吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ ຈ່ານ​ເວີ້ຍ​ເຈີ່ນ ຜູ້​ອາ​ສາ​ສະ​ໝັກ​ດ້ານສາ​ທາ​ລະ​ນະ​ປະ​ໂຫຍດ

2021-05-19 16:34:08 cri

ກາ​ນ​ບັນຍາຍ​ກ່ຽວ​ກັບ​ສາ​ທາ​ລະ​ນະ​ປະ​ໂຫຍດ​​ຄືແບບ​ນີ້ ຂ້າ​ພະ​ເຈົ້າ​ໄດ້​​ເຂົ້າ​ຮ່ວມ​ເປັນ​ຫລາຍ​ສິບ​ຄັ້ງ​ແລ້ວ.

ຂ້າ​ພະ​ເຈົ້າ​ໄດ້​ນຳ​ພາ​ຜູ້ຊົມທັງ​ຫລາຍ​ຮັບ​ຮູ້​ລີ​ບັງ ແລະ ຊີ​ຣີ, ນຳ​ເອົາ​ເລື່ອງ​ລາວ​ກ່​ຽວ​ກັບ​ຊາວ​ອົບ​ພະ​ຍົບ​ກັບ​ມາ​ຈີນ.

ວຽກ​ປະ​ຈຳ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຄື​ປະ​ສານ​ງານ​ເຄື່ອງອຸປະກອນ, ຕິດ​ຕໍ່​ພົວ​ພັນ​ກັບຜູ້​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ແລະ​ຊ່ວຍ​ເຫລືອ​ຄົນ​ທີ່ມີຄວາມ​ຕ້ອງ​ການ.

ໃນ​ຖານເປັນ​ຜູ້ຈັດການ​ໂຄງ​ການ, ຂ້າ​ພະ​ເຈົ້າ​ໄດ້​ສຳ​ຜັດ​ກັບ​ຄວາມ​ມ່ວນຊື່ນ​ທີ່​ເຮັດ​ວຽກ​ຢູ່ແນວໜ້າ.

ຫລາຍ​ຄົນ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, ໃນ​ຮ່າງ​ກາຍ​ໂຕ​ນ້ອຍໆ​ນີ້, ເປັນ​ຫຍັງ​ຄື​ມີ​ພະ​ລັງ​ແຮງອັນ​ໄພ​ສານ​, ຂ້າ​ພະ​ເຈົ້າຄຶດ​ວ່າ, ອາ​​ດຍ້ອນ​ວ່າ​ຄວາມ​ຮັກ​ຫອມ​ຕໍ່​ວຽກ​ງານ​ນີ້.

ວຽກ​ງານ​ທີ່​ປະ​ຈຳ​ການ​ຢູ່​ແນວ​ໜ້າ​ໄດ້​ເຮັດ​ໃຫ້ຂ້າ​ພ​ະ​ເຈົ້າມີ​ປະ​ສົບ​ການ​ພິ​ເສດ, ຄື: ສົງ​ຄາມ, ການອົບ​ພະ​ຍົບ, ​ບໍ່​ມີ​ທີ່ຢູ່​ອາ​ໄສ ແລະ​ອື່ນໆ ເຊິ່ງ​ເປັນ​ສະ​ພາບ​ຊີ​ວິດ​ຂອງ​ຊາວ​ອົບ​ພະ​ຍົບ​​ລີ​ບັງ.

ຂ້າ​ພະ​ເຈົ້າ​ໄດ້​ເປັນ​ໝູ່​ກັນ​ກັບ​ຄົນ​ຢູ່​ນັ້ນ, ໄດ້​ຮັບ​ຟັງ​ເລື່ອງ​ລາວ​ກ່ຽວ​ກັບ​ເຂົາ​ເຈົ້າ, ເຂົ້​າ​ສູ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ. ເຂົ​າ​ເຈົ້າ​ໄດ້​ກາຍ​ເປັນ​ຄົນ​ທີ່​ເພິ່ງ​ຕົນ​ເອງ, ເປີດກວ້າງ ແລະ​ກ້າ​ຫານ. ຂ້າ​ພະ​ເຈົ້າ​ກະ​ຊື່ນຊົມ​ກັບ​ມິດ​ຕະ​ພາບ​ຂ້າມ​ຊາດ​ທີ່​ພິ​ເສດ​ແບບ​ນີ້.

ຂ້າ​ພະ​ເຈົ້າ​ຈະ​ຈື່​ຈຳ ວັນ​ທີ 4 ເດືອນ ສິງ​ຫາ ປີ 2020 ຕະ​ຫລອດ.

ເຫດ​ການ​ລະ​ເບີດ​ຢູ່​ທ່າ​ກຳ​ປັ່ນ​ເບ​ຣຸດ​ທີ່​ເຮັດ​ໃຫ້​ໂລກ​ແຕກ​ຕື່ນ, ຫ່າງ​ຈາກ​ຂ້າ​ພ​ະ​ເຈົ້າ​ພຽງ​ແຕ່ 3 ກິ​ໂລ​ແມັດ.

ບໍ່​ມີ​ເວ​ລາ​ຢ້ານ​ກົວ ແລະ​ລັ່ງ​ເລ​ໃຈ, ວຽກ​ງານເຮັດ​ໃຫ້​ຂ້າ​ພ​ະ​ເຈົ້າ​ຈຳ​ເປັນ​ຕ້ອງ​ໄປ​ຮອດ​ສະ​ຖານ​ທີ່​ເກີດ​ເຫດ​ຢ່າງ​ທັນ​ການ ເພື່ອ​ຢືນ​ຢັນ​ສະ​ພາບ​ການ​ປະ​ສົບ​ເຄາະ​ຮ້າຍ​ຂອງ​​ຄ້າຍ​ຊາວ​ອົບ​ພະ​ຍົບ.

ກັບ​ຄືນ​ສູ່ຊີ​ວິດ​ທີ່​ງຽບ​ສະ​ຫງົບ​ເປັນ​ເວ​ລາ​ສັ້ນໆ, ແລ້ວ​ມ້ຽ​ນ​ເຄື່ອງ​ອີກ​ຄັ້ງ ເພື່ອ​ໄປ​ຈຸດ​ໝາຍ​ປາຍ​ທາງ​ອັນ​ໃໝ່​ຕໍ່.

ຜູ້​ອາ​ສາ​ສະ​ໝັກ​ຈີນ​ຫລາຍກວ່າ​ເກົ່າ​ໄດ້​ມີ​ສ່ວນ​ຮ່ວມ​ນຳ, ການ​ອອກ​ເດີນ​ທາງ​ແຕ່​ລະ​ຄັ້ງ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຍິ່ງ​ມີ​ກຳ​ລັງ​ໃຈ​ຫລາຍກວ່າ​ເກົ່າ.

ພວກ​ເຮົາ​ຮ່ວມ​ກັນ​ສົ່ງ​ຕໍ່​​ພະ​ລັງ​ແຮງ​ຈີນ, ຮ່ວມ​ກັນ​ສ້າງ​ຄວາມ​ຫວັງ​ຂອງມວນ​ມະ​ນຸດ, ສົ່ງ​ແສງ​ສະ​ຫວ່າງ​ດ້ວຍ​ຄວາມ​ອົບ​ອຸ່ນໃຫ້​ແກ່​​ທຸກ​ມູມ​ທີ່​ຕ້ອງ​ການ​ພວກ​ເຮົາ​ໃນ​ໂລກ.

ນີ້​ຄື​ໄວ​ໜຸ່ມ​ຂອງ​ຂ້າ​ພ​ະ​ເຈົ້າ, ຂ້າ​ພະ​ເຈົ້າ ຈ່ານ​ເວີ້ຍ​ເຈີ່ນ ຜູ້​ອາ​ສາ​ສະ​ໝັກ​ດ້ານສາ​ທາ​ລະ​ນະ​ປະ​ໂຫຍດ.

ຄຳ​ເຫັນ

0