黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ການັ້ນ​ເອງ​ທີ່ແມ່ນ​ປະ​ເທດ​​ບັງ​ຄັບ​​ຄົນອອກ​ແຮງ​ງານ

2021-05-21 15:11:47 cri

ຂ່າວ​ສານ​ລອຍ​ເຕີ​ຂອງ​ອັງ​ກິດ​ລາຍ​ງານ​ໃນ​ວັນ​ທີ 12 ພຶດ​ສະ​ພາ​ນີ້​ວ່າ: ​ກຳ​ມະ​ກອນຫຼາຍ​ຮ້ອຍ​ຄົນ​ທີ່​ມາ​ຈາກ​ອິນ​ເດຍ ​ໄດ້​ຄ່າ​ຈ້າງ​ບໍ່​ເທົ່າ​ໃດ​ໂດ​ລາ ໃນ​ການ​ກໍ່​ສ້າງວັດ​ຂອງສາ​ສະ​ໜາ​​ຮິນ​ດູ​ຂະ​ໜາດ​ໃຫຍ່ແຫ່ງ​ໜຶ່ງ ຢູ່​ລັດ​ນິວ​ເຈີ​ຊີ​ຂອງ​ອາ​ເມ​ຣິ​ກາ, ເຂົາ​ເຈົ້າ​ຖືກ​ບັງ​ຄັບ​ອອກ​ແຮງ​ງານຫຼາຍກວ່າ 87 ຊົ່ວ​ໂມງ​​ຕໍ່ 1 ​ອາ​ທິດ​, ລາຍ​ຮັບ​ຕໍ່​ຊົ່ວ​ໂມງ​ໄດ້​ພຽງ 1,2 ໂດ​ລາ​ສະ​ຫະ​ລັດ.

ອີ​ງ​ຕາມ​ກົດ​ໝາຍ​ຂອງ​ທ້ອງ​ຖິ່ນ, ລາຍ​ຮັບ​ຂັ້ນ​ຕ່ຳ​ສຸດ​ຂອງ​ກຳ​ມະ​ກອນ​ແມ່ນ 12 ໂດ​ລາ​ຕໍ່​ຊົ່ວ​ໂມງ, ກຳ​ມະ​ກອນ​ອິນ​ເດຍ​ເຫຼົ່າ​ນີ້​ໄດ້​ເຮັດ​ວຽກ​ໜັກ, ພັດ​ມີ​ລາຍ​ຮັບ​​ພຽງ​ແຕ່ 1 ສ່ວນ 10 ຂອງ​ລາຍ​ຮັບ​​ຂັ້ນ​ຕ່ຳ​ສຸດ​ຂອງ​ຄົນ​ທ້ອງ​ຖິ່ນ​ເທົ່າ​ນັ້ນ. ເລື່ອງ​ນີ້​ໄ​ດ້​ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາປະ​ກາດທີ່​ຖືຕົນ​​ເອງວ່າ​ເປັນ “ໄຟ​ເຍືອງ​ທາງ​ປະ​ຊາ​ທິ​ປະ​ໄຕ ແລະ ເສ​ລີ​ພາບ” ເຊິ່ງເປັນ​ເລື່ອງ​ທີ່​ໜ້າ​ເຫຼືອ​ເຊື່ອ​ແທ້ໆ.

ທີ່​ຈິງ​ແລ້ວ, ອາ​ເມ​ຣິ​ກາ​ໄດ້​​ບັງ​ຄັບ​ຄົນອອກ​ແຮງ​ງານ​ມາ​ເປັນ​ເວ​ລາຫຼາຍ​ຮ້ອຍ​ປີ​ແລ້ວ. ​ໃນປີ 1862, ກ່ອນ​ທີ່​ທ່ານ​​ອັບ​ບ​ຣາ​ຮາມ ລິນ​ຄອນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໃນ​ເວ​ລາ​ນັ້ນ​ຈະ​ປະ​ກາດ “​ຖະ​ແຫຼງ​ການ​ວ່າ​ດ້ວຍ​ການ​ປົດ​ປ່ອຍ​ຂ້າ​ທາດ​ຄົນຜິວ​ດຳ” ແລະ ຍົກ​ເລີກ​ລະ​ບອບ​ຂ້າ​ຂາດ, ​ຂ້າ​ທາດຄົນ​ຜິ​ວ​ດຳ​​ຢູ່​ອາ​ເມ​ຣິ​ກາ​ກໍຖືກ​ກົດ​ຂີ່​ຂູດ​ຮີດ​ມາ​ເປັນ​ເວ​ລາ​ 2 ສະ​ຕະ​ວັດ​ແລ້ວ.

ມາ​ຮອດ​ປັດ​ຈຸ​ບັນ, ຄະ​ດີ​ທີ່​ບັງ​ຄັບ​ການ​ອອກ​ແຮງ​ງານ ແລະ ການ​ຄ້າ​ມະ​ນຸດ​ຍັງ​​ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ​ເລື້ອຍໆ. ຕົວ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈຳ​ນວນ​​ຊາວ​ຕ່າງ​ປະ​ເທດ​​ທີ່​ຕົກ​ເປັນ​ເຫຍື່ອ​ການ​ຄ້າ​ມະ​ນຸດ​ແລະ​ຖືກບັງ​ຄັບ​​ໃຫ້ອອກ​ແຮງ​ງານ​ຢູ່​ອາ​ເມ​ຣິ​ກາ​ໃນ​ແຕ່​ລະ​ປີ​ມີ​ເຖິງ 1 ແສນ​ຄົນ, ເມື່ອ​ປຽບ​ທຽບ​ກັບ​ລະ​ບອບ​ຂ້າ​ທາດ​ໃນຫຼາຍ​ຮ້ອຍ​ປີ​ກ່ອນ​ແລ້ວ, ພວກ​ເຮົາ​ຈິ່ງເຫັນ​ໄດ້​ວ່າ: ​ຢູ່​ອາ​ເມ​ຣິ​ກາ​ໃນ​ປັດ​ຈຸ​ບັນ, ເປົ້າ​ໝາຍ​ການ​ບັງ​ຄັບ​ອອກ​ແຮງ​ງານ​ຢູ່​ອາ​ເມ​ຣິ​ກາ​​ພຽງ​ແຕ່​ໄດ້​ຫັນ​ປ່ຽນ​ຈາກ​ຂ້າ​ທາດ​ຄົນ​ຜິວ​ດຳ​ມາ​ເປັນ​ຊາວ​ຍົກ​ຍ້າຍຖິ່ນ​ຖານ​ຈາກ​ຕ່າງ​ປະ​ເທດ​​ເທົ່າ​ນັ້ນ​ເອງ.

​ຄະ​ດີ​ທີ່ກຳ​ມະ​ກອນ​ຊາວ​ອິນ​ເດຍ​ຖືກ​ບັງ​ຄັບ​ອອກ​ແຮງ​ງານ​ຢູ່​ອາ​ເມ​ຣິ​ກາ, ເປັນ​ພຽງ​ໜຶ່ງ​ໃນ​ຄະ​ດີ​ໃນ​ໂລກ​ມືດ​ມົນ​ທີ່​ແສງ​ສະ​ຫວ່າງ​ຂອງ “ໄຟ​ເຍືອງ​ທາງ” ​ແບບອາ​ເມ​ຣິ​ກາ​ປົກ​ປິດໄວ້​ໄປ​ເທົ່າ​ນັ້ນ. ໃນ​ການ​ບັງ​ຄັບ​​ໃຫ້ອອກ​ແຮງ​ງານ, ອາ​ເມ​ຣິ​ກາ​ເອງ​ກໍ​ເປັນ “​ຕົ້ນ​ແບບ​ຂອງ​ການ​ບັງ​ຄັບ​ການ​ອອກ​ແຮງ​ງານ​ແທ້ໆ”.

ນັບ​ມາ​ຮອດ​ປັດ​ຈຸ​ບັນ, ສົນ​ທິ​ສັນ​ຍາ​ແຮງ​ງານ​ສາ​ກົນ ທີ່​ອົງ​ການ​ແຮງ​ງານ​ສາ​ກົນ​ວາງ​ອອກ​ນັ້ນ, ອາ​ເມ​ຣິ​ກາ​ພຽງ​ແຕ່​ໄດ້​ຮັບ​ຮອງ 14 ລາຍ​ການ​ເທົ່າ​ນັ້ນ, ສ່ວນ​ຈີນ ທີ່​ຖືກ​ອາ​ເມ​ຣິ​ກາ​ເອີ້ນ​ວ່າ​ເປັນ “ປະ​ເທດ​ທີ່​ບັງ​ຄັບຄົນ​ອອກ​ແຮງ​ງານ”​ນັ້ນ ພັດ​ໄດ້​​ຮັບ​ຮອງ​ສົນ​ທິ​ສັນ​ຍາ​ແຮງ​ງານ​ສາ​ກົນ 22 ລາ​ຍ​ການ.

ການ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ​ລ່ວງ​ລ້ຳ​ສິດ​ຂອງ​​ຊາວ​ຜູ້​ອອກແຮງ​ງານຢ່າງ​ເປັນ​ລະ​ບົບ​ທີ່​ຕົນ​ມີ​ຢູ່​ ກໍ​ຄືຮັບ​ປະ​ກັນ​ສິດ​ ແລະ ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ແຮງ​ງານ​ປະ​ເທດ​ຕົນ ຈິ່ງ​ແມ່ນ​ເລື່ອງ​ທີ່​ອາ​ເມ​ຣິ​ກາ​ຄວນ​ເຮັດ​ໃນ​ປັດ​ຈຸ​ບັນ. ການ​ເບິ່ງ​ຂ້າມ​ຄວາມ​ບົກ​ຜ່ອງ​ຂອງ​ຕົນ, ​ແຕ່ເສກ​ສັນ​ປັ້ນ​ແຕ່ງ​ເລື່ອງ​ລາວ ແລະ ກ່າວ​ໂຈມ​ຕີ​ຈີນ​ວ່າ “ບັງ​ຄັບ​​ຄົນອອກ​ແຮງ​ງານ”, ​ມີ​ແຕ່ສາ​ມາດ​ຫັນ​ເຫ​ຄວາມ​ສົນ​ໃຈຂອງ​ຄົນໄດ້​ສ່ວນ​ໜຶ່ງ​ໃນ​ໄລ​ຍະ​ສັ້ນ​ເທົ່າ​ນັ້ນ. ເມື່ອ​ເວ​ລາ​ຜ່ານ​ໄປ​, ຄວາມ​ອັບ​ປະ​ຍົດ ທີ່​ປະ​ຕິ​ບັດ “ສອງ​ມາດ​ຕະ​ຖານ” ຂອງ​ອາ​ເມ​ຣິ​ກາກໍ​ຈະ​ປະ​ກົດ​ໃຫ້​ຊາວ​ໂລກ​ໄດ້​ເຫັນຢ່າງ​ແນ່ນອນ.

ຄຳ​ເຫັນ

0