吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ຄອນ​ໂທ​ລະ​ພາບ: ອູ່​ເດັກ​ນ້ອຍ

2021-06-08 16:41:14 cri

    ລະ​ຄອນ​ໂທລະ​ພາບ​ເລື່ອງ ອູ່​ເດັກ​ນ້ອຍ  ແມ່ນ​ແຕ່ງ​ຂຶ້ນ​ໂດຍ​ອີງ​ຕາມ​ເລື່ອງ​ຈິງ​ໃນ​ປະ​ຫວັດ​ສາດ, ໂດຍ​ໄດ້​ເລົ່າ​ເຖິງ: ໃນ​ໄລ​ຍະ​ສົງ​ຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ​ໃນ​ຊຸມ​ປີ 1940, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສ້າງ​ຕັ້ງ​ໂຮງ​ອະນຸບານຢູ່ເມືອງຢຽນອ່ານ ເພື່ອ​ປົກ​ປັກ​ຮັກ​ສາ​ລູກ​ຫລານ​ຂອງ​ນັກ​ປະ​ຕິ​ວັດ, ນາງ ​ໂສ​ຈື​ກັ່ງ ໄດ້​ຮັບ​ຄ່ຳ​ສັງ​ໃນ​ກໍ​ລະ​ນີ​ສຸກ​ເສີນ, ແລ້ວ​ໄດ້​ນຳ​ພາ​ພະນັກງານ​ປະ​ຕິ​ວັດ​ຕ່າງໆ​ເບິ່ງ​ແຍງ​ດູ​ແລ​ລູກ​ຫລານ​ຂອ​ງ​ນັກ​ປະ​ຕິ​ວັດ ​ເຊິ່ງກາຍ​ເປັນ​ຊີ​ວິດ​ທີ່​ມະ​ຫັດ​ຈະ​ຈັນ​ຂອງ​ເພິ່ນ. 

    ໃນ​ໄລະ​ຍະ​ສົງ​ຄາມ​ຕໍ່​ຕ້ານ​ກັບ​ຍີ່​ປຸ່ນ, ນັກ​ຮົບ​ທຳ​ມະ​ດາ​ຜູ້​ໜຶ່ງ​ຊື່​ວ່າ ນາງ​ໂສ​ຈື່​ກັ່ງ, ຄອບ​ຄົວ​ຂອງ​ເພີ່ນ​ໄດ້​ຍ້າຍ​ໄປ​ເມືອງ​ຢຽນ​ອ່ານ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ປະ​ຕິ​ວັດ. ປີ 1940, ໂສ​ຈື່​ກັ່ງ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນໃຫ້​ສ້າງ​ຕັ້ງ​ໂຮງ​ອະນຸບານສູນກາງ ແລະ​ຖືກແຕ່ງຕັ້ງເປັນຫົວໜ້າ​. ທຳ​ອິດ, ເພິ່ນ​ໄດ້​ປະ​ຕິ​ເສດ​ວ່າ: ຂ້ອຍ​ມາ​ເມືອງ​ຢຽນ​ອ່ານ​ບໍ່​ແມ່ນ​ເພື່ອ​ເບິ່ງແຍງດູແລ​ເດັກ​ນ້ອຍ. ແຕ່​ຄຶດ​ບໍ່​ເຖິງວ່າ​: ທ່ານ ​ເໝົາເຈີຕົ່ງ ໄດ້​ເປັນ​ຜູ້​ທຳ​ອິດ​ທີ່ສົ່ງ​ລູກ​ສາວຂອງຕົນມາສູ່ໂຮງ​ອະນຸບານ,  ​ຈາກ​ນັ້ນ​ໄປ, ລູກຫລານ​ຂອງວິ​ລະ​ຊົນ​ທີ່​ໄດ້ເສຍ​ສະ​ຫລະ​ຊີ​ວິດ, ​ລູກ​ຫລານ​ຂອງ​ນັກ​ຮົບ​ທີ່​ຕໍ່​ສູ້​ກັບ​ຍີ່​ປຸ່ນ ແລະ ລູກ​ຫລາ​ນຂອງ​ນັກ​ປະ​ຕິ​ວັດ ​ກໍ​ໄດ້​ຖືກສົ່ງມາຮອດ​ໂຮງ​ອະນຸບານແຫ່ງ​ນີ້. ເມື່ອ​ໄດ້​ເຫັນ​ພວກ​ເດັກ​ນ້ອຍ​ທີ່​ບໍ່​ມີ​ຜູ້​ເບິ່ງແຍງດູແລ ແລະ​ຖື​ຕົນ​ເອງ​ເປັນ​ແມ່, ໂສ​ຈື​ກັ່ງ​ໄດ້​ຕັດ​ສິນ​ໃຈ​ວ່າ: ຕ້ອງຖື​ເອົາ​ໂຮງ​ອະນຸບານແຫ່ງນີ້​ເປັນບ່ອນສ້າງ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ຕົນ, ຈະອຸ​ທິ​ດຕະ​ຫລອດ​ຊີ​ວິດ​ເພື່ອ​ເບິ່ງ​ແຍງ​ດູ​ແລ ແລະ​ສັ່ງ​ສອນ​ລູກຫຼານຂອງນັກປະຕິວັດ. 

    ປີ 1947, ພັກ​ກົກ​ມິນ​ຕັງໄດ້​ຖິ້ມ​ລູກ​ລະ​ເບີດ​ໃສ່​ເມືອງ​ຢຽນ​ອ່ານ, ທ່ານ ເໝົາ​ເຈີ​ຕົ່ງ ແລະ​ທ່ານ​ໂຈ​ວ່​ເອີ່ນ​ລາຍ​ ໄດ້ສັ່ງໃຫ້​ໂຮງອະນຸບານ​ຖອຍ​ອອກ​ຈາກ​ເມືອງ​ຢຽນ​ອ່ານ​ພ້ອມ​ກັບ​ກົງຈັກ​ຕ່າງໆທີ່ຂຶ້ນກັບ​ສູນ​ກາງໂດຍກົງ, ​ໃນ​ຕອນ​ທີ່​ຖອຍ​ອອກ​ຈາກ​ເມືອງ​ຢຽນ​ອ່ານ, ຈຳ​ນວນ 300 ກວ່າ​ຄົນ ແລະ​ລົດ​ມ້າ 100 ກວ່າ​ຄັນ​ໄດ້​ຖືກສັດ​ຕູ​ໂຈມ​ຕີ​​ຢ່າງ​ແຮງ. ໃນ​ທີ່​ສຸດ, ໂສ​ຈື​ກັ່ງ​ໄດ້​ນຳ​ພາ​ພວກ​ເດັກ​ນ້ອຍ​ໄປ​ຮອດ​ປັກ​ກິ່ງ​ນຳ​ກອງ​ທັບ​ໂດຍ​ບໍ່​ມີ​ຜູ້​ໃດ​ບາດ​ເຈັບ ແລະ​ ເສຍ​ຊີ​ວິດ. ໃນ​ວັນ​ທີ 1 ​ຕຸ​ລາ ປີ 1949 ເຊິ່ງ​ເປັນ​ມື້​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ, ເດັກ​ນ້ອຍທັງຫຼາຍ​ໄດ້​ຢືນ​ຢູ່​ສະ​ໜາມຫຼວງ​ທ່ຽນ​ອ່ານ​ເມີນ, ຫຼຽວ​ເບິ່ງ​ທຸງແດງຫ້າດາວ ເຊິ່ງເປັນທຸງຊາດ​ຈີນ​ຄ່ອຍໆ​ຊັກ​ຂຶ້ນ​ຍອດເສົາ. 

ຄຳ​ເຫັນ

0