黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາງຮານ​ເລີ້ ຜູ້​ກຳ​ກັບ​ຮູບ​ເງົາ​ກາ​ຕູນ​​ລຸ້ນ​ໃໝ່​ອາ​ຍຸ 26 ປີ

2021-04-30 10:28:20 cri

ຂ້ອຍ​ມັກ​ເບິ່ງ​ຮູບ​ເງົາ​ກາ​ຕູນ​ຈີນ​ມາ​ຕັ້ງ​ແຕ່​ນ້ອຍ

ເຊັ່ນວ່າ: “ເລື່ອງ​ອັດ​ສະ​ຈັນ​ຂອງ​ນາ​ຈາ” ຂ້ອຍ​ມັກ​ທີ່​ສຸດ​ໃນ​ຍາມ​ຍັງ​ນ້ອຍ

ໃນ​ເວ​ລາ​ນັ້ນ ຂ້ອຍ​ກໍ​ຄິດ​ວ່າ

ຫຼັງ​ຈາກ​ຂ້ອຍ​ເຕີບ​ໃຫຍ່​ຂຶ້ນ​ແລ້ວ ຂ້ອຍ​ຈະ​ເລົ່າ​ນິ​ທານ​ຈີນ​ດັ້ງ​ເດີມ​ເປັນກາ​ຕູນ

 

ໃນ​ເວ​ລາ​ຂ້ອຍ​ຫາ​ກໍ່​ລົງ​ມື​ເຮັດ​ເລື່ອງ​ນີ້​ເມື່ອ 4-5 ປີ​ກ່ອນ

ຕະຫຼາດ​ກາ​ຕູນ​ໃນ​ຈີນ​ບໍ່​ຄຶກ​ຄັກ​ປານ​ໃດ

ເຕັກ​ນິກ ແລະ ເນື້ອ​ໃນ

ລ້ວນ​ແຕ່​ບໍ່​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຊົມ​ໄດ້

ໂດຍ​ສະ​​ເພາະ​ແມ່ນ​ຜູ້​​ໃຫຍ່

 

ຄື​ເຮົາ​ເຮັດ​ຮູບ​ເງົາ​ກາ​ຕູນ​ເລື່ອງ​ໜຶ່ງ

ຈາກ​ການ​ຫ້າງ​ຫາ​ກະ​ກຽມ ເນື້ອ​ເລື່ອງ​ຈົນ​​ເຮັດ​ແລ້ວ​ທັງ​ໝົດ

ທຳ​ມະ​ດາ​ຕ້ອງ​ການ​ເວ​ລາ​ປະ​ມານ 4 ປີ

ຄົນ​ໃນ​ຂະ​ແໜງ​ການ​ນີ້​​ອອກໆ​ເຂົ້າໆ

ຖ້າ​ເຮັດ​ເລື່ອງ​ໜຶ່ງ​ສຳ​ເລັດ​ແລ້ວ

ບໍ່​ໄດ້​ຮັບ​ຜົນ​ດີ

ບາງ​ຄົນ​ອາດ​ຈະ​​ຢາກ​ໜີ​ໄປ

ແຕ່​ກໍ​ມີ​ບາງ​ຄົນ​​ຍັງ​ຢູ່​ຕໍ່​

​ຂ້ອຍ​ຄິດ​ວ່າ: ອາດ​ຍ້ອນ​ວ່າ​ຍັງ​ຮັກ​ວຽກ​ນີ້

 

ຂ້ອຍ​ໄດ້​ສ້າງ​ຕັ້ງ​ສະ​ມາ​ຄົມ​ສົ່ງ​ເສີມ​ຊຸດ​ເຜົ່າ​ຮັ້ນ​ຢູ່​ໃນ​ບໍ​ລິ​ສັດ

ກໍ​ມີຄູ່​ຮ່ວມ​ມື​ທີ່​ມີ​ອຸ​ດົມ​ການ​ດຽວ​ກັນຫຼາຍ​ຄົນ

​ເຮົາ​ສາ​ມາດ​ຊ່ວຍ​ຊູ​ຍູ້​ໜູນ​ກັນ ແລະ ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ນຳ​ກັນ

 

ດຽວ​ນີ້, ພວກ​ເຮົາ​ມີ​ຮູບ​ເງົາຫຼາຍ​ເລື່ອງ

ໄດ້​ສາຍ​ຢູ່​ໃນ​ໂຮງ​ຮູບ​ເງົາ​ແລ້ວ

​ແລະ​ໄດ້​ຮັບ​ການ​ຕີ​ລາ​ຄາ​ທີ່​ດີ​ຈຳ​ນວນ​ໜຶ່ງ

​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ຫວັງ​ຕໍ່ອະ​ນາ​ຄົດ​ຂອງ​ຮູບ​ເງົາ​ກາ​ຕູນ​ຈີນ

 

ຂ້ອຍ​ເຫັນ​ວ່າ ຜູ້​ທີ່​ເຮັດ​ກາ​ຕູນ​ລ້ວນ​ແຕ່​ເຕັມ​ໄປ​ດ້ວຍ​ພະ​ລັງ​ທີ່​ຫ້າວ​ຫັນ

ໂດຍ​ສະ​ເພາະ​​ໃນ​ເວ​ລາ​ເຮັດ​ກາ​ຕູນ​ທີ່​ມີ​ເນື້ອ​ໃນ​ກ່ຽວ​ກັບ​ຈີນ

ຄົນ​ທັງຫຼາຍ​ລ້ວນ​ແຕ່​ພະ​ຍາ​ຍາມ​​ຢ່າງ​ສຸດ​ຂີດ ເພື່ອ​ເຮັດ​ໃຫ້​ມັນ​ອອກ​ມາດີ​ທີ່​ສຸດ

ຄວາມ​ປາ​ຖະ​ໜາ​ຂອງ​ພວກ​ເຮົາ

ກໍ​ຢາກ​ໃຫ້​ຄົນນັບ​ມື້​ນັບຫຼາຍ​ໄດ້​ເບິ່ງ​ຮູບ​ເງົາ​ກາ​ຕູນ​ຈີນ​​ທີ່ຕັ້ງ​ໃຈ​ພັດ​ທະ​ນາ​ຢ່າງ​ກະ​ຕື​ລື​ລົ້ນ

ຂ້ອຍ​ແມ່ນຮານ​ເລີ້ ເຮັດ​ວຽກ​ກ່ຽວ​ກັບ​ຮູບ​ເງົາ​ກາ​ຕູນ

ຄຳ​ເຫັນ

0