ທ່ານ ລີຄຳ ທີ່ຖືວ່າເປັນນັກສະແດງໃນລາຍການທອກໂຊຫຼື talk show ທີ່ມີຊື່ສຽງຂອງອາເມຣິກາໄດ້ສະແດງຈຸດຢືນຂອງຕົນກາງລາຍການນີ້ອີກແລ້ວ! ວັນທີ 21 ພຶດສະພານີ້ຕາມເວລາທ້ອງຖິ່ນ, ທ່ານ ລີຄຳ ໄດ້ມີຄຳເຫັນອີກໃນລາຍການ Redacted Tonight ທີ່ຕົນເປັນຜູ້ດຳເນີນລາຍການໂດຍໄດ້ເວົ້າສຽດສີວ່າ: ອາເມຣິກາໄດ້ເວົ້ານີ້ເວົ້ານັ້ນແບບໂລເລກ່ຽວກັບສິດທິມະນຸດຢູ່ເຂດຊິ່ນຈ່ຽງຂອງຈີນ, ແຕ່ພັດບໍ່ມີຫຼັກຖານອ້າງອີງໃດໆ.
ໃນລາຍການ, ກ່ອນອື່ນ, ທ່ານ ລີຄຳ ໄດ້ເວົ້າເຖິງຂ່າວທີ່ສື່ມວນຊົນເຄີຍໄດ້ລາຍງານວ່າຈີນໄດ້ບີບບັງຄັບປະຊາຊົນເຜົ່າອຸຍເກີອອກແຮງງານ,ແລ້ວຮ້ອງດ້ວຍສຽງຕົກໃຈວ່າ: ໂອຍ!ລືມຄິດເຖິງເຄື່ອງນຸ່ງທີ່ຕົນເອງໃສ່ແມ່ນ “ຜູ້ອອກແຮງງານຂ້າທາດ” ເຜົ່າອຸຍເກີເປັນຜູ້ຜະລິດ, ແລະເວົ້າວ່າ “ຫຼາຍປີມານີ້, ຂ້ອຍເຫັນມາໂດຍຕະຫຼອດວ່າແມ່ນຜູ້ອອກແຮງງານຂ້າທາດຢູ່ປະເທດອື່ນເປັນຜູ້ເຮັດ, ຫາກບໍ່ແມ່ນຜູ້ອອກແຮງງານຂ້າທາດອຸຍເກີ. ” ແລ້ວທ່ານ ລີຄຳ ເວົ້າຕື່ມໃສ່ວ່າ “ຂ້ອຍຮູ້ຈັກເກີບຍີ່ຫໍ້ໄນກີ (nike) ຂອງຂ້ອຍໄດ້ຜະລິດໂດຍໂຮງງານຫວຽດນາມ, ກຳມະກອນຢູ່ຫວຽດນາມມີເງິນເດືອນ 73,94 ໂດລາຕໍ່ເດືອນ, ມືຖືແອັບເປີ້ນຂອງຂ້ອຍແມ່ນເຮັດດ້ວຍໂລຫະທີ່ເດັກນ້ອຍທີ່ມີອາຍຸພຽງ 6 ປີເປັນຜູ້ຂຸດຄົ້ນ, ໂສ້ງລີວາຍ Levis ຫຍິບແລະເຮັດໂດຍຄົນບັງກລາເດັດ. ” ທ່ານ ລີຄຳ ເວົ້າວ່າ: “ແຕ່ທັງໝົດເຫຼົ່ານີ້ບໍ່ມີຫຍັງຈະເປັນສິ່ງທີ່ໜ້າສົນໃຈເລີຍ! ມີແຕ່ຜູ້ອອກແຮງງານຢູ່ເຂດຊິ່ນຈ່ຽງຂອງຈີນເທົ່ານັ້ນຈຶ່ງໜ້າສົນໃຈ.” ເປັນຫຍັງຈຶ່ງວ່າຈັ່ງຊີ້, ທ່ານ ຄຳລີ ເວົ້າແບບສະຫຼຸບວ່າ, “ເພາະວ່າພວກເຮົາຕ້ອງສະກັດກັ້ນເຄື່ອງທີ່ຜະລິດໂດຍປະເທດຈີນ!”
ສ່ວນສະພາບການຢູ່ອາເມຣິກາເປັນຄືແນວໃດ? ທ່ານ ລີຄຳ ເວົ້າຕໍ່ອີກວ່າ: “ອາເມຣິກາໄດ້ອະນຸຍາດໃຫ້ຜູ້ຖືກໂທດອອກແຮງງານ, ແລະມີອີກຊື່ໜຶ່ງວ່າຜູ້ອອກແຮງງານຂ້າທາດ, ແລະຍັງໄດ້ລະບຸເລື່ອງນີ້ຢູ່ໃນລັດຖະທຳມະນູນອີກ, ອາທິດແລ້ວນີ້ຂ້ອຍເຄີຍໄດ້ເວົ້າມາແລ້ວ. ແຕ່ນີ້ກໍບໍ່ມີຫຍັງເປັນໜ້າສົນໃຈ, ເພາະວ່ານີ້ແມ່ນຜູ້ອອກແຮງງານຂອງພວກເຮົາ, ອີກດ້ານໜຶ່ງ, ພວກເຈົ້າ(ຄົນຈີນ)ແມ່ນຄົນຊົ່ວ.”
ກໍຄືກັນກັບທ່ານ ລີຄຳ ເວົ້າໄປແລ້ວນັ້ນ, ປະກົດການ“ແຮງງານຂ້າທາດ”ໄດ້ເກີດຂຶ້ນເລື້ອຍໆຢູ່ອາເມຣິກາ. ສຳນັກຂ່າວສານລອຍເຕີລາຍງານໃນເມື່ອບໍ່ດົນມານີ້ວ່າ, ກຳມະກອນຈາກອິນເດຍຫຼາຍຮ້ອຍຄົນໄດ້ຮັບການຈັດສົ່ງໃຫ້ໄປສ້າງວັດຂະໜາດໃຫຍ່ຂອງສາສະໜາຮີນດູແຫ່ງໜຶ່ງຢູ່ລັດນິວເຈີຊີຂອງອາເມຣິກາ, ເຂົາເຈົ້າໄດ້ຖືກບັງຄັບໃຫ້ເຮັດວຽກຫຼາຍກວ່າ 87 ຊົ່ວໂມງຕໍ່ອາທິດ, ມີລາຍຮັບພຽງແຕ່ 1,2 ໂດລາຕໍ່ຊົ່ວໂມງ. ແຕ່ອີງຕາມກົດໝາຍທ້ອງຖິ່ນ, ເງິນເດືອນຂັ້ນຕ່ຳສຸດຂອງກຳມະກອນອາເມຣິກາແມ່ນ 12 ໂດລາຕໍ່ຊົ່ວໂມງ, ກຳມະກອນຊາວອິນເດຍເຫຼົ່ານີ້ມີລາຍຮັບພຽງແຕ່ 1 ສ່ວນ 10 ຂອງລາຍຮັບຂັ້ນຕ່ຳສຸດຂອງຄົນທ້ອງຖິ່ນ, ເລື່ອງແບບນີ້ໄດ້ເກີດຂຶ້ນຢູ່ອາເມຣິກາປະເທດທີ່ຖືຕົນເປັນ “ໄຟເຍືອງທາງປະຊາທິປະໄຕແລະເສລີພາບ”, ຈຶ່ງເຮັດໃຫ້ຄົນຕົກກະລຶງແທ້ໆ.
ເຖິງວ່າອາເມຣິກາໄດ້ຍົກເລີກລະບອບຂ້າທາດມາເປັນເວລາ 100 ກວ່າປີແລ້ວກໍຕາມ, ແຕ່ຈົນມາຮອດປັດຈຸບັນນີ້, ຄະດີທີ່ອາເມຣິກາບັງຄັບຄົນອອກແຮງງານແລະການຄ້າມະນຸດຍັງເກີດຂຶ້ນເລື້ອຍໆ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ແຕ່ລະປີ, ຄົນຕ່າງດ້າວທີ່ຖືກຂາຍໄປທົ່ວອາເມຣິກາແລະອອກແຮງງານແບບບັງຄັບນັ້ນມີຈຳນວນຫຼາຍເຖິງ 1 ແສນຄົນ, ເມື່ອປຽບທຽບກັບລະບອບຂ້າທາດໃນຫຼາຍຮ້ອຍປີກ່ອນແລ້ວ, ຜູ້ທີ່ຖືກບັງຄັບອອກແຮງງານຢູ່ອາເມຣິກາໃນປັດຈຸບັນພຽງແຕ່ປ່ຽນຈາກຂ້າທາດຄົນຜີວດຳເປັນຊາວຕ່າງດ້າວຍົກຍ້າຍຖິ່ນຖານເທົ່ານັ້ນ.
ທ່ານ ລີຄຳ ເວົ້າປະໂຫຍກສຸດທ້າຍວ່າ: “ຂ້ອຍຢາກເບິ່ງຫຼັກການອ້າງອີງແທ້ໆເດ! ຂ້ອຍຢາກເບິ່ງວິດີໂອທີ່ຜູ້ດັບເພີງຖືກບັງຄັບໃຫ້ເປັນຜູ້ອອກແຮງງານຂ້າທາດ! ຂ້ອຍຢາກເບິ່ງຮູບຖ່າຍທີ່ກຳມະກອນຜະລິດເຄື່ອງນຸ່ງຖືກຂັງໄວ້ໃນຄຸກ! ນີ້ຄືຫຼັກຖານອ້າງອີງຂອງແທ້ໃນການບີບບັງຄັບຄົນອອກແຮງງານ! ” ທ່ານ ລີຄຳ ທັງເວົ້າແລະຂໍອະໄພວ່າ: “ຂໍໂທດເດີ, ຮູບຖ່າຍເຫຼົ່ານີ້ລ້ວນແຕ່ແມ່ນສະພາບທີ່ເກີດຂຶ້ນຢູ່ອາເມຣິກາ……”
ໂອກາດນີ້, ຂໍເຕືອນໃຫ້ລັດຖະບານອາເມຣິກາຈົ່ງຢຸດຕິການກະທຳທີ່ຖືໂຕເອງເປັນ “ປະລະມາຈານດ້ານສິດທິມະນຸດ”. ສິ່ງທີ່ຄວນເຮັດນັ້ນຄືແກ້ໄຂປະກົດການການບີບບັງຄັບຄົນອອກແຮງງານພາຍໃນປະເທດຕົນ ຫາກບໍ່ແມ່ນສິ້ນເປືອງເວລາໄປເສກສັນປັ້ນແຕ່ງດອກຝ້າຍຂາວບໍລິສຸດຢູ່ຊິ່ນຈ່ຽງໃຫ້ເປັນ “ດອກຝ້າຍດຳ”.
ຄຳເຫັນ
0