黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາງ​ຫຼີ​ຈ່ວນ ຜູ້​ອະ​ທິ​ບາ​ຍ​ໃນ​ຫໍ​ພິ​ພິ​ທະ​ພັນ​ເຜົ່າ​ຕົ້ງ

2021-05-24 16:57:47 cri

ບ້ານ​ເກີດ​ຂອງ​ຂ້ອຍ​ຢູ່​ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຕົ້ງ​ຊານ​ຈ່ຽງ​ເຂດກວາງ​ຊີ

ເພື່ອ​ໃຫ້​ຄົນ​ຮູ້​ຈັກ​ກັບ​ເມືອງ​ນີ້​ນັບ​ມື້​ນັບຫຼາຍ​ຂຶ້ນ, ພາຍຫຼັງ​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແລ້ວ, ຂ້ອຍ​​ໄດ້​ກັບ​ບ້ານ​ເກີດເປັນ​ຜູ້​ອະ​ທິ​ບາຍ​​ແລະ​ແນະ​ນຳ​ວັດ​ທະ​ນະ​ທຳ​ເຜົ່າ​ຕົ້ງ​ຢູ່​ຫໍ​ພິ​ພິ​ທະ​ພັນ​ເຜົ່າ​ຕົ້ງ​ຊານ​ຈ່ຽງ

ຂ້ອຍ​ມັກ​ພາ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ບ້ານ​ຕ່າງໆ, ແຕ່​ລະ​ບ້ານ​ຂອງ​ເຜົ່າ​ຕົ້ງ​ລ້ວນ​ແຕ່​ເປັນ​ຫໍ​ພິ​ພິ​ທະ​ພັນ​ທຳ​ມະ​ຊາດ​ທີ່​ຄົບ​ຖ້ວນ​ແຫ່ງ​ໜຶ່ງ

ຂ້ອຍ​ມັກ​ເບິ່ງ​ຊາວ​ບ້ານ​ທັງຫຼາຍ​ພັກ​ຜ່ອນ​ຄາຍ​ຄວາມ​ຮ້ອນ, ລົມ​ກັນ​ແບບ​ສະ​ບາຍ, ຖັກ​ແສ່ວ ແລະ ຮ້ອງ​ເພງ​​ຕໍ່​ແຍ​ກັບ​ນັກ​ທ່ອງ​ທ່ຽວ

ຂ້ອຍ​ມັກ​ນຸ່ງ​ຊຸດ​ເຜົ່າ​ຕົ້ງ, ​ມັກພາ​ນັກ​ທ່ອງ​ທ່ຽວ​ຊອກ​ຮູ້​ວັດ​ທະ​ນະ​ທຳ​ການ​ນຸ່ງ​ຖື​ຂອງ​ເຜົ່າ​ຕົ້ງ, ຍັງ​ຊ່ວຍ​ເຂົາ​ເຈົ້າ​ຕິດ​ຕໍ່​ຫາ​​ຊ່າງ​ຖັກ​ແສ່ວ​ເຜົ່າ​ຕົ້ງ​ເພດ​ຍິງ ເພື່ອ​ຕັດ​ເຄື່ອງ​ນຸ່ງ​ສ່ວນ​ຕົວ

ລູກ​ສາວ​ຂ້ອຍ​ຫາ​ກໍ່​ມີ​ອາ​ຍຸ​ໄດ້​ໜຶ່ງ​ປີ​ປາຍ, ໃນ​ໄລ​ຍະ​ທີ່​ລູກ​ຍັງ​ຍ່າງ​ບໍ່ທັນ​ເປັນ, ຂ້ອຍ​ກໍ​ເລີ່ມ​ຕັດ​ຊຸດ​ເຜົ່າ​ຕົ້ງໃຫ້​ລູກ​ແລ້ວ

ຫວັງ​ວ່າ ໃນ​ເວ​ລາ​ລາວ​ແຕ່ງດອງ, ​ຈະສາ​ມາດ​ນຸ່ງ​ຊຸດ​ເຜົ່າ​ຕົ້ງ​ທີ່​ແມ່​ຕັດ​ໃຫ້​ສະ​ເພາະ​​ລາວ

ຂ້ອຍ​ຍັງ​ໄປ​ສອນ​ວິ​ທີແຕ້ມ​ຮູບ​ເຜົ່າ​ຕົ້ງ​ຢູ່​ໂຮງ​ຮຽນ​ອີກ. ​ນັກ​ຮຽນ​ທັງຫຼາຍ​ສາ​ມາດ​ສຳ​ຜັດ​ກັບ​ຄວາມ​ງາມ​ ແລະ ການ​ປ່ຽນ​ແປງ​ແບບ​ໜ້າ​ມື​ເປັນຫຼັງ​ມື​ຂອງ​ບ້ານ​ເກີດຈາກ​ຮູບ​ແຕ້ມ

ເພື່ອ​ອະ​ນຸ​ລັກ​ແລະ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ລັດ​ຖະ​ບານ​ຈີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​​ທີ່​ມີລັກ​ສະ​ນະ​ສົ່ງ​ເສີມຫຼາຍ​ຢ່າງຫຼາຍ​ແນວ. ປັດ​ຈຸ​ບັນ, ຊາວ​ໜຸ່ມ​ໃນ​ບ້ານ​ເກີດ​ຂອງຂ້ອຍ​ໄດ້​ເຂົ້າ​ຮ່ວມ​ການ​ສືບ​ທອດ​ວັດ​ທະ​ນະ​ທຳ​ນັບ​ມື້​ນັບຫຼາຍ​ຂຶ້ນ

ເຊື່ອ​ວ່າ ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ພວກ​ເຮົາ, ມູນ​ເຊື້ອ​ວັ​ດ​ທະ​ນະ​ທຳ​ທີ່​ດີ​ເດັ່ນ​ຂອງ​ເຜົ່າ​ຕົ້ງ​ຈະ​ສາ​ມາດ​ສືບ​ທອດ​ຕະຫຼອດໄປ

ຂ້ອຍ​ມັກ​ບ້າ​ນ​ເກີດ​ຂອງ​ຂ້ອຍ, ຂ້ອຍ​ຊື່ຫຼີ​ຈ່ວນ ຜູ້​ອະ​ທິ​ບາຍ​ໃນ​ຫໍ​ພິ​ພິ​ທະ​ພັນ​ເຜົ່າ​ຕົ້ງ​ເມືອງ​ຊານ​ຈ່ຽງ

ຄຳ​ເຫັນ

0