຄົາ​ລົບ, ເຫັນ​ດີເຫັນພ້ອມ​ ແລະ ປະຕິບັດຈາກ​ປະ​ຊາ​ຄົມ​ໂລກຈົນ​ຮອດ​ປັດຈຸ​ບັນ.

 

ນີ້​ແມ່ນ​ການ​ບຸກ​ທະ​ລຸອອກຈາກວົງປິດລ້ອມຄັ້ງໜຶ່ງ​ຂອງ​ປະເທດຈີນ. ໃນ​ໄລ​ຍະ​ຕົ້ນ​ຊຸມ​ປີ 1950, ພາຍ​ໃຕ້​ເບື້ອງ​​ຫຼັງທີ່ປະເທດ​ຕາ​ເວັນ​ຕົກອັດ​ຕັນປິດລ້ອມ​ປະ​ເທດ​ຈີນ, ໃນຈຳນວນ 29 ປະ​ເທດແລະເຂດ​ແຄວ້ນ​ທີ່​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ບັນ​ດຸງ, ມີພຽງ​ແຕ່​ 6 ປະ​ເທດເທົ່ານັ້ນທີ່​ໄດ້​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຈີນ, ປະ​ເທດ​ສ່ວນ​ຫຼາຍ​ບໍ່​ຮູ້​ຈີນດີ​ປານ​ໃດ, ບາງ​ປະ​ເທດ​ຍັງມີ​ແນວ​ຄິດຖື​ປະ​ເທດ​ຈີນ​ເປັນ​ສັດ​ຕູ. ກອງ​ປະ​ຊຸມ​ບັນ​ດຸງ​ລິ​ເລີ່ມຈັດຂຶ້ນ​ດ້ວຍ 5 ປະ​ເທດເຊັ່ນ: ອິນ​ໂດ​ເນ​ເຊຍແລະມຽນ​ມາ​ເປັນ​ຕົ້ນ, ແມ່ນກອງ​ປະ​ຊຸມ​ສາ​ກົນ​ຄັ້ງ​ທຳ​ອິດ​ທີ່​ຈັດຂຶ້ນໂດຍ​ປະ​ເທດ​ອາ​ຊີ-ອາ​ຟ​ຣິ​ກາແລະມີ​ຈຸດ​ປະ​ສົງຕ້ານ​ກັບລັດ​ທິລ່າເມືອງຂຶ້ນຂອງຈັກກະພັດ. ເຖິງ​ວ່ານີ້​ແມ່ນ ກອງ​ປະ​ຊຸມ​ເທື່ອທຳອິດ​ທີ່​ບໍ່​ມີປະເທດມະຫາ​ອຳນາດ​​ຕາ​ເວັນຕົກເຂົ້າ​ຮ່ວມກໍຕາມ, ແຕ່​ຍັງມີແນວ​ຄິດ​ສົງຄາມ​ເຢັນ​ເຊິ່ງ​ບໍ່​ມີ​ຜົນ​ດີ​ຕໍ່​ປະ​ເທດ​ຈີນ.

 

ພາຍ​ໃຕ້​ສະ​ພາບການແນວ​ນີ້, ທ່ານ​ນາ​ຍົກ ​ໂຈ່ວ​ເອີ່ນ​ລາຍ ​ບໍ່​ໄດ້​ອ່ານ​ບົດ​ປາໄສທີ່​ໄດ້​ກຽມ​ໄວ້​ລ່ວງ​ໜ້າ, ຫາກແຕ່​ໄດ້​ກ່າວ​ຄຳ​ປາ​ໄສທາງ​ປາກ​ເປົ່າ. ຈົນ​ຮອດ​ປັດ​ຈຸ​ບັນ, ສຽງ​ຂອງ​ທ່ານ​ນາ​ຍົກ​ ໂຈ່ວ​ເອີ່ນ​ລາຍ ​ຍັງ​ເຮັດ​ໃຫ້​ຄົນທັງຫຼາຍປະທັບໃ ຈຫລາຍທີ່ທ່ານກ່າວວ່າ: “ຄະ​ນະ​ຜູ້​ແທນ​ຈີນ​ມາເຂົ້າຮ່ວມກອງປະຊຸມ​ ແມ່ນ​ເພື່ອ​ສະແຫວງຫາຄວາມ​ສາ​ມັກ​ຄີ ຫາກ​ບໍ່​ແມ່ນ​ເພື່ອ​ມາຜິດຖຽງກັບໃຜ. ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນຂອງພວກ​ເຮົາ ເວົ້າແບບບໍ່ປິດບັງວ່າ ພວກເຮົາເຊື່ອ​ຖື​ໃນລັດທິຄອມ​ມູ​ນິດ ແລະ ເຫັນວ່າ: ລະບອບສັງ​ຄົມ​ນິ​ຍົມ​ເປັນ​ລະບອບທີ່​ດີ…… ຄະ​ນະ​ຜູ້​ແທນ​ຈີນມາປະຊຸມ ກໍເພື່ອສະ​ແຫວງ​ຫາ​ສິ່ງ​ທີ່​ຄື​ກັນຫາກ​ບໍ່​ແມ່ນ​ສິ່ງ​ທີ່​ຕ່າງ​ກັນ. ລະ​ຫວ່າງ ພວກເຮົາ​ມີ​ພື້ນ​ຖານ​ການ​ສະ​ແຫວງ​ຫາ​ສິ່ງ​ທີ່​ຄື​ກັນ​ຫຼື​ບໍ່? ແນ່ນອນມີ. ນັ້ນ​ກໍ່​ຄື: ​ນັບ​ແຕ່ຍຸກ​ສະ​ໄໝໃໝ່​ເປັນ​ຕົ້ນ​ມາ, ປະ​ເທດແລະປະ​ຊາ​ຊົນ​ສ່ວນ​ຫຼາຍ​ຢູ່​ອາ​ຊີ-ອາ​ຟ​ຣິ​ກາ​ ລ້ວນແຕ່​ເຄີຍ​ປະ​ສົບແລະປັດ​ຈຸ​ບັນ​ຍັງ​ພວມ​ປະ​ສົບ​ກັບຄວາມຫາຍະນະ ແລະ ຄວາມ ເຈັບແຄ້ນແໜ້ນໃຈຈາກ​ລັດ​ທິ​ລ່າ​ເມືອງ​ຂຶ້ນກໍ່ຂຶ້ນຢູ່.”

 

ການສະ​ແຫວ​ງຫາສິ່ງ​ທີ່​ຄື​ກັນ ​ສະ​ຫງວນສິ່ງ​ທີ່​ຕ່າງ​ກັນ ກ້າວໄປ​ໜ້າ​ຮ່ວມ​ກັບ​ຍຸກ​ສະ​ໄໝ ແມ່ນຂໍ້ສະເໜີຂອງຈີນຕໍ່ກອງ​ປະ​ຊຸມ​ບັນ​ດຸງ​_fororder_src=http___inews.gtimg.com_newsapp_match_0_10836436892_0&refer=http___inews.gtimg

 

ຄຳ​ປາ​ໄສ​ອັນຍອດຍິ່ງ​ຂອງ​ທ່ານ​ນາ​ຍົກ​ ໂຈ່ວ​ເອີ່ນ​ລາຍ​ ໄດ້​ທັບ​ມ້າງ​ຄຳຂີ້ຕົວະ​ຫລອກລວງຂອງ​ລັດ​ທິ​ຈັກ​ກະ​ພັດ, ເຮັດ​ໃຫ້​ຄົນ​ຈຳ​ນວນ​ໜຶ່ງ​ສາ​ມາດຮັບ​ຮູ້​ປະເທດ ຈີນໄດ້​ຢ່າງ​ຈະ​ແຈ້ງກວ່າ​ເກົ່າ. ຫຼັກ​ການ​ກ່ຽວກັບການ “ສະ​ແຫວ​ງຫາສິ່ງ​ທີ່​ຄື​ກັນ, ​ສະ​ຫງວນສິ່ງ​ທີ່​ຕ່າງ​ກັນ” ທີ່​ທ່ານ ນາຍົກ ໂຈເອີ່ນລາຍ ສະ​ເໜີ​ອອກ​ມານັ້ນ ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ຜູ້​ຕາງ​ໜ້າ​ຂອງ​ປະ​ເທດ​ຕ່າງໆເຊິ່ງເປັນການຮັບ​ປະ​ກັນ​ໃຫ້ ກອງ​ປະ​ຊຸມສາມາດ​ຈັດ​ຂຶ້ນ​ຢ່າງ​ສະ​ດວກໃນ​ບັນ​ຍາ​ກາດ​ທີ່​ດີ​ງາມ. ປະເທດຈຳນວນ ໜຶ່ງ ທີ່ມີຄວາມລະແວງ​ສົງ​ໄສຈົນຖືປະເທດຈີນ​ເປັນ​ສັດ​ຕູນັ້ນ ​ກໍ່​ໄດ້​ປ່ຽນ​ແປງຈຸດຢືນເດີມ ຂອງຕົນ.

 

ຫຼັງ​ຈາກກອງ​ປະ​ຊຸມສິ້ນສຸດລົງ, ໃນ​ຖາ​ນະ​ທີ່​ເປັນ​ເຈົ້າ​ພາບ, ອິນ​ໂດ​ເນ​ເຊ​ຍໄດ້​ຈັດ​ໃຫ້​ຜູ້​ຕາງ​ໜ້າ​ປະ​ເທດ​ຕ່າງໆ​ທີ່ເຂົ້າ​ຮ່ວມ​ກອງປະ​ຊຸມ​ ໄປ​ຢ້ຽມຢາມ​ເກາະ​ບາ​ຫຼີ​ຢ່າງສະບາຍໃຈ. ໃນເວລາສັ້ນທີ່ພັກຜ່ອນຢູ່ເກາະບາຫຼີ, ທ່ານນາຍົກໂຈ່ວເອີ່ນລາຍແລະຄະນະຜູ້ແທນຈີນ ຕື່ນນອນແຕ່​ 7 ໂມງເຊົ້າຂອງແຕ່ລະມື້ ແລະ ເຮັດວຽກຈົນເຖິງຕອນຮຸ່ງເຊົ້າເວລາ 2 ໂມງຫຼື 3 ໂມງຂອງມື້ຖັດມາ, ພາຍໃນເວລາ 2 ມື້ໄດ້ພົບປະກັບຜູ້ນຳຕ່າງປະເທດຫຼາຍທ່ານທີ່ເກາະບາຫຼີ, ​ໃຊ້ເວລາຢູ່ອິນໂດເນເຊຍຜູກມິດກັບປະເທດຕ່າງໆ ແລະ ສະແຫວງຫາພື້ນທີ່ດ້ານການຕ່າງປະເທດໃຫ້ກັບ ສ..ຈີນໄດ້ຫຼາຍກວ່າເກົ່າ​.

 

ກອງປະຊຸມຢູ່ບັນດຸງພາຍໃຕ້ຫົວຂໍ້ “ສາ​ມັກ​ຄີ, ມິດ​ຕະ​ພາບແລະ ການຮ່ວມ​ມື” ​ໄດ້ກາຍເປັນການເປີດ​ປະຫວັດສາດໜ້າໃໝ່​ທີ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອາ​ຊີ-ອາ ​ຟ​ຣິ​ກາ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິແລະຕ້ານກັບ​ລັດ​ທິ​ລ່າ​ເມືອງ​ຂຶ້ນ, ຍັງເຮັດໃຫ້​ສ.ປ.ຈີນ ສາມາດຜູກ​ມິດກັບຕ່າງປະເທດໄດ້​ຫຼາຍກວ່າ​ເກົ່າ. ນັບແຕ່ກອງ​ປະ​ຊຸມບັນດຸງ​ສິ້ນ​ສຸດ​ລົງ​ຈົນ​ຮອດ​ທ້າຍ​ປີ 1959, ມີ 11 ປະ​ເທດ​ອາ​ຊີ-ອາ​ຟ​ຣິ​ກາເຊັ່ນ: ເນ​ປານ, ເອ​ຢິບແລະຊີ​ຣີ​ເປັນ​ຕົ້ນ​ໄດ້​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ປະ​ເທດ​ຈີນ.

ຄຳ​ເຫັນ

0