刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຊຸກ​ຍູ້​ລັດ​ທິ​ມາກ​ເຊື່ອມ​ໂຍງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

2021-05-31 09:56:34 cri

ການຊຸກ​ຍູ້​ລັດ​ທິ​ມາກ​ເຊື່ອມ​ໂຍງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ_fororder_微信图片_20210531095557

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ທິດ​ສະ​ດີ​ພັກ​ການ​ເມືອງ​ລັດ​ທິ​ມາກ​ໂລກ​ໄດ້​ຈັດ​ຂຶ້ນ​ໂດຍ​ຜ່ານ​ຮູບ​ແບບ​ວີ​ດີ​ໂອ. ທ່ານ​ສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ທ່ານ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ລາວ ແລະ ຜູ້​ນຳ​ພັກ​ການ​ເມືອງຫຼາຍ​ປະ​ເທດ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ນີ້.

ລັດ​ທິ​ມາກ​ແມ່ນ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ປົດ​ປ່ອຍ​ຊົນ​ຊັ້ນ​ກຳ​ມະ​ຊີບ​ທົ່ວ​ໂລກ ແລະ ​ມວນ​ມະ​ນຸດໄດ້​ຢ່າງ​ສິ້ນ​ເຊີງ, ​ໄດ້​ເປີດ​ເຜີຍ​ກົດ​ເກນ​​ການພັດ​ທະ​ນາ​​ສັງ​ຄົມ​ມະ​ນຸດ, ​ໄດ້ຊີ້​ແຈງ​ເສັ້ນ​ທາງ​ໃຫ້ມວນ​ມະ​ນຸດ​ໃນ​ການ​ສະ​ແຫວງ​ຫາ​ການ​ປົດ​ປ່ອຍ​ຕົນ​ເອງ, ແລະ​ຊຸກ​ຍູ້​ຂະ​ບວນ​ການ​ອະ​ລິ​ຍະ​ທຳ​ຂອງ​ມະ​ນຸດ. ລັດ​ທິ​ມາກ​ບໍ່​ພຽງ​ແຕ່​ໄດ້​ປ່ຽນ​ແປງ​ໂລກ​ຢ່າງ​ເລິກ​ເຊິ່ງ​ເທົ່າ​ນັ້ນ, ​ຍັງໄດ້​ປ່ຽນ​ແປງ​ປະ​ເທດ​ຈີນ​ຢ່າງ​ເລິກ​ເຊິ່ງ​ອີກ​ດ້ວຍ. ນັບ​ແຕ່​ການ​ເຜີຍ​ແຜ່ “ຖະ​ແຫຼງ​ການ​ພັກ​ກອມ​ມູ​ນິດ” ມາ​ຮອດ​ປະ​ຈຸ​ບັນ, ​ເວ​ລາໄດ້​ຜ່ານ​ໄປ 170 ກວ່າ​ປີ​ແລ້ວ, ສັງ​ຄົມ​ມະ​ນຸດ​ໄດ້​ເກີດ​​ມີການ​ປ່ຽນ​ແປງ​ແບບ​ໜ້າ​ມື​ເປັນຫຼັງ​ມື, ແຕ່ຫຼັກ​ມູນ​ທົ່ວ​ໄປ​ທີ່​ລະ​ບຸ​ໄວ້​ໃນ​ທິດ​ສະ​ດີ​ລັດ​ທິ​ມາກ​ຍັງ​ຖືກ​ຕ້ອງທີ່​ສຸດ.

ປີ​ນີ້​ແມ່ນ​ປີ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ. ນັບແຕ່​ມື້​ສ້າງ​ຕັ້ງ​ຂຶ້ນ​ມາ​, ພັກ​ກອມ​ມູ​ນິດ​ຈີນກໍ​ໄດ້​ຖື​ເອົາລັດ​ທິ​ມາກ​ເປັນ​ແນວ​ຄິດ​ຊີ້​ນຳ, ຍຶດ​ໝັ້ນ​​ໃນ​ການ​ຖື​ເອົາຫຼັກ​ມູນ​ພື້ນ​ຖານ​ຂອງ​ລັດ​ທິ​ມາກເຊື່ອມ​ໂຍງ​​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຈີນ, ​ນຳ​ພາ​ປະ​ຊາ​ຊາດ​ຈີນ​ກ້າວ​ຂຶ້ນ​ສູ່​ເສັ້ນ​ທາງ​ຍາດ​ເອົາ​ຄວາມ​ເປັນ​ເອ​ກະ​ລາດ​ແຫ່ງ​ຊາດ ແລະ ປົດ​ປ່ອຍ​ປະ​ຊາ​ຊົ​ນທ່າມ​ກາງສະ​ພາບ​ການ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກລຳ​ບາກ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ; ທັງ​ຊຸກ​ຍູ້​ປະ​ເທດ​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ ຈຶ່ງ​ສາ​ມາດ​ກ້າວ​ເດີນ​ໄປ​ໜ້າ​ໄ​ດ້ຢ່າງວ່ອງ​ໄວ​​ທັນ​ກັບ​ຍຸກ​ສະ​ໄໝ​. ຫຼັງ​ຈາກ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ຜົນ​ງານ​ອັນ​ໃໝ່​ທີ່​ລັດ​ທິ​ມາກ​ເຊື່ອມ​ໂຍງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຈີນ​ກໍ​ຄື ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່.

ປະ​ຈຸ​ບັນ, ສະ​ພາບ​ການ​ຂອງ​ໂລກ​ມີ​ການ​ຜັນ​ແປ​ໄວ​ຂຶ້ນ, ຄວາມ​ແຕກ​ໂຕນ​ກັນ​ດ້ານ​ການ​ພັດ​ທະ​ນາ​ລະ​ຫວ່າ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ກັບ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​​ພວມ​ຂະ​ຫຍາຍກວ້າ​ງ​ອອກ​ເທື່ອ​ລະ​ກ້າວ, ບາງ​ຊົນ​ຊາດ​ຍັງ​ພະ​ຍາ​ຍາມ​ສູ້​ຊົນ​ຢ່າງ​ລຳ​ບາກ​ເພື່ອປົດ​ປ່ອຍ​ຊາດ ແລະ ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ຊົນ​ຊາດ​ຕົນ, ສັງ​ຄົມ​ມະ​ນຸດ​ກໍ​ພວມ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ -19 ຢ່າງ​ຮຸນ​ແຮງ. ປະ​ເທດ​ລາວ​ກໍ​ແມ່ນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ຍຶດ​ໝັ້ນຖື​ເອົາ​ລັດ​ທິ​ມາກ​ເປັນ​ທິດ​ຊີ້​ນຳ. ໃນ​ຂະ​ບວນ​ການ​ຕໍ່​ສູ້​ກູ້​ຊາດ, ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາພັດ​ທະ​ນາ​ປະ​ເທດ​ຊາດ​ນັ້ນ, ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ໄດ້​ຍຶດ​ໝັ້ນ​ການຖື​ເອົາ​ລັດ​ທິ​ມາກ ​ເຊື່ອມ​ໂຍງ​ເຂົ້າ​ກັບສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ, ໄດ້​ສ້າງ​ແນວ​ຄິດ​ໄກ​ສອນ ພົມ​ວິ​ຫານ​ ແລະ​ໝູນ​ໃຊ້​ເຂົ້າ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ, ກາຍ​ເປັນ​ແນວ​ຄິດ​ຊີ້​ນຳ​ ​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຊາດ.

ສະ​ນັ້ນ​ຈຶ່ງ​ເຫັນ​ໄດ້​ວ່າ, ການ​ຍຶດ​ໝັ້ນ​ລັດ​ທິ​ມາກ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ແນ​ວ​ຄິດ, ຊຸກ​ຍູ້​ທິດ​ສະ​ດີ​ວິ​ທະ​ຍາ​ສາດ​ປະ​ສົມ​ປະ​ສານ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ, ແລະ​ຄວາມ​ຮຽກ​ຮ້ອງ​ຂອງ​ຍຸກ​ສະ​ໄໝ​ຢ່າງ​​ແໜ້ນ​ແຟ້ນ, ເສີມ​ສ້າງ​ລະ​ບົບ​ທິດ​ສະ​ດີໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ ແລະ ພັດ​ທະ​ນາ​ດ້ວຍການ​ປະ​ດິດ​ສ້າງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ຊີ້​ນຳ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ,​ແມ່ນມີ​ຄວາມ​ໝາຍ​ສຳ​ຄັນ​ຢ່າງ​ຍິ່ງ​ໃນ​ທາງທິດ​ສະ​ດີ ແລະ ​ສະ​ພາບຄວາມ​ເປັນ​ຈິງ​ຕໍ່​ກັບ​ປະ​ເທດ​ລາວ ກໍ​ຄື​ປະ​ເທດ​ຈີນ​ທີ່​ຢູ່​ໃນ​​ໄລຍະ​ພັດ​ທະ​ນາ​ຢ່າງວ່ອງ​ໄວ.

(ຂຽນ​ໂດຍທ່ານ ອະ​ນຸ​ພອນ ນັກ​ຂ່າວ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ)

 

 

ຄຳ​ເຫັນ

0