覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງກ່າວ​ເນັ້ນ​ວ່າ ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຕ້ອງ​ຫັນ​ໜ້າ​ສູ່​ວິ​ທະ​ຍາ​ສາດ​ເຕັກ​ນິກ​ນຳ​ໜ້າຂອງ​ໂລກ​, ສະ​ໜາມ​ຮົບ​ຫຼັກ​ດ້ານ​ເສດ​ຖະ​ກິດ​, ​ຊີ​ວິດ​ແລະສຸ​ຂ​ະ​ພາບ​​ຂອງ​ປະ​ຊາ​ຊົນ

2021-05-30 00:24:34 cri

ທ່ານ​ສີ​ຈິ້ນ​ຜິງກ່າວ​ເນັ້ນ​ວ່າ ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຕ້ອງ​ຫັນ​ໜ້າ​ສູ່​ວິ​ທະ​ຍາ​ສາດ​ເຕັກ​ນິກ​ນຳ​ໜ້າຂອງ​ໂລກ​, ສະ​ໜາມ​ຮົບ​ຫຼັກ​ດ້ານ​ເສດ​ຖະ​ກິດ​, ​ຊີ​ວິດ​ແລະສຸ​ຂ​ະ​ພາບ​​ຂອງ​ປະ​ຊາ​ຊົນ_fororder_两院大会

ວັນ​ທີ 28 ພຶດ​ສະ​ພາ​ນີ້, ກອງ​ປະ​ຊຸມ​ບັນ​ດິດ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ແລະ​ສະ​ຖາ​ບັນ​ວິ​ສະ​ວະ​ກຳ​ຈີນ, ກອງ​ປະ​ຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ສະ​ມາ​ຄົມ​ວິ​ທະ​ຍ​າ​ສາດ​ເຕັກ​ນິກ​ຈີນ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໂດຍ​ເນັ້ນ​ໜັກ​ວ່າ ຍຶດ​ໝັ້ນ​ໃນ​ການ​ຖື​ເອົາ​ການ​ເພິ່ງ​ຕົນ​ເອງ​ແລະ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໃນ​ດ້ານ​ວິ​ທະ​ຍາ​ສາດ​ເປັນເສົາ​ຄ້ຳ​ດ້ານ​ຍຸດ​ທະ​ສາດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຊາດ. ອີ​ງ​ໃສ່​ໄລ​ຍະ​ການ​ພັດ​ທະ​ນາ​ໃໝ່​ຂອງ​ຈີນ,ຫັນ​ໜ້າ​ສູ່​ວິ​ທະ​ຍ​າ​ສາດ​ເຕັກ​ນິກ​ນຳ​ໜ້າ​ຂອງ​ໂລກ, ຫັນ​ໜ້າ​ສູ່​ສະ​ໜາມ​ຮົບຫຼັກ​ດ້ານ​ເສດ​ຖະ​ກິດ,ຫັນ​ໜ້າ​ສູ່​ຄວາມ​ຕ້ອງ​ການ​ທີ່​ສຳ​ຄັນ​ຂອງ​ຊາດ, ຫັນ​ໜ້າ​ສູ່​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ. ລົງ​ເລິກ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ປະ​ເທດ​ດ້ວຍ​ວິ​ທະ​ຍາ​ສາດ​ແລະ​ການ​ສຶກ​ສາ,ຍຸດ​ທະ​ສາດ​ສ້າງ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​ດ້ວຍ​ຜູ້​ມີ​ຄ​ວາມ​ຮູ້​ຄວາມ​ສາ​ມາດ,ຍຸດ​ທະ​ສາດ​ຂັບ​ເຄື່ອນ​ການ​ພັດ​ທະ​ນາ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່,ປັບ​ປຸງ​ລະ​ບົບປະ​ດິດ​ສ້າງ​ແຫ່ງ​ຊາດ​ໃຫ້​ສົມ​ບູນ​ຂຶ້ນ, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ເພິ່ງ​ຕົນ​ເອງ​ແລະ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃນ​ລະ​ດັບ​ສູງ.

 

ທ່ານ​ກ່າວ​ເນັ້ນ​ວ່າ: ການ​ປະ​ດິດ​ສ້າງ​ໃໝ່​ບໍ່​ຕ້ອງ​ຈຳ​ແນກ​ສະ​ຖາ​ນະ​ພາບ, ວິ​ລະ​ຊົນ​ແມ່ນ​ບໍ່​ຕ້ອງ​ຈຳ​ແນກຊີ​ວະ​ປະ​ຫວັດ. ຄວນ​ໃຫ້​ຜູ້​ນຳ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ຢາກ​ສ້າງ​ຜົນ​ງານ,ສາ​ມາດ​ສ້າງ​ຜົນ​ງານ​ໄດ້ ແລະ​ມີ​ຜົນ​ສຳ​ເລັດ​ນັ້ນ​ເປັນ​ຜູ້​ຊີ້​ນຳ​ໃນ​ການ​ພັດ​ທະ​ນາ​ພາ​ລະ​ກິດ, ຄວນ​ໃຫ້​ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງ​ແທ້​ຈິງ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນ​ໃຫ້​ມີ​ປະ​ສິດ​ທິ​ຜົນ.

 

ນອກ​ນີ້, ຄຳ​ເວົ້າ​ບາງ​ຕອນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ແລະສ້າງ​ຄວາມ​ປະ​ດັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ກັບ​​ບັນ​ດາຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​. ໃນ​ເວລາ​ກ່າວ​ເຖິງ​ບັນ​ຫາ​ກ່ຽວ​ກັບ​ຜູ້​ມີ​ຄວາມ​ຮູູ້​ຄວາມ​ສາ​ມາດ, ທ່ານ​ກ່າວ​ວ່າ: “ເດັດ​ຂາດ​ບໍ່​ໃຫ້​ພະ​ນັກ​ງານ​ວິ​ທະ​ຍະ​ສາດ​ເສຍ​ເວ​ລາ​ຈຳ​ນວນຫຼວງຫຼາຍ​ເຂົ້າ​ໃນ​ກິດ​ຈະ​ກຳ​ທີ່​ໄຮ້​ປະ​ໂຫຍດ​ຈຳ​ນວນ​ໜຶ່ງ, ການ​ປະ​ກວດ​ແລະ​ການ​ຕີ​ລາ​ຄາ​ທີ່​ບໍ່​ຈຳ​ເປັນ ແລະ​ກິດ​ຈະ​ກຳ​ຕ່າງໆ​ໃນ​ລັກ​ສະ​ນະ​ລັດ​ທິ​ຮູບ​ການ​ແລະ​ລັດ​ທິ​ອາ​ຍາ​ສິດ! ”
 

​ຄຳ​ເວົ້າ​ຂອ​ງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄ​ວາມ​ປາ​ຖະ​ໜາ​ຂອງ​ຄົນ​ທັງຫຼາຍ ເຊິ່ງ​ໄດ້​ຮັບ​ສຽງ​ຕົບ​ມື​ຊົມ​ເຊີຍ​ຢ່າງ​ຟົດ​ສະ​ໜັ່ນ​ໃນ​ທີ່​ປະ​ຊຸມ.

 

ຄຳ​ເຫັນ

0