黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ແຮ່ງ​ຄວນ​ໄດ້​ຮັບການ​ສຳ​ຫຼວດຈາກ​ອົງ​ການ​ອະ​ນາ​ໄມ​ໂລກກວ່າ

2021-06-07 16:24:30 cri

 

ນັບ​ແຕ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ, ​ທ່າ​ທີ​ໂຈມ​ຕີ​ຈີນຂອງ​ອາ​ເມ​ຣິ​ກາ​ບໍ່​ເຄີຍ​​ຢຸດເຊົາຈັກ​ເທື່ອ, ແລະ​ຢາກ​ໃຫ້​ຈີນ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19 ​ທີ່ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ. ປະ​ເທດ​ຕາ​ເວັນ​ຕົກ​ທີ່​ນຳ​ໂດຍ​ອາ​ເມ​ຣິ​ກາໄດ້ປະ​ກາດ​ຫຼາຍ​ເທື່ອ​ແລ້​ວ​ວ່າ: ເຊື້ອ​ພະ​ຍາດ​ໂຄວິດ-19 ແມ່ນຮົ່ວ​​ອອກຈາກ​ຫ້ອງ​ທົດ​ລອງຂອງ​ອູ​ຮັ້​ນ, ແລະ​ຮຽກ​ຮ້ອງ​ໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ຈັດ​ຕັ້ງ​ໜ່ວຍ​ງານ​ຊ່ຽວ​ຊານ​ໄປ​ສຳ​ຫຼວດ​ຢູ່​ຈີນ. ໃນ​ທີ່​ສຸດ, ຜູ້​ຊ່ຽວ​ຊານ​ຈີນ​ໄດ້​ຕັ້ງ​ໜ້າ​​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ WHO ເຂົ້າ​ມາ​ສຳ​ຫຼວດ​ຢູ່​ຈີນ, ແລະ​ໄດ້ພິ​ສູດ​ຄວາ​ມ​ບໍ​ລິ​ສຸດ​ໃຈ​ຂອງ​ຈີນ​ແລ້ວ.

​ຍ້ອນທຳ​ນຽບ​ຂາວ​ບໍ່​ໄດ້​ຮັບ​ຜົນ​ສຳ​ຫຼວດ​ຕາມ​ທີ່​ຕົນ​ຢາກ​ໄດ້, ກໍ​ເລີຍ​ສ້າງ​ເລື່ອງ​ລາວ​ໃຫ້​ກັບຈີນ​ອີກ​ຄັ້ງ​ໜຶ່ງ. ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ໂຈ ໄບ​ເ​ດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ສັ່ງ​ໃຫ້​ພາກ​ສ່ວນ​ຂ່າວ​ລັບ​ສືບ​ສວນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19, ແລະ​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ສົ່ງ​ບົດ​ລາຍ​ງານ​​ຜົນການ​ສຳ​ຫຼວດ​ພາຍ​ໃນ​ໄລ​ຍະ​ເວ​ລາ 90 ວັນ. ນອກ​ນີ້, ທ່ານ​ໂຈ ໄບ​ເດັນ ຍັງ​ກ່າວ​ວ່າ, ຈະ​ສືບ​ຕໍ່​ສຸມ​ຄວາມ​ພະ​ຍາ​ຍາມຮ່ວມ​ກັນ​ກັບ​ປະ​ເທດ​ພັນ​ທະ​ມິດ, ​ຮຽກ​ຮ້ອງ​ໃຫ້​ຈີນ​ອະ​ນຸ​ມັດ​ໃຫ້​ສາ​ກົນ​ເຂົ້າ​ໄປ​ສຳ​ຫຼວດ​ອີກ​ຄັ້ງ​ໜຶ່ງ.

ແຕ່​ວ່າ, ການ​ສຳ​ຫຼວດ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ຈີນ​ໄດ້​ເຮັດ​​ສຳ​ເລັດໝົດ​ແລ້ວ, ​ຈຸດ​ປະ​ສົງ​ຂອງລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທີ່​ຢາກ​ຖື​ເອົາ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຫັນ​ເປັນ​ບັນ​ຫາການ​ເມືອງ​​ນັ້ນນັບ​ມື້​ນັບ​ຈະ​ແຈ້ງ, ນີ້​ເປັນ​ເລື່ອງ​ທີ່​ຄ້າຍ​ຄື​ກັນ​ກັບ​ເຫດ​ການ​ທີ່​ອາ​ເມ​ຣິ​ກາ​​ຢາກ​ກໍ່ສົງ​ຄາມ​ອີ​ຣັກ​ໂດຍ​ຖື​ເອົາ​ຜົນ​ການ​ສຳ​ຫຼວດ​ຈາກ “ຝຸ່ນ​ສະ​ບູ” ແກ້ວ​ໜຶ່ງ, ​ເປັນ​ຂໍ້​ອ້າງ​ເພື່ອ​ໂຈມ​ຕີ.

ຈີນ​ເຄີຍ​ໄດ້​ເຊື້ອ​ເຊີນ​ຜູ້​ຊ່ຽວ​ຊານ WHO ມາ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ຈີນ 2 ເທື່ອ, ແລະ​ໄດ້​​ຂໍ້​ສະ​ຫຼຸບທີ່​ເຊື່ອ​ຖື​ໄດ້, ​ມີ​ຄວາມ​ຈິງ​ແລະ​ຖືກ​ກັບ​ຫຼັກ​ວິ​ທະ​ຍາ​ສາດ. WHO ກໍ​ໄດ້​ຢືນ​ຢັນ​ຢ່າງ​ຈະ​ແຈ້ງວ່າ, ​ຄຳ​ທີ່​ວ່າເຊື້ອ​ພະ​ຍາດ​ໂຄວິດ-19 ຮົ່ວ​​ອອກຈາກ​ຫ້ອງ​ທົດ​ລອງຂອງ​ອູ​ຮັ້​ນບໍ່​ອາ​ດ​ເປັນ​ໄປ​ໄດ້, ​ອາດ​ກຳ​ເນີດ​ມາ​ຈາກ​ທຳ​ມະ​ຊາດ. ​ເມື່ອ WHO ໄດ້​ຢືນ​ຢັນ​ຄວາມ​ບໍ​ລິ​ສຸດ​ຂອງ​ຈີນ​ແລ້ວ, ອາ​ເມ​ຣິ​ກາ​ຍັງ​ຄິດ​ຈະ​ກໍ່​ເຫດ​ການ​ອີກ​ຄັ້ງ​ໜຶ່ງ​ບໍ່?

ທ່ານ​​ໂຈ ໄບ​ເດັນ​ໄດ້ “​ຮຽກ​ຮ້ອງ” ໃຫ້​ຈີນ​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ສາ​ກົນ, ໃນ​ຂະ​ນະ​ທີ່​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ຈີນ​ແລະ​ເຮັດ​ໃຫ້​ຈີນ​ຮູ້​ສຶກ​ບໍ່​ພໍ​ໃຈ​ນັ້ນ, ກໍ​ໄດ້​ປະ​ຕິ​ເສດ​ຜົນ​ກາ​ນ​ຄົ້ນ​ຄວ້າ​​ຢ່າງ​ຮອບ​ດ້ານຂອງ​ຜູ້​ຊ່ຽວ​ຊານ WHO ​ທັງ​ຫຼາຍ, ທັງ​ໄດ້​ເຮັດ​ໃຫ້​ຜູ້​ຊ່ຽວ​ຊານ WHO ທີ່​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ແຫຼ່ງ​ກຳ​ເນີດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ນະ​ຄອນ​ອູ​ຮັ້ນ​ຂອງ​ຈີນ​ຮູ້​ສຶກ​ບໍ່​ພໍ​ໃຈ. ທ່ານ​ນາງ​​ມາ​ເຣິນ ກຸບ​ມັນ, ນັກ​ວິ​ທະ​ຍາ​ສາດ​ວິ​ຊາ​ເຊື້ອ​ພະ​ຍາດ​ໂຮນ​ລັງ​ອົດ​ທົນ​ບໍ່​ໄດ້​ຈຶ່ງ​ກ່າວ​ຕໍ່​ທ່ານ​ໂຈ ໄບ​ເດັນ ​ວ່າ: “ຖ້າ​ບໍ່​ມີ​ຫຼັກ​ຖານ​ກະ​ລຸ​ນາ​ປິດ​ປາກ​ຂອງ​ທ່ານສາ”.

ທີ່​ຈິງ​ແລ້ວ, ອາ​ເມ​ຣິ​ກາ​ນັ້ນ​ແຫຼະ​ແມ່ນ​ປະ​ເທດ​ທີ່​ໜ້າ​ສົງ​ໃສ​ທີ່​ສຸດ. ໃນ​ຕົ້ນ​ປີ​ກາຍ​ນີ້, ທ່ານ​ໂຣ​ເປີ ເຣັດ​ຟີວ ອະ​ດີດ​ຫົວ​ໜ້າ​ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ອາ​ເມ​ຣິ​ກາ​ໄດ້​ຢືນ​ຢັນ​ວ່າ: ໃນ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ໄຂ້​ຫວັດໃຫຍ່ໃນ​ເດືອນ​ກັນ​ຍາ​ປີ 2019, ທີ່​ຈິງ​ແລ້ວມີ​ຈຳ​ນວນ​ໜຶ່ງ​ແມ່ນ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19. ນັບ​ມາ​ຮອດ​ປັດ​ຈຸ​ບັນ, ອາ​ເມ​ຣິ​ກາ​ຍັງ​ບໍ່​ໄດ້​ເປີດ​ເຜີຍ​ຜົນ​ກ່ຽວ​ກັບ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ກໍ​ລະ​ນີ​ທຳ​ອິດ​​ຂອງ​ຕົນ​ທີ່​ຄົ້ນ​ພົບ​ແມ່ນ​ໃນ​ເວ​ລາ​ໃດ. ສ່ວນ​ຫ້ອງ​ທົດ​ລອງຊີ​ວະ​ພາບ​ທີ່​ຢັ່ງ​ຢາຍ​ຢູ່​ທົ່ວ​ໂລກ​ຂອງ​ອາ​ເມ​ຣິ​ກາ, ​​ກໍໄດ້​ຮັບ​ຄວາມ​ສົງ​ໄສ​ຢ່າງ​ຫຼວ​ງ​ຫຼາຍ, ອາ​ເມ​ຣິ​ກາ​ນັ້ນ​ແຫຼະ​ແຮ່ງ​ຄວນ​ໄດ້​ຮັບ​ການ​ສຳ​ຫຼວດຈາກ​ສາ​ກົນ.

ທ່ານ​ນາງສາ​ສະ​ດາ​ຈານ​​ກຸບ​ບັນ​ສ໌ ຍັງ​ກ່າວ​ວ່າ: ວຽກ​ງານ​ສຳ​ຫຼວດ​​ຫາແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ໃນ​ໄລ​ຍະ​ຕໍ່​ໄປ​ນອກ​ຈາກ​ຈີນ​ທີ່​ພົບ​ເຫັນ​ເຊື້ອ​ພະ​ຍາດ​ໂຄວິດ-19ກ່ອນ​ໝູ່​ແລ້ວ, ປະ​ເທດ​ອື່ນໆ​ກໍ​ຄວນ​ໃຫ້ WHO ເຂົ້​າ​ໄປ​ສຳ​ຫຼວດ. ພວກ​ເຮົາ​ຫວັງ​ວ່າ, ຖ້າ​ວ່າ​ໜ່ວ​ຍ​ຊ່ຽວ​ຊານ WHO ໄປ​ສຳ​ຫຼວດ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ, ອາ​ເມ​ຣິ​ກາ​ກໍ​ຄວນ​​ເຮັດຄື​ກັນ​ກັບ​ຈີນ, ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້ WHO ເຂົ້າ​ໄປ​ສຳ​ຫຼວດ, ຫາ​ກ​ບໍ່​ແມ່ນ​ເຮັດ​ຄື​ໃນ​ປັດ​ຈຸ​ບັນ, ​ໃສ່​ຮ້າຍ​ປ້າ​ຍ​ສີຈີນ​ພຽງ​ດຽວເທົ່າ​ນັ້ນ.

ຄຳ​ເຫັນ

0