ການເຕີບໃຫຍ່ຢ່າງມີສຸຂະພາບແຂງແຮງຂອງເດັກນ້ອຍເຍົາວະຊົນເປັນເລື່ອງທີ່ທ່ານສີຈິ້ນຜິງ ປະທານປະເທດຈີນເປັນຫ່ວງເປັນໃຍທີ່ສຸດ. ທ່ານໄດ້ໄປຢາມເດັກນ້ອຍທັງຫຼາຍເລື້ອຍໆ ເພື່ອສະແດງຄວາມຮັກແພງເອົາໃຈໃສ່ແລະຝາກຄວາມຫວັງໃຫ້ກັບພວກເດັກນ້ອຍ ເຊິ່ງເດັກນ້ອຍທັງຫຼາຍມັກເອີ້ນທ່ານດ້ວຍຄວາມສະໜິດສະໜົມວ່າ “ເພື່ອນໃຫຍ່”.
ທ່ານສີຈິ້ນຜິງກຳເນີດໃນຄອບຄົວທີ່ມີລະບຽບອັນເຄັ່ງຄັດເຂັ້ມງວດ, ຕອນຍັງນ້ອຍກໍໄດ້ໃຊ້ຊີວິດແບບປະຢັດມັດທະຍັດແລະລຽບງ່າຍ. ປີ 2003, ທ່ານສີຈິ້ນຜິງໄດ້ຫວນຄືນອະດີດໃນເວລາໃຫ້ສຳພາດຕໍ່ໂທລະພາບສູນກາງຈີນຫຼື CCTV ວ່າ: “ເຄື່ອງນຸ່ງຂອງພວກຂ້າພະເຈົ້າຕາມປົກກະຕິແລ້ວແມ່ນມີຮອຍຕາບຫຼາຍ, ແລະຕ້ອງໃສ່ເຄື່ອງນຸ່ງຂອງອ້າຍເອື້ອຍອີກ.”ທ່ານສີຈິ້ນຜິງມີເອື້ອຍ 4 ຄົນ,ມີອ້າຍ1ຄົນແລະນ້ອງຊາຍອີກ1ຄົນ, ສະນັ້ນ, ຍາມຍັງນ້ອຍ, ສ່ວນຫຼາຍທ່ານໄດ້ນຸ່ງເຄື່ອງເກົ່າຂອງເອື້ອຍ. ທ່ານກ່າວວ່າ: “ການໃສ່ເສື້ອດອກລາຍແລະເກີບຜ້າລາຍ, ຂ້າພະເຈົ້າບໍ່ຍອມເດັດຂາດ, ແຕ່ກໍຈຳເປັນຕ້ອງໃສ່.”
ຄຳເຫັນ
0