刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແນວຄວາມຄິດໃໝ່ໃນຄວາມເວົ້າສໍານວນບູຮານແບບອະມະຕະ: ຕ້ອງປະຕິບັດຕາມຄຳໝັ້ນສັນຍາ

2021-05-18 16:48:20 cri

ຢູ່​ຈີນ​ມີ​ສຳ​ນວນ​ບູ​ຮານ​ແບບ​ອະ​ມະ​ຕະ​ປະ​ໂຫຍກ​ໜຶ່ງ​ເວົ້າ​ວ່າ “ຕ້ອງ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ ການ​ກະ​ທຳ​ຕ້ອງ​ໄດ້ຮັບ​ຜົນ​ໃນ​ທີ່​ສຸດ”, ຂັດ​ມາ​ຈາກ “ລຸນ​ອີ” ທີ່​ເປັນ​ປື້ມ​ຕຳ​ລາ​ອະ​ມະ​ຕະ​ຂອງ​ສຳ​ນັກ​ຂົງ​ຈື້​ເມື່ອ 2000 ກວ່າ​ປີ​ກ່ອນ. ເຊິ່ງ​ກໍ​ມີ​ຄວາມ​ໝາຍ​ວ່າ ຄົນ​ໃນ​ໂລກ​ນີ້​ຄວນ​ປະ​ຕິ​ບັດຕາມ​ຄຳ​ໝັ້ນ​ສັນ​ຍາ.

ເວົ້າ​ສຳ​ລັບ​ບຸກ​ຄົ​ນ​ແລ້ວ, ​ປາກເວົ້າຖືກໃຈ​ ແລະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ແມ່ນ​ພື້ນ​ຖານ​ໃນ​ການ​ສ້າງ​ຄວາມ​ໜ້າ​ເຊື່ອ​ຖື. ເມື່ອ​ເວົ້າ​ສຳ​ລັບ​ປະ​ເທດ​ໜຶ່ງ​ແລ້ວ, ຈະ​ສາ​ມາດ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສາ​ຍາ​ໄດ້ຫຼື​ບໍ່, ກໍ​ເປັນ​ການ​ທົດ​ສອບ​ຕໍ່​ກັບ​ຄວາມ​ສາ​ມາດ​ດ້ານ​ການ​ປົກ​ຄອງ​ຂອງ​ລັດ​ຖະ​ບານ​ປະ​ເທດ​ນັ້ນ. ຢູ່​ປະ​ເທດ​ຈີນ, ແບບ​ຢ່າງ​ທີ່​ພົ້ນ​ເດັ່ນ​ທີ່​ລັດ​ຖະ​ບານ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ກໍ​ຄື ກຳ​ນົດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ ຫຼື​ເປົ້າ​ໝາຍ​ເປົ້າ​ໝາຍ​ຍາວ​ໄກ​ກວ່າ​ນີ້​ອີກ, ແລ້ວ​ຮັກ​ສາ​ເປົ້າໝາຍຢ່າງ​ຕໍ່​ເນື່ອງ​ຂອງນ​ະ​ໂຍ​ບາຍ, ໃນ​ທີ່​ສຸດ​ຈະ​ບັນ​ລຸ​ເປົ້າ​ໝາຍ​ທັງ​ໝົດ​ທີ່​ລະ​ບຸ​ໄວ້​ໃນ​ແຜນ. ສາ​ມາດ​ເວົ້າ​ໄດ້​ວ່າ, ນີ້​ກໍ​ແມ່ນ​ຊັບ​ສິນ​ແບບ​ນາມ​ມະ​ທຳ​ຊະ​ນິດ​ໜຶ່ງ.

ໃນ​ປີ 2020, ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ໄພ​ນ້ຳ​ຖ້ວມ​ທີ່​ຮ້າຍ​ແຮງ​ທີ່ສຸດນັ້ນ​, ຈີນ​ຍັງ​ສາ​ມາດ​ລຶບ​ລ້​າງ​ຄວາມ​ທຸກ​ຍາກໄດ້ຢ່າງ​ເດັດ​ຖານ​ຕາມ​ເວ​ລາ​ກຳ​ນົດ, ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ, ນີ້​ແມ່ນ​ຜົນ​ສຳ​ເລັດ​ທີ່​ຍາດ​ມາ​ບໍ່​ແມ່ນເລື່ອງ​ງ່າຍ. ນີ້​ແມ່ນ​ຜົນໄດ້​ຮັບ​ຈາກ​ໂຄງ​ປະ​ກອບຂອງ​​ລັດ​ຖະ​ບານ​ ຈີນ, ຄະ​ນະ​ນຳ​ທຸກ​ລຸ້ນ​ໄດ້​ມອບ​ຮັບ​ໜ້າ​ທີ່​ວຽກ​ງານ​ຢ່າງ​ຕໍ່​ເນື່ອງ ແລະ​ເປັນ​ລະ​ບຽບ​ຮຽບ​ຮ້ອຍໂດຍ​ແນ​ໃສ່​ເປົ້າ​ໝາຍ​ທີ່​ເປັນ​ເອ​ກະ​ພາບ​ກັນ, ຈຶ່ງ​ສາ​ມາດ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ໄລ​ຍະ​ຍາວ​ຢ່າງ​ຕໍ່​ເນື່ອງ ແລະ​ກໍໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ແນວ​ຄິດ​ປັດ​ຊະ​ຍາ​ບູ​ຮານ​ທີ່​ສືບ​ທອດກັນ​ມາ​ຮອດ​ຍຸກ​ປະ​ຈຸ​ບັນ. ເມື່ອ​ກີ້​ພວກ​ເຮົາ​ກໍ​ແນະ​ນຳ​ມາ​ແລ້ວ​ວ່າ, “ປະ​ຕິ​ບັດຕາມ​ຄຳ​ໝັ້ນ​ສັນ​ຍາ, ການ​ກະ​ທຳ​ຕ້ອງ​ໄດ້​ຮັບຜົນໃນ​ທີ່​ສຸດ”ແມ່ນ​ຂົງ​ຈື້​ສະ​ເໜີ​ອອກ​ມາ​ເມື່ອ 2000 ກວ່າ​ປີ​ກ່ອນ. ຢູ່​ປະ​ເທດ​ຈີນ, ແນວ​ຄິດ ຂອງ​ນັກ​ປັດ​ຊະ​ຍາ​ບູ​ຮານ​ໄດ້​ຮັບ​ການ​ສື​ບ​ທອດ ແລະ​ເສີມ​ຂະ​ຫຍາຍ​ສືບທອດຢ່າງຕໍ່​ເນື່ອງ​ໃນ​ລະ​ບົບ​ແນວ​ຄິດ​ແຫ່ງ​ການ​ປົກ​ຄອງບໍ​ລິ​ຫານ​ລັດ.

ປະ​ຈຸ​ບັນ, ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ່ 14 ໄດ້​ເລີ່ມ​ປະ​ຕິ​ບັດ​ແລ້ວ,ຈາກ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ຮອດ​ຄຳ​ໝັ້ນ​ສັນຍາ​ໃນການ​ລະ​ບາຍ​ກາກບອນ​ດີ​ອົກ​ຊິດ​ໄປເຖິງ​ລະ​ດັບ​ສູງ​ສຸດ ແລະ ປອດ​ກາກບອນ​ດີ​ອົກ​ຊິດ, ພ້ອມ​ດ້ວຍ​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ​ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ຈີນ​ຈະ​ສາ​ມາດ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແທ້​ຈິງ. ນີ້​ຈະ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ສຸກ​ຂອງ​ປະ​ຊາ​ຊົນ​ຈີນ​ເທົ່າ​ນັ້ນ, ແຕ່​ຍັງ​ຈະ​ປະ​ກອບ​ສ່ວນຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ໂລກ​ອີກ​ດ້ວຍ.

ຄຳ​ເຫັນ

0