ຫວ່າງມໍ່ໆມານີ້, ສະຖານທູດແລະສະຖານກົງສຸນອາເມຣິກາປະຈຳຈີນໄດ້ມີ “ແຜນການມອບເງິນທາງການທູດສາທາລະນະໃນບ້ວງເງິນຂະໜາດນ້ອຍ” ປະຈຳປີ 2021 ຢູ່ເທິງເວັບໄຊທາງການຂອງຕົນ ໂດຍມີແຜນຈະໃຫ້ການຊ່ວຍເຫຼືອບຸກຄົນ,ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ,ຄັງປັນຍາ,ອົງການວິຊາການແລະອື່ນໆພາຍໃນດິນແດນຈີນ,ເພື່ອນຳໃຊ້ເຂົ້າໃນການຈັດກິດຈະກຳໂຄສະນາແລະແນະນຳສັງຄົມອາເມຣິກາ,ປະຫວັດສາດ,ສິລະປະວັດທະນະທຳແລະຄ່ານິຍົມແບບອາເມຣິກາ. ໃນແຜນດັ່ງກ່າວໄດ້ລະບຸວ່າ: ຈະໃຫ້ເງິນລາງວັນທີ່ມີມູນຄ່າສູງສຸດເຖິງ 3 ໝື່ນໂດລາສະຫະລັດຕໍ່ງວດສຳລັບບຸກຄົນຫຼືອົງການຈັດຕັ້ງທີ່ມີຈຸດປະສົງຮ້ອງຂໍບ້ວງເງິນນີ້.
ທາດແທ້ຂອງໂຄງການນີ້ເຮັດຂຶ້ນເພື່ອຈຸດປະສົງຫຍັງກັນແທ້,ເງິນ 3 ໝື່ນໂດລາຕໍ່ງວດນີ້ຈະນຳໃຊ້ໃນການຊອກຫາແລະອົບຮົມຄົນໃນຮູບແບບໃດຢູ່ໃນດິນແດນປະເທດຈີນ? ທ່ານ ຫຼີໄຫຕົ່ງ ສາດສະດາຈານວິທະຍາໄລການຕ່າງປະເທດຈີນຊີ້ໃຫ້ເຫັນໂດຍກົງວ່າ: ນີ້ກໍ່ແມ່ນແຜນການທີ່ກະຊວງການຕ່າງປະເທດອາເມຣິກາເປັນຜູ້ສ້າງຂຶ້ນ,ເພື່ອດຳເນີນການໂຄສະນາເຜີຍແຜ່ແລະແຊກຊຶມເຂົ້າຂົງເຂດຕ່າງໆຂອງຈີນເຊິ່ງລວມທັງເຂດພິເສດຮົງກົງແລະເຂດພິເສດມາກາວໃນຂໍ້ອ້າງ “ການທູດສາທາລະນະ”,ເປັນການປົກປິດອຳພາງຈຸດປະສົງທີ່ແທ້ຈິງດ້ວຍກິດຈະກຳວັດທະນະທຳແລະການເຄື່ອນໄຫວອື່ນໆ,ສະໜອງການຊ່ວຍເຫຼືອແລະສົ່ງຜົນປະໂຫຍດໃຫ້ກັບ “ບຸກຄົນເປົ້າໝາຍສະເພາະ”ຫຼື “ອົງການຈັດຕັ້ງສະເພາະ”, ຈົນກ້າວເຖິງການກໍ່ “ການປະຕິວັດສີ”.
ເມື່ອເບິ່ງຈາກດ້ານເອກະສານແລ້ວ, ຫົວຂໍ້ທີ່ໂຄງການສົນໃຈເນັ້ນໜັກໃສ່ນັ້ນແມ່ນການອະນຸລັກສິ່ງແວດລ້ອມ, ສິດທິແມ່ຍິງ,ຊົນເຜົ່າສ່ວນໜ້ອຍແລະຫົວຂໍ້ອື່ນໆ, ຫົວຂໍ້ເຫຼົ່ານີ້ແມ່ນອາເມຣິກາໄດ້ຫັນເປັນບັນຫາການເມືອງໃນລະດັບສູງແລ້ວ, ເຖິງວ່າເອກະສານໂຄງການໄດ້ລະບຸໄວ້ວ່າ: ບໍ່ສະໜັບສະໜູນການເຄື່ອນໄຫວທີ່ກ່ຽວຂ້ອງກັບການເມືອງຂອງພັກຝ່າຍຕ່າງໆ, ນີ້ໄດ້ສະທ້ອນໃຫ້ເຫັນວ່າ,ແຮ່ງຢາກປົກປິດຄວາມຈິງຫຼາຍເທົ່າໃດກໍ່ແຮ່ງເຜີຍແບຄວາມຈິງໃຫ້ເຫັນຢ່າງຈະແຈ້ງຫຼາຍເທົ່ານັ້ນ. ເນື້ອໃນໂຄງການໄດ້ເນັ້ນໜັກວ່າບໍ່ກ່ຽວຂ້ອງກັບການເມືອງແລະສາສະໜາ,ແຕ່ໂຄງການນີ້ພັດແມ່ນກະຊວງການຕ່າງປະເທດອາເມຣິກາເຊິ່ງເປັນອົງການການເມືອງເປັນເຈົ້າຂອງໂຄງການ,ຖ້າເວົ້າແບບເປີດແປນແລ້ວກໍແມ່ນການຫຼິ້ນກົນອຸບາຍໃນນາມທາງການ.
ອີງຕາມບົດລາຍງານ “ໂຄງການຊ່ວຍເຫຼືອຂອງອາເມຣິກາຢູ່ຈີນ” ທີ່ສະຖາບັນຄົ້ນຄວ້າທີ່ລັດຖະສະພາອາເມຣິກາເປີດເຜີຍໃນປີ 2014, ໃນນັ້ນກໍໄດ້ມີເນື້ອໃນທີ່ໄດ້ລະບຸໄວ້ຄື:ໂຄງການຊ່ວຍເຫຼືອຂອງອາເມຣິກາຢູ່ຈີນກໍ່ເພື່ອເພີ່ມທະວີການສະໜັບສະໜູນຜູ້ທີ່ມີແນວຄິດ “ກໍ່ການປະຕິຮູບຢູ່ຈີນ. ສ່ວນບາງໂຄງການແຮ່ງໄດ້ມີເນື້ອໃນຕົ້ນຕໍເຈາະຈົງໃສ່ນັກຮຽນຂອງຈີນໂດຍກົງຄື: ໃຫ້ “ການຝຶກອົບຮົມຄວາມຮູ້ທາງດ້ານກົດໝາຍ” ໃຫ້ແກ່ເຂົາເຈົ້າ, ອົບຮົມສ້າງ “ຈິດສຳນຶກຄວາມເປັນພົນລະເມືອງ” ຂອງເຂົາເຈົ້າ. ໂຄງການໃນປີ 2012 ແຮ່ງໄດ້ມີເນື້ອໃນຄ້າຍຄືກັນຫຼາຍທີ່ສຸດກັບເນື້ອໃນຂອງໂຄງການແຜນການມອບເງິນທາງການທູດສາທາລະນະໃນບ້ວງເງິນຂະໜາດນ້ອຍສະຖານທູດອາເມຣິກາປະຈຳຈີນໃນຄັ້ງນີ້ຄື: ໃຫ້ການສະໜັບສະໜູນດ້ານທຶນຮອນແກ່ປັນຍາຊົນແລະ NGO ຂອງຈີນໃນການດຳເນີນການເຄື່ອນໄຫວເພື່ອປະຊາທິປະໄຕ. ພ້ອມກັນນັ້ນ, ໃນນີ້ຍັງມີເນື້ອໃນທີ່ກ່ຽວຂ້ອງກັບຈຸດປະສົງຂອງອາເມຣິກາທີ່ຖືເຂດຕິເບດຈີນເປັນເປົ້າໝາຍ ເຊິ່ງເປັນຈຸດປະສົງທີ່ເຫັນໄດ້ຢ່າງຈະແຈ້ງທີ່ສຸດ.
ໃນຂະນະທີ່ນຳໃຊ້ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຫຼື NGO ແລະອື່ນໆມາເປັນເຄື່ອງມືແລະເປັນເວທີເຜີຍແຜ່ຄ່ານິຍົມເສລີພາບແລະປະຊາທິປະໄຕແບບອາເມຣິກາແລະສ້າງໜໍ່ແໜງກໍ່ການປະຕິວັດສີໂດຍຜ່ານຮູບແບບຕ່າງໆຢ່າງເປີດແປນນັ້ນ, ອາເມຣິກາພັດໄດ້ໃສ່ຮ້າຍປ້າຍສີຈີນຕາມໃຈມັກວ່າ:ການແລກປ່ຽນດ້ານວິຊາການທີ່ເປັນປົກກະຕິແລະການໄປມາຫາສູ່ກັນດ້ານວັດທະນະທຳຂອງຈີນຢູ່ຕ່າງປະເທດແມ່ນການແຊກຊຶມ,ການແຊກແຊງແລະເປັນນັກສືບສອດແນມ.
ຕົວຢ່າງຄື: ໃນຫຼາຍປີຜ່ານມາ, ສະຖາບັນຂົງຈື້ຢູ່ຕ່າງປະເທດໄດ້ຍຶດຖືຈຸດປະສົງເປົ້າໝາຍຄື: ໃຫ້ການເຄົາລົບແລະປະຕິບັດຕາມກົດໝາຍແລະກົດລະບຽບຂອງປະເທດທີ່ສະຖາບັນຕົນຕັ້ງຢູ່ນັ້ນ, ແລະບໍ່ເຄີຍໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ມີສ່ວນກ່ຽວຂ້ອງກັບການເມືອງ,ສາສະໜາແລະເຊື້ອຊາດໃດໆຢູ່ປະເທດທີ່ຕົນໄປຕັ້ງສະຖາບັນນັ້ນຈັກເທື່ອ. ແຕ່ວ່າ, ພາຍຫຼັງການພົວພັນລະຫວ່າງຈີນ-ອາເມຣິກາມີບັນຍາກາດເຄັ່ງຕຶງຂຶ້ນແລະຝ່າຍອະນຸລັກນິຍົມຂອງອາເມຣິກາໄດ້ມີອິດທິພົນສູງຂຶ້ນແລ້ວ, ນັກການເມືອງແລະນັກວິຊາການດ້ານຄັງປັນຍາຈຳນວນໜຶ່ງໄດ້ໂຈມຕີແລະໃສ່ຮ້າຍປ້າຍສີວ່າ:ສະຖາບັນຂົງຈື້ໄດ້ຂັດຂວາງເສລີພາບທາງດ້ານວິຊາການຂອງອາເມຣິກາ,ມະຫາວິທະຍາໄລຫຼາຍແຫ່ງໄດ້ຢຸດຕິການຮ່ວມມືກັບສະຖາບັນຂົງຈື້ພາຍໃຕ້ບັນຍາກາດການເມືອງທີ່ຊຸດໂຊມແບບນີ້. ເດືອນສິງຫາປີ 2020, ທ່ານ ໄມ ພົມເພວ ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຍັງໄດ້ໃສ່ຮ້າຍປ້າຍສີວ່າ: ສູນສະຖາບັນຂົງຈື້ຢູ່ອາເມຣິກາແມ່ນອົງກອນການເຄື່ອນໄຫວຂອງຈີນທີ່ດຳເນີນການໂຄສະນາເຜີຍແຜ່ຕໍ່ສາກົນແລະສ້າງຜົນກະທົບທີ່ມີເຈດຕະນາຮ້າຍຢູ່ໂຮງຮຽນກໍຄືຄູສອນແຕ່ໂຮງຮຽນອະນຸບານຫາມັດທະຍົມປາຍຂອງອາເມຣິກາ.
ນອກຈາກສະຖາບັນຂົງຈື້ແລ້ວ, ອາເມຣິກາຍັງໄດ້ໃຊ້ມາດຕະການຕ່າງໆໃຊ້ຄວາມກົດດັນຕໍ່ນັກຂ່າວຂອງສື່ຈີນທີ່ປະຈຳຢູ່ອາເມຣິກາ. ແຕ່ເດືອນກຸມພາປີ 2020 ເປັນຕົ້ນມາ, ອາເມຣິກາໄດ້ກຳນົດເອົາສື່ມວນຊົນ 15 ແຫ່ງຂອງຈີນປະຈຳຢູ່ອາເມຣິກາເປັນຄະນະທູຕານຸທູດຕ່າງປະເທດ. ໃນເດືອນມີນາປີ 2020, ອາເມຣິກາໄດ້ຂັບໄລ່ນັກຂ່າວຈີນ 60 ກວ່າຄົນອອກຈາກອາເມຣິກາ, ໃນເດືອນພຶດສະພາປີດຽວກັນ, ອາເມຣິກາໄດ້ຫຼຸດວັນໝົດກຳນົດວີຊາຂອງນັກຂ່າວຈີນປະຈຳຢູ່ອາເມຣິກາໃຫ້ເຫຼືອເວລາບໍ່ເກີນ 3 ເດືອນ.
ດ້ານໜຶ່ງ, ອາເມຣິກາໄດ້ເອີ້ນການເຄື່ອນໄຫວແຊກຊຶມຂອງຕົນທີ່ມີຕໍ່ປະເທດອື່ນເປັນ “ເສລີພາບ”, ແຕ່ອີກດ້ານໜຶ່ງພັດໄດ້ໃສ່ຮ້າຍປ້າຍສີປະເທດອື່ນວ່າ:ການລາຍງານຂ່າວແລະການແລກປ່ຽນດ້ານວັດທະນະທຳທີ່ເປັນປົກກະຕິຂອງປະເທດອື່ນນັ້ນເປັນ “ການແຊກຊຶມ”, ເວົ້າໃນຄວາມເປັນຈິງແລ້ວ, ນີ້ກໍແມ່ນການໃຊ້ສອງມາດຖານແທ້ໆອີກຢ່າງໜຶ່ງຂອງອາເມຣິກາ.
ຄຳເຫັນ
0