吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາງສື​ລີ້​ຈ່ຽງ ຄູ​ເຝິກ​ສູ້​ປະ​ຈັນ​ບານ

2021-05-21 18:32:38 cri

ຂ້າ​ພະ​ເຈ້າ​ຊື່ ສື​ລີ້​ຈ່ຽງ, ປີ​ນີ້​ອາ​ຍຸ 27 ປີ, ແມ່ນ​ຄູ​ເຝິກ​ສູ້​ປະ​ຈັນ​ບານ​ຜູ້​ໜຶ່ງ.

 

ນັບ​ແຕ່​ຍັງ​ນ້ອຍ ຂ້າ​ພະ​ເຈົ້າ​ກໍ່​ຮຽນ​ກັງ​ຟູ ແລະ ມວຍ​ສານ​ຕາ ແລະ ເຂົ້າ​ເປັນທະຫານໃນ​ອາ​ຍຸ 18 ປີ, ​ຂ້າ​ພະ​ເຈົ້າໄດ້ຮັບກຽດຕິຍົດຫຼາຍໃນດ້ານມວຍ​ສານ​ຕາ​.

 

ຫຼັງ​ຈາກລາອອກ​ຈາກກອງ​ທັບ​ແລ້ວ, ຂ້າ​ພ​ະ​ເຈົ້າ​ໄດ້ໄປປະກອບ​ອາ​ຊີບ​ເກົ່າ ຄື​ເປັນ​ຄູ​ເຝິກ​ສູ້​ປະ​ຈັນ​ບານ​ຜູ້​ໜຶ່ງເຊິ່ງເປັນອາຊີບທີ່ຂ້າພະເຈົ້າມັກຫຼາຍ. ລູກ​ສິດ​ຂອງ​ຂ້າ​ພະ​ເຈົ້າ​ ​ມີ​ຜູ້​ໃຫຍ່ ທັງ​ມີ​ເດັກ​ນ້ອຍ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ທຸກຄົນຫຼັງຈາກ​ເຝິກ​ການ​ສູ້​ປະ​ຈັນ​ບານ​ແລ້ວ ຈຶ່ງ​ສາ​ມາດ​ເຝິກ​ຈິດ​ໃຈ​ຂອງ​ຕົນ ແລະ ກະຕຸ້ນຄວາມສາມາດ​ບົ່ມ​ຊ້ອນ​ຂອງ​ຕົນ.

 

ໃນ​ຊີ​ວິດ​ປະ​ຈຳ​ວັນ, ຂ້າ​ພ​ະ​ເຈົ້າ​ກໍ່​ແມ່ນ​ສາວ​ແທ້ໆ, ມັກ​ລ້ຽງ​ສັດ​ໜ້າ​ຮັກ ກໍ່​ຄອງ​ຄອຍ​ຄວາມ​ຮັກ​ທີ່​ດີ​ງາມ.

 

ໃນ​ຂະ​ບວນ​ການ​ເຝິກ​ເປັນເວ​ລາ​ຫຼາຍ​ປີ​ທີ່​ຜ່ານ​ມາ ເຄີຍ​ມີ​ຂະ​ນະ​ທີ່​ເຈັບແສບ​ທີ່​ລືມ​ບໍ່​ໄດ້​ຫຼາຍໆ​ເທື່ອ. ແຕ່​ການ​ສະ​ໜັບ​ສະ​ໜູນ​ຂອງ​ຍາດ​ພີ່​ນ້ອງ​ ແລະ ໝູ່​ເພື່ອນ​ໄດ້ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ສາມາດຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເຫຼົ່າ​ນີ້ໄດ້, ກິລາ​ສູ້​ປະ​ຈັນ​ບານ​ກໍ່​ເຮັດ​ໃຫ້​ຂ້າ​ພ​ະ​ເຈົ້າ​ຮູ້​ແລ້ວວ່າ ຄວນເຮັດ​ແນວ​ໃດເພື່ອ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ລຳ​ບາກໃນຊີວິດ​. ສຳ​ລັບ​ຂ້າ​ພະ​ເຈົ້າ​ເອງ, ການ​ສູ້​ປະ​ຈັນ​ບານບໍ່​ພຽງ​ແຕ່​ແມ່ນ​ອາ​ຊີບ​ເທົ່າ​ນັ້ນ, ມັນ​ກໍ່​ເຮັດໃຫ້​ຂ້າ​ພະ​ເຈົ້າ​ສຳ​ຜັດ​ໄດ້ເຖິງ​ກຳ​ລັງ​ຂອງ

ຊີ​ວິດ, ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາ​ມ​ສາ​ມາດ​ທີ່​ແກ້ໄຂຄວາມຂີ້​ຢ້ານ ແລະ ຄວາມ​ອົງ​ອາດ​ທີ່​ທ້າ​ທາຍ​ຕໍ່​ຕົນ​ເອງ.

 

ໄວ​ໜຸ່ມ​ຂ້າ​ພະ​ເຈົ້າ ຍ້ອນ​ມີ​ກິ​ລາ​ທີ່ນິ​ຍົມ ​ຈິ່ງ​ສະ​ຫງ່າ​ງາມ, ຂ້າ​ພ​ະ​ເຈົ້າ​ຫວັງ​ວ່າຈະສາມາດສົ່ງ​ທ່າ​ທີທີ່ໝັ້ນ​ໜຽວ​ທົນ​ທານ ແລະ ອົງ​ອາດ​ກ້າ​ຫານ​ແບບ​ນີ້​ໄປ​ສູ່​ຈຳ​ນວນ​ຄົນ​ຫຼາຍກວ່າ​ເກົ່າ.

 

ຂ້າ​ພະ​ເຈົ້າ​ແມ່ນສື​ລີ້​ຈ່ຽງ ຄູ​ເຝິກ​ສູ້​ປະ​ຈັນ​ບານ.

ຄຳ​ເຫັນ

0