尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ​ສະ​ແດງ​ໃຫ້​ເຫັນ​ເຖິງແຮງ​ຕ້ານ​ທານ​ທີ່​ເຂັ້ມ​ແຂງ

2021-05-19 17:26:14 cri

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ​ສະ​ແດງ​ໃຫ້​ເຫັນ​ເຖິງແຮງ​ຕ້ານ​ທານ​ທີ່​ເຂັ້ມ​ແຂງ_fororder_4034970a304e251fdbecaee9cee9481f7f3e537b

      ​ເວົ້າ​ສຳ​ລັບການ​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຂອບ​ເຂດ​ທົ່ວ​ໂລກ, ພະ​ຍາດ​ໂຄວິດ-19 ໄດ້​ກາຍ​ເປັນ​ວິ​ກິດ​ການ​ຄັ້ງ​ໃຫຍ່​ທີ່​ສຸດ​ທີ່​ສັງ​ຄົມ​ມະ​ນຸດ​ພວມ​ຜະ​ເຊີນ​ຢູ່​ໃນ​ປັດ​ຈຸ​ບັນ, ເມື່ອ​ເວົ້າ​​ເຖິງ​ແຮງຕ້ານ​ທານ​ຈາກ​ຄວາມ​ກົດ​ດັນ​​ທີ່​ມີ​ຕໍ່ເສດ​ຖະ​ກິດ​ແລະການ​ບໍ​ລິ​ຫານ​​ສັງ​ຄົມ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ​ແລ້ວ​ລ້ວນ​ແຕ່ເປັນ​ກາ​ນ​ທົດ​ສອບທີ່​ຂ້ຽວ​ຂາດ​ຮອບ​ໜຶ່ງ.
 

      ອົງ​ການ​ພາ​ສີ​ແຫ່ງ​ຊາດຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 4 ເດືອນ​ທຳ​ອິດ​ຂອງ​ປີ​ນີ້, ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ຂອງ​ຈີນ​ກັບອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ​ອ່າວຫຼາຍ, ອາ​ຊຽນ​ໄດ້​ກາຍ​ເປັນ​ຄູ່​​ການ​ຄ້າ​ໃຫຍ່ອັນ​ດັບ​ໜຶ່ງ​ຂອງ​ຈີນ, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ​ໄດ້​ບັນ​ລຸ​ເຖິງ 1.720 ຕື້ຢວນ, ເພີ່ມ​ຂຶ້ນ 27,6%, ກວມ 14,8%ຂອງຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ.
 

      ນັບ​ແຕ່​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈີນ​ແລະ​ປະ​ເທດ​ອາ​ຊຽນ​ໄດ້ຊ່ວຍ​ຊູ​ຍູ້​ໜູນ​ກັນ, ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ຕ້ານ​ພະ​ຍາດ​ໂຄວິດ-19 ຢ່າງກວ້າງ​ຂວາງ. ຈີນ​ແລະ​ສິງ​ກະ​ໂປ,ລາວ,ມຽນ​ມາ,ອິນ​ໂດ​ເນ​ເຊຍ​ແລະ​ປະ​ເທດ​ອື່ນໆ​ໄດ້​ສ້າງ “ຊ່ອງ​ທາງ​ສະ​ດວກ​”​ໃຫ້​ກັບ​ບຸກ​ຄະ​ລາ​ກອນ ແລະ “ຊ່ອງ​ທາງ​ສີ​ຂຽວ” ​ສຳ​ລັບສິນ​ຄ້າ.
 

      ວັນ​ທີ 13 ພຶດ​ສະ​ພາ​ນີ້, ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາດທີ່​ບັນ​ທຸກ​ຜະ​ລິດ​ຕະ​ພັນກະ​ສິ​ກຳ​ຖ້ຽວ​ທຳ​ອິດ​ໄດ້​ອອກ​ເດີນ​ທາງ​ຈາກ​ນະ​ຄອນ​ໜານ​ນິງ​ຜ່ານ​ດ່ານ​ຜິງ​ສຽງ​​ເຂດກວາງ​ຊີ​ເຂົ້າ​ສູ່​ຫວຽດ​ນາມ,ແລະ​ແລ່ນ​ໄປ​ຕາມ​ທາງ​ຫຼວງ​ສູ່​ປະ​ເທດ​ລາວ. ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​​ຂ້າມ​ຊາດ “ຈີນ-ຫວຽດ​ນາມ-ລາວ” ກໍ​ເໝືອນ​ດັ່ງ​ຂົວ​ຕໍ່​ລະ​ຫວ່າງ​ຊາດ, ເຊິ່ງ​ເປັນ​ສິ່ງ​ອຳ​ນວຍຄວາມ​ສະ​ດວກ​ໃຫ້​ແກ່​​ທຸກ​ຂັ້ນ​ຕອນການ​ຜະ​ລິດ​ເລີ່ມ​ແຕ່​ຂອດ​ການ​ຜະ​ລິດ,ການ​ຈັດ​ສັນ​, ການ​ຈໍ​ລະ​ຈອນ​ແລະ​ການ​ບໍ​ລິ​ໂພກ,​ເຊິ່ງ​ເປັນ​ການ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ຈີນ​ແລະ​ອາ​ຊຽນ.
 

      ນອກ​ນີ້, ພາຍ​ໃຕ້​ການ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍຈີນ​ແລະ​ອາ​ຊຽນກໍ​ໄດ້​ກ້າວ​ຂຶ້ນ​ສູ່​​ລະ​ດັບ​ໃໝ່.
 

      ວັນ​ທີ 26 ເມ​ສາ​ນີ້, ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ບັນ​ຊີ​ລາຍ​ຊື່​​ແຫຼ່ງ​ຜະ​ລິດ​ໝາກ​ມ່ວງ​ກຳ​ປູ​ເຈຍ​ເພື່ອ​ສົ່ງ​ອອກ​ສູ່​ຈີນ​ທີ່​ໄດ້​ຈົດ​ທະ​ບຽນ​ແລ້ວ 37 ແຫ່ງ​ແລະ​ວິ​ສາ​ຫະ​ກິດ​ຫຸ້ມ​ຫໍ່ 5 ແຫ່ງ​ຢ່າງ​ເປັນ​ທາງ​ການ, ​ເມື່ອ​ບໍ່​ດົນ​ມາ​ນີ້, ໝາກ​ມ່ວງ​ສົດ​ 80 ໂຕນງວດ​ທຳ​ອິດ​ຂອງ​ກຳ​ປູ​ເຈຍ​ເພື່ອ​ສັ່ງ​ເຂົ້າ​ຈີນ​ໄດ້​ອອກ​ເດີນ​ທາງ​ຈາກ​ທ່າ​ກຳ​ປັ່ນ​ພະ​ນົມ​ເປັນ, ຜ່າ​ນ​ທ່າ​ກຳ​ປັ່ນ​ໂຮ​ຈິ​ມິນ​ຂອງ​ຫວຽດ​ນາມ​ແລ້ວ​​ຜ່ານ​ທະ​ເລ​ໃນ​ທີ່​ສຸດ​ກໍ​ມາເຖິງ​ປະ​ເທດ​ຈີນ. ​ນັບແຕ່​ປີ​ນີ້​ເປັນ​ຕົ້ນ​ມາ, ຈີນ​ຍັງ​ໄດ້​ເພີ່ມ​ຂະ​ໜາດ​ການ​ນຳ​ເຂົ້າ​​ງົວ​ພັນ​ຊີ້ນຈາກ​ອາ​ຊຽນ​ອີກ. ວັນ​ທີ 28 ເມ​ສາ​ນີ້, ​ງົວ​ພັນ​ຊີ້ນ​ຂອງ​ລາວງວ​ດ​ທຳ​ອິດ​ໄດ້​ຮັບ​ການ​ຂົນ​ສົ່ງ​ຈາກ​ລາວ​ຮອດ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນ​ນານ​ແລ້ວ,ຈາກ​ນີ້​​ຕໍ່ໄປ, ລາວ​ຈະ​ສົ່ງ​ອອກ​ງົວ​ພັນ​ຊີ້ນ 5 ແສນ​ໂຕ​ຕໍ່​​ປີ​ສູ່​ປະ​ເທດຈີນ. ​ໃນຂະ​ນະ​ດຽວ​ກັນ, ນ້ຳ​ໝາກ​ພ້າວ​ໄຮ​ໂດ​ຣ​ຈາກ​ອິນ​ໂດ​ເນ​ເຊຍ​ກໍ​ໄດ້​ມີ​ການ​ຈຳ​ໜ່າຍ​ຢູ່​ຮ້ານ​ຄ້າ​ຈິ່ງ​ຕຸ່ງ​ເຊິ່ງ​ເປັນ​ຮ້ານ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນແລະ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ຜູ້​ບໍ​ລິ​ໂພກ​ຂອງ​ຈີນ​ວ່າ​ແຊບ​ຫຼາຍ.
 

      ຈີນ​ແລະ​ອາ​ຊຽນ​ໄດ້​ຊ່ວຍ​ເຫຼືອເຊິ່ງ​ກັນ​ແລະ​ກັນ​ແລະ​ພ້ອມ​ກັນ​ກ້າວ​ໄປ​ໜ້າ​ໃນ​ການ​ຮ່ວມ​ມື​ກັນຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ພ້ອມ​ທັງ​ສືບ​ຕໍ່​ກາຍ​ເປັນ​ຄູ່​​ການ​ຄ້າ​ໃຫຍ່ອັນ​ດັບ​ໜຶ່ງ​ຂອງ​ກັນ​ແລະ​ກັນ,​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​​ແຮງ​ຕ້ານ​ທານ​ທີ່​ເຂັ້ມ​ແຂງ​ທ່າມ​ກາງວິ​ກິດ​ການ.
 

      ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​ແນວ​ດີ​ແລະ​ແນວ​ບໍ່​ດີ​​ປົນ​ເປ​ກັນ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ເຄີຍ​ໄດ້​ກ່າວ​ວ່າ: “ວິ​ກິດ​ການ​ແລະ​ກາ​ລະ​ໂອ​ກາດ​​ມັກ​ປົນ​ເປ​ກັນ​ຕະ​ຫຼອດ,ເມື່ອ​ສາ​ມາດ​ແກ້​ໄຂວິ​ກິດ​ການ​ໄດ້​ແລ້ວ​ວິ​ກິດ​ການ​ນັ້ນ​ກໍ​ຈະ​ກັບ​ກາຍ​ເປັນ​ໂອ​ກາດ.”
 

      ໃນ​ຕໍ່​ໜ້າ​ນີ້, ຈີນ​ແລະ​ອາ​ຊຽນ​ຍັງ​ຈະ​​ຕ້ອງສືບ​ຕໍ່​ຮ່ວມ​ມື​ກັນ,ຫັນ​ວິ​ກິດ​ການ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ໂອ​ກາດ​ການ​ພັດ​ທະ​ນາ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0