尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອຸ​ດົມ​ການ​ແຕ່​ຫົວ​ທີ,ຄວາມ​ຕັດ​ສິນ​ໃຈ​ແລະຈິດ​ໃຈທີ່​ໝັ້ນ​ຄົງ​ຖາ​ວອນແມ່ນ​ເຄັດ​ລັບ​​ທີ່​ເຮັດ​ໃຫ້​ພັກ​ກອມ​ມູ​ນິດ​ຈີນປະ​ສົບ​ຜົນ​ສຳ​ເລັດ​

2021-06-04 17:53:41 cri

ອຸ​ດົມ​ການ​ແຕ່​ຫົວ​ທີ,ຄວາມ​ຕັດ​ສິນ​ໃຈ​ແລະຈິດ​ໃຈທີ່​ໝັ້ນ​ຄົງ​ຖາ​ວອນແມ່ນ​ເຄັດ​ລັບ​​ທີ່​ເຮັດ​ໃຫ້​ພັກ​ກອມ​ມູ​ນິດ​ຈີນປະ​ສົບ​ຜົນ​ສຳ​ເລັດ​_fororder_005IxC1xly1gq1ir049e9j30du07safh

      ​ໃນ​ກອງ​ປະ​ຊຸມ​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 95 ປີ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເຄີຍ​ໄດ້​ກ່າວ​ວ່າ: “ຢູ່​ໃນ​ໂລກ​ໃນ​ປັດ​ຈຸ​ບັນ, ຖ້າ​ຈະ​ເວົ້າ​ວ່າ​ພັກ​ການ​ເມືອງ,ປະ​ເທດ​ແລະ​ຊົນ​ຊາດ​ໃດ​ໜຶ່ງ​ສາ​ມາດ​ມີ​ຄວາມ​ໝັ້ນ​ໃຈ​ໄດ້ນັ້ນ, ພັກ​ກອມ​ມູ​ນິດ​ຈີນ, ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ແລະ​ຊົນ​ຊາດ​ຈີນ​ຈະ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ມີ​ເຫດ​ຜົນ​ຫຼາຍ​ທີ່​ສຸດ.”
 

      ນັບ​ແຕ່​ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຈົນ​ຮອດ​ປັດ​ຈຸ​ບັນ​ນີ້, ຈີນ​ໄດ້​ຍຶດ​ໝັ້ນ​ອຸ​ດົມ​ການ​ແຕ່​ຫົວ​ທີ​ທີ່​ສະ​ແຫວງ​ຫາ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຢ່າງ​ສະ​ໝີ​ຕົ້ນ​ສະ​ເໝີ​ປາຍ. ​ນັບ​ແຕ່​ການ​ໂຄ່ນ​ລົ້ມ​ລັດ​ທິ​ຈັກ​ກະ​ພັດ,ລັດ​ທິ​ສັກ​ດີ​ນາ​ແລະ​ລັດ​ທິ​ນາຍ​ທຶນ​ອາດ​ຍາ​ສິດ ເຊິ່ງ​ຖືກ​ເອີ້ນ​ວ່າ​ເປັນ “ພູ​ໃຫຍ່​ສາມ​ໜ່ວຍ” ທີ່​ຂົ່ມ​ຫົວ​ປະ​ຊາ​ຊົນ​ຈີນ​ໃນ​ສັງ​ຄົມ​ເກົ່າເພື່ອ​ສະ​ແຫວງ​ຫາ​ການ​ສ້າງ​ສັງ​ຄົມ​ທີ່​ສວຍ​ງາມ​ທີ່​ບໍ່​ມີ​ການ​ກົດ​ຂີ່​ຂູດ​ຮີດ​ກັນ,ຮອດ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຫຼັງ​ການ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ,ພະ​ຍາ​ຍາມ​ຈົນ​ສຸດ​ຂີດ​ເພື່ອ​ແກ້​ໄຂ​ບັນ​ຫາ​ການ​ກິນ​ການ​ຢູ່​ຂອງ​ປະ​ຊາ​ຊົນ; ​ນັບແຕ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຈົນຮອດ​ການ​ເຄົາ​ລົບແລະ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ທີ່​ຖື​ປະ​ຊາ​ຊົນ​ສຳ​ຄັນ​ກວ່າ​ໝູ່​ຂອງ​ສູນ​ກາງ​ພັກ​ຫຼັງ​ຈາກ​ໄດ້​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ ເປັນ​ຕົ້ນ​ມາ, ​ພັກ​ກອມ​ມູ​ນິດ​ຈີນ​ໄດ້ຍຶດ​ໝັ້ນ​ອຸ​ດົມ​ການ​ແຕ່​ຫົວ​ທີ​​ຂອງ​ຕົນ​ຢູ່​ຕະ​ຫຼອດ​ເວ​ລາ​ໃນການ​ກຳ​ອຳ​ນາດ​ເຊິ່ງ​ໄດ້​ກາຍ​ເປັນ​​ຄວາມ​ໝັ້ນ​ໃຈ​ໂຕ​ເອງ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ກ້າວ​ໄປ​ສູ່​ຜົນ​ສຳ​ເລັດ.
 

      ໃນ​ການ​ສະ​ແຫວງ​ຫາ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ, ພັກ​ກອມ​ມູ​ນິດ​ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​ແລະ​ມາ​ນະ​ຈິດ​ອົດ​ທົນ​ແບບ​ບໍ່​ງໍ້​ງ່ຽງ​ຕໍ່​ອຸ​ປະ​ສັກ​ໃດໆ. ນັບແຕ່​ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ປີ 1921 ​ຕະ​ຫຼອດ​ຮອດການ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໃນ​ປີ 1949, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ແລະ​ອຸ​ປະ​ສັກ​ກີດ​ຂວາງ​ຕ່າງໆ​ນາ​ນາ, ​ໄດ້​ທັບ​ມ້າງລະ​ບອບ​ສັກ​ດີ​ນາ, ຂັບໄລ່​ຜູ້​ຮຸກ​ຮານ​ຍີ່​ປຸ່ນ​ອອກ​ຈາກ​ດິນແດນ​ຕົນ,​ປະ​ຊາ​ຊົນ​ຈີນ​ໄດ້​ຮັບ​ເອ​ກະ​ລາດ​ແລະ​ມີ​ເສ​ລີ​ພາບ; ເລີ່ມ​​ແຕ່​ປີ 1979 ຈົນ​ຮອດ​ປັດ​ຈຸ​ບັນໃນ​ການ​ຍຶດ​ໝັ້ນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ການປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ເວ​ລາ 40 ກວ່າ​ປີມາ​ນີ້, ສາ​ມາດ​ຫັນປ່ຽນ​ປະ​ຫວັດ​ສາດທີ່​ມີ​ຄວາມທຸກ​ຍາກ​ແລະ​ຄວາມ​ອ່ອນ​ແອ​ຂອງ​ຈີນ; ​ນັບແຕ່​​ເລີ່ມຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ​ໃນ​ປີ 1986 ຈົນຮອດ​ການ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຢ່າງ​ຮອ​ບ​ດ້ານ​ຂອງ​ຈີນ​ໃນ​ທ້າຍ​ປີ 2020, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ມາ​ໂດຍ​ຕະ​ຫຼອດ​ໃນ​ການ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ​ແລະ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໃຫ້​ສູງ​ຂຶ້ນ. ຄວາມ​ຕັດ​ສິນ​ໃຈ​ໃນ​ການ​ເຮັດ​​ພາ​ລະ​ກິດ​ແລະ​ການ​ອຸ​ທິດ​ຕົນ​ໄດ້​ກາຍ​ເປັນ​ສິ່ງ​ຄ້ຳ​ປະ​ກັນ​ທາງ​ດ້ານ​ຈິດ​ໃຈທີ່​ເຮັດ​ໃຫ້​ພັກ​ກອມ​ມູ​ນິດ​ຈີນ​ກ້າວ​ໄປ​ສູ່​ ​ຜົນ​ສຳ​ເລັດ.
 

      ​ພັກ​ກອມ​ມູ​ນິດ​ຈີນນັບ​ແຕ່​ວັນ​ສ້າງ​ຕັ້ງ​ຂຶ້ນ​ຕະ​ຫຼອ​ດ​ໄລ​ຍະ 100 ປີ​ຜ່ານ​ມາ, ໄດ້​ຜ່ານ​ຟ້າ​ຝົນ​ລົມ​ແດງ​ຮ້ອຍ​ແປດ​ພັນ​ປະ​ການ, ໄດ້​ນຳ​ພາ​ປະ​ຊາ​ຊົນ​ຈີນ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ກໍ່​ເປັນ​ຍ້ອນ​ວ່າ​ພັກ​ກອມ​ມູ​ນິດ​ຈີນ​ມີ​ຈິດ​ໃຈ​ໝັ້ນ​ຄົງ​ຖາ​ວອນ​ໃນ​ການ​ບຸກ​ທະ​ລຸ​ແລະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ. ເຖິງ​ຈະ​ຜະ​ເຊີນ​ກັບ​ການ​ປິດ​ລ້ອມ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ​ແລະ​ປະ​ເທດ​ມີ​ສະ​ພາບ​ທີ່​ທຸກ​ຍາກ​ກໍ​ຕາມ, ດ້ວຍ​ການ​ເພິ່ງ​ກຳ​ລັງ​ຕົນ​ເອງ​ແລະ​ການ​ຕໍ່​ສູ້​ຢ່າງ​ທໍ​ລະ​ຫົດ​ອົດ​ທົນ​ຈາກ​ຊາວກອມ​ມູ​ນິດ​ຈີນ​ທຸກ​ລຸ້ນ​ທຸກ​ເຊັ່ນ​ຄົນ​ຜ່ານ​ມາ, ​ຈຶ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ປ​ະ​ຕິ​ວັດ​ແລະ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ. ກໍ​ຄື​ກັນ​ກັບ​ທ່ານ ຢວນ​ຫຼົ​ງ​ຜິງ “ບິ​ດາເຂົ້າ​ນາ​ພັນ​ປະ​ສົມ” ທີ່​ໄດ້​ສຸມ​ໃສ່​ເລື່ອງ​ການຄົ້ນ​ຄວ້າ​ເຂົ້າ​ນາ​ພັນ​ປະ​ສົມ​ແລະ​ໄດ້​ແກ້​ໄຂ​ບັນ​ຫາ​ການ​​ກຸ້ມ​ກິນ​ຂອງ​ປະ​ຊາ​ຊົນ​ຈີນ. ຈິດ​ໃຈ​ໝັ້ນ​ຄົງ​ຖາ​ວອນ​ທີ່​ສຸມ​ໃສ່​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ໃນ​ຕະ​ຫຼອດ​ຊີ​ວິດ​ຂອງ​ຕົນ​ແບບ​ນີ້​ແມ່ນ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ກ້າວ​ໄປໜ້າ​ຢ່າງ​ອົງ​ອາດ​ກ້າ​ຫານ.
 

      ນັບແຕ່​​ໄລ​ຍະ​ຕົ້ນຂອງ​ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນຈົນຮອດ​ໄລ​ຍະ​ການ​ພິກ​ແຜ່ນ​ດິນ​ປີ້ນ​ແຜ່ນ​ຟ້າ​ເພື່ອສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ,​ຈົນ​ຮອດ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ແບບ​ໜ້າ​ມື​ເປັນ​ຫຼັງ​ມື. ກໍ​ຄື​ການ​ພັດ​ທະ​​ນາ​ການ​ບິນ​ອະ​ວະ​ກາດ​ແລະ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ປັດ​ຈຸ​ບັນ, ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ແລະ​​ມີການ​ປ່ຽນ​ແປງ​ທີ່​ປະ​ຈັກ​ຕາ​ຊາວ​ໂລກ,ແຕ່​ສິ່ງ​ທີ່​ບໍ່​ໄດ້​ປ່ຽນ​ແປງ​ຕະ​ຫຼອດການແມ່ນ​ອຸ​ດົມ​ການ​ແຕ່​ຫົວ​ທີ​ໃນ​ການ​ຮັບ​ໃຊ້​ປະ​ຊາ​ຊົນ,ຄວາມ​ຕັດ​ສິນ​ໃຈ​ໃນ​ການ​​ສ້າງ​ພາ​ລະ​ກິດ​ທີ່​ຍິ່ງ​ໃຫຍ່​ແລະຈິດໃຈ​ໝັ້ນ​ຄົງ​ຖາ​ວອນ​ໃນ​ການ​ບຸກ​ທະ​ລຸ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຂອງ​ພັກ​ກອມ​ມູ​ນິດ​ຈີນ,ທັງ​ໝົດ​ເຫຼົ່າ​ນີ້​ກໍ່​ແມ່ນ​ເຄັດ​ລັບ​ທີ່​ເຮັດ​ໃຫ້​ພັກ​ກອມ​ມູ​ນິດ​ຈີນ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັ​ດ​ໄດ້.

ຄຳ​ເຫັນ

0