吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄົ້ນ​ຫາ​ຄວາມເປັນ​ຈິງ​ດ້ວຍ​ວິ​ທະ​ຍາ​ສາດ: ທ.ວາງ​ອີ​ຊົງ ຜູ້ເປັນນິ​ຕິ​ແພດທີ່ມີອາ​ຍຸ 26 ປີ

2021-05-02 16:18:08 cri

ພາກວິ​ຊາ​ທີ່​ຂ້ອຍ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ກໍ​ຄື ນິ​ຕິ​ແພດ

ຫລັງ​ຈາກ​ຮຽນ​ຈົບ​ແລ້ວ ຂ້ອຍ​ໄດ້​ກາຍເປັນ​ນິ​ຕິ​ແພດ​ຜູ້​ໜຶ່ງ

ປັດ​ຈຸ​ບັນ ໄດ້​ເຮັດ​ວຽກ​ກ່ຽວ​ກັບ​ການວິ​ນິດ​ໄສ ແລະ​ຄົ້ນ​ຄວ້າ

ໃນ​ເມື່ອ​ເວົ້າ​ເຖິງ​ນິ​ຕິ​ແພດ​ແລ້ວ

ຫຼາຍຄົນ​ຈະໄດ້​ຄິດເຖິງສາກ​ຮູບ​ເງົາ ແລະ​ລະ​ຄອນ​ໂທ​ລະ​ພາບ

ກ່ຽວກັບການ​​ສືບຫາ​ຫລັກ​ຖານຢູ່ພາກ​ສະ​ໝາມ

ຫລື​ການປະ​ສານ​ສົມ​ທົບການ​ສືບ​ສວນ​ຄະ​ດີ

 

ແຕ່​ທີ່​ຈິງ​ແລ້ວ ນິ​ຕິ​ແພດ​ແມ່ນ​ຂົວ​ຕໍ່​ລະ​ຫວ່າງ​ນິຕິສາດ ແລະ​ແພດ​ສາດ

ແມ່ນສະຫະວິຊາສຶກສາ

ວຽກ​ທີ່​ພວກ​ເຮົາ​ຕ້ອງ​ເຮັດ​ນັ້ນ

ມັນ​ຫລາຍກວ່າ​ການ​ສະ​ແດງ​ໃນ​ຮູບ​ເງົາ ແລະ​ລະ​ຄອນໂທລະພາບ​ຫລາຍໆ​ເທົ່າ

ວຽກ​ຕົ້ນ​ຕໍ​ຂອງ​ຂ້າພະເຈົ້າ​ໃນ​ປັດ​ຈຸ​ບັນ​ກໍ​ຄື

ວິ​ນິດ​ໄສ​ຕໍ່​ບາດ​ເຈັບ ແລະ​ພິ​ການ​ຂອງ​ຮ່າງ​ກາຍ​ຄົນ 

ແລ້ວ​ມີ​ການ​ປະ​ເມີນ​ທີ່​ຖືກ​ຕ້ອງ​ຕາມ​ວິ​ທະ​ຍາ​ສາດ

ນິ​ຕິ​ແພດ​ຄື​ພວກ​ເຮົາ​ແມ່ນ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ຄົ້ນ​ຫາ​ຄວາມ​ເປັນຈິງ​ດ້ວຍ​ວິ​ທະ​ຍາ​ສາດ

 

​ຂ້າພະເຈົ້າ​ກຳ​ລັງ​ຄົ້ນ​ຄວ້າການ​ເຮັດຫຸ່ນຈຳ​ລອງ​​ຮ່າງ​ກາຍຄົນ 3 ມິ​ຕິ

​ໂດຍ​ຜ່ານເຕັກ​ນິກ CT ຫລື NMR

​ເພື່ອ​ອຳ​ນອຍ​ຫລັກ​ຖານ​ວິ​ທະ​ຍາ​ສາດ​​​ທີ່ຈະ​ແຈ້ງກວ່າ​ເກົ່າ​ໃຫ້​ວຽກງານຕຸລາການ​

 

ທີ່​ຈິງ ​ຂ້າພະເຈົ້າ​​ກໍມີ​ຫລາຍ​​ດ້ານໃນ​ຊີ​ວິດ​ປະ​ຈຳ​ວັນ

ຂ້າພະເຈົ້າ​ມັກ​ຫລິ້ນ​ເຄື່ອງ​ຫລິ້ນ​ແບບ​ປະ​ກອບ​ຜູ້​ດຽວ​ໃນ​ເຮືອນ

ກໍ​ມັກ​ອອ​ກ​ໄປ​ຫລິ້ນ​ນຳ​ໝູ່

ຊຸມ​ແຊວແດ່ ຫລິ້ນ​ເກມ​ແດ່

ໄປ​ທ່ຽວແດ່ ໄປຖ່າຍ​ຮູບແດ່

ບໍ່​ວ່າ​ເຮັດ​ວຽກ ຫລື​ໃຊ້​ຊີ​ວິດ​​ປະ​ຈຳ​ວັນ

 

ຂ້າພະເຈົ້າ​​​ມີ​ທັງສະ​ຕິ ທັງ​ຄວາມ​ກະ​ຕື​ລື​ລົ້ນ

ວິ​ເຄາະ​ຄວາມ​ຈິງ​ຄວາມ​ປອມ​ຂອງ​ຫລັກ​ຖານ ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່ການປົກຄອງດ້ວຍກົດໝາຍ

ຄົ້ນ​ຫາ​ຄວາມເປັນ​ຈິງ​ດ້ວຍ​​ວິທະ​ຍາ​ສາດ

ຂ້າພະເຈົ້າ​ແມ່ນ ທ.ວາງຢວີຊົ່ງ ​ນິ​ຕິ​ແພດຜູ້ໜຶ່ງ​ຂອ​ງ​ຈີນ

 

ຄຳ​ເຫັນ

0