尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ໃສ່​ຮ້າ​ຍ​ປ້າຍ​ສີ​​ຈີນ​ອີກ​ໃນ​ຂໍ້​ອ້າງການ​ຄົ້ນ​ຫາ​ແຫຼ່ງກຳ​ເນີດ​ຂອງ​ພະ​ຍາດ​ໂຄວິດ-19

2021-06-01 17:46:00 cri

ອາ​ເມ​ຣິ​ກາ​ໃສ່​ຮ້າ​ຍ​ປ້າຍ​ສີ​​ຈີນ​ອີກ​ໃນ​ຂໍ້​ອ້າງການ​ຄົ້ນ​ຫາ​ແຫຼ່ງກຳ​ເນີດ​ຂອງ​ພະ​ຍາດ​ໂຄວິດ-19_fororder_4bed2e738bd4b31c3e68c481e507b5779f2ff88a

     ນັບ​ແຕ່​​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ປະ​ເທດ​​ຕາ​ເວັນ​ຕົກ​ທີ່​ຖື​ອາ​ເມ​ຣິ​ກາ​ເປັນ​ຜູ້​ນຳ​​ກໍ່​ບໍ່​ໄດ້​ຢຸດ​ຕິ​ການ​ປ່າວ​ຂ່າວ,ໂຈມ​ຕີ​ແລະ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ຈັກ​ເທື່ອ​ໃນ​ບັນ​ຫາ​ພະ​ຍາດ​ໂຄວິດ-19.


ອາ​ເມ​ຣິ​ກາ​ໃສ່​ຮ້າ​ຍ​ປ້າຍ​ສີ​​ຈີນ​ອີກ​ໃນ​ຂໍ້​ອ້າງການ​ຄົ້ນ​ຫາ​ແຫຼ່ງກຳ​ເນີດ​ຂອງ​ພະ​ຍາດ​ໂຄວິດ-19_fororder_a8014c086e061d95b4ab70d6252598d960d9ca4d

      ເຖິງວ່າ​ໃນ​ເດືອນ​ມັງ​ກອນ​ປີ​ນີ້, ໜ່ວຍງານ​ຜູ້​ຊ່ຽວ​ຊານ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ເດີນ​ທາງ​ໄປ​ສຳ​ຫຼວດ​ຢູ່​ນະ​ຄອນ​ອູ​ຮັ້ນ​ຂອງ​ຈີນ​ແລ້ວແລະ​ມີຂໍ້​ສະ​ຫຼຸບ​ວ່າ: “ເຊື້ອ​ພະ​ຍາດ​ໂຄວິດ-19 ມີ​ຄວາມ​ເປັນ​ໄປ​ໄດ້​ຫຼາຍ​ທີ່​ສຸດ​ທີ່​ບໍ່​ແມ່ນ​ຮົ່ວ​ອອກ​ມາ​ຈາກ​ຫ້ອງ​ທົດ​ລອງ​ຂອງ​ຈີນ.” ແຕ່​ເນື່ອງ​ຈາກ​ຈຸດ​ປະ​ສົງ​ທາງ​ການ​ເມືອງ, ອາ​ເມ​ຣິ​ກາ​ພັດ​ໄດ້​ສະ​ແດງ​ຄວາມ​ລະ​ແວງ​ສົງ​ໄສ​ຕໍ່​ຜົນ​ການ​ສຳ​ຫຼວດ​ຂອງ​ໜ່ວຍ​ງານ​ຜູ້​ຊ່ຽວ​ຊານ​ຂອງ WHO.
ອາ​ເມ​ຣິ​ກາ​ໃສ່​ຮ້າ​ຍ​ປ້າຍ​ສີ​​ຈີນ​ອີກ​ໃນ​ຂໍ້​ອ້າງການ​ຄົ້ນ​ຫາ​ແຫຼ່ງກຳ​ເນີດ​ຂອງ​ພະ​ຍາດ​ໂຄວິດ-19_fororder_3b292df5e0fe992514e25c506b79ccd78cb17119

      ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ຄຽງ​ຄູ່​ກັບ​ການ​ຜ່ອນ​ຄາຍ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ຜ່ອນ​ຄາຍ​ລົງ, ອາ​ເມ​ຣິ​ກາ​​ພັດ​ມີ​ຄວາມ​ສົນ​ໃຈປ່າວ​ຂ່າວ​ແລະ​ຖິ້ມ​ຄວາມ​ຮັບ​ຜິດ​ຊອບ​ໃຫ້​ຈີນ​ອີກ​ເທື່ອ​ໜຶ່ງ. ນັກ​ການ​ເມືອງ​ທີ່​ມີ​​ຈຸດ​ປະ​ສົງ​ແອບ​ແຝງ​ອີກ​ຕ່າງ​ຫາກ​ບາງ​ຄົນ​ຂອງ​ອາ​ເມ​ຣິ​ກາ​ໄດ້​ແຜ່​ກະ​ຈາຍ​ຂ່າວ​ປອມ​ແລະ​ມີ​ຖ້ອຍ​ທຳ​ນອງ​ກົນ​ອຸ​ບາຍ “ການ​ຮົ່ວ​ອອກ​ຈາກ​ຫ້ອງ​ທົດ​ລອງ” ແລະ​ອື່ນໆ​ອີກ​ຄັ້ງ​ໜຶ່ງ.
ອາ​ເມ​ຣິ​ກາ​ໃສ່​ຮ້າ​ຍ​ປ້າຍ​ສີ​​ຈີນ​ອີກ​ໃນ​ຂໍ້​ອ້າງການ​ຄົ້ນ​ຫາ​ແຫຼ່ງກຳ​ເນີດ​ຂອງ​ພະ​ຍາດ​ໂຄວິດ-19_fororder_6d81800a19d8bc3e26b9110ce05a3416aad34598

      ວັນ​ທີ 23 ພຶ​ດ​ສະ​ພາ​ຜ່ານ​ມາ, ໜັງ​ສື​ພິມ The Wall Street Journal ແລະ​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ແຫ່ງ​ອື່ນໆ​ໄດ້​ອ້າງ​ອີງ​ຕາມ​ບົດ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ລັບ​ອາ​ເມ​ຣິ​ກາ​ທີ່​ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີຍ​ສະ​ບັບ​ໜຶ່ງ​ມາ​ລາຍ​ງານ​ໂດຍ​ຊີ້​ໃຫ້​ເຫັນ​ເປັນ​ໄນໆ​ວ່າ: ເຊື້ອພະ​ຍາດ​ໂຄວິດ-19 ອາດ​ຈະ​ແມ່ນ​ຮົ່ວ​ອອກ​ມາ​ຈາກ​ຫ້ອງ​ທົດ​ລອງ. ຫຼັງ​ຈາກ​ນັ້ນ, ວັນ​ທີ 26 ພຶດ​ສະ​ພາ​ຜ່ານ​ມາ, ທ່ານ ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​​ສັ່ງ​ໃຫ້​ພາກ​ສ່ວນ​ຂ່າວ​ລັບ​ຂອງ​ອາ​ເມ​ຣິ​ກາ​​ສືບ​ສວນ-ສອບ​ສວນ​ແຫຼ່ງ​ກຳ​ເນີດຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຄືນ​ໃໝ່, ແລະ​​ໃຫ້​ຍື່ນ​ບົດລາຍ​ງານ​ພາຍ​ໃນ​ເວ​ລາ 90 ວັນ.
ອາ​ເມ​ຣິ​ກາ​ໃສ່​ຮ້າ​ຍ​ປ້າຍ​ສີ​​ຈີນ​ອີກ​ໃນ​ຂໍ້​ອ້າງການ​ຄົ້ນ​ຫາ​ແຫຼ່ງກຳ​ເນີດ​ຂອງ​ພະ​ຍາດ​ໂຄວິດ-19_fororder_b21bb051f8198618d03aeeb72a3cbc7b8ad4e6da

      ​ກາ​ນ​ກະ​ທຳ​ຂອງໜັງ​ສື​ພິມ The Wall Street Journal ແລະ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ແມ່ນ​ຄ້າຍຄື​ກັນ​ກັບ​ການ​ກະ​ທຳ​ທີ່​​ຖິ້ມ​ຄວາມ​ຮັບ​ຜິດ​ຊອບ​ໃຫ້​ຈີນ​ຂອງ​ອາ​ເມ​ຣິ​ກາ​ໃນ 1 ປີ​ກ່ອນນັ້ນ​​ທີ່​ສຸດ​ເລີຍ​ຄື: ອ້າງ​ຕາມບົດ​ລາຍ​ງານ​ທີ່​ວ່າ​ບໍ່​ທັນ​ໄດ້​ເປີດ​ເຜີຍ​ເຊິ່ງບໍ່​ຮູ້​ວ່າ​ມີ​ແທ້​ຫຼື​ບໍ່​ສະ​ບັບ​ໜຶ່ງ​ມາ​​ສ້າງເລື່ອງ,ແລ້ວ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​​ກໍ​ມີ​ຄຳ​ສັ່ງ​ໃຫ້​ດຳ​ເນີນ​ການ​ສື​ບ​ສວນ, ​ຫຼັງ​ຈາກ​ນັ້ນ​ກໍ່​ເຮັດ​ຂໍ້​ສະ​ຫຼຸບ​ສະ​ບັບ​ໜຶ່ງ​ຂຶ້ນ​ມາວ່າ: “ເຊື້ອ​ພະ​ຍາດ​ແມ່ນ​ມາ​ຈາກ​ຈີນ” ເຮັດ​ແບບ​ນີ້ຕາມ​ລຳ​ພັງ​ໃຈ​ໂດຍ​ບໍ່​ໄດ້​ຜ່ານ​ການ​ສືບ​ສວນ​ຕາມ​ຫຼັກວິ​ທະ​ຍາ​ສາດ.

ອາ​ເມ​ຣິ​ກາ​ໃສ່​ຮ້າ​ຍ​ປ້າຍ​ສີ​​ຈີນ​ອີກ​ໃນ​ຂໍ້​ອ້າງການ​ຄົ້ນ​ຫາ​ແຫຼ່ງກຳ​ເນີດ​ຂອງ​ພະ​ຍາດ​ໂຄວິດ-19_fororder_d058ccbf6c81800a4e5ddf63eee4a1f2838b4778

      ໃນ 1 ປີ​ກ່ອນ, Grayzone  ເຊິ່ງ​ເປັນເວັບ​ໄຊ​ຂ່າວ​​ອິດ​ສະ​ຫຼະ​ຂອງ​ອາ​ເມ​ຣິ​ກາ​ກໍ່​ໄດ້​ເຜີຍ​ໃຫ້​ເຫັນ​ເຖິງການ​ກະ​ທຳ​​ຂອງ​ອາ​ເມ​ຣິ​ກາທີ່ຢາກ​ປົກ​ປິດຄວາມ​ຊົ່ວ​ຮ້າຍ​ຂອງ​ຕົນ​ແຕ່​ພັດ​ແຮ່ງ​ຖືກ​ເຜີຍ​ແບ​​ຄວາມ​ຈິງຢ່າງ​ຈະ​ແຈ້ງ​ໂດຍ​ຜ່ານ​ບົດ​ຄວາມ​ທີ່​ມີ​ຫົວ​ຂໍ້​ວ່າ “ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ຫວັງເຮັດ​ໃຫ້​ຖ້ອຍ​ທຳ​ນອງ​ກົນ​ອຸ​ບາຍກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກາຍ​ເປັນ​​ກະ​ແສ​ຫຼັກ​ຂອງ​ການ​ວິ​ພາກວິ​ຈານ​ໂດຍ​ຜ່ານ​ການ​ແຈກ​ຢາຍ​ເອ​ກະ​ສານ​ໃຫ້​ແກ່​ສື່ມວນ​ຊົນ”.

ອາ​ເມ​ຣິ​ກາ​ໃສ່​ຮ້າ​ຍ​ປ້າຍ​ສີ​​ຈີນ​ອີກ​ໃນ​ຂໍ້​ອ້າງການ​ຄົ້ນ​ຫາ​ແຫຼ່ງກຳ​ເນີດ​ຂອງ​ພະ​ຍາດ​ໂຄວິດ-19_fororder_0d338744ebf81a4c1260c13b88fbf251272da6cf

      1 ປີ​ກ່ອນ, ​ສື່​ສັງ​ຄົມ​ອອນ​ລາຍ ເຟັ​ສ​ບຸກຂອງ​ອາ​ເມ​ຣິ​ກາ​ເຄີຍ​ໄດ້​ກ່າວ​ວ່າ: ຈະ​ລຶບ​ຄິບ​ທີ່​ປຸກ​ປັ່ນ​ຄຳ​ເວົ້າ​​ທີ່ວ່າເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ເຊື້ອ​ພະ​ຍາດ​ທີ່​ຜະ​ລິດ​ໂດຍ​ຄົນ,ແຕ່​ວ່າ​ຫຼັງ​ຈາກ​ທ່ານ ໂຈ ໄບ​ເດັນ ໄດ້​ອອກ​ຖະ​ແຫຼງ​ການ​​ວ່າ​ຈະ​ສືບ​ສວນ​ຫາ​ແຫຼ່ງ​ກຳ​ເນີດຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ອີກ​ເທື່ອ​ໜຶ່ງ​, ທາງ​ເຟັ​ສ​ບຸກ​ກໍ່​ເລີຍ​ໄດ້​ກ່າວ​ວ່າ​ຈະ​ບໍ່​ເກືອດ​ຫ້າມ​ຄິບ​ທີ່​ມີ​ເນື້ອ​ໃນ​ແບບ​ນີ້​ອີກ, ໃນ​​ຈຸດ​ເວ​ລາ​ທີ່​ພໍ​ດີ​​ກັນ​ແບບ​ນີ້, ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ໄດ້​ສະ​ແດງ​ທ່າ​ທີ​ທີ່​ກົງ​ກັນ​ຂ້າມ​ກັບ 1 ປີ​ກ່ອນຈົນ​ໝົດ,​ສະ​ນັ້ນ​ຈຶ່ງ​ເຫັນ​ວ່ານີ້​ບໍ່​ແມ່ນ​ເລື່ອງ​ທີ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ​ຢ່າງ​ເດັດ​ຂາດ.

ອາ​ເມ​ຣິ​ກາ​ໃສ່​ຮ້າ​ຍ​ປ້າຍ​ສີ​​ຈີນ​ອີກ​ໃນ​ຂໍ້​ອ້າງການ​ຄົ້ນ​ຫາ​ແຫຼ່ງກຳ​ເນີດ​ຂອງ​ພະ​ຍາດ​ໂຄວິດ-19_fororder_10dfa9ec8a13632713993102f35e32e409fac7e1

      ແຕ່​ວ່າ​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ແມ່ນ​ບັນ​ຫາ​ທາງວິ​ທະ​ຍາ​ສາດ,ຈີນ​ກໍ່​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ອາ​ເມ​ຣິ​ກາ​ປ່າວ​ຂ່າວ​ແລະ​ໃສ່​ຮ້າຍ​ປ້າຍ​ສີ​​ຈີນຊ້ຳແລ້ວ​ຊ້ຳ​ອີກ​ກ່ຽວ​ກັບ​ບັນ​ຫາ​ນີ້.
ອາ​ເມ​ຣິ​ກາ​ໃສ່​ຮ້າ​ຍ​ປ້າຍ​ສີ​​ຈີນ​ອີກ​ໃນ​ຂໍ້​ອ້າງການ​ຄົ້ນ​ຫາ​ແຫຼ່ງກຳ​ເນີດ​ຂອງ​ພະ​ຍາດ​ໂຄວິດ-19_fororder_8b13632762d0f7039c5a889e6e2bc3352497c5e5

      ອາ​ເມ​ຣິ​ກາ​ໄດ້​ຮຽກ​ຮ້ອງ​ໃຫ້​ດຳ​ເນີນ​ການກວດ​ກາ​​ຈີນ​ໃນລະ​ດັບ​ສາ​ກົນ​ ​ຢ່າງ​ຮອບ​ດ້ານ​ແລະ​ໂປ່ງ​ໃສ​​ມາ​ໄດ້​ຫຼາຍ​ຄັ້ງ​ແລ້ວ, ​ພັດ​ປິດ​ປາກ​ງຽບ​ໂດຍ​ບໍ່​ໄດ້​ກ່າວ​ເຖິງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກໍ​ຄື​ຄວາມ​ລະ​ແວງ​ສົງ​ໄສ​ຂອງ​ຊາວ​ໂລກ​ທີ່​ມີ​ຕໍ່​ຖານ​ຊີ​ວະ​​ພາບຟອດ ເດ​ຕ​ຣິກ​ຂອງ​ອາ​ເມ​ຣິ​ກາ​ເລີຍ. ພາຍ​ຫຼັງ​ຈີນ​ໄດ້​ຮັບ​ການກວດ​ກາ​ແຫຼ່ງ​ກຳ​ເນີດຂອງ​ເຊື້ອ​ພະ​ຍາດ​ຈາກ​ໜ່ວຍ​ງານ​ຜູ້​ຊ່ຽວ​ຊານ​ຂອງ​ WHO ແລ້ວ, ​ຄັນຊັ້ນ​ອາ​ເມ​ຣິ​ກາ​ກໍ​ຄວນ​ເປີດ​ເຜີຍ​ໃຫ້​ຊາວ​ໂລກ​ຮູ້​ວ່າ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ 200 ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ທີ່​​ຢັ່ງຢາຍ​ຢູ່​ທົ່ວ​ໂລກ​ນັ້ນ​ໄດ້​ເຮັດ​ຫຍັງ​ແດ່​​ໃນ​ຫຼາຍ​ປີ​ມາ​ນີ້, ແລະ​ຄວນໃຫ້​ໜ່ວຍ​ງານ​ຜູ້​ຊ່ຽວ​ຊານ WHO ໄປ​ກວດ​ກາ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ທາງວິ​ທະ​ຍາ​ສາດ​ຢູ່​ອາ​ເມ​ຣິ​ກາ.

ອາ​ເມ​ຣິ​ກາ​ໃສ່​ຮ້າ​ຍ​ປ້າຍ​ສີ​​ຈີນ​ອີກ​ໃນ​ຂໍ້​ອ້າງການ​ຄົ້ນ​ຫາ​ແຫຼ່ງກຳ​ເນີດ​ຂອງ​ພະ​ຍາດ​ໂຄວິດ-19_fororder_962bd40735fae6cd7dd67b9d69629d2c40a70fc1

      ປັ​ດ​ຈຸ​ບັນ, ​​ຫາງ​ສຽງ​​ຈາກປະ​ຊາ​ຄົມ​ໂລກ​ທີ່​ຮຽກ​ຮ້ອງ​ໃຫ້ WHO ດຳ​ເນີນ​ການ​ຄົ້ນ​ຫາ​ແຫຼ່ງກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ໄລ​ຍະ​ທີ​ສອງ​ນັ້ນນັບ​ມື້​ນັບ​​ເພີ່ມຫຼາຍ​ຂຶ້ນ. ອາ​ເມ​ຣິ​ກາ​ມີ​ເຈດ​ຕະ​ນາ​ຢາກ​​ສວຍ​ໃຊ້​ກົນ​ອຸ​ບາຍ​ປັ້ນ​ແຕ່ງ​ຂ່າວ​ທີ່​ວ່າ​ເຊື້ອ​ພະ​ຍາດ​ມີ​ແຫຼ່ງ​​ກຳ​ເນີດ​​ມາຈາກ​ຈີນ​ອີກ​ເທື່ອ​ໜຶ່ງ​ໂດຍ​ມີ​ຈຸດ​ປະ​ສົງເພື່ອ​ຫຼີກ​ລ່ຽງ​ການກວດ​ກາ​ຈາກ​ສາ​ກົນ​ເຊິ່ງ​ເປັນ​ເລື່ອງ​ທີ່​ຊາວ​ໂລກ​​​ໃຜໆ​ກໍລ້ວນ​ແຕ່​ຮູ້​​ຈົນ​ໝົດ​ແລ້ວ.

ຄຳ​ເຫັນ

0