ເອັດກາຣ ສະໂນ ນັກຂ່າວອາເມຣິກາ
“ຕະຫຼອດໄລຍະເວລາ 4 ເດືອນທີ່ຂ້າພະເຈົ້າຢູ່ຮ່ວມກັນກັບກອງທັບແດງ ເປັນປະສົບການທີ່ໜ້າຕື່ນເຕັ້ນແລະມີກຳລັງໃຈຫຼາຍທີ່ສຸດ. ຜູ້ຄົນທັງຫຼາຍທີ່ຂ້າພະເຈົ້າໄດ້ພົບພໍ້ຢູ່ແຫ່ງນັ້ນເບິ່ງຄືວ່າ ເປັນຄົນທີ່ເສລີທີ່ສຸດແລະມີຄວາມສຸກຫຼາຍທີ່ສຸດໃນບັນດາຄົນຈີນທີ່ຂ້າພະເຈົ້າໄດ້ຮູ້ຈັກຜ່ານມາ. ຢູ່ໃນກະໂຕຂອງຄົນເຫຼົ່ານີ້ຜູ້ທີ່ອຸທິດຕົນເພື່ອພາລະກິດທີ່ເຂົາເຈົ້າເຫັນວ່າມີຄວາມເປັນທຳທີ່ສຸດນັ້ນ, ຂ້າພະເຈົ້າຮູ້ສຶກໄດ້ຢ່າງເລິກເຊິ່ງເຖິງຄວາມຫວັງແລະຄວາມກະຕືລືລົ້ນທີ່ເຕັມໄປດ້ວຍພະລັງຊີວິດ ແລະພະລັງແຮງຂອງມວນມະນຸດທີ່ບໍ່ມີຫຍັງສາມາດເອົາຊະນະໄດ້, ຕັ້ງແຕ່ນັ້ນມາ, ຂ້າພະເຈົ້າກໍບໍ່ເຄີຍມີຄວາມຮູ້ສຶກແບບນັ້ນອີກເລີຍ”.
ສຳນວນວັກນີ້ແມ່ນຄັດຈາກປຶ້ມ “ດາວແດງສ່ອງແສງສະຫວ່າງສະໄຫວບົນດິນແດນຈີນ” ທີ່ພິມຈຳໜ່າຍຢູ່ອັງກິດເມື່ອເດືອນຕຸລາປີ1937, ນັກປະພັນປຶ້ມຫົວນີ້ ແມ່ນນັກຂ່າວອາເມຣິກາທີ່ມີຊື່ວ່າ ເອັດກາຣ ສະໂນ.
ຊຸມປີ 1930, ປະເທດຈີນຕົກຢູ່ໃນແປວໄຟແຫ່ງສົງຄາມຕໍ່ຕ້ານຟາຊິດຍີ່ປຸ່ນ. ເນື່ອງຈາກຖືກພັກກົກມິນຕັງປິດລ້ອມທາງການທະຫານແລະປິດກັ້ນສື່ມວນຊົນ, ຄວາມຮັບຮູ້ຂອງວົງການພາຍນອກທີ່ມີຕໍ່ພັກກອມມູນິດຈີນແລະກອງທັບແດງພຽງແຕ່ຖືກຈຳກັດໃຫ້ຢູ່ໃນພາບພົດທີ່ບໍ່ດີຍ້ອນຖືກພັກກົກມິນຕັງໂຄສະນາຊວນເຊື່ອໃຫ້ເຂົ້າໃຈຜິດເທົ່ານັ້ນ.
“ພັກກອມມູນິດຈີນເປັນຄົນຄືແນວໃດກັນແທ້?”, ເປັນຫຍັງຈິ່ງມີຄົນຈີນນັບເປັນພັນເປັນໝື່ນຍອມສ່ຽງໄພອັນຕະລາຍເຖິງຈະຖືກຕັດສິນປະຫານຊີວິດກໍຕາມກໍຕ້ອງເຂົ້າເປັນສະມາຊິກພັກກອມມູນິດແລະເຂົ້າເປັນທະຫານຂອງກອງທັບແດງໃຫ້ໄດ້? ຍ້ອນມີຄວາມສະດຸ້ງໄວໃນຖານະເຮັດອາຊີບສື່ມວນຊົນ, ທ່ານເອັດກາຣ ສະໂນ ນັກຂ່າວອາເມຣິກາເຊື່ອໝັ້ນວ່າ: ຢຽນອ່ານ ທີ່ຢູ່ນອກແນວກັ້ນທີ່ຍາວຢຽດປານກຳແພງເມືອງຈີນຂອງພັກກົກມິນຕັງນັ້ນ ເປັນສະຖານທີ່ພຽງແຫ່ງດຽວຂອງຈີນທີ່ເປັນຕາໄປເອົາຂ່າວ. ໃນທີ່ສຸດ,ເມື່ອຜ່ານຜ່າຄວາມຫຍຸ້ງຍາກລຳບາກແລະອຸປະສັກຕ່າງໆນານາໄດ້ແລ້ວ, ໃນວັນທີ 13 ກໍລະກົດປີ1936,ທ່ານເອັດກາຣ ສະໂນ ກໍໄດ້ເດີນທາງໄປເຖິງ ປາວອ່ານ ເຊິ່ງເປັນທີ່ຕັ້ງຂອງສູນກາງພັກກອມມູນິດຈີນໃນເວລານັ້ນ.
ເອັດກາຣ ສະໂນ ທີ່ເອົາຂ່າວຢູ່ຢຽນອ່ານ
ຢູ່ປາວອ່ານ, ທ່ານເອັດກາຣ ສະໂນ ໄດ້ເຫັນກັບຕາກ່ຽວກັບຊີວິດຕົວຈິງຂອງການນຳພັກກອມມູນິດຈີນແລະກອງທັບແດງຈີນຄື ທ່ານເໝົາເຈີຕຸ່ງ ທີ່ໄດ້ດຳລົງຕຳແໜ່ງເປັນຜູ້ນຳກອງທັບແດງເປັນເວລາ 10 ປີແລ້ວ ແຕ່ຊັບສົມບັດທັງໝົດຂອງເພິ່ນມີພຽງຜ້າເສື່ອແລະຜ້າຫົ່ມມ້ວນໜຶ່ງເທົ່ານັ້ນ, ເຄື່ອງນຸ່ງມີບໍ່ເທົ່າໃດຜືນ, ໃນໄລຍະເວລາທີ່ຫຍຸ້ງຍາກລຳບາກ,ນົກຮົບບໍ່ມີຮອດເກີບໃສ່, ທ່ານເໝົາເຈີຕຸ່ງກໍບໍ່ຍອມໃສ່ເກີບ. ມຸ້ງດາງໜຶ່ງຢູ່ເທິງຕຽງດິນ ເປັນເຄື່ອງໃຊ້ຫຼູຫຼາພຽງຢ່າງດຽວຂອງ ທ່ານໂຈ່ວເອີ່ນໄຫຼ, ທ່ານເຜິງເຕີຫວຍ ໄດ້ນຸ່ງເສື້ອກ້າມທີ່ຫຍິບດ້ວຍຜ້າຈ້ອງ, ທ່ານລິນໂປສີ ທີ່ເປັນຫົວໜ້າການເງິນ ໄດ້ໃສ່ແວ່ນຕາຂາຫັກໂດຍເອົາເສັ້ນດ້າຍມັດ ຫ້ອຍໃສ່ຫູ… ທັງໝົດເຫຼົ່ານີ້ແມ່ນມີຄວາມແຕກຕ່າງກັນຢ່າງຫຼວງຫຼາຍກັບການໂຄສະນາເປັນເວລາດົນນານມາແລ້ວຂອງພັກກົກມິນຕັງ.
ໃນເວລາທ່ານເອັດກາຣ ສະໂນ ຖາມເຍົາວະຊົນຕີນເປືອຍຄົນໜຶ່ງຈາກຄອບຄົວກະສິກອນວ່າ “ຈະຕີລາຄາກອງທັບແດງແນວໃດ?” ເຍົາວະຊົນຜູ້ນັ້ນຕອບວ່າ: “ກອງທັບແດງຄືກອງທັບຂອງຄົນທຸກຍາກ, ເປັນກອງທັບທີ່ສູ້ຮົບເພື່ອສິດທິຂອງປະຊາຊົນ.” ໃນເວລາທ່ານເອັດກາຣສະໂນຖາມວ່າ “ພວກເຈົ້າຮູ້ໄດ້ຈັ່ງໃດວ່າ ຊາວກະສິກອນຮັກກອງທັບແດງແທ້ໆ?”ນັກຮົບທັງຫຼາຍຕອບວ່າ: “ເຂົາເຈົ້າໄດ້ເຮັດເກີບເປັນພັນເປັນໝື່ນຄູ່ໃຫ້ພວກເຮົາ. ປະຊາຊົນທຸກໆຄອບຄົວຕ່າງກໍໄດ້ສົ່ງລູກຫຼານເຂົ້າເປັນທະຫານກອງທັບແດງພວກເຮົາ. ” “ກອງທັບແດງພວກເຮົາກໍແມ່ນປະຊາຊົນ.”
ໃນໄລຍະເອົາຂ່າວຢູ່ພາກເໜືອແຂວງສ້ານຊີ່ເປັນເວລາ 100 ກວ່າວັນ, ສິ່ງທີ່ໄດ້ຮູ້ໄດ້ເຫັນໄດ້ລຶບລ້າງຄວາມລະແວງສົງໃສທີ່ຄ້າງຄາໃຈຂອງທ່ານເອັດກາຣ ສະໂນ, ທ່ານຈິ່ງໄດ້ຂຽນຂໍ້ຄວາມດ້ວຍຄວາມປະທັບໃຈຄືດັ່ງທີ່ທ່ານໄດ້ຟັງໃນຕອນຕົ້ນບົດນີ້.
ຫຼັງສປຈີນສະຖາປະນາຂຶ້ນແລ້ວ, ທ່ານ ເອັດກາຣ ສະໂນ ແລະທ່ານເໝົາເຈີຕຸ່ງ ປະທານປະເທດຈີນໃນເວລານັ້ນໄດ້ຂຶ້ນຫໍທ່ຽນອ່ານເມີນທີ່ນະຄອນຫຼວງປັກກິ່ງ
ທ່ານເອັດກາຣ ສະໂນເຄີຍກ່າວວ່າ: “ຂ້າພະເຈົ້າຮັກປະເທດຈີນ.” ທຸກມື້ນີ້, ຢູ່ແຄມໜອງໃນມະຫາວິທະຍາໄລປັກກິ່ງ ເຊິ່ງເປັນມະຫາວິທະຍາໄລທີ່ມີຊື່ສຽງທີ່ສຸດຂອງຈີນໄດ້ຕັ້ງຫີນສີລາຈາລຶກກ້ອນໜຶ່ງໂດຍໄດ້ສະຫຼັກອັກສອນຈີນແລະອັງກິດທີ່ມີຄວາມໝາຍວ່າ: “ເພື່ອຄວາມຊົງຈຳແດ່ທ່ານເອັດກາຣ ສະໂນ ເພື່ອນມິດຊາວອາເມຣິກາຂອງປະຊາຊົນຈີນ”. ທ່ານໄດ້ນອນຫຼັບຕະຫຼອດການຢູ່ບົນດິນແດນຈີນບ່ອນທີ່ຕົນຮັກແລະກໍແມ່ນບ່ອນທີ່ມອບຄວາມຮັກແພງໃຫ້ຕົນ ເຊິ່ງສົມດັ່ງຄວາມປາຖະໜາທີ່ໄດ້ບັນທຶກໄວ້ໃນພິໄນກຳ.
ຄຳເຫັນ
0