覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜ້າ​ພົມ​ຕິ​ເບດດັ້ງ​ເດີມ​ກ້າວ​​ສູ່​​ສາ​ກົນ

2021-06-07 23:38:54 cri

ຜ້າ​ພົມ​ຕິ​ເບດດັ້ງ​ເດີມ​ກ້າວ​​ສູ່​​ສາ​ກົນ_fororder_藏毯—1
 

ວັນທີ7ມິຖຸນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ແຂວງ​ຊິ່ງ​ໄຫ. ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ຢ້ຽມ​ຢາມກຸ່ມ​ບໍລິສັດ​ຜ້າ​ພົມເຊີ້ງຢວນຊິ່ງໄຫທີ່ຕັ້ງຢູ່ນະຄອນຊີ່ນິງເທສະບານແຂວງຊິ່ງໄຫ​ເພື່ອ​ຮັບ​ຮູ້ສະພາບ​ການ​ຕ່າງໆ​ຂອງວິ​ສາ​ຫະ​ກິດ​ນີ້ ​ເຊັ່ນ: ​ການ​ອີງ​ໃສ່ທ່າ​ແຮງ​ດ້ານ​ຊັບພະຍາກອນ​ວັດຖຸ​ດິບ​ຂອງທ້ອງ​ຖິ່ນ, ​ການ​ປະ​ດິດ​ສ້າງ​ແນວຄວາມຄິດ​ໃໝ່​ໃນ​ການ​ອອກ​ແບບ​​, ຍົກ​ສູງ​ກຳລັງ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ, ນຳພາ​ປະຊາຊົນ​ປະກອບ​ອາຊີບ ​ແລະ​ສ້າງ​ລາຍ​ຮັບ​ເພີ່ມ​ຂຶ້ນ.
 

ຜ້າ​ພົມ​ຕິ​ເບດດັ້ງ​ເດີມ​ກ້າວ​​ສູ່​​ສາ​ກົນ_fororder_藏毯—2
 

ຜ້າ​ພົມ​ຕິ​ເບດ​ກັບ​ຜ້າ​ພົມ​ຕາ​ເວັນ​ອອກ ແລະ ຜ້າ​ພົມເປີ​ເຊຍ​ແມ່ນ 3 ​ຜ້າ​ພົມ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ​ໃນ​ໂລກ. ແຂວງ​ຊິ່ງ​ໄຫ​ແມ່ນ​ບ່ອນກຳ​ເນີດ​ຂອງ​ຜ້າ​ພົມ​ຕິ​ເບດເຊິ່ງ​ມີ​ປະ​ຫວັດ​ສາດ 3.000 ກວ່າ​ປີມາ​ແລ້ວ, ວັດ​ຖຸ​ດິບຕົ້ນ​ຕໍ​ແມ່ນ​ຂົນ​ແກະ​ຕິ​ເບດ  ຫຼື ເອີ້ນວ່າ ​ຂົນ​ຂາວ​ຊີ່​ນິງ​ ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ແຂວງ​ຊິ່ງ​ໄຫ.
 

ຜ້າ​ພົມ​ຕິ​ເບດດັ້ງ​ເດີມ​ກ້າວ​​ສູ່​​ສາ​ກົນ_fororder_藏毯—3
 

ຈາກ​ການ​ຜະ​ລິດດ້ວຍ​ມື​ຈົນຮອດ​ການ​ຜະ​ລິດ​ດ້ວຍ​ມືບວກ​ກັບ​ເຄື່ອງ​ຈັກ, ຈາກ​ການ​ຜະ​ລິດ​ຢ່າງ​ຂະ​ໜາດ​ໃຫຍ່​ຈົນຮອດ​ການ​ຜະ​ລິດ​ຕາມ​ການ​ສັ່ງຊື້, ຈາກ​ຮູບ​ແບບ​ການ​ຜະ​ລິດ​ຕາມ​ການ​ສັ່ງຊື້ຈົນ​ຮອດ​ການ​ຜະ​ລິດແບບ​ອັດ​ສະ​ລິຍະ, ຜ້າ​ພົມ​ເຊີ້ງຢວນ​ໄດ້​ນຳ​ເອົາວິ​ທະ​ຍາ​ສາດ​ເຕັກ​ນິກ​​ແລະ​ແນວ​ຄວາມ​ຄິດທີ່​ກ້າວ​ໜ້າ​ທີ່​ສຸດ  ​ໃຫ້ສາມາດເຊື່ອມ​ໂຍງ​ເຂົ້າ​ກັບ​ອຸດ​ສາ​ຫະ​ກຳ​ດັ້ງ​ເດີມ​ໄດ້ຢ່າງບໍ່​ຢຸດ​ຢັ້ງ, ຜະ​ລິດ​ຕະ​ພັນ​ຂອງ​ເຂົາ​ເຈົ້າ​ໄດ້​ຂາຍ​ໄປ​ສູ່ 40 ກວ່າ​ປະ​ເທດ​ແລະ​ເຂດ​ແຄ້ວນເຊັ່ນ: ​ອົ​ສ​ຕຼາ​ລີ, ເອີ​ຣົບ, ຕາ​ເວັນ​ອອກ​ກາງ, ອາ​ເມ​ຣິ​ກາ​ເໜືອ​ ​ເປັນ​ຕົ້ນ ແລະ​ໄດ້ບັນ​ລຸ​ມູນ​ຄ່າ​ການ​ຜະ​ລິດ​ເຖິງ42ລ້ານຢວນ​ໃນ​ປີ2020.
 

ເພື່ອໃຫ້​ຜ້າ​ພົມ​ຕິ​ເບດດັ້ງ​ເດີມ​ກ້າວ​ໄປ​ສູ່​ສາ​ກົນ, ບໍ​ລິ​ສັດຜ້າ​ພົມ​ເຊີ້ງຢວນ​ໄດ້​ພະ​ຍາ​ຍາມ​ສູ້​ຊົນ​​ສ້າງ​ຖານ​ຜະ​ລິດ​ຜ້າ​ພົມ​ຕິ​ເບດ​ທີ່​ນຳ​ໜ້າ​​ໂລກ, ຊຸກ​ຍູ້​ໃຫ້​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດເທິງພູ​ພຽງ​ກາຍ​ເປັນ​ “​ສັນຍາລັກ” ທີ່​ກ້າວ​ໄປ​ສູ່​ທົ່ວ​ໂລກ.

ຄຳ​ເຫັນ

0