尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທັດ​ສະ​ນະແຕກ​ຕ່າງ​ກັນ​ລະ​ຫວ່າງ G7 ກັບ​ຈີນ​ພ້ອມ 5 ປະ​ເທດ​ອາ​ຊີ​ກາງ

2021-05-17 18:09:27 cri

​ທັດ​ສະ​ນະແຕກ​ຕ່າງ​ກັນ​ລະ​ຫວ່າງ G7 ກັບ​ຈີນ​ພ້ອມ 5 ປະ​ເທດ​ອາ​ຊີ​ກາງ_fororder_下载

      ວັນ​ທີ 3 ຫາ​ວັນ​ທີ 5 ພຶດ​ສະ​ພາ​ນີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຸ່ມ 7 ປະ​ເທດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​​ຫຼວງລອນດອນ​ຂອງ​ອັງ​ກິດ ເຊິ່ງກອ​ງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ເຊື້ອ​ເຊີນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ປະ​ເທດ​ກິ​ຕິ​ມະ​ສັກ​ຢູ່​ພາກ​ພື້ນ​ອິນ​ໂດ​​ອາ​ຊີປາ​ຊີ​ຟິກ​ເຂົ້າ​ຮ່ວມ, ເພື່ອ​ເພີ່ມ​ອິດ​ທິ​ພົນ​ໃຫ້​ກັບ​ກຸ່ມ 7 ປະ​ເທດ​ແລະ​ເພື່ອ​ສືບ​ຕໍ່​ຮັກ​ສາ​ລະ​ບຽບ​ການ​ສາ​ກົນ​ທີ່​ຖື​ອາ​ເມ​ຣິ​ກາ​​ແລະເອີ​ຣົບ​ເປັນ​ແກນ​ກາງ.
 

ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້​ກວ້າງ​ຂວາງ​ສົມ​ຄວນ ເກືອບ​​ກວມເອົາ​ບັນ​ຫາ​ທີ່​ສຳ​ຄັນ​ແລະ​ໃຫຍ່​ຫຼວງ​ຂອງ​ໂລກທັງ​ໝົດ. ແຕ່​ວ່າ​ພາຍ​ໃຕ້​ການ​ເປັນ​ແກນ​ນຳ​ຂອງອາ​ເມ​ຣິ​ກາ, ກອງ​ປະ​ຊຸມ​ໄດ້​ໃຊ້​ເວ​ລາ​ຫຼາຍ​ສົມ​ຄວນ​ໃນ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຂອງ​ຈີນ​. ໃນ​ຖະ​ແຫຼງ​ການ​ຮ່ວມ​ທີ່​ເປີດ​ເຜີຍ​ຫຼັງ​ກອງ​ປະ​ຊຸມ ກໍ​ໄດ້​ມີ​ເນື້ອ​ໃນ​ຕົ້ນ​ຕໍ​​ເຈາະ​ຈົງ​ໃສ່ການ​ຮັບ​ມື​ກັບ​ບັນ​ດາ​ປະ​ເທດ​ທີ່​ທ້າ​ທາຍ​ປະ​ຊາ​ທິ​ປະ​ໄຕ​ຕາ​ເວັນ​ຕົກ. ສ່ວນ​ບັນ​ຫາ​ກ່ຽວ​ກັບ​ການ​ຕ້ານ​ພະ​ຍາດ​ໂຄວິດ-19ທີ່​ເປັນ​ໜຶ່ງ​ໃນ​ບັນ​ຫາ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​ພຽງ​ແຕ່​ໄດ້​ກ່າວ​ເຖິງ​ບໍ່ພໍ​ເທົ່າ​ໃດ​ປະ​ໂຫຍກ​ເທົ່າ​ນັ້ນ. ຈາກ​ການ​​ເລີ່ມ​ຕົ້ນ​ຈົນ​ຮອດ​ໄລ​ຍະ​ສຸດ​ທ້າຍ​ຂອງກອງ​ປະ​ຊຸມ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຸ່ມ 7 ປະ​ເທດ​ໄດ້​​ສ່ອງ​ແສງ​ໃຫ້​ເຫັນທ່າ​ທີ​ທີ່​ສະ​ແຫວງ​ຫາ​ການ​​ເປັນ​ປໍ​ລະ​ປັກ​ກັບ​ພາຍນອກ​ອີກ​ແບບ​ໜຶ່ງ.
 

ໃນ​ປະ​ຫວັດ​ສາດ,ບໍ່​ວ່າ​ຢູ່​ໃນ​ໄລ​ຍະ​ໃດ​, ກຸ່ມ 7 ປະ​ເທດ​ລ້ວນ​ແຕ່ໄດ້​ປຶກ​ສາ​ຫາ​ລື​ດ້ານ​ເສດ​ຖະ​ກິດ​ຂອງ​ຕົນ​ແຕ່​ບໍ່​ແມ່ນ​ຄື​ກັບ​ປັດ​ຈຸ​ບັນ​ນີ້. ສະ​ນັ້ນ, ສື່ມວນ​ຊົນ​ຕາ​ເວັນ​ຕົກຈຶ່ງເລີ່ມ​ຕຳ​ໜິ​ວິ​ຈານ​ວ່າກຸ່ມ 7 ປະ​ເທດ​ບໍ່​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ແທ້​ຈິງ: ອົງ​ການ​ເສດ​ຖະ​ກິດ​ແຫ່ງ​ໜຶ່ງ​ເລີ່ມ​ສ້າງ​ກົນ​ອຸ​ບາຍຕໍ່​ຕ້ານ​ກັບ​ພາຍນອກຫຼັງ​ຈາກ​ບໍ່​ມີ​ຄວາມ​ສາ​ມາດ​ຊູ​ຄັນ​ທຸງ​ເສດ​ຖະ​ກິດ​ໂລກ​ໄດ້. ສົມ​ພໍ​​ດອກ​ທ່ານ ມາ​ຕິນ ຈັກ​ຄຸຍ​ສ໌ ນັກ​ວິ​ຊາ​ການ​ດ້ານ​ການ​ເມືອງ​ທີ່​ມີ​ຊື່​ສຽງ​ຂອງ​ອັງ​ກິດ​ໄດ້​ພິມ​ບົດ​ຄວາມ​ລົງ Twitter ວ່າ: “​ຈາກ​ໄປ​ຕະ​ຫຼອດ​ການ​ສາ, G7”.

​ທັດ​ສະ​ນະແຕກ​ຕ່າງ​ກັນ​ລະ​ຫວ່າງ G7 ກັບ​ຈີນ​ພ້ອມ 5 ປະ​ເທດ​ອາ​ຊີ​ກາງ_fororder_2021051220380770474

ໃນ​ເດືອນ​ດຽວ​ກັນ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ 5 ​ປະ​ເທດ​ອາ​ຊີ​ກາງໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊີ່​ອ່ານ​ແຂວງ​ສ້ານ​ຊີ່​ປະ​ເທດຈີນ, ເມື່ອ​ທຽບ​ໃສ່​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ G7 ແລ້ວ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ 5 ​ປະ​ເທດ​ອາ​ຊີ​ກາງມີ​​ທ່າ​ທີ​ຕັ້ງ​ໜ້າ​ແລະ​ເຮັດ​ແທ້​ທຳ​ຈິງຫຼາຍກວ່າ.
 

ພາຍ​ໃຕ້​ເງື່ອນ​ໄຂ​ທີ່​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ປັດ​ຈຸ​ບັນ​ຍັງ​ແມ່ນ​ວິ​ກິດ​ການ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ກອງ​ປະ​ຊຸມ​ສອງ​ຝ່າຍ 5 ຮອບ​ຂອງກອງ​ປະ​ຊຸມ​ລັດ​ຖະ​ມົນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຄັ້ງ​ນີ້​ແລະ​ການ​ພົບ​ປະ​ຫຼາຍ​ຝ່າຍ 1 ຮອບ​ໄດ້​ມີ​ເນື້ອ​ໃນ​​ທີ່ເວົ້າ​ເຖິງ​​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ​ຫຼາຍກ່ອນ​ໝູ່, ຫົວ​ຂໍ້​ຂອງ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ທຳ​ອິດ​ທີ່ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ເປີດ​ເຜີຍ​ກໍ​ແມ່ນ​ການ​ຕ້ານກັບ​ພະ​ຍາດ​ໂຄວິດ-19. ການ​ຕ້ານ​​ກັບພະ​ຍາດ​ໂຄວິດ-19 ໄດ້​ກາຍ​ເປັນ​ທິດ​ທາງພື້ນ​ຖານ​ຕົ້ນ​ຕໍ​ດ້ານ​ການ​ຮ່ວມ​ມື​ຂອງກອງ​ປະ​ຊຸມ.
 

ນອກ​ຈາກ​ແຜນ​ການ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​​ເຊິ່ງ​ກັນ​ແລະ​ກັນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ​ແລ້ວ, ສອງ​ຝ່າຍ​ໄດ້​ເລີ່ມ​ຄົ້ນ​ຄວ້າ​ກ່ຽວ​ກັບ​ກາ​ນ​​ຮັບ​ຮອງ​ຄິວ​ອາ​ໂຄດ​ສຸ​ຂະ​ພາບ​ນຳ​ກັນ, ພ້ອມ​ທັງ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳ,​ແກັ​ສ​ທຳ​ມະ​ຊາດ, 5G, ປັນ​ຍາ​ປະ​ດິດ​ແລະ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂັ້ນສູງ​ອື່ນໆ​ຢ່າງ​ລະ​ອ​ຽດ,ແລະ​ໄດ້​ລົງ​ມື​ສ້າງ​ສາຍພົວ​ພັນ​ຄູ່​ຮ່ວມ​ດີ​ຈີ​ຕອນ.
 

ເນື່ອງ​ຈາກ “ການ​ພົບ​ປະ​ຫາ​ລືໃນ​ຄັ້ງ​ນີ້​ໄດ້​ມີ​ການ​ເຈາະ​ຈົງ​ເນື້ອ​ໃນ​ຢ່າງ​ເລິກ​ເຊິ່ງ”, ​ຈຶ່ງໄດ້​ຮັບ​ໝາກ​ຜົນ​ຫຼາຍ​ພໍ​ສົມ​ຄວນ, ແລະ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ 3 ສະ​ບັບ. 3 ຄຳ​ສັບ​ທີ່​ສຳ​ຄັນໃນ​ຖະ​ແຫຼງ​ການ​ຄັ້ງ​ນີ້​ກໍແມ່ນ “ສະ​ໜັບ​ສະ​ໜູນ​ກັນ” “ໄວ້​ເນື້ອ​ເຊື່ອ​ໃຈ​ກັນ” ແລະ “ຕ່າງ​ບໍ່​ແຊກ​ແຊງ​ກັນ” ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທັດ​ສະ​ນະ​​ແຫ່ງຄວາມ​ສາ​ມັກ​ຄີ,ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້.
 

ກຸ່ມ 7 ປະ​ເທດ​ໃນ​ເມື່ອ​ກ່ອນ​ມີ​ຄວາມ​ພົ້ນ​ເດັ່ນ​ຫຼາຍ,ແຕ່​ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ແລະ​ການ​ປ່ຽນ​ແປງ​ຂອງ​ໂລກ, ກຸ່ມ 7 ປະ​ເທດ​ທີ່​ເປັນ​​ອົງ​ການ​ເກົ່າ​ແກ່​ທີ່ສ້າງ​ຕັ້ງ​ຂຶ້ນ​ໃນ​ສະ​ໄໝ​ເກົ່າ​ຍາກ​ທີ່​ຈະ​ເປັນ​ແກນ​ນຳ​ໃນ​ດ້ານ​ການ​ເມືອງ​​ຂອງສາ​ກົນ​​ໄດ້​ແລະ​ຍາກ​ທີ່​ຈະ​ເປັນ​ຜູ້​ສ້າງຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ໂລກ​ໄດ້, ປັດ​ຈຸ​ບັນ, ກຸ່ມ 7 ປະ​ເທດ​ໄດ້​ກາຍ​ເປັນ​ເຄື່ອງ​ມື​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ຍົກ​ສູງ​ຖາ​ນະຕົນ​ບົນ​ເວ​ທີ​ສາ​ກົນແລະກາຍ​ເປັນ​ກຸ່ມ​ທີ່​ສົມ​ຮູ້​ຮ່ວມ​ຄິດ​ກັນເພື່ອ​ໂຈມ​ຕີ​ປະ​ເທດ​ອື່ນ.
 

​ຄວາມ​ເຫັນ​ແກ່​ຕົວ​ແລະ​ການ​ກະ​ທຳ​ເປັນ​ປໍ​ລະ​ປັກ​ຂອງ​ບາງ​ປະ​ເທດ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ທ່າ​ອ່ຽງ​ການ​ພັດ​ທະ​ນາ​ຂອງ​ໂລກ​ໄດ້. ຖ້າກຸ່ມ 7 ປະ​ເທດ​ຍັງ​​ສືບ​ຕໍ່​ຮັກ​ສາ​ທ່າ​ທີ​ເປັນ​ປໍ​ລະ​ປັກ​ກັບ​ປະ​ເທດ​ອື່ນ​ຄື​ເກົ່າ​ຍ່ອມ​ຈະ​ຕົກ​ຍຸກ​ສະ​ໄໝ​ບໍ່​ໄວ​ກໍ່​ຊ້າ.

ຄຳ​ເຫັນ

0