覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ພອນ​ໄຊ​ອັນ​ປະ​ເສີດ ​ແລະ​ ສົ່ງຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ເຖິງ​ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ​ອັນ​ໄພ​ສານ​ໃນ​ທົ່ວ​ປະ​ເທດຈີນ

2021-05-01 10:03:23 cri

​ເນື່ອງ​ໃນ​ໂອ​ກາດ​ວັນ​ກຳ​ມະ​ກອນ​ສາ​ກົນ 1 ພຶດ​ສະ​ພາໄດ້​ໝູນ​ວຽ​ນ​ມາ​ເຖິງ, ທ່ານ​  ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ຕາງ​ໜ້າ​ໃຫ້​ສູນ​ກາງ​ພັກກ່າວ​ພອນ​ໄຊ​ອັນ​ປະ​ເສີດ ​ແລະ​ ສົ່ງຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ເຖິງ​ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ​​ອັນ​ໄພ​ສານໃນ​ທົ່ວ​ປະ​ເທດ​ຈີນ.
 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ປີ​ນີ້​ເປັນ​ປີ​ທຳ​ອິດ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ14 ແລະ​ ເປັນການ​ເປີດ​ຂະ​ບວນ​ການເດີນ​ທາງ​ຄັ້ງ​ໃໝ່​ເພື່ອ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່ທັນ​ສະ​ໄໝ​​ຮອບ​ດ້ານທັງ​ເປັນ​ປີ​​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນຄົບຮອບ 100 ປີ​​. ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ​ອັນ​ໄພ​ສານ​ໄດ້​ສູ້​ຊົນ​ກັບ​ຄວາມ​ຫຍຸ້ງ​ຍາກລຳບາກ​ຕ່າງໆ​ນາໆຢ່າງ​ກ້າ​ຫານ,​ບຸກ​ບືນສູ້ຊົນ ແລະ​ ອຸດ​ທິ​ຕົນ, ຈົນສາ​ມາດ​ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ແລະ​ຜົນ​ກະ​ທົບ​ອື່ນໆໄດ້, ອັນໄດ້​ປະ​ກອບ​ສ່ວນ​​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ລວມຂອງພັກ ​ແລະ​ ລັດ.
 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ການ​ອອກ​ແຮງ​ງານ​ພາ​​ໃຫ້​ມີຄວາມ​ຜາ​ສຸກ, ການ​ເຮັດ​ແທ້​ທຳ​ຈິງ​ສາ​ມາດ​ສ້າງ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ໃຫ້​ສຳ​ເລັດ​ໄດ້. ຫວັງ​ວ່າ​ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ​ອັນ​ໄພ​ສານ​ຈະ​ອອກ​ແຮງ​ເສີມ​ຂະ​ຫຍາຍ​ນ້ຳໃຈແຮງ​ງານ​ແບບ​ຢ່າງ, ນ້ຳ​ໃຈ​ອອກ​ແຮງ​ງານ, ​ນ້ຳ​ໃຈ​ຊ່າງ​ສີ​ມື, ດຸໝັ່ນປະ​ດິດ​ສ້າງ​,ກ້າ​ສູ້​ຊົນ ແລະ​ ເສີມ​ຂະ​ຫຍາຍ​ບົດ​ບາດສຳຄັນ​ໃນ​ຖາ​ນະ​ເປັນ​ກຳ​ລັງຫຼັກ​ແຫຼ່ງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມທີ່​ທັນ​ສະ​ໄໝ​​ຮອບ​ດ້ານ​ ແລະ ​ບັນ​ລຸ​ຄວາມ​ໃຝ່​ຝັນໃນ​ການ​ຟື້ນຟູ​​ຄວາມຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊາດ​ຈີນ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ. ຄະ​ນະ​ພັກ ​ແລະ ​ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ປຸກ​ລະ​ດົມຄວາມ​ຫ້າວ​ຫັນ,ຄວາ​ມ​ເປັນ​ເຈົ້າ​ການ​ ແລະ ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ​ອັນ​ໄພ​ສານ, ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ປະ​ຊາ​ຊົນ​ຜູ້ອ​ອ​ອກ​ແຮງ​ງານ​ອັນ​ໄພ​ສານ​ຢ່າງ​ແທ້​ຈິງ, ສະ​ໜັບ​ສະ​ໜູນ ​ແລະ​ ກະ​ຕຸກ​ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​ສ້າງ​ຄຸນ​ງາມ​ຄວາມ​ດີ​ໃນຍຸກໃໝ່ໃຫ້​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ​.

ຄຳ​ເຫັນ

0