黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາງ​ຈ່າງ​ຊ້ຽວ​ຊ້ຽວ ອາ​ຈານ​ສອນ​​ຟ້ອນ​ລາ​​ຕິນ

2021-05-18 15:08:42 cri

ຂ້ອຍ​ແມ່ນ​ອາ​ຈານ​​ຄົນໜຶ່ງ, ປີ​ນີ້​ຂ້ອຍ​ມີ​ອາ​ຍຸ 28 ປີ

​ຂ້ອຍ​ແມ່ນ​ນັກ​ຟ້ອນ​ຜູ້​ໜຶ່ງ, ຊ່າງ​ຟ້ອນ​ແບບລາ​​ຕິນ

ຂ້ອຍ​ເຄີຍ​ເຂົ້າ​​ຊີງຮອບ 6 ຄົນ​ສຸດ​ທ້າຍ​ໃນ​ການ​ແຂ່ງ​ຂັນ​ຟ້ອນ​​ມື​ອາ​ຊີບ​​ແບບ​ລາ​​ຕິນ​ລະ​ດັບ​ສາ​ກົນ​ໃນ​ພາກ​ພື້ນ​ອາ​ຊີ​

ເວົ້າ​ສຳ​ລັບ​ຂ້ອຍ​ແລ້ວ, ການ​ຟ້ອນ​ໄດ້​ເພີ່ມ​ພະ​ລັງ​ທາງ​ດ້ານ​ຈິດ​ໃຈ​ໃຫ້​​ກັບຂ້ອຍ

ເຮັດ​ໃຫ້​ຂ້ອຍ​ມີ​ຈິດ​ໃຈ​ອົດ​ທົນ ແລະ ​ເຂັ້ມ​ແຂງກວ່າ​ເກົ່າ

ຕະຫຼອດ​ໄລ​ຍະ​ການ​ຟ້ອນ, ຂ້ອຍ​ບໍ່​ຍອມ​ຮັບ​ຄວາມ​ສາ​ມາດ​ຂອງຕົນ​ເອງ ແລະ ​ພິ​ສູດຕົນ​ເອງ​​ຢູ່ເລື້ອຍໆ

​ເຮັດ​ແບບ​ນີ້​ໄດ້​ເປັນ​ການເພີ່ມ​ພະ​ລັງ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ​ໃຫ້​​ກັບ​ຂ້ອຍ ​ເຮັດ​ໃຫ້​ຂ້ອຍ​​ສາ​ມາດປັບ​ປຸງ​ຕົນ​ເອງ​ຢູ່​ເລື້ອຍໆ

ປັດ​ຈຸ​ບັນ, ຂ້ອຍ​ສອນ​ວິ​ຊາ​ຟ້ອນ​​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ເຫີ​ນານ

ເຂົາ​ເຈົ້າ​ລ້ວນ​ແຕ່​ເປັນ​ນັກ​ຮຽນ​ຂອງ​ຂ້ອຍ. ຂ້ອຍ​ມັກ​ຮ່ວມ​ຊີ​ວິດ​ນຳ​ເຂົາ​ເຈົ້າ​ທຸກ​ນາ​ທີ

ໃນ​ໂມງ​ສອນ, ຂ້ອຍ​ຈະ​ສອນ​ຈົນ​ສຸດ​ຄວາມ​ສາ​ມາດ ເຊິ່ງ​ກໍ​ເປັນ​ການ​ແກ່​ຍາວ “ຊີ​ວິດ​ຟ້ອນ​”ຂອງ​ຂ້ອຍ

ຫວັງ​ວ່າ​ມີ​ມື້​ໜຶ່ງ, ເຂົາ​ເຈົ້າ​​ຈະສາ​ມາດ​ໄປ​ສະ​ແດງ​ຢູ່​ຕາມ​ເວ​ທີ​​ຂະ​ໜາດ​ໃຫຍ່ກວ່າ ແລະ ​ມີຜົນ​ງານ​ທີ່​ດີກວ່າ​​ອີກ

​ເພື່ອນ​ຮ່ວມ​ຮຽນຂອງ​ຂ້ອຍຫຼາຍ​ຄົນ​ໄດ້​ປະ​ຖິ້ມ​ຊີ​ວິດ​ຟ້ອນ​​ຂອງ​ຕົນ​ໃນ​ໄລ​ຍະ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ

ແຕ່​ຂ້ອຍ​ພັດ​ມັກ​ການ​ຟ້ອນມາ​ຕັ້ງ​ແຕ່​ນ້ອຍ, ຂ້ອຍ​ໄດ້​ຖື​ເອົາ​ການ​ຟ້ອນ​ເປັນຊີ​ວິດ​​ຈິດ​ໃຈຂອງ​ຂ້ອຍ​ຕະຫຼອດ​ມາ

ແຕ່​ກ່ອນ, ຂ້ອຍ​ຢາກ​ເຂົ້າ​ຮ່ວ​ມ​ການ​ແຂ່ງ​ຂັນ​ຕະຫຼອດ​ໄປ

ແຕ່​ວ່າ, ພາຍຫຼັງ​ຂ້ອຍ​ເປັນ​ອາ​ຈານ​ສອນ​ແລ້ວ, ຄວາມ​ໃຝ່​ຝັນ​ຂອງ​ຂ້ອຍ​ແມ່ນ​​ຢາກຊ່ວຍ​ນັກ​ຮຽນ​ສ້າງ​ຜົນ​ງານ​ໃຫ້​ໄດ້​ດີກວ່າ​ເກົ່າ ໂດຍ​ຜ່ານ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ, ແຕ່​ກໍ​ບໍ່​ແມ່ນ​ພຽງ​ດ້ານ​ການ​ແຂ່ງ​ຂັນ​ເທົ່າ​ນັ້ນ

ເວົ້າ​ສຳ​ລັບ​ຂ້ອຍ​ແລ້ວ, ​ການ​ຟ້ອນ​ແບບ​ລາ​​ຕິນ, ເປັນ​ການ​ສະ​​ແຫວງ​ຫາ​ທາງ​ດ້ານ​ສິລະ​ປະ ແລະ ກໍ​ແມ່ນ​ຊ່ອງ​ທາງການ​ແລກ​ປ່ຽນ​​ວັດ​ທະ​ນະ​ທຳ​ກັບ​ຕ່າງ​ປະ​ເທດ

ເດືອນ​ເມ​ສາ​ປີ​ນີ້, ທາງ​ມະ​ຫາ​ວິ​ທະ​ຍາ​ໄລ​ໄດ້​ຕົກ​ລົງ​ຈັດ​ງານ​ກິ​ລາ​ລະ​ດູ​ບານ​ໃໝ່​ຄັ້ງ​ທຳ​ອິດ ພາຍຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຜ່ານ​ພົ້ນ​ໄປ

ໜ້າ​ທີ່​ຂອງ​ພວກ​ເຮົາ​ແມ່ນ​ກຽມ​ລາຍ​ການ​ຟ້ອນ 2 ລາຍ​ການ ທີ່​ມີ​ສະ​ມາ​ຊິກ​ທັງ​ໝົດ 52 ຄົນ, ມີ​ເວ​ລາ​ກະ​ກຽມ​ພຽງ​ແຕ່ 2 ອາ​ທິດ, ​ນີ້ເປັນ​ໜ້າ​ທີ່​ໜັກຫຼາຍ

ຍາ​ກ​ທີ່​ສຸດ​ກໍ​ແມ່ນ​ຈັດ​ຕັ້ງ​ນັກ​ສຶກ​ສາ 52 ຄົນ​​ທີ່​ມາຈາກ​​ຊັ້ນ​ຮຽນ​ຕ່າງ​ກັນ​ແລະ​ຝຶກ​ໃນໃນ​ນອກ​ໂມງ​ຮຽນ

ທີ່​ຈິງ​ແລ້ວ, ຍາກຫຼາຍ, ແຕ່​ໃຈ​ຂ້ອຍ​ກໍ​ໄດ້​ບອກ​ຂ້ອຍ​ວ່າ, ​ຈັ່ງ​ໃດ​ກໍຕ້ອງ​ເຮັດ​ໃຫ້​ສຳ​ເລັດ​ຍາມ​ທີ່​ເປັນ

“ໄວ​ໜຸ່ມ” ກໍ​ເປັນ​ໄວ​ທີ່​ກ້າ​ເຮັດ​ກ້າ​ທຳ

​ເຕົ້າ​ໂຮມ​ຄວາມ​ພະ​ຍາ​ຍາມ​ຂອງ​ຝ່າຍ​ຕ່າງໆ, ຈິ່ງ​ຈະ​ສາ​ມາດ​ເຮັດ​ວຽກ​ງານ​ນີ້​ໃຫ້​ລຸ​ລ່ວງ​ໄປ​ດ້ວຍ​ດີ

ຂ້ອຍ​ເຫັນ​ວ່າ: ການ​ຟ້ອນ​ກໍ​ເປັນ​ພາ​ສາ​​ຢ່າງ​ໜຶ່ງແບບ​ບໍ່​ມີ​ສຽງ, ສາ​ມາດ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ ແລະ​ ​ສາ​ມາດ​ສ້າງມິດ​ຕະ​ພາບ​ລະ​ຫວ່າງ​ເພື່ອນ​ມິດ​ປະ​ເທດ​ຕ່າງໆ, ທັງ​ສາ​ມາດ​ເຮັດ​ໃຫ້​ວັດ​ທະ​ນະ​ທຳ​ຂອງ​ພວກ​ເຮົາ​ອຸ​ດົມ​ສົມ​ບູນ​ຍິ່ງ​ຂຶ້ນ

ຂ້ອຍ​ຫວັງ​ວ່າ, ຂ້ອຍ​ບໍ່​ພຽງ​ແຕ່​ເປັນ​ອາ​ຈານ​ສອນ​ການ​ຟ້ອນ​ເທົ່າ​ນັ້ນ, ຂ້ອຍ​​ຍັງສາ​ມາດ​ເປັນ​ທູດ​ວັດ​ທະ​ນະ​ທຳ​ໄດ້ອີກ

ຂ້ອຍ​ແມ່ນ​ຈ່າງ​ຊ້ຽວ​ຊ້ຽວ ອາ​ຈານ​ສອນ​​ຟ້ອນ​ຄົນ​ໜຶ່ງ

ຄຳ​ເຫັນ

0