ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕອນຄ່ຳວັນທີ 26 ພຶດສະພານີ້ ຕາມເວລາປັກກິ່ງ, ຢູ່ຫຼາຍແຫ່ງຂອງໂລກຈະເກີດມີປາກົດການຈັນທະຄາດ. ສິ່ງທີ່ໜ້າສົນໃຈແມ່ນ, ປາກົດການຈັນທະຄາດຄັ້ງນີ້ຍັງຈະປາກົດຂຶ້ນໃນເວລາ “ທີ່ພະຈັນເຕັມດວງ”. ສ່ວນໃນມື້ດັ່ງກ່າວ, ຈະມີພະຈັນເຕັມດວງໃຫຍ່ທີ່ສຸດໃນປີນີ້. “ພະຈັນເຕັມດວງຂະໜາດໃຫຍ່ທີ່ສຸດ” ບໍ່ແມ່ນປາກົດການດາລາສາດທີ່ພົບເຫັນຍາກຊະນິດໜຶ່ງ, ແຕ່ປາກົດການຈັນທະຄາດເກີດຂຶ້ນໃນເວລາທີ່ພະຈັນເຕັມດວງແມ່ນ ໂອກາດທີ່ພົບເຫັນຍາກຫຼາຍ.
ປາກົດການດາລາສາດທີ່ພົບເຫັນຍາກຄັ້ງນີ້ລ້ວນແຕ່ສາມາດເບິ່ງເຫັນໄດ້ຢູ່ປະເທດຈີນ,ສ.ເກົາຫຼີ, ຍີ່ປຸ່ນ, ໄທແລະປະເທດອື່ນໆໃນອາຊີ. ອີງຕາມການຄາດຄະເນລ່ວງໜ້າດ້ານດາລາສາດ, ເວລາຂອງການເກີດຈັນທະຄາດຄັ້ງນີ້ແມ່ນ 17 ໂມງ 45 ນາທີຂອງວັນທີ 26 ພຶດສະພານີ້ຕາມເວລາປັກກິ່ງ, ຈະສິ້ນສຸດລົງໃນເວລາ 20 ໂມງ 53 ນາທີ.
ຄຳເຫັນ
0