覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ລົງ​ຮາກ​ຖານ 4 ດ້ານ ພາກ​ທີ 2

2021-05-19 14:21:05 cri

 

ຫຼັງ​ຈາກ​ການ​ລົງ​ເລິກ​ການສຳຫຼວດ​ຄົ້ນ​ຄວ້າ​ໄດ້​ໄລ​ຍະ​ໜຶ່ງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ມີ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ສະ​ພາບ​ການ​ຂອງ​ນິງ​ເຕີ. ທ່ານ​ເຫັນ​ວ່າ ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່​ ນິງ​ເຕີ​ຕ້ອງ​ອົບ​ຮົມ​ທາງ​ດ້ານ​ແນວ​ຄິດ​ສາ​ກ່ອນ, ຖ້າ​ຢາກ​ມີ​ການ​ພັດ​ທະ​ນາ, ກ່ອນ​ອື່ນ​ໝົດ​ຕ້ອງ​ປະ​ຖິ້ມ​ແນວ​ຄວາມ​ຄິດ​ເກົ່າ​ມີ​ແຕ່ “​ຄອງ​ຄອຍ, ເພິ່ງ​ພາ ແລະ ຮ້ອງ​ຂໍ​ຈາກ​ລັດ”, ຕ້ອງ​ແກ້​ໄຂ​ບັນ​ຫາ​ຄວາມ​ທຸກ​ຍາກ​ທາງ​ດ້ານ​ຈິດ​ໃຈ. ທ່ານ​ຍັງ​ໄດ້​ສະ​ເໜີ​ທັດ​ສະ​ນະ “ນົກ​ອ່ອນ​ຕ້ອງ​ບິນ​ໄປ​ກ່ອນ”, ເຊີດ​ຊູ​ຈິດ​ໃຈ​ທີ່ “​ຢອດ​ນ້ຳ​ທະ​ລຸ​ຊອດ​ຫີນໄດ້”, ເຮັດ​ແທ້​ທຳ​ຈິງ​ຢ່າງ​ຕັ້ງ​ໜ້າ, ສຸມ​ຄວາມ​ພະ​ຍາ​ຍາມ​ເປັນ​​ເວ​ລາ​ຍາວ​ນານ​ຢ່າງ​ບໍ່​ລົດ​ລະ, ໃຫ້ “ນົກ​ອ່ອນ”ບິນ​ໄປ​ກ່ອນ ແລະ ບິນ​ໄ​ດ້​ໄວ.
 

图片默认标题_fororder_四下基层2
 

ເດືອນ​ມັງ​ກອນ​ປີ1989, ທ່ານ​ສີ​ຈິ້ນ​ຜິງ (ຜູ້​ທີ​ສອງ​ແຕ່​ຊ້າຍ​ໄປ​ຂວາ)​ໂອ້ລົມ​ສົ້ນ​ທະ​ນາ​ກັບ​ກຳ​ມະ​ກອນ​​ຢູ່​ສະ​ຖານ​ທີ່​ກໍ່​ສ້າງ​ຂົວ​ໂຮ້​ຖົງ​ຊິ່ງ​ສຽນ​ເມືອງ​ນິງ​ເຕີ.

 

​ ແນວ​ຄວາມ​ຄິດ​ແຫ່ງ​ການພັດ​ທະ​ນາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງຕໍ່​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ຍັງ​​ໄດ້ໃຫ້​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ຕໍ່​ການ​ປູກ​​ໄມ້​ສ້າງ​ປ່າ​ປະ​ສົມ​ປະ​ສານ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດຂອງ​ທ້ອງ​ຖິ່ນ.

 

​ຕາ​ແສງ​ຫູ​ເປີ້ຍ ເຂດ​ນິງ​ເຕີ​ເລີ່ມ​ຜະ​ລິດແຕະໜຶ້ງ​ອາ​ຫານ​ມາ​ແຕ່​ປີ 1097, ມາ​ຮອດ​ປະ​ຈຸ​ບັນ​ນີ້​ມີ​ປະ​ຫວັດ​ສາດ 900ກວ່າ​ປີ​ແລ້ວ, ​ນີ້ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທາງ​ຮີດ​ຄອງ​ປະ​ເພ​ນີ​ທີ່​ລ້ຳ​ຄ່າ​ຂອງ​ຈີນ. ແຕ່​ໃນ​ອະ​ດີດ, ຢູ່​ຕາ​ແສງ​ຫູ​ເປີ້ຍ​,​ແຕ່​ລະຄອບ​ຄົວ​​ເຮັດ​ແຕະ​ໜຶ້ງອາ​ຫານ​​ພໍ​ໃຜ​ພໍ​ລາວ, ມີ​ຂະ​ໜາດ​ນ້ອຍ, ສາ​ມາດ​ຈຳ​ໜ່າຍ​​ໄດ້​ແຕ່ຢູ່​ພາຍ​ໃນ​ເທົ່າ​ນັ້ນ. ທ່ານ​ສີ​ຈິ້ນ​ຜິງ​ຮັບ​​ຮູ້​ເຂົ້າ​ໃຈ​ກ່ຽວ​ກັບສະ​ພາບ​ການ​ນີ້​​ຈຶ່ງສະ​ເໜີ​ອອກ​ມາ​ວ່າ: “ແຕະ​ໜຶ້ງ​ອາ​ຫານ​ແມ່ນ​ຍີ່​ຫໍ້​ເກົ່າ​ແກ່, ຕ້ອງ​​ພັດ​ທະ​ນາ​ໃຫ້​ເປັນ​ການ​ຜະ​ລິດ​ຂະ​ໜາດ​ໃຫຍ່, ພັດ​ທະ​ນາ​ຍີ່​ຫໍ້​ເກົ່າ​ແກ່​ໃຫ້​ຈະ​ເລີນ​ຂຶ້ນ.” ຖ້າ​ຢາກ​​ດັ່ງ​ນັ້ນ, ກ່ອນ​ອື່ນ​ກໍ​ຕ້ອງ​ມີ​ການຮັບ​ປະ​ກັນ​ໃນ​ການ​ສະ​ໜອງວັດ​ຖຸ​ດິບ​ຢ່າງ​ພຽງ​ພໍ, ​ສະ​ນັ້ນ​ຕ້ອງ​ປູກ​ໄມ້​ໄຜ່​ກ່ອນ. ນີ້​ກໍ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ຮັບ​ຮູ້​ວ່າ ການ​ປູກ​ໄມ້​ໄຜ່​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ລາຍ​ຮັບ​ຂອງ​ຕົນ, ​ເຂົາ​ເຈົ້າຈຶ່ງ​ໄດ້​ມີ​ຄວາມ​ກະ​ຕື​ລື​ລົ້ນ​ສູງ​ຂຶ້ນ. ບໍ່​ດົນ, ບັນ​ຫາ​ວັດ​ຖຸ​ດິບ​ໃນ​ການ​ຜ​ະ​ລິດ​ແຕະ​ໜຶ້ງ​​ອາ​ຫານຂອງ​ຕາ​ແສງ​ຫູ​ເປີ້ຍ​ກໍ​ໄດ້​ຮັບ​ການ​ແກ້​ໄຂ, ຂະ​ໜາດ​ການ​ຜະ​ລິດ​ກໍ​ນັບ​ມື້​ນັບ​ໃຫຍ່​ຂຶ້ນ, ປະ​ຈຸ​ບັນ​ໄດ້​ຈຳ​ໜ່າຍ​ຢູ່​ໃນ​ທົ່ວ​ໂລກແລ້ວ.

 

ຖ້າ​ທ່ານ​ມີ​ໂອ​ກາດ​ໄປ​ຢາມ​ ​ນີງ​ເຕີ​ຂອງ​ຈີນ, ກໍ​ຈະ​ໄດ້​ເຫັນ​ວ່າ, ຕົ້ນ​ໄມ້ ແລະ ໄມ້​ໄຜ່​ທີ່​ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ເສີມ​ໃຫ້​ປູກ​ນັ້ນ​ລ້ວນ​ແຕ່​ໄດ້​ເຕີບ​ໃຫຍ່​ແລ້ວ, ປີ 2019, ອັດ​ຕາ​ປົກ​ຫຸ້ມຂອງ​ປ່າ​ໄມ້​​ຢູ່​ນີງ​ເຕີ​ໄດ້​ກວມ​ເຖິງ67,5%, ເຊິ່ງ​ສູງກວ່າ​ອັດ​ຕາ​ປົກ​​ຫຸ້ມ​ປ່າ​ໄມ້​ທົ່ວ​ແຂວງ​ຟູ​ຈ້ຽນ, ນີ້​ກໍ​ແມ່ນ​ຜົນ​ງານ​ທີ່ດີ​ງາມ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ສ້າງ​ໄວ້​ໃນວຽກ​ງານ​ປູກ​ໄມ້​ສ້າງ​ປ່າໃນ​ອະ​ດີດ.

 

ໃນ​ຂະ​ບວນ​ການ​ນຳ​ພາ​ປະ​ຊາ​ຊົນ​ນີງ​ເຕີເພື່ອຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ກ້າວ​ໄປ​ສູ່​ຄວາມ​ຮັ່ງ​ມີ​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ນີງ​ເຕີພັດ​ທະ​ນາຕິດ​ແທດ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ, ພັດ​ທະ​ນາ​ເສດ​ຖະ​ກິດຫຼາຍ​ຊະ​ນິດ. ໃນ​ເວ​ລາ​ນັ້ນ, ປະ​ຊາ​ຊົນ​ນີງ​ເຕີ​ໄດ້​ປູກ​ຊາ, ແຕ່​ເປັນ​ແບບ​ກະ​ແຈກ​ກະ​ຈາຍ, ຢູ່​ແຕ່​ລະ​ເມືອງລ້ວນ​ແຕ່​ມີ​ໂຮງ​ງານ​ຜະ​ລິດ​ຊາ, ​ມີຫຼາຍ​ແນວ​ພັນແຕ່​​ບໍ່​ໂດດ​ເດັ່ນ, ​ທັງບໍ່​ມີ​ຄຸນ​ນະ​ພາບ​ທີ່​ເທົ່າ​ທຽບ​ກັນ, ທັງ​ບໍ່​ເປັນ​ຂະ​ໜາດ​ໃຫຍ່, ​ແຮ່ງ​ບໍ່​ມີ​ຍີ່​ຫໍ້​ທີ່​ມີ​ຊື່​ສຽງ, ຈຶ່ງ​ບໍ່​ສາ​ມາດ​ຈຳ​ໜ່າຍ​ດ້ວຍ​ລາ​ຄາ​ສູງ​ໄດ້.

 

ຫຼັງ​ຈາກ​ການ​ສຳຫຼວດ​ຄົ້ນ​ຄວ້າ, ທ່ານ​ສີ​ຈິ້ນ​ຜິງໄດ້​ພົບ​ເຫັນ​ວ່າ, ຢູ່ຫຼາຍ​ເມືອງ​ຂອງ​ເຂດ​ນີງ​ເຕີເໝາະ​ສົມ​ກັບ​ການ​ປູກ​ຊາ, ຈຶ່ງ​ໄດ້​ຮຽກ​ຮ້ອງ​ໃຫ້​ເມືອງ​ເຫຼົ່າ​ນີ້​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ, ​ຄັດ​ແຍກ​ລະ​ດັບ​​ຄຸນ​ນະ​ພາບໃບ​ຊາ, ປູກ​ຊາ​ໃຫ້​ເປັນ​ຂະ​ໜາດ​ໃຫຍ່, ແລະ​ຄຸ້ມ​ຄອງ​ຕາມຫຼັກ​ວິ​ທະ​ຍາ​ສາດ, ຜະ​ລິດ​ໃບ​ຊາ​ລະ​ດັບ​​ສຸດຍອດ, ແລະ​ສ້າງ​ຍີ່​ຫໍ້​ທີ່​ມີ​ຊື່​ສຽງ​ຂອງ​ນີງ​ເຕີ. ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ກ່າວ​ເນັ້ນ​ເປັນ​ພິ​ເສດ​ວ່າ: “ຄອບ​ຄົວ​ທຸກ​ຍາກ​ຈຳ​ນວນ​ໜຶ່ງ​ບໍ່​ສາ​ມາດ​ເຮັດ​ໄດ້ ພວກ​ເຈົ້າ​ກໍ​ຄວນ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ, ໃຫ້​ຄອບ​ຄົວ​ທຸກ​ຍາກ​ສະ​ໜອງ​ແຮງ​ງານ, ກອງ​ຜະ​ລິດ​​ກໍ​ຄວນໃຫ້​ການ​ສະ​ໜັບ​ສະ​ໜູນ​ໃນ​ດ້ານ​ອື່ນໆ.” ໃນ​ເວ​ລາ​ນັ້ນ, ເງິນ​ກູ້​ຂອງ​ທະ​ນາ​ຄານ​ຍັງ​ມີ​ໜ້ອຍ, ກອງ​ຜະ​ລິດ​ກໍ​ໃຫ້​ຊາວ​ກະ​ສິ​ກອນ​ຕິດ​ໜີ້​ໄວ້​ກ່ອນ, ທັງ​ໄດ້​ໃຫ້​ເງິນ​ອຸດ​ໜູນ, ໃນ​ທີ່​ສຸດ​ເຮັດ​ໃຫ້​ການ​ຜະ​ລິດ​ໃບ​ຊາ​ມີ​ຂະ​ໜາດ​ໃຫຍ່​ຂຶ້ນ.

 

ປະ​ຈຸ​ບັນ, ​ນີງ​ເຕີ​ໄດ້​ກາຍ​ເປັນ​ແຫຼ່ງ​ຜະ​ລິດ​ໃບ​ຊ​າ​ທີ່​ສຳ​ຄັນ​ຂອງ​ແຂວງ​ຟູ​ຈ້ຽນ. ຍີ່​ຫໍ້​ໃບ​ຊາ​ຂ​ອງ​ນີງ​ເຕີ, ເຊັ່ນ: ຊາ​ຂາວ​​ມິນ​ຕົ່ງ, ຊາ​ຂາວ​ຟູ​ຕິງ, ແລະຊາ​ດອກຊ້ອນນີງ​ເຕີ, ​ໄດ້​ປ້ອນ​ສູ່​ຕະຫຼາດ​ທົ່ວ​ປະ​ເທດ ແລະ ໂລກ. ​ສະ​ເພາະແຕ່​ອຸດ​ສາ​ຫະ​ກຳ​ໃບ​ຊາ, ກໍ​ໄດ້​ເຮັດ​ໃຫ້ຫຼາຍ​ຕາ​ແສງ​ຂອງ​ນີງ​ເຕີຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ໃນ​ຂະ​ບວນ​ການ​ນີ້, ບໍ່​ວ່າ​​ຈະແມ່ນ​ການ​ຜະ​ລິດ​ທີ່ເປັນ​ຂະ​ໜາດ​ໃຫຍ່, ​ການຍົກ​ສູງ​ຄຸນ​ນະ​ພາບ ແລະ ສ້າງ​ຍີ່​ຫໍ້​ທີ່​ມີ​ຊື່​ສຽງ, ລ້ວນ​ແຕ່​ມີ​ເຫື່ອ​ແຮງ​ສະ​ຕິ​ປັນ​ຍາ ແລະ ການ​ປະ​ກອບ​ສ່ວນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ.

 

ນອກ​ຈາກ​ນີ້​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ເອົາ​ໃຈ​ໃສ່​​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຕາມ​ເງື່ອນ​ໄຂ​ທີ່​ເອື້ອ​ອຳ​ນວຍ​ຂອງ​ທ້ອງ​ຖິ່ນ, ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ປະ​ຊາ​ກອນ. ມີ​ເທື່ອ​ໜຶ່ງ, ພະ​ນັກ​ງານ​ໄດ້​ລາຍ​ງານ​ສະ​ພາບ​ກ່ຽວ​ກັບ​ເລື່ອງ​ທີ່​ຕາ​ແສງ​ຊື​ໂຮ້​ນຳ​ເຂົ້າ​ໂຮງ​ງານເສື້ອ​ແລນຂອງ​ຮົງ​ກົງ, ທ່ານ​ຟັງ​ແລ້ວ​ສົນ​ໃຈຫຼາຍ ຈຶ່ງ​ໄປ​ສຳຫຼວດ​ຄົ້ນ​ຄວ້າ​ຕົວ​ຈິງ. ເມື່ອ​ໄປ​ຮອດ​ຕາ​ແສງ​ຊື​ໂຮ້​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ຖາມ​ວ່າ: “ເມື່ອ​ສ້າງ​ໂຮງ​ງານ​ເສື້ອ​ແລນ​ຢູ່​ນີ້​ແລ້ວ, ຄຸນ​ນະ​ພາບ​ຂອງ​ກຳ​ມະ​ກອນ​ຈະ​ເປັນ​ແນວ​ໃດ?” ເມື່ອ​ຮັບ​ຮູ້​ວ່າ ກຳ​ມະ​ກອນ​​ສ່ວນຫຼາຍມີ​ລະ​ດັບ​​ການ​ສຶກ​ສາ​ພຽງ​ແຕ່​ຊັ້ນ​ປະ​ຖົມ​​ເທົ່າ​ນັ້ນ, ທ່ານ​ເວົ້າ​ວ່າ: “ພວກ​ສະ​ຫາຍ​ມີ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຫຼາຍ, ການ​ນຳ​ເຂົ້າ​ໂຮງ​ງານ​ເສື້​ອ​ແລນ​ນີ້​ກໍ​ແມ່ນ​ເລື່ອງ​ດີ, ແຕ່​ຕ້ອງ​ເອົາ​ໃຈ​ໃສ່​ການ​ຝຶກ​ອົບ​ຮົມ​ກຳ​ມະ​ກອນ, ຕ້ອງ​ອົບ​ຮົມ​ກຳ​ມະ​ກອນ​ຊຸດ​ໜຶ່ງ​ທີ່​ມີ​ຄວາມ​ຊຳ​ນານ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ໂຮງ​ງານ​ໃຫ້​ໄດ້. ຖ້າ​ການ​ອົບ​ຮົມ​ບໍ່​ໄດ້​ມາດ​ຕະ​ຖານ, ກໍ​​ຈະເປັນ​ພຽງ​ແຕ່​ລູກ​ຈ້າງ​ຂອງ​ຜູ້​ອື່ນ​ເທົ່າ​ນັ້ນ.”

 

ກໍ​ຄື​ແນວ​ນີ້ແຫຼະ, ພາຍ​ໃຕ້​ການ​ຊີ້​ນຳ​ຕາມ​ແນວ​ຄວາມ​ຄິດ “ນົກ​ອ່ອນ​ຕ້ອງ​ບິນ​ໄປ​ກ່ອນ ​ຢອດນ້ຳ​​ທະ​ລຸຊອດ​​ຫີນໄດ້”, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ນີງ​ເຕີ​ໄດ້​ເກີດ​ມີ​ປະ​ສິດ​ທິ​ຜົນ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ, ລາຍ​ຮັບ​​ຂອງ​ທ້ອງ​ຖິ່ນ​ໄດ້​ຈາກ ບໍ່​ຮອດ 50 ລ້ານຢວນ​ໃນ​ອະ​ດີດ​ເພີ່ມ​ຂຶ້ນ​ເປັນ 10 ຕື້ກວ່າ​ຢວນ​ໃນ​ປະ​ຈຸ​ບັນ, ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 20 ກວ່າ​ເທົ່າ, ຖື​ວ່າ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ. ເມື່ອ​ປະ​ສົມ​ປະ​ສານ​ກັບແນວ​ຄວາມ​ຄິດຂອງ​ທ່ານ​ສີ​ຈິ້ນ​ຜິງກ່ຽວ​ກັບ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ກໍ​ສາ​ມາດ​ເຫັນ​ໄດ້​ວ່າ, ເມື່ອຫຼາຍ​ສິບ​ປີ​ກ່ອນ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ລົງ​ມື​ປະ​ຕິ​ບັດ​ຕົວ​ຈິງ​ກ່ຽວ​ກັບ “ກາ​ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຢ່າງ​ຖືກ​ຕ້ອງ​ກັບ​ເປົ້າ​ໝາຍ​ທີ່​ແນ່ນອນ” ຢູ່​​ນີງ​ເຕີ​ມາ​ແລ້ວ. ນີ້​ຈຶ່ງເຮັດ​ໃຫ້​ພະ​ນັກ​ງານ​ທ້ອງ​ຖິ່ນຫຼາຍ​ຄົນ​ອຸ​ທານ​ຂຶ້ນ​ມາ​ວ່າ: ​ບໍ່​​ມີຄວາມ​ເຂົ້າ​ໃຈບັນ​ຫາ​ໄດ້​ຢ່າງ​ເລິກ​ເຊິ່ງ, ​ແລະກໍ​ບໍ່​ໄດ້​ມີ​ສາຍ​ຕາ​ເບິ່ງກວ້າ​ງມອງ​ໄກ​ຄື​ກັບ​ທ່ານ​ສີ​ຈິ້ນ​ຜິງ.

 

ຄຳ​ເຫັນ

0