覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ກອງ​ປະ​ຊຸມ​ຕຸ​ລາ​ການໂລກວ່າ​ດ້ວຍ​​ສິ່ງ​ແວດ​ລ້ອມ

2021-05-27 11:07:30 cri

ວັນ​ທີ 26 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ກອງ​ປະ​ຊຸມ​ຕຸ​ລາ​ການໂລກວ່າ​ດ້ວຍ​​ສິ່ງ​ແວດ​ລ້ອມ.
 

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: ໜ່ວຍ​ໂລກ​ແມ່ນ​ບ້ານເມືອງ​ຮ່ວມ​ກັນ​ຂອງ​ພວກ​ເຮົາ. ປະ​ເທດ​ຕ່າງໆ​ໃນ​ໂລກ​ຄວນຮ່ວມ​ແຮງ​ຮ່ວມ​ໃຈກັນ, ເລັ່ງ​ດຳ​ເນີນ​ການ​ເຄື່ອນ​ໄຫວ, ຮ່ວມ​ກັນ​ສ້າງ​ບ້ານ​ເມືອງ​ທີ່​ສວຍ​ງາມ​ທີ່​ມະ​ນຸດ​ແລະ​​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ. ຈີນ​ຍຶດ​ໝັ້ນ​ແນວ​ຄວາມ​ຄິດ​ໃໝ່ດ້ານ​ການ​ພັດ​ທະ​ນາ ​ທີ່​ປະ​ດິດ​ສ້າງ​ໃໝ່, ປະ​ສານ​ສົມ​ທົບ​ກັນ, ​ສີ​ຂຽວ, ເປີດ​ກວ້າງ ແລະ​ ຊົມ​ໃຊ້​ຮ່ວມ​ກັນ, ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຢ່າງ​ຮອບ​ດ້ານ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ໃນ​ການ​ສ້າງ​ສາ​​ສິ​ວິ​ໄລ​ດ້ານ​ນິ​ເວດ​ຂອງໂລກ. ຈີນ​​ໄດ້​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ຕຸ​ລາ​ການ​ວ່າ​ດ້ວຍ​ສິ່ງ​ແວດ​ລ້ອມຢ່າງ​ຕໍ່​ເນື່ອງ ເຊິ່ງ​ໄດ້​ສະ​ສົມ​ບົດ​ຮຽນ​ທີ່​ດີ​ໃນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ດ້ວຍ​ຕຸ​ລາ​ການ. ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ຮ່ວມ​ກັນ​ຊຸກ​ຍູ້​ການ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ໂລກ.
 

ກອງ​ປະ​ຊຸມ​ຕຸ​ລາ​ການໂລກວ່າ​ດ້ວຍ​​ສິ່ງ​ແວດ​ລ້ອມໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຄຸນ​ມິງ​ແຂວ​ຢຸນ​ນານ​ຈີນ​ໃນ​ວັນ​ທີ 26 ພຶດ​ສະ​ພາ​ນີ້ ໂດຍ​ມີ​ຫົວ​ຂໍ້ວ່າ “ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕຸ​ລາ​ການ ເພື່ອຊຸກ​ຍູ້​​ຄວາມສິ​ວິ​ໄລ​ດ້ານ​ນິ​ເວດ: ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊີ​ວິດ​ຂອງ​ໜ່ວຍ​ໂລກ”. ກອງ​ປະ​ຊຸມ​ຄັ້ງ​ນີ້​ຈັດ​ຂຶ້ນ​ໂດຍສານ​ປະ​ຊາ​ຊົນ​ສູງ​ສຸດ​ຂອງ​ຈີນ​ແລະ​ໂຄງ​ການສິ່ງ​ແວ​ດ​ລ້ອມ​​ຂອງອົງ​ການສະ​ຫະ​ປະ​ຊ​າ​ຊາດ.

ຄຳ​ເຫັນ

0