吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຈັບປີ່ສາມສາຍສືບທອດກັນມາສາມຮຸ່ນຄົນ ສຽງມ່ວນຂອງຈີນດັງຂຶ້ນສູ່ທົ່ວໂລກ

2021-05-14 16:21:42 CRI


ຖ້າເວົ້າເຖິງເຄື່ອງດົນຕີທີ່ເປັນແບບປັກກິ່ງທີ່ສຸດ

ຍ່ອມແມ່ນກະຈັບປີ່ສາມສາຍ

ຄອບຄົວຂ້າພະເຈົ້າດຳລົງຊີວິດຢູ່ປັກກິ່ງຫຼາຍເຊັ່ນຄົນ

ປູ່ ພໍ່ ແລະ ຂ້າພະເຈົ້າລ້ວນແຕ່ເປັນຜູ້ດີດກະຈັບປີ່ສາມສາຍ

ກະຈັບປີ່ສາມສາຍ ກໍ່ແມ່ນທຳນອງຫຼັກໃນຊີວິດການເປັນຢູ່ຂອງຂ້າພະເຈົ້າ

ປະຫວັດສາດຂອງກະຈັບປີ່ສາມສາຍ ມີ 2 ພັນກວ່າປີແລ້ວ

ໃນເມື່ອກ່ອນ ແມ່ນໃຊ້ໃນການບັນເລງປະກອບໃຫ້ແກ່ການຮ້ອງງິ້ວ ແລະຄີຕະສິນຊະນິດອື່ນໆ

ຈົນຮອດລຸ່ມປູ່ຂອງຂ້າພະເຈົ້າ ຈິ່ງເລີ່ມກາຍເປັນເຄື່ອງດົນຕີທີ່ເສບດ່ຽວ

ປັດຈຸບັນ ຂ້າພະເຈົ້າແມ່ນນັກດີດກະຈັບປີ່ສາມສາຍມືອາຊີບຜູ້ໜຶ່ງ

ວຽກງານປະຈຳວັນກໍ່ແມ່ນການສະແດງ ການແຕ່ງ ການສອນ ແລະ ການໂຄສະນາ

ຂ້າພະເຈົ້າມັກຄວາມຮູ້ສຶກຢູ່ເທິງເວທີຫຼາຍ

ດີດສາຍແລ້ວ ສຽງດົນຕີດັງຂຶ້ນໃນໃຈຢ່າງບໍ່ຂາດສາຍ

ຄວາມຮູ້ສຶກໃນຄາວນັ້ນມ່ວນທີ່ສຸດ 

ຂ້າພະເຈົ້າຍັງໄດ້ຊຸກຍູ້ການຄົ້ນຄວ້າຜະລິດກະຈັບປີ່ສາມສາຍໄຟຟ້າໜ່ວຍທຳອິດໃນໂລກ

ເມື່ອຫັນເປັນແບບດີຈີຕອນແລ້ວ

ສຽງກໍສົມບູນກວ່າເກົ່າ ມີຄວາມສະເທືອນໃຈແຮງກວ່າເກົ່າ

ທັງສອດຄ່ອງກັບສຸນທອນທັດຂອງພວກຊາວໜຸ່ມຫຼາຍກວ່າເກົ່າ

ເມື່ອໄດ້ຍິນສຽງເພງເກົ່າທີ່ດີດອອກມາດ້ວຍກະຈັບປີ່ສາມສາຍໄຟຟ້າຄັ້ງທຳອິດ

ໂອ້ ຂ້າພະເຈົ້າຈົນເມົານຳສຽງດົນຕີນີ້ເລີຍ

ຍັງໜຸ່ມ ກໍ່ຄວນເຮັດເລື່ອງທີ່ມີຄວາມໝາຍຫຼາຍກວ່າເກົ່າ

ຂ້າພະເຈົ້າຢາກໃຫ້ມີຄົນມັກກະຈັບປີ່ສາມສາຍຫຼາຍກວ່າເກົ່າ

ກໍ່ຫວັງໃຫ້ກະຈັບປີ່ສາມສາຍຂອງຈີນສົນທະນາກັບດົນຕີຂອງແຫ່ງຕ່າງໆໃນໂລກ

ເພື່ອເກີດແຮງບັນດັນໃຈ

ກະຈັບປີ່ສາມສາຍສືບທອດກັນມາສາມຮຸ່ນຄົນ ສຽງມ່ວນຂອງຈີນດັງຂຶ້ນສູ່ທົ່ວໂລກ

ຂ້າພະເຈົ້າຊື່ ວາງຢວີ້ ນັກເສບກະຈັບປີ່ສາມສາຍຂອງຈີນ

ຄຳ​ເຫັນ

0