ແບບຢ່າງແຮງງານລະດັບຊາດຂອງຈີນ
ວັນກຳມະກອນສາກົນ 1 ພຶດສະພາ ເປັນວັນບຸນສຳຄັນທີ່ສຸດສຳລັບຊາວຜູ້ອອກແຮງງານ, ກົດໝາຍຈີນ ແລະ ລາວລ້ວນແຕ່ໄດ້ກຳນົດເອົາວັນກຳມະກອນສາກົນເປັນວັນບຸນໃຫຍ່ທົ່ວປະເທດ ເຊິ່ງເປັນການສະແດງອອກເຖິງຄວາມເຄົາລົບນັບຖືຊາວຜູ້ອອກແຮງງານ. ສ່ວນຢູ່ປະເທດຈີນ, ກ່ອນຈະຮອດວັນກຳມະກອນສາກົນຂອງທຸກປີ,ກໍຈະຈັດໃຫ້ມີພິທີຍ້ອງຍໍບຸກຄົນ ແລະ ໜ່ວຍງານທີ່ມີຜົນງານດີເດັ່ນຈຳນວນຫຼາຍພັນຄົນໃນທົ່ວປະເທດ, ຜູ້ຄົນທີ່ມາຈາກທຸກຂົງເຂດວຽກງານລ້ວນແຕ່ມີສິດໄດ້ຮັບການຄັດເລືອກ. ບໍ່ພຽງແຕ່ເທົ່ານັ້ນ, ລັດຖະບານຈີນຍັງໄດ້ຈັດພິທີຍ້ອງຍໍລະດັບຊາດ ເຊິ່ງຖືວ່າເປັນລະດັບສູງສຸດທີ່ຈັດຂື້ນ 5 ປີໃດຄັ້ງໜຶ່ງ ໂດຍມີຜູ້ນຳສູງສຸດຂອງປະເທດຈີນເຂົ້າຮ່ວມເພື່ອສະແດງຄວາມເຄົາລົບນັບຖືຊາວຜູ້ອອກແຮງງານທັງຫຼາຍທີ່ມາຈາກທຸກຂົງເຂດວຽກງານໃນທົ່ວປະເທດຈີນ.
ປີ1975, ທ່ານສີຈິ້ນຜິງ(ຜູ້ຢູ່ກາງແຖວໜ້າ)ທີ່ໄດ້ລົງພື້ນຖານເພື່ອດຳລົງຊີວິດວິດແລະອອກແຮງງານຢູ່ບ້ານຫຼຽງເຈ່ຍເຫີແຂວງສ້າຍຊີ່ໄດ້ຖ່າຍຮູບຮ່ວມກັບຊາວບ້ານ.
ໃນພິທີຍ້ອງຍໍບຸກຄົນ ແລະ ໜ່ວຍງານທີ່ມີຜົນງານດີເດັ່ນໃນວັນກຳມະກອນສາກົນ 1 ພຶດສະພາປີ2015, ທ່ານສີຈິ້ນຜິງ ປະທານປະເທດຈີນເຄີຍກ່າວເນັ້ນວ່າ: “ທາດແທ້ຂອງມະນຸດຄືການເຄື່ອນໄຫວອອກແຮງງານ, ການອອກແຮງງານແມ່ນມີກຽດສະຫງ່າ ແລະ ຈະສາມາດສ້າງຄວາມຍິ່ງໃຫຍ່ໄດ້ ເຊິ່ງຖືວ່າເປັນຄຳອະທິບາຍທີ່ສຳຄັນກ່ຽວກັບກົດເກນຄວາມກ້າວໜ້າສິວິໄລຂອງມະນຸດ, ‘ພື້ນຖານຊີວິດການເປັນຢູ່ຂອງປະຊາຊົນຂຶ້ນຢູ່ກັບຄວາມດຸໝັ່ນ, ຂໍພຽງແຕ່ດຸໝັ່ນອອກແຮງງານກໍຈະບໍ່ອຶດຢາກຂາດແຄນ’ ຊົນຊາດຈີນເປັນຊົນຊາດທີ່ມີຄວາມດຸໝັ່ນໃນການອອກແຮງງານ ແລະ ຊ່າງປະດິດສ້າງ, ກໍເປັນຍ້ອນວ່າ ມີການອອກແຮງງານ ແລະ ປະດິດສ້າງ, ພວກເຮົາຈິ່ງມີປະຫວັດສາດອັນສະຫງ່າລາສີ, ກໍຍ້ອນວ່າມີການອອກແຮງງານ ແລະ ປະດິດສ້າງ ພວກເຮົາຈິ່ງມີຜົນສຳເລັດຄືທຸກມື້ນີ້. ”
ວັນທີ 4 ພຶດສະພາ2021, ຢູ່ສະໜາມບິນສາກົນສາງສຸຍນະຄອນຄຸນມິງແຂວງຢູນນານ ສປ ຈີນ, ໄດ້ຈັດພິທີອອກເດີນທາງຂອງໜ່ວຍງານຜູ້ຊ່ຽວຊານການແພດຈີນເພື່ອໄປຊ່ວຍເຫຼືອຕ້ານພະຍາດໂຄວິດ-19ຢູ່ນະຄອນຫຼວງວຽງຈັນ.
“ພື້ນຖານຊີວິດການເປັນຢູ່ຂອງປະຊາຊົນຂຶ້ນຢູ່ກັບຄວາມດຸໝັ່ນ, ຂໍພຽງແຕ່ດຸໝັ່ນອອກແຮງງານກໍຈະບໍ່ອຶດຢາກຂາດແຄນ” ເຊິ່ງເປັນສຳນວນບູຮານຈີນກ່ຽວກັບການອອກແຮງງານເມື່ອ 2.700 ກວ່າປີກ່ອນ, ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມເຄົາລົບນັບຖືການອອກແຮງງານທີ່ມີຢູ່ໃນວັດທະນະທຳອັນເປັນມູນເຊື້ອຂອງຈີນ. ໃນຄວາມເປັນຈິງແລ້ວ, ບໍ່ພຽງແຕ່ວັດທະນະທຳຈີນເທົ່ານັ້ນ, ໃນວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງລາວກໍໄດ້ສ່ອງແສງໃຫ້ເຫັນເຖິງການເຄົາລົບນັບຖືການອອກແຮງງານເຊັ່ນກັນ, ສຸພາສິດລາວມີຄຳທີ່ວ່າ “ຄວາມພະຍາຍາມຢູ່ໃສ ຄວາມສຳເລັດຢູ່ຫັ້ນ”, ປະຊາຊົນລາວມີມູນເຊື້ອດຸໝັ່ນຂະຫຍັນພຽນ ແລະ ບຸກບືນສູ້ຊົນຢ່າງບໍ່ລົດລະຈຶ່ງສາມາດຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ວັນກຳມະກອນສາກົນປີ 2021,ເວົ້າສຳລັບປະຊາຊົນລາວແລ້ວແມ່ນມີຄວາມໝາຍພິເສດ. ເພາະວ່ານັບມາຮອດວັນທີ 4 ພຶດສະພານີ້, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ລາວມີຫຼາຍກວ່າ 1000 ຄົນ. ໃນວັນກຳມະກອນສາກົນປີນີ້,ພະນັກງານການແພດ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງເປັນຈຳນວນຫຼວງຫຼາຍໄດ້ພາກັນຍຶດໝັ້ນເຝົ້າປະຈຳການເພື່ອປະຕິບັດໜ້າທີ່ວຽກງານເຖິງວ່າອາກາດຮ້ອນແຮງປານໃດກໍ່ຕາມ. ວັນທີ 4 ພຶດສະພານີ້, ໜ່ວຍງານຜູ້ຊ່ຽວຊານການແພດຈີນໄດ້ອອກເດີນທາງອີກຄັ້ງໃໝ່ເພື່ອໄປຊ່ວຍເຫຼືອວຽກງານປ້ອງກັນ ແລະ ຄວບຄຸມພະຍາດຢູ່ນະຄອນຫຼວງວຽງຈັນ. ພວກເຮົາເຊື່ອໝັ້ນວ່າ: ຈາກຄວາມພະຍາຍາມເຮັດວຽກຢ່າງດຸໝັ່ນຂອງພະນັກງານການແພດທັງຫຼາຍ, ຈາກການທີ່ປະຊາຊົນລາວທົ່ວປະເທດເປັນຈິດໜຶ່ງໃຈດຽວກັນຢ່າງແໜ້ນແຟ້ນ ກໍຄືຈາກການປະສານງານຈາກປະຊາຊົນຈີນຢ່າງແຂງແຮງ, ລາວຈະສາມາດປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໄດ້ຢ່າງວ່ອງໄວ ແລະມີປະສິດທິຜົນ.
ວັນທີ 4 ພຶດສະພາ2021, ໜ່ວຍງານຜູ້ຊ່ຽວຊານການແພດຈີນໄດ້ເດີນທາງເຖິງນະຄອນຫຼວງວຽງຈັນເພື່ອຊ່ວຍເຫຼືອປະເທດລາວຕ້ານພະຍາດໂຄວິດ-19.
ຄຳເຫັນ
0