郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນ. ໂລ້ໄຫຢ້ຽນ ຄູສອນພາສາອັງກິດ

2021-06-04 17:18:09 cri

ແຫ່ງນີ້ແມ່ນໂຮງຮຽນເອກະຊົນຢູ່ນະຄອນຕົ່ງກວນແຂວງກວາງຕົ່ງທາງພາກໃຕ້ຂອງຈີນ,ຂ້ອຍເປັນຄູສອນພາສາອັງກິດຂອງໂຮງຮຽນມັດຖະຍົມ7ປີແລ້ວ. ຂ້ອຍມັກວຽກນີ້ຫຼາຍ.

ຕົ່ງກວນແປະກັບນະຄອນເຊີ່ນເຈີ້ນທີ່ເຂດພິເສດທີ່ມີຊື່ສຽງຂອງຈີນ,ແມ່ນຕົວເມືອງທີ່ພັດທະນາຢ່າງວ່ອງໄວກວ່າໝູ່ຫຼັງປະເທດຈີນດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກ. ຍ້ອນຖືກໃຈຕໍ່ເມືອງນີ້,ມີຄົນນັບເປັນລ້ານຄົນມາຮອດແຫ່ງນີ້,ໃນນັ້ນສ່ວນຫຼາຍແມ່ນຊາວກະສິກອນທີ່ໄປເຮັດວຽກໃນເມືອງ.

ເຂົາເຈົ້າອອກເຫື່ອເທແຮງ ສ້າງສາເມືອງນີ້ໃຫ້ນັບມື້ນັບງາມແລະທັນສະໄໝກວ່າເກົ່າ,ພ້ອມກັນນັ້ນກໍຫວັງໃຫ້ລູກຫຼານຂອງຕົນສາມາດດຳລົງຊີວິດທີ່ດີງາມກວ່າເກົ່າ.

ນັກຮຽນຂອງຂ້ອຍສ່ວນຫຼາຍແມ່ນລູກຂອງຊາວກະສິກອນທີ່ມາເຮັດວຽກໃນເມືອງ.

ຂ້ອຍກັບນັກຮຽນຂອງຂ້ອຍລົມກັນໄດ້ດີຫຼາຍ.ເພາະວ່າ ຂ້ອຍເອງກໍແມ່ນມາແຕ່ຊົນນະບົດໂດຍຜ່ານການໝັ່ນຮຽນ. ເມື່ອເຫັນເດັກນ້ອຍເຫຼົ່ານີ້,ຂ້ອຍສາມາດເຫັນເງົາຂອງຕົນຈາກເຂົາເຈົ້າ.

ຂ້ອຍຫວັງວ່າສາມາດຊ່ວຍເຫຼືອເດັກນ້ອຍເຫຼົ່ານີ້ເສັງເຂົ້າໂຮງຮຽນທີ່ດີ,ໂດຍກຳໄດ້ຄວາມຮູ້ແລະມີຄວາມສາມາດຍິ່ງຫຼາຍກວ່າເກົ່າ.

(ພວກນ້ອງຢາກເຮັດຫຍັງແດໃນອະນາຄົດ,ຄຶດແນວໃດ? ຂ້ອຍຢາກເປັນນາຍພາສາອັງກິດ.)

ຂ້ອຍຫວັງຢາກຊ່ວຍເຫຼືອເດັກນ້ອຍເຫຼົ່ານີ້ຢືນໃຫ້ສູງກວ່າເກົ່າ,ຈ້ອງເບິ່ງໄດ້ຍິ່ງຫຼາຍ,ແລະມີການຄັດເລືອກຍິ່ງຫຼາຍໃນອະນາຄົດ.

ປັດຈຸບັນ,ຈີນໄດ້ເປີດປະຕູສູ່ພາຍນອກນັບມື້ນັບກວ້າງໃຫຍ່,ຈີນທັງໄດ້ເຊື່ອມສານເຂົ້າກັບໂລກນັບມື້ນັບເລິກເຊິ່ງ,ຄວາມຕ້ອງການຜູ້ມີຄວາມຮູ້ຄວາມສາມາດທີ່ມີຄຸນນະພາບສູງແລະມີນິດໄສທີ່ຄຶກຄື້ນກໍນັບມື້ນັບຫຼາຍຂຶ້ນ.

ສະນັ້ນ,ຂ້ອຍບໍ່ພຽງແຕ່ຕ້ອງສອນໃຫ້ນັກຮຽນຮູ້ພາສາຕ່າງປະເທດຊະນິດເທົ່ານັ້ນ,ຍັງຕ້ອງຍົກສູງຄຸນນະພາບສັງລວມຂອງເຂົາເຈົ້າໃຫ້ສູງຂຶ້ື້ນອີກ. ແຕ່ກ່ອນ,ສ່ວນຫຼາຍແມ່ນຂ້ອຍສິດສອນໝົດຊົ່ວໂມງການຮຽນ,ແຕ່ປັດຈຸບັນຂ້ອຍຍອມໃຫ້ນັກຮຽນເປັນຫຼັກເພື່ອລະດົມແລະຫຼໍ່ຫຼອມຄວາມສາມາດໃນການປະດິດສ້າງແລະພິຈາລະນາຂອງເຂົາເຈົ້າ.

ຂ້ອຍບໍ່ພຽງແຕ່ສອນຄວາມຮູ້ໃຫ້ເດັກນ້ອຍ,ທັງສອນໃຫ້ເຂົາເຈົ້າຮັກຫອມຊີວິດ.

ຂ້ອຍຫວັງວ່າ ໃນມື້ໜ້າ ນັກຮຽນຂອງຂ້ອຍສາມາດບັນຍາຍປະເທດຈີນທີ່ແທ້ຈິງໃຫ້ໂລກດ້ວຍພາສາຕ່າງປະເທດ,ສາມາດນຳໃຊ້ຮູບຊົງສຸຂະພາບແລະແຈ່ງໃສຂອງເຂົາເຈົ້າເອງສະແດງໃຫ້ໂລກເຫັນເຖິງປະເທດຈີນທີ່ໄດ້ພັດທະນາຢ່າງຟົດຟື້ນ.

ການສອນປຶ້ມສ້າງຄົນ,ແມ່ນໜ້າທີ່ຮັບຜິດຊອບຂອງຂ້ອຍ. ການບົ່ມເພາະຜູ້ມີຄວາມຮູ້ຄວາມສາມາດໃຫ້ປະເທດຊາດ ເປັນພາລະຂອງຂ້ອຍ.

ຂ້ອຍແມ່ນໂລ້ໄຫຢ້ຽນ ຄູສອນພາສາອັງກິດ.

ຄຳ​ເຫັນ

0