黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານອັນໂຕນີ ບລິນເກນ ຄວນຢືນຢູ່ຄຽງຂ້າງປະຊາຊົນອາເມຣິກາຈະດີກວ່າ

2021-06-05 10:16:50 cri

 

ວັນ​ທີ 4 ມິ​ຖຸ​ນາ​ນີ້, ທ່ານ​ອັນ​ໂຕ​ນີ ບ​ລິນ​ເກນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ ໂດຍ​ໄດ້​ກ່າວ​ຖ້ອຍ​ຄວາມ​ຜິດ​ພາດ​ຕໍ່​ສະ​ພາບ​ສິດ​ທິ​ມະ​ນຸດ​ຂອງ​ເຂດບໍລິຫານ​ພິ​ເສດ​ຮົງ​ກົງ​ຂອງ​ຈີນ ໂດຍ​ກ່າວ​ວ່າ: ຈະ “ຢືນ​ຄຽງ​ຂ້າງ” ປະ​ຊາ​ຊົນ​ຈີນ. ນີ້ຈັ່ງ​​ແມ່ນ​ເປັນ​ຄຳເວົ້າທີ່​ເປັນ​ການສຽດ​ສີ​ເຂົາ​ເອງ​ແທ້ໆ! ທ່ານ​ອັນ​ໂຕ​ນີ ບ​ລິນ​ເກນ, ທ່ານບໍ່​ໄດ້​ເຫັນ​ຊັ້ນ​ບໍ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ໃນ​ປັດ​ຈຸ​ບັນ​ແມ່ນຫຼາຍກວ່າ 6 ແສນ​ຄົນ​ແລ້ວ, ເປັນ​ຫຍັງ​ທ່ານ​ຄືບໍ່​ສົນ​ໃຈ​ນຳ​ສະ​ພາ​ບ​ສິດ​ທິ​ມະ​ນຸດ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ແດ?

ສະ​ພາບ​​ສິດ​ທິ​ມະ​ນຸດ​ດີຫຼື​ບໍ່ດີ, ປະ​ຊາ​ຊົນພາຍໃນປະເທດ​ມີ​ສິດ​ປະ​ກອບ​ຄຳ​ເຫັນ​ທີ່​ສຸດ. ນັບ​ແຕ່​ຮົງກົງກັບ​ຄືນ​ສູ່​ອ້ອມກອດຂອງປະ​ເທດ​ຈີນ​ໃນ​ປີ 1997 ເປັນ​ຕົ້ນ​ມາ, ສິດ​ທິ​ມະ​ນຸດ​ຂອງ​ປະ​ຊາ​ຊົນ​ຮົງ​ກົງ​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງ​ເຕັມ​ສ່ວນ​ຈາກ​ກົດ​ໝາຍ​ພື້ນ​ຖານ​ຂອງຮົງ​ກົງ ແລະ ກົດ​ໝາຍ​ອື່ນໆ. ນັບແຕ່ໄດ້​ປະ​ຕິ​ບັດ​ກົດ​ໝາຍ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງ​ໃນ​ປີ​ຜ່ານ​ມາ​ເປັນ​ຕົ້ນ​ມາ, ສັງ​ຄົມ​ຮົງ​ກົງ​ທີ່ເຄີຍ​ເກີດ​ມີຄວາມ​ປັ່ນ​ປ່ວນ​​ວຸ້ນວາຍໃນ​ເມື່​ອກ່ອນກໍ່​ໄດ້​ຟື້ນ​ຟູໃຫ້ມີ​ສະ​ຖຽນ​ລະ​ພາບ, ປະ​ຊາ​ຊົນ​ຮົງ​ກົງ​ກໍ​ມີ​ຮອຍ​ຍິ້ມຫຼາຍ​ຂຶ້ນ ແລະ​ບໍ່​ຢ້ານ​ກົວ “ພວກ​ຈະ​ລາ​ຈົນ” ອີກ. ສ່ວນ​ປີ​ນີ້, ໄດ້​ປັບ​ປຸງ​ລະ​ບຽບ​ການ​ເລືອກ​ຕັ້ງ​ຂອງ​ຮົງ​ກົງ​ໃຫ້​ສົມ​ບູນ​ຂຶ້ນ ເຊິ່ງ​ເປັນການ​ຮັບ​ປະ​ກັນ​ໃຫ້ “ປະ​ຊາ​ຊົນຜູ້ຮັກ​ຊາດ​ປົກ​ຄອງ​ຮົງ​ກົງ”, ປະ​ຊາ​ຊົນ​ຮົງ​ກົງ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ທາງ​ການ​ເມືອງຫຼາ​ຍ​ຂຶ້ນກວ່າ​ເກົ່າ, ສິດ​ທິ ແລະ ເສ​ລີ​ພາບ​ໄດ້​ຮັບ​ການ​ປົກ​ປ້ອງ​​ດີກວ່າ​ເກົ່າ.

ສິ່ງ​ທີ່​ໜ້າ​ເສຍ​ດາຍ​ນັ້ນ​ກໍ​ຄື: ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ໄດ້ທຳທ່າ​ເບິ່ງ​ບໍ່​ເຫັນເລື່ອງ​ຈິງ​ເຫຼົ່າ​ນີ້, ໄດ້​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຮົງ​ກົງ ກໍ​ຄືວຽກ​ງານ​ພາຍ​ໃນ​ຂອງ​ຈີນດ້ວຍ​ຂໍ້​ອ້າງ “ສິດ​ທິ​ມະ​ນຸດ” ແລະ “ປະ​ຊາ​ທິ​ປະ​ໄຕ” ອີກແລ້ວອີກຕື່ມ. ສິ່ງທີ່ເຮັດ​ໃຫ້​ຊາວ​ໂລກ​ຕົກ​ຕະລຶງນັ້ນ​ກໍ​ຄື: ປະ​ເທດ​ທີ່​ມັກອ້າງຕົນເອງວ່າເປັນ “ຜູ້ອາລັກຂາ​ສິດ​ທິ​ມະ​ນຸດ”, ແຕ່ຢູ່​ພາຍ​ໃນ​ປະ​ເທດ​ຂອງ​ເຂົາ​ເອງພັດ​ມີ​ສະ​ພາບ​ສິດ​ທິ​ມະ​ນຸດທີ່​ຂີ້​ຮ້າຍ​ທີ່​ສຸດ, ແຕ່ບໍ່ຮູ້ວ່າ ເປັນ​ຫຍັງ​ເຂົາ​ເຈົ້າ​ມັກໃຊ້​ສິດ​ຊີ້​ນີ້​ຊີ້​ນັ້ນ​ຕໍ່​ສະ​ພາບ​​ສິດ​ທິ​ມະ​ນຸດ​ຂອງ​ປະ​ເທດ​ອື່ນ?

ໜຶ່ງ​ປີ​ກວ່າ​ມາ​ນີ້, ສະ​ພາບ​ການ​ແຜ່​ລະ​ບາ​ດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເຮັດ​ໃຫ້ຫຼາຍ​ບັນ​ຫາທີ່ຄົງຄ້າງ​​ໃນ​ສັງ​ຄົມ​ອາ​ເມ​ຣິ​ກາ​ມາເປັນເວລາດົນນານແລ້ວນັ້ນ ເຊັ່ນ: ບັນ​ຫາການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ, ຄວາມ​ແຕກ​ໂຕນ​ກັນ​ລະ​ຫວ່າງ​ຜູ້​ຮັ່ງ​ມີ​ກັບ​ຜູ້​ທຸກ​ຍາກ ແລະບັນ​ຫາ​ອື່ນໆ ໄດ້ພົ້ນ​ເດັ່ນ​ຂຶ້ນ ແລະ ເສື່ອມໂຊມລົງ​ເລື້ອຍໆ. ຕົວ​ເລກ​ຂໍ້​ມູນ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ອັດ​ຕາການ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຂອງ​ຊາວ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ​ແມ່ນ 3 ເທົ່າ​ຂອງ​ຄົນຜິວ​ຂາວ, ອັດ​ຕາ​ການ​ຕາຍ​ເປັນ 2 ເທົ່າ​ຂອງ​ຄົນ​ຜິວ​ຂາວ, ອັດ​ຕາການ​ຖືກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຍິງ​ຕາຍ​ເປັນ 3 ເທົ່າ​ຂອງ​ຄົນ​ຜິວ​ຂາວ. ​​​ເດືອນພຶດສະພາ​ປີຜ່ານມາ, ທ້າວ ​ຈອ​ສ ຟ​ລອຍ ຊາວ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ ​ໄດ້ຖືກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຄົນຜິວ​ຂາວ​ເອົາ​ຫົວ​ເຄົ່າ​ເຕັງ​ຄໍຈົນເຖິງຂັ້ນຫາຍໃຈບໍ່ອອກ​ແລ້ວ​ເສຍ​ຊີ​ວິດ, ​​ເຫດການ​ນີ້ໄດ້ພາ​ໃຫ້​ຢູ່ອາ​ເມ​ຣິ​ກາ​ເກີດເຫດ​ການ​ຈະ​ລາ​ຈົນດ້ານ​ເຊື້ອ​ຊາດ​ຜິວ​ພັນ​ຂະ​ໜາດ​ໃຫຍ່​ເລື້ອຍໆ. ຄົນ​ທັງຫຼາຍ​ຍັງ​​ໄດ້ເຫັນ​ວ່າ: ​ຊີ​ວິດ​ຂອງປະ​ຊາ​ຊົນ​ຄົນຊັ້ນຕ່ຳຢູ່​ອາ​ເມ​ຣິ​ກາໄດ້ຮັບຄວາມ​ທຸກ​ທໍ​ລະ​ມານຫຼາຍ. ຜົນ​ການ​ຄົ້ນ​ຄວ້າ​ຂອງມະ​ຫາ​ວິ​ທະ​ຍາ​ໄລ​ຊີ​ກາ​ໂກ​ຂອງ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ອັດ​ຕາ​ຄວາມ​ທຸກ​ຍາກ​ໃນ​ເດືອນ​ມີ​ນາ​ປີ​ນີ້​ຢູ່ອາ​ເມ​ຣິ​ກາ​ມີ​ເຖິງ 11,7% ແລະ ເປັນ​ສະ​ຖິ​ຕິ​ສູງ​ສຸດ​ນັບ​ແຕ່​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ.

ວຽກ​ງານ​ຮົງ​ກົງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ບໍ່​ຄວນ​ມາ​ຊີ້​ນັ້ນ​ຊີ້​ນີ້​ກ່ຽວກັບວຽກ​ງານ​ຮົງ​ກົງ! ທາງທີ່ດີທີ່ສຸດ ທ່ານ​ອັນ​ໂຕ​ນີ ບ​ລິນ​ເກນ​ຄວນ​ຢືນ​ຄຽງ​ຂ້າງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາຈະດີກວ່າ, ແກ້​ໄຂ​ບັນ​ຫາ​ສັບ​ສົນວຸ້ນວາຍ​ຂອງ​ປະ​ເທດ​ຕົນ​​ຈະ​ດີກວ່າມາຫຍຸ້ງກັບວຽກງານພາຍໃນຂອງປະເທດອື່ນ.

ຄຳ​ເຫັນ

0