覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ຈີນເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສຸ​ຂະ​ພາບໂລກແລະ ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ

2021-05-21 23:47:01 cri

ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ຈີນເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສຸ​ຂະ​ພາບໂລກແລະ ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ_fororder_qunqiufenghu
 

ຕອນ​ຄ່ຳ​ວັນ​ທີ21ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສຸ​ຂະ​ພາບ​​ໂລກ​ຜ່ານ​ທາງວິ​ດີ​ໂອ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຕາມ​ຄຳ​ເຊີນ ແລະ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ທີ່​ມີ​ຫົວ​ຂໍ້​ວ່າ “ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມສາ​ທາ​ລະ​ນະ​ສຸກ​ຂອງມວນ​ມະ​ນຸດ”.
 

ທ່ານ​ສີ​ຈິ້ນ​ຜິງໄດ້​ຊີ້ໃຫ້​ເຫັນວ່າ: ໃນໄລ​ຍະ​ໜຶ່ງ​ປີ​ປາຍ​ມາ​ນີ້, ສະ​ພາບ​ພະ​ຍາດ​ໂຄວິດ-19 ​ເກີດມີ​ການ​ປ່ຽນ​ແປງ​ເລື້ອຍໆ, ພະ​ຍາດ​ຕິດ​ແປດ​ທີ່ຮ້າຍແຮງ​ທີ່​ສຸດ​ໃນ​ຮອບ​ຮ້ອຍ​ປີ​ມາ​ນີ້​ຍັງ​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ຢູ່. ການ​ເອົາ​ຊະ​​ນະ​ສະ​ພາບ​ພະ​ຍາດ​ແລະ​ ການຟື້ນ​ຟູ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໂດຍ​ໄວ ແມ່ນ​ໜ້າ​ທີ່​ສຳ​ຄັນ​ອັນ​ດັບ​ໜຶ່ງຂອງ​ປະ​ຊາ​ຄົມ​ໂລກ. ສະ​ມາ​ຊິກ​ກຸ່ມ G20 ຄວນ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ທົ່ວ​ໂລກ, ສຸມ​ໃສ່​ການ​ຍົກລະດັບຄວາມ​ສາ​ມາດ​ແລະ​ລະ​ດັບ​ການ​ຮັບ​ມື​ກັບ​ເຫດ​ການ​ສາ​ທາ​ລະ​ນະ​ສຸກ​ອັນ​ໜັກ​ໜ່ວງ​ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນນີ້.
 

ທ່ານ​ ສີ​ຈິ້ນ​ຜິງ​ໄດ້​ມີ​ຂໍ້​ສະ​ເໜີ 5 ​ຂໍ້ດັ່ງ​ລຸ່ມ​ນີ້:
 

ໜຶ່ງ: ຍຶດ​ໝັ້ນ​ການ​ຖື​ເອົາ​ປະ​ຊາ​ຊົນສຳ​ຄັນ​ກວ່າ​ໝູ່, ຖື​ເອົາ​ຊີ​ວິດ​​ສຳ​ຄັນ​ກວ່າ​ໝູ່. ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ແມ່ນ​ເພື່ອ​ປະ​ຊາ​ຊົນ, ​ແລະ ​ກໍຕ້ອງ​ອາ​ໄສ​ປະ​ຊາ​ຊົນ, ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ ​ແລະ ມີ​ຄວາມ​ກ້າ​ຫານ​​ທາງ​ການ​ເມືອງອັນໃຫຍ່ຫຼວງ, ໃຊ້​ການ​ກະ​ທຳ​ທີ່​ບໍ່​ທຳ​ມະ​ດາ​ເພື່ອ​ຮັບ​ມື​ກັບ​ເຫດ​ການ​ທີ່ເກີດ​ຂຶ້ນ​ແບບຜິດ​ປົກ​ກະ​ຕິນີ້, ຕ້ອງເຄົາ​ລົບ​ຄຸນ​ຄ່າ​ແລະກຽດ​ສັກ​ສີ​​ຊີ​ວິດ​ຂອງທຸກ​ຄົນຢ່າງ​ແທ້​ຈິງ, ຮັບ​ປະ​ກັນ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນໄດ້​ຮັບ​ຜົນ​ກະ​ທົບ​ໜ້ອຍ​ລົງ, ເຮັດໃຫ້​ສັງ​ຄົມ​ມີ​ຄວາມ​ເປັນລະ​ບຽບ​ຮຽບ​ຮ້ອຍ​ໂດຍ​ລວມ.
 

ສອງ: ຍຶດ​ໝັ້ນ​ການ​ໃຊ້​ມາດ​ຕະ​ການ​ຕາມຫຼັກ​ວິ​ທະ​ຍາ​ສາດ, ຮັບ​ມື​ຢ່າງ​ເປັນ​ລະ​ບົບ​​ແລະ​ ເປັນ​ເອ​ກະ​ພາບ​ກັນ. ຄວນ​ໃຊ້​ມາດ​ຕະ​ການ​​ນຳ​ໃຊ້​ຢາ​ ແລະ ​ບໍ່​ນຳ​ໃຊ້​ຢາ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ​ປະ​ຕິ​ບັດ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ໃຫ້​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ​ຢ່າງເປັນ​ປົກ​ກະ​ຕິ ​ແລະ​ ແກ້​ໄຂ​ບັນ​ຫາສຸກ​ເສີນ​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ປະ​ສານ​ສົມ​ທົບ​ການ​ປ້ອງ​ກັນ​ ຄວບ​ຄຸມ​ພະ​ຍາດ​ ແລະ ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃຫ້​ເປັນ​ເອ​ກະ​ພາບ​ກັນ. ສະ​ມາ​ຊິກ​ກຸ່ມ G20 ຄວນ​ໃຊ້​ນະ​ໂຍ​ບາຍ​ເສດ​ຖະ​ກິ​ດ​ມະ​ຫາ​ພາກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ, ປົກ​ປັກຮັກ​ສາ​ຕ່ອງ​ໂສ້​​ອຸດ​ສາ​ຫະ​ກຳ​ແລະ​ຕ່ອງ​ໂສ້ການ​ສະ​ໜອງຂອງໂລກໃຫ້​ສາ​ມາດ​ເຄື່ອນໄຫວດ້ວຍ​ຄວາມ​ສະດວກ ແລະ ປອດ​ໄພ​, ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ປະ​ເທດ​ພວມ​ພັດ​ທະ​ນາ​ໂດຍ​ສະ​ເພາະ​ປະ​ເທດ​​ທີ່ຍັງບໍ່ທັນເຂັ້ມແຂງທີ່​ມີ​ຄວາມ​ຫຍຸ້ງ​ຍາກຢ່າງຫຼວງຫຼາຍ.
 

​ສາມ: ຍຶດ​ໝັ້ນ​ການ​ຮ່ວມ​ທຸກ​ຮ່ວມ​ສຸກ, ສົ່ງ​ເສີມ​ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື. ຄວນ​ຍຶດ​ໝັ້ນ​ແນວ​ຄວາມ​ຄິດ​ປະ​ຊາ​ຄົມສາ​ທາ​ລະ​ນະ​ສຸກ​ຂອງມວນ​ມະ​ນຸດ, ເດັດ​ດ່ຽວ​ຄັດ​ຄ້ານ​ເຈດຕະ​ນາ​ທຸກ​ຮູບ​ແບບ​ໃນ​ການ​ຫັນ​ສະ​ພາບ​ພະ​ຍາດ​ເປັນ​ບັນ​ຫາ​ການ​ເມືອງ, ຕິດ​ກາ​ໝາຍ ແລະ​ ໃສ່​ຮ້າຍ​ປ້າຍ​ສີກັນ. ການ​ໃຊ້ເລ່ຫຼ່ຽມທາງການເມືອງ ​ຈະ​ບໍ່​ມີ​ຜົນ​ດີ​ຈັກ​ໜ້ອຍ​ຕໍ່​ການ​ຕ້ານ​ກັບ​ພະ​ຍາດ​ຂອງ​ປະ​ເທດ​ຕົນ, ມີ​ແຕ່​ຈະ​ສ້າງ​ຄວາມ​ວຸ້ນ​ວາຍ​ໃຫ້​ກັບ​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ຂອງ​ໂລກ ແລະ​​ທຳ​ຮ້າຍ​ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ​​ຍິ່ງຫຼາຍກວ່າ​ເກົ່າ​ເທົ່າ​ນັ້ນ.

 

ສີ່: ຍຶດ​ໝັ້ນ​​ຄວາມຍຸ​ຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ, ແກ້​ໄຂ “ຄວາມ​ແຕກ​ໂຕນ​ກັນ​ດ້​ານ​ພູມ​ຕ້ານທານ”. ຄວນ​ປະ​ຖິ້ມ “ລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ”, ແກ້​ໄຂ​ບັນ​ຫາ​ກ່ຽວ​ກັບ​ຄວາມ​ສາ​ມາດ​ດ້ານການ​ຜະ​ລິດ ​ແລະ​ການ​ແບ່ງ​ປັນ​ວັກ​ຊີນ​ໃຫ້​ດີ, ເຮັດ​ໃຫ້​​ປະ​ເທດ​ພວມ​ພັດ​ທະ​ນາເຂົ້າເຖິງວັກຊີນ ​ແລະ ​ສາ​ມາດ​ຊື້​ໄດ້​ໃຫ້​ຫຼາຍກວ່າ​ເກົ່າ. ປະ​ເທດ​ສຳ​ຄັນ​ໃນ​ດ້ານ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ແລະ​ຜະ​ລິດ​ວັກ​ຊີນ​ຄວນ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ສະ​ໜອງວັກ​ຊີນ​ໃຫ້​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ມີ​ຄວາມ​ຕ້ອງ​ການ​ຢ່າງ​ຮີບ​ດ່ວນ​ນັ້ນ​ໃຫ້ຫຼາຍກວ່າ​ເກົ່າ, ສະ​ຖາ​ບັນ​ການ​ເງິນຫຼາຍ​ຝ່າຍ​ຄວນ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ລະ​ດົມ​ທຶນ​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ການ​ຈັດ​ຊື້​ວັກ​ຊີນ. ອົງ​ການ​ອະ​ນາ​ໄມ​ໂລກ​ຄວນ​ເລັ່ງ​ລັດ​ການຊຸກ​ຍູ້​ແຜນ​​ດຳ​ເນີນ​ງານ​ວັກ​ຊີນ​ໂຄວິດ-19.

 

ຫ້າ: ຍຶດ​ໝັ້ນ​ໃນ​ການ​ແກ້​ໄຂ​ບັນ​ຫາໃຫ້​ເຖິງ​ກົກ​ເຖິງ​ຮາກ,ປັບ​ປຸງ​ລະ​ລົບ​ບໍ​ລິ​ຫານ​ໃຫ້​ສົມ​ບູນ​ຂຶ້ນ. ຄວນ​ເພີ່ມ​ທະ​ວີ​ແລະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ອົງ​ການ​ອະ​ນາ​ໄມ​ໂລກ,ຍຶດ​ໝັ້ນ​ໃນຫຼັກ​ການ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ,ສ້າງ​ສາ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ຮ່ວມ​ກັນ, ສ່ອງ​ແສງໃຫ້​ເຫັນ​ເຖິງຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ອັນ​ສົມ​ເຫດ​ສົມ​ຜົນ​​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ໃຫ້​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ.ຄວນ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຕິດ​ຕາມ​ວັກ​ແທກ,ເຕືອນ​ໄພ​ລ່ວງ​ໜ້າ​ແລະ​ຮັບ​ມື​ສຸກ​ເສີນ, ຄວາມ​ສາ​ມາດ​ໃນ​ການ​ປິ່ນ​ປົວ​ພະ​ຍາດ​ຕິດ​ແປດ​ຮ້າຍ​ແຮງ,ຄວາມ​ສາ​ມາດ​ດ້ານ​ຄັງ​ສຳ​ຮອງ​ແລະ​ຮັບ​ປະ​ກັນ​ດ້ານ​ອຸ​ປະ​ກອນ​ຮັບ​ມື​ສຸກ​ເສີນ,ຄວາມ​ສາ​ມາດ​ໃນການກຳຈັດ​ຂໍ້​ມູນ​ຂ່າວ​ສານ​ປອມ ແລະ​ຄວາມ​ສາ​ມາດ​ໃນ​ການ​ໃຫ້​ການ​ສະ​ໜັບ​ສະ​ໜູນ​​​ແກ່ປະ​ເທດ​ພວມ​ພັດ​ທະ​ນາ.
 

ເພື່ອ​ສືບ​ຕໍ່​ໃຫ້ການສະ​ໜັບ​ສະ​ໜູນ​ທົ່ວ​ໂລກ​ສາ​ມັກ​ຄີ​ຮ່ວມ​ກັນ​ຕ້ານ​ກັບ​ພະ​ຍາດ, ທ່ານ​ສີ​ຈິ້ນ​ຜິງໄດ້​ປະ​ກາດ​ວ່າ:
 

    ຈີ​ນ​ຈະ​ສະ​ໜອງ​ເງິນ​ຊ່ວຍ​ເຫຼືອ​ສາ​ກົນ​ໃນ​ມູນ​ຄ່າ​ອີກ 3 ຕື້​ໂດ​ລາ​ສະ​ຫະ​ລັດ​ພາຍ​ໃນ​ໄລ​ຍະ 3 ປີ​ຕໍ່​ໜ້າ, ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ສະ​ໜັບ​ສະ​ໜູນ​ປະ​ເທ​ດ​ພວມ​ພັດ​ທະ​ນາ​ຕ້ານ​ກັບ​ພະ​ຍາດ​ ແລະ ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ.


ຈີນ​ໄດ້​ສະ​ໜອງວັກ​ຊີນ 300 ລ້ານຫຼອດ​ໃຫ້​ແກ່ທົ່ວ​ໂລກ​ແລ້ວ ແລະ​ຈະ​ສືບ​ຕໍ່​ສະ​  ໜ​ອງວັກ​ຊີນ​ໃຫ້​ຕ່າງ​ປະ​ເທດຫຼາຍກວ່າ​ເກົ່າຕາມ​ຄວາມ​ສາ​ມາດຂອງຕົນ.
 

​ຈີນໄດ້​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ວັກ​ຊີນ​ຂອງ​ປ​ະ​ເທດ​ຕົນ​ຖ່າຍທອດ​ເຕັກ​ນິກ​ໃຫ້​ປະ​ເທດ​ພວມ​ພັດ​ທະ​ນາ​ ແລະ ​ດຳ​ເນີນ​ການ​ຮ່ວມ​ມື​ຜະ​ລິດ​ວັກ​ຊີນ.
 

ຈີນ​ໄດ້​ປະ​ກາດ​ວ່າຈະ​ສະ​ໜັບ​ສະ​ໜູນ​ການ​ຍົກ​ເລີກຊັບ​ສິນ​ທາງ​ປັນ​ຍາ​ດ້ານ​ວັກ​ຊີນ​ໂຄວິດ-19 ທັງຈະ​ສະ​ໜັບ​ສະ​ໜູນ​ໃຫ້ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຊັ່ນ:​ອົງ​ການ​ການ​ຄ້າ​ໂລກ​ເຮັດ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໂດຍ​ໄວ.
 

ຈີນ​ໄດ້ລິ​ເລີ່ມ​ສ້າງ​ຕັ້ງ​ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວັກ​ຊີນເພື່ອ​ໃຫ້​ປະ​ເທດຕ່າງໆ​​ທີ່ຄົ້ນ​ຄວ້າ​ພັດ​ທະ​ນາ​ແລະ​ຜະ​ລິດ​ວັກ​ຊີນ, ວິ​ສາ​ຫະ​ກິດ ກໍ​ຄື​ຝ່າຍ​ທີ່​ມີ​ຜົນ​ປະ​ໂຫຍດ​ກ່ຽວ​ຂ້ອງ​ຮ່ວມ​ກັນຄົ້ນ​ຄວ້າ​ປຶກສາຫາ​ລື​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ແບ່ງ​ປັນ​ວັກ​ຊີນ​ຢ່າງ​ຍຸ​ຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ໃຫ້ກັບໂລກ.
 

ໃນ​ຕອນສຸດ​ທ້າຍ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເນັ້ນ​ວ່າ: ​ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ເກາະ​ແຂນ​ກັນແລະ ຄຽງ​ບ່າ​ຄຽງ​ໄຫຼ່​​ກັນເພື່ອ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ສາ​ທາ​ລະ​ນະ​ສຸກ​ຂອງ​ມວນ​ມະ​ນຸດ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ອະ​ນາ​ຄົດ​ທີ່​ດີ​ງາມ​ດ້ານ​ສຸ​ຂະ​ພາບ​ຂອງ​ມະ​ນຸດ.
 

ກອງ​ປະ​ຊຸມ​ສຸດຍອດ​ສຸ​ຂະ​ພາບ​ໂລກຄັ້ງນີ້ລິ​ເລີ່ມ​ຈັດຂຶ້ນຮ່ວມກັນໂດຍ​ປະເທດ​ອີ​ຕາ​ລີເຊິ່ງເປັນປະ​ເທດ​ປະ​ທານ​ກຸ່ມG20 ແລະ​ຄະ​ນະ​ກຳ​ມະ​ການ​ເອີ​ຣົບ​ໃນຮູບແບບຜ່ານທາງວິ​ດີ​ໂອ, ຕົ້ນ​ຕໍ​ໄດ້​ປຶກ​ສາ​ຫາ​ລື​ກັນກ່ຽວກັບບັນ​ຫາ​ຕ່າງໆ​ເຊັ່ນ: ການ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສະ​ພາບ​ພະ​ຍາດ, ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຂະ​ໜາດ​ໃຫຍ່​ໃນ​ຕໍ່​ໜ້າ​ແລະ​ອື່ນໆ.

ຄຳ​ເຫັນ

0