黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ລາໃດ BBC ຈຶ່ງຈະ​ຢຸດ​ຕິ​ການ​ສ້າງຂ່າວ​​ປອມ​?

2021-05-27 16:05:19 cri

ພາຍ​ຫຼັງ​ເລື່ອງ​ພາຍ​ໃນ​ທີ່​ທ້າວ ມາ​ຕິນ ບາ​ເຊຍ ນັກ​ຂ່າວ​ຂອງ​ບໍ​ລິ​ສັດ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ອັງ​ກິດ​ຫຼື BBC ຫຼອກ​ລວງ​ເຈົ້າ​ຍິງ ​ໄດ​ອັນ​ນາ ສະ​ເປນ​ເຊີ ​ໃຫ້​ເຫັນ​ດີສຳ​ພາດ​ຂ່າວ​​ຕອນ​ທີ່​ເພິ່ນ​ຍັງ​ມີ​ຊີ​ວິດ​ຢູ່​ໄດ້​ຖືກ​ເປີດ​ເຜີຍ​ຕໍ່ພາຍນອກ, ສົ່ງ​ຜົນ​ເຮັດ​ໃຫ້​ເກີດ​ມີປະ​ຕິ​ກິ​ລິ​ຍາ​ຕາມ​ມາ​ພາຍ​ຫຼັງ​ຢ່າງ​ຕໍ່​ເນື່ອງ. ວັນ​ທີ 21 ພຶດ​ສະ​ພາ​ນີ້, ລັດ​ຖະ​ບານ​ອັງ​ກິດ​​ໄດ້ຕົກ​ລົງ​ຈະ​ສືບ​ສວນ​ລະ​ບົບ​ຄຸ້ມ​ຄອງ​ບໍ​ລິ​ຫານຂອງ BBC, ວັນ​ທີ 22 ​ເດືອນ​ດຽວ​ກັນ, ອະ​ດີດ​ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ BBC ​ທີ່​ໄດ້​ດຳ​ລົງ​ຕຳ​ແໜ່ງ​ຢູ່​ຫໍ​ວິ​ຈິດ​ສິນ​ແຫ່ງ​ຊາດ​ອັງ​ກິດນັ້ນ​ຈຳ​ເປັນ​ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່ງ. ການ​ກະ​ທຳ​ທີ່ອັບ​ປີຂອງ BBC ​ໄດ້​ຖືກ​ຄົນ​ທັງ​ຫຼາຍ​ກ່າວ​ປະ​ນາມ, ​ເຈົ້າ​ຊາຍວິ​ລຽມ(William)ແລະ​ເຈົ້າ​ຊາຍແຮນ​ຣີ(Henry), ​ພະ​ໂອ​ລົດຂອງ​ເຈົ້າ​ຍິງ​ໄດ​ອັນ​ນາ​ ສະ​ເປັນ​ເຊີ ກໍ​ໄດ້​ອອກ​ຖະ​ແຫຼງ​ການກ່າວ​ປະ​ນາມ BBC ທີ່ໄດ້​ໂອ​ກາດ​ສຳ​ພາດ​​ສະ​ເດັດ​ແມ່​ຕົນ​ດ້ວຍ​ວິ​ທີ​ທີ່​ບໍ່​ເປັນ​ທຳ. ​ເຈົ້າ​ຊາຍ​ວິ​ລຽມ ກ່າວ​ວ່າ, ການ​ສຳ​ພາດ​ຂ່າວ​ດັ່ງ​ກ່າວ​​ໄດ້ສົ່ງ​ຜົນ​ເຮັດ​ໃຫ້​ບັນ​ຫາ​​ຈິດ​ໃຈ​ຂອງ​ແມ່​ຊຸ​ດ​ໂຊມ​ລົງ, ທັງ​ໄດ້​ທຳ​ລາຍ​ການ​ພົວ​ພັນ​ລະ​ຫວ່າງສະ​ເດັດ​ພໍ່​ກັບ​ສະ​ເດັດ​ແມ່​ຂອງ​ຕົນ. ເຈົ້າ​ຊາຍ​ແຮນ​ຣີ ກໍ​ກ່າວ​ວ່າ, ວິ​ທີ​ຫຼອກ​ລວງ​​ເພື່ອສຳ​ພາດ​ດັ່ງ​ກ່າວ​ໄດ້​​ມີ​ສ່ວນ​ເຮັດ​ໃຫ້​ສະ​ເດັດ​ແມ່​ໄດ​ອັນ​ນາ​ເສຍ​ຊີ​ວິດ​ໂດຍ​ກົງ​. ແຕ່​ວ່າ​ນັບ​ມາ​ຮອດ​ປັດ​ຈຸ​ບັນນີ້, ​ພຶດ​ຕິ​ກຳ​ຫຼອກ​ລວງ​ແບບ​ນີ້​ຍັງ​ໄດ້​ເກີດ​ຂຶ້ນ​ຢູ່​ເລື້ອຍໆ​ໃນ​ສື່​ຕ່າງໆ​ຂອງ​ອັງ​ກິດ.

ການ​ສຳ​ພາດພະ​ບໍລົມ​ວົງສາ​ນຸວົງຂອງ​ອັງ​ກິດ, BBC ກໍ​ໄດ້​ໃຊ້​ວິ​ທີ​ຫຼອກ​ລວງ​ແບບ​ນີ້, ສ່ວນ​ການ​ລາຍ​ງານ​​ຂ່າວຂອງ BBC ກ່ຽວ​ກັບການ​ເມືອງ​ພູ​ມີ​ພາກແລະ​ຮູບ​ຖານ​ຈິດ​ສຳ​ນຶກ​ແຮ່ງ​ເຕັມ​ໄປ​ດ້ວຍ​ຂ່າວ​ປອມ​ແລະ​ການ​ຫຼອກ​ລວງ. ສື່ມວນ​ຊົນ​ແຫ່ງ​ນີ້​ທີ່​ມັກ​ເອີ້ນ​ຕົນ​ເອງວ່າ: “​ຂ່າວ​ອິດ​ສະ​ຫຼະ” ແລະ “​ໜ້າ​ເຊື່ອ​ຖື” ຍັງ​ໄດ້​ສືບ​ຕໍ່​ໃຊ້​ວິ​ທີ​ຫຼອກ​ລວງ​ຄື​ເກົ່າ.

ວັນ​ທີ 24 ມັງ​ກອນ​ປີ​ນີ້, ໜັງ​ສື​ພິມ “ຈີນ​ລາຍ​ວັນ” ​ຫຼື Chinadaily ໄດ້​ເປີດ​ເຜີຍຟີມ​ສາ​ລະ​ຄະ​ດີທີ່​ຊື່​ວ່າ: “ຄົ້ນ​ຫາ​ຄວາມ​ຫຼອກ​ລວງ​ຂອງ​ສື່​ຕ່າງ​ປະ​ເທດ​ກ່ຽວ​ກັບ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອຸຍ​ເກີ​ຊິ່ນ​ຈ່ຽງ”, ໂດຍ​ໄດ້​ສຳ​ຫຼວດ​ແລະສຳ​ພາດ​ເຈາະ​ເລິກ​ຂ່າວ​ທີ່​ກ່ຽວ​ຂ້ອງ, ໄດ້​ເປີດ​ເຜີຍວິ​ທີ​ຕ່າງໆ​ກ່ຽວ​ກັບ​ການ​ໃສ່​ຮ້າຍ​ປ້າຍ​ສີຂອງ​ສື່ມວນ​ຊົນ​ປະ​ເທດ​ຕາ​ເວັນ​ຕົກ​ເຊັ່ນ BBC ແລະ​ສື່​ອື່ນໆ​ທີ່​ມີ​ຕໍ່​ເຂດ​ປົກ​ຄອງ​ຕົນ​ເອງ​ຊິ່ນ​ຈ່ຽງ​ຂອງ​ຈີນ. ​ໃນ​ເວ​ລາ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຂດ​ປົກ​ຄອງ​ຕົນ​ເອງ​ຊິ່ນ​ຈ່ຽງ, ສື່​ເຫຼົ່າ​ນີ້ໄດ້​ສ້າງ​ບັນຍາ​ກາດ​ທີ່​ເປັນ​ຕາ​ຢ້ານ​ດ້ວຍ​ວິ​ທີ​ການ​ຕັດ​ຕໍ່​ພາບແລະ​ສ້າງ​ຂ່າວ​ລື​ກ່ຽວ​ກັບ​ການບັງ​ຄັບ​ຄົ​ນ​ອອກ​ແຮງ​ງານ; ສື່​ບາງ​ແຫ່ງ​ພຽງ​ໄດ້​ເຫັນ “ຝາ​​ກຳ​ແພງແລະ​ເວ​ທີ​ສູງ” ກໍ​ເລີຍ​ຄາດ​ເດົາ​ໄປ​ວ່າ​ເປັນ “ຄ້າຍ​ຄຸມ​ຂັງ”, ຍັງ​ມີ​ສື່​ບາງ​ແຫ່ງ​ພຽງ​ແຕ່ໄດ້​ເຫັນ​ໂຮງ​ຮຽນ​ອະ​ນຸ​ບານ​ສອນ​ພາ​ສາ​ຈີນ​ກາງ​​ກໍ​ເວົ້າ​ວ່າ: “ຊາວ​ຊິນ​ຈ່ຽງ​ຖືກ​ບັງ​ຄັບໃຫ້​ເວົ້າ​ແຕ່​ພາ​ສາ​ຈີນ​ກາງ” ແລະ​ອື່ນໆ.

ວັນ​ທີ 26 ມັງ​ກອນ​ປີ 2020, ບັນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ບໍ່​ມີ​ການ​​ຢັ້ງ​ຢືນ​ທາງວິ​ທະ​ຍາ​ສາດ​ເທື່ອ, ແຕ່ BBC ກໍ​​ໄດ້ລາຍ​ງານ​​ຂ່າວ​ກ່ອນ​ຜົນ​ສຳ​ຫຼວດ​ຂອງ​ນັກ​ວິ​ທະ​ຍາ​ສາດ​ວ່າ: ນະ​ຄອນ​ອູ​ຮັ້ນ​ແມ່ນ​ “​ແຫຼ່ງກຳ​ເນີດ” ຂອງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ສ່ວນ​ທ້າວ ຈອນ ຊັດ​ເວີດ ນັກ​ຂ່າວອີກ​ຜູ້​ໜຶ່ງ​ຂອງ BBC, ໄດ້​ໜີ​ອອກ​ຈາກ​ຈີນ​ແຜ່ນ​ດິນ​ໃຫຍ່​ໄປ​ໄຕ​ຫວັນ​ຂອງ​ຈີນ​ພາຍ​ຫຼັງ​ທີ່​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ປະ​ເທດ​ຈີນ​ເຊິ່ງ​ໄດ້​ຖືກ​ຄົນຕິ​ຕຽນ​ຢ່າງ​ຫຼວງ​ຫຼາຍ. ສິ່ງ​ທີ່​ເປັນ​ຕາ​ຫົວ​​ຂວັນນັ້ນ​ກໍ​ຄື: ກ່ອນ​ຈະ​ໜີ​ອອກ​ຈາກ​ຈີນ​ແຜ່ນ​ດິນ​ໃຫຍ່, ​ທ້າວ​ຈອນ ​ຊັດ​ເວີດ ບໍ່​ໄດ້​ປະ​ຕິ​ບັດຕາມ​ທຳ​ນຽມ​ໃນ​ຖາ​ນະ​ເປັນ​ນັກ​ຂ່າວ​ຕ່າງ​ປະ​ເທດ​ປະ​ຈຳ​​ປະ​ເທດຈີນ​ກ່ອນ​ລາ​ອອກ​ຈາກ​ຕຳ​ແໜ່ງ.

BBC ໄດ້​ສ້າງ​ຂ່າວ​ລື​ແລະ​ລາຍ​ງານ​ຂ່າວ​ປອມ​ຢ່າງ​ຫຼວງ​ຫຼາຍ​ກ່ຽວ​​ກັບປະ​ເທດ​ຈີນ​ແລະ​ເຂ​ດ​ປົກ​ຄອງ​ຕົນ​ເອງ​ຊິ່ນ​ຈ່ຽງ​ຂອງ​ຈີນ, ຄ້າຍ​ຄື​ກັບ​ເຫດ​ການ​ຫຼອກ​ລວງແລະ​ສຳ​ພາດ​ຂ່າວ​ເຈົ້າ​ຍິງໄດ​ອັນ​ນາ, BBC ບໍ່​ພຽງ​ແຕ່​ບໍ່​ໄດ້ກ່າວ​ຕັກເຕືອນ​ແລະ​ຕິ​ຕຽນ​ການ​ກະ​ທຳ​ທີ່​ລະ​ເມີດຈັນ​ຍາ​ບັນ​ໃນ​ອາ​ຊີບ​ຂ່າວຂອງ​ນັກ​ຂ່າວ​ຂອງ​ຕົນ, ຍິ່ງກວ່າ​ນັ້ນ, BBC ຍັງ​ໄດ້​ປົກ​ປ້ອງ​ແລະ​ປ່ອຍ​ໃຫ້​ນັກ​ຂ່າວ​ເຫຼົ່າ​ນີ້​ເຮັດ​ຕາມ​ໃຈ​ໂດຍ​ບໍ່​ໄຈ​ແຍກ​ຖືກ​ຜິດ​ແລະ​ເສຍ​ຫຼັກ​ການ​ເລີຍ.  BBC ກໍ​ຄວນ​ຂໍ​ອະ​ໄພນຳ​ປະ​ຊາ​ຊົນ​ຈີນ​ຢ່າງ​ຈິງ​ໃຈ​ຈະ​ດີກວ່າ.

ກະ​ຊວງ​​ການ​ຕ່າງ​ປະ​ເທດ​ເຄືອ​ຈັກ​ກະ​ພົບ​ແລະ​ການ​ພັດ​ທະ​ນາ​ອັງ​ກິດ​ໄດ້​ໃຫ້​ເງິນ​ອຸດ​ໜູນ​ ແກ່​ຊ່ອງ​ສາ​ກົນ​ຂອງ BBC ໃນ​ທຸກ​ປີ, ປີ​ນີ້​ແຮ່ງ​ໄດ້​ໃຫ້​ເງິນປອນ​ອັງ​ກິດ 8 ລ້ານ​ປອນ​ເພື່ອ​ໃຊ້​ໃນ​ອັນ​ທີ່​ເອີ້ນ​ວ່າ: “ຮັບ​ມື​ກັບ​ຂ່າວ​ປອມ”. ຫວັງ​ວ່າ​ເງິນ​ເຫຼົ່າ​ນີ້​ຈະ​ສາ​ມາດ​ນຳ​ໄປ​ໃຊ້​ໃນ​ວຽກ​ງານ​​ທີ່ສຳ​ຄັນ, ແລະ​ກວາດລ້າງ​ຂ່າວ​ລື​ແລະ​ຂ່າວ​ປອມ​ທີ່ BBC ສ້າງ​ຂຶ້ນ​ໃຫ້​ເຫັນ​ຜົນ​ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0