尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ໄດ້​ນຳ​ໃຊ້​ມາດ​ຕະ​ການ​ໃຫ້​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຄວາມ​ສະ​ດວກ​ທັງ​ສາ​ມາດຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ແບບ​ບໍ່​ຟ້າວ​ບໍ່​ຟັ່ງ

2021-06-08 16:27:33 cri

​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ໄດ້​ນຳ​ໃຊ້​ມາດ​ຕະ​ການ​ໃຫ້​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຄວາມ​ສະ​ດວກ​ທັງ​ສາ​ມາດຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ແບບ​ບໍ່​ຟ້າວ​ບໍ່​ຟັ່ງ_fororder_106b-iwasyeh9958405

      ວັນ​ທີ 7 ມິ​ຖຸ​ນາ​ນີ້, ​ການ​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​​ທົ່ວ​ປະ​ເທດ​ຈີນປີ 2021 ​ໄດ້​ເລີ່ມ​ຂຶ້ນຢ່າງ​ເປັນ​ທາງ​ການ, ​ມີນັກ​ຮຽນ​ຈຳ​ນວນ 10,78 ລ້ານ​ຄົນ​ໄດ້​ເດີນ​ທາງ​ໄປ​ສະ​ຖານ​ທີ່​ສອບ​ເສັງ,ເພື່ອເຂົ້າ​ຮ່ວມ​ການ​ສອບ​ເສັງ​ຄັ້ງ​ໃຫຍ່​ໃນ​ເສັ້ນ​ທາງຊີ​ວິດ​ຂອງ​ຕົນ. ການ​ໃຊ້​ມາດ​ຕະ​ການ​ແນວ​ໃດ​ເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ຢູ່​ສະ​ຖານ​ທີ່​ສອບ​ເສັງ​, ແຫ່ງ​ຕ່າງໆ​ຂອງ​ຈີນໄດ້​ເຮັດ​ຫຍັງ​ຫຼາຍ​ແດ່​ເພື່ອ​ໃຫ້​ການຮັບ​ປະ​ກັນ​ແກ່​ນັກ​ຮຽນ​ໃນ​ການ​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ຄັ້​ງ​ນີ້.​ພວກ​ເຮົາ​ຈະ​ໄດ້​ເຫັນ​ວ່າ:ນອກ​ຈາກ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ທີ່​ຈຳ​ເປັນໃນ​ຮູບ​ແບບຕ່າງໆ​ຢູ່​ແຫ່ງ​ຕ່າງໆ​ແລ້ວ​ເຊັ່ນ: ການ​ສັກ​ວັກ​ຊີນ​ໂຄວິດ-19, ການ​ວັດ​ແທກ​ອຸນ​ຫະ​ພູມ​ຮ່າງ​ກາຍ​ແລະ​ມາດ​ຕະ​ການ​ອື່ນໆ​ແລ້ວ, ຍັງ​ມີ​ມາດ​ຕະ​ການໃຫ້​ກຳ​ລັງ​ໃຈ​ໃນ​ແບບ​ຕ່າງໆ​ອີກ​ດ້ວຍ​ເຊິ່ງ​ໄດ້​ສ້າງ​ບັນ​ຍາ​ກາດ​ທີ່​ດີ​ໃຫ້​ກັບ​ນັກ​ຮຽນ​ທີ່​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ຄັ້ງ​ນີ້.


​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ໄດ້​ນຳ​ໃຊ້​ມາດ​ຕະ​ການ​ໃຫ້​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຄວາມ​ສະ​ດວກ​ທັງ​ສາ​ມາດຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ແບບ​ບໍ່​ຟ້າວ​ບໍ່​ຟັ່ງ_fororder_f31fbe096b63f624a18bbd41a88b76f0184ca3f2

      ຫວ່າງ​ມໍ່ໆ​ມາ​ນີ້, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ນະ​ຄອນກວາງ​ໂຈ່ວ​ໄດ້​ເຮັດ​ໃຫ້​ຄົນ​ເປັນ​ຫ່ວງຫຼາຍ, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນກວາງ​ໂຈ່ວ​ໄດ້​ອອກ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ຢ່າງ​ຕັ້ງ​ໜ້າ, ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ສອບ​ເສັງ​​ດຳ​ເນີນໄປ​ຢ່າງ​ສະ​ດວກ. ຢູ່​ຫ້ອງ​ກັກ​ບໍ​ລິ​ເວນ​ຄົນ​ເຈັບຂອງ​ໂຮງ​ໝໍ​ເລກ 8 ຂອງ​ນະ​ຄອນກວາງ​ໂຈ່ວ​ທີ່​ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດກວາງ​ໂຈ່ວ​ກໍ​ໄດ້​ຈັດ​ໃຫ້​ມີ​ສະ​ຖານ​ທີ່​​ສອບ​ເສັງ​ພິ​ເສດ,ເຊິ່ງ​ໄດ້ເຮັດ​ໃຫ້​ຄົນ​ຮູ້​ສຶກ​ອຸ່ນ​ໃຈ​ຫຼາຍ. ນັກ​ຂ່າວ​ໄດ້​ຮັບ​ຊາບ​ວ່າ:ປັດ​ຈຸ​ບັນ, ໂຮງ​ໝໍ​ດັ່ງ​ກ່າວ​ໄດ້​ຮັບ​​ປິ່ນ​ປົວ​ນັກ​ຮຽນ​ທີ່ເຂົ້າ​ຮ່ວມ​ການ​ສອບ​ເສັງ​ສອງ​ຄົນຄື:ນັກ​ຮຽນ​ທີ່ເປັນ​ພະ​ຍາດ​ໂຄວິດ-19 ທີ່​ບໍ່​ສະ​ແດງ​ອາ​ການ ອາ​ຍຸ 17 ປີ​ຄົນ​ໜຶ່ງ​ແລະ​ນັກ​ຮຽນ​ເປັນ​ໄຂ້​ອີກ​ຄົນ​ໜຶ່ງ. ເພື່ອ​ເຮັດ​ໃຫ້​ນັກ​ຮຽນ​ສອງ​ຄົນ​ນີ້​ສາ​ມາດ​​ເຂົ້​າ​ຮ່ວມ​ການ​ສອບ​ເສັງ​ໄດ້ຕາມ​ເວ​ລາ​ກຳ​ນົດ, ໂຮງ​ໝໍ​ໄດ້​ເປີດ​ຫ້ອງ​ສຳ​ລັບ​ຄົນ​ເຈັບ 4 ຫ້ອງ​​ເພື່ອ​ໃຊ້ເປັນ​ສະ​ຖານ​ທີ່​ສອບ​ເສັງ​ເປັນ​ການ​ສະ​ເພາະ.ແຕ່​ລະ​ຫ້ອງ​ມີ​ໂຕະ​ແລະ​ຕັ່ງ​ສຳ​ລັບ 1 ຄົນ, ຢູ່​ໃນ​ຫ້ອງຍັງ​ໄດ້​ຕິດ​ຕັ້ງ​ກ້ອງ​ວົງ​ຈອນ​ປິດຄວາມ​ລະ​ອຽດ​ສູງ, ອັດ​ສຽງ​ແລະ​ຖ່າຍ​ວິ​ດີ​ໂອ​ໃນ​ທຸກ​ເວ​ລາ, ​ຮັບ​ປະ​ກັນ​ການຕິດ​ຕາມ​ພາບ​ໃນ​ໄລ​ຍະ​ການ​ສອບ​ເສັງ ແລະ​ເຮັດ​ໃຫ້​ການ​ສອບ​ເສັງ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ.
​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ໄດ້​ນຳ​ໃຊ້​ມາດ​ຕະ​ການ​ໃຫ້​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຄວາມ​ສະ​ດວກ​ທັງ​ສາ​ມາດຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ແບບ​ບໍ່​ຟ້າວ​ບໍ່​ຟັ່ງ_fororder_e77337cba81f477aa06fc97dabe2c36b

      ສຳ​ລັບ​ນັກ​ຮຽນ​ທີ່​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ເຂົ້າມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມາ​ຈາກ​ເມື່ອງ​ອື່ນ 16 ຄົນ​ທີ່​ຄ້າງ​ຢູ່​ອ່າວ​ລີ້​​ວ່ານນ​ະ​ຄອນ​ກວາງ​ໂຈ່ວ, ​ຝ່າຍນະ​ຄອນກວາງ​ໂຈ່ວ​ກໍ​ໄດ້​ວາງ​ແຜນ​ການ​ເຮັດ​ວຽກ​ທີ່​ກ່ຽວ​ຂ້ອງ​ໃຫ້​ດີ,​ໃຊ້ມາດ​ຕະ​ການ​ຮັບ​ປະ​ກັນ​ສຳ​ລັບ​ນັກ​ຮຽນ 16 ຄົນ​ນີ້, ລ້ວນ​ແຕ່​ຄື​ກັນ​ກັບ​ນັກ​ຮຽນ​ຄົນ​ອື່ນໆ​ທີ່​ເຂົ້າ​ຮ່ວມການ​ສອບ​ເສັງ​ທີ່​ມາ​ຈາກ​ທ້ອງ​ຖິ່ນ​ທັງ​ໝົດ. ບໍ່​ວ່າ​​ຈະແມ່ນ​ນັກ​ຮຽນ​ຈາກ​ນະ​ຄອນ​ກວາງ​ໂຈ່ວຫຼື​ນັກ​ຮຽນ​ຈາກ​ຕ່າງ​ຖິ່ນ, ກໍ່​ໃຫ້​ສາ​ມາດ​ເຂົ້​າ​ຮ່ວມ​ການ​ສອບ​ເສັງ​ໄດ້​ທັງ​ໝົດ​ໂດຍ​ບໍ່​ເຫຼືອ​ຄ້າງ​ໃຜ​ຈັກ​ຄົນ.
​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ໄດ້​ນຳ​ໃຊ້​ມາດ​ຕະ​ການ​ໃຫ້​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຄວາມ​ສະ​ດວກ​ທັງ​ສາ​ມາດຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ແບບ​ບໍ່​ຟ້າວ​ບໍ່​ຟັ່ງ_fororder_ccd07047ba7b46fda3e2063ca333bdc0

      ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໃນ​ການ​ສອບ​ເສັງ​ເຂົ້າ​​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ປີ​ນີ້, ນະ​ຄອນ​ຊຸ້ນ​ເຕີ​ແຂວງກວາງ​ຕຸ້ງ​ໄດ້​ດຳ​ເນີນ​ການກວດ​ກາ​ສຸ​ຂະ​ພາບ​​ນັ​ກ​ຮຽນ​ແລະ​ພະ​ນັກ​ງານຮັບ​ຜິດ​ຊອບການ​ສອບ​ເສັງ​ທັງ​ໝົດ,ພ້ອມ​ທັງ​ຮັບ​ປະ​ກັນໃຫ້​ພະ​ນັກ​ງານ​ຮັບ​ຜິດ​ຊອບ​ການ​ສອບ​ເສັງ​ໄດ້​ສັກ​ວັກ​ຊີນ​ທັງ​ໝົດ, ກວດ​ ​ນິວ​ຄ​ລິ​ອິກ​ໃຫ້​ໄດ້ 100%. ຂ່າ​ວ​ຍັງ​ແຈ້ງ​ໃຫ້​ຮູ້​ອີກວ່າ: ໃນ​ການ​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ນະ​ຄອນ​ຊຸ້ນ​ເຕີ​ໃນ​ປີ​ນີ້​ຍັງ​ໄດ້​ຈັດ​ໃຫ້​ມີ​ສະ​ຖານ​ທີ່​ສຳ​ຮອງ​ທີ່​ໃຊ້​ເປັນ​ສະ​ຖານ​ທີ່​ສອບ​ເສັງ​ແບ​ບ​ກັກ​ບໍ​ລິ​ເວນ 30 ແຫ່ງ, ຈຸດ​​ສຳ​ຮອງສອບ​ເສັງ​ແບບ​ກັກ​ບໍ​ລິ​ເວນ​ສຳ​ຮອງ 3 ​ຈຸດ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ, ຍ້ອນ​ວ່າ​ໂຮງ​ຮຽນ​ທີ່​ເປັນ​ຈຸດ​ສອບ​ເສັງ​ບາງ​ແຫ່ງ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ປິດ​ບໍ​ລິ​ເວນ​ໃນ​ໄລ​ຍະ​ສອບ​ເສັງ, ​ສະ​ນັ້ນຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​​ເລກ 1 ຊຸ້ນ​ເຕີ, ຄູ​ສອນ​ທີ່​ເປັນ​ສະ​ມາ​ຊິກ​ພັກ​ແລະ​ຄູ​ສອນ​ໄວ​ລຸ້ນຈຳ​ນວນ​ໜຶ່ງໄດ້​ເລືອກ​ພັກ​ຢູ່​ໃນ​ໂຮງ​ຮຽນ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ເພື່ອ​ເຮັດ​ໃຫ້​ການ​ສອບ​ເສັງ​ຂອງ​ນັກ​ຮຽນ​ມີ​ການ​ຮັບ​ປະ​ກັນ​ແຕ່​ຕົ້ນ​ຈົນ​ຈົບ. ນອກ​ນີ້, ເພື່ອ​ໃຫ້​ການ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລຂອງ​ນັກ​ຮຽນ​ມີ​ຄວາມ​ອົບ​ອຸ່ນ, ໂຮງ​ຮຽນ​ທີ່​ເປັນ​ຈຸດ​ສອບ​ເສັງ​ຍັງ​ໄດ້​ເພີ່ມ​​ການ​ສະ​ໜອງອາ​ຫານທີ່​ມີ​ທາດ​ບຳ​ລຸງ​ໃຫ້​ນັກ​ຮຽນ,ໃຫ້​​ຄຳ​ປຶກ​ສາ​ທາງ​ດ້ານ​ຈິດ​ໃຈ​ແລະ​ອື່ນໆ​ແກ່​ນັກ​ຮຽນ​ອີກ​ດ້ວຍ.
​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ໄດ້​ນຳ​ໃຊ້​ມາດ​ຕະ​ການ​ໃຫ້​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຄວາມ​ສະ​ດວກ​ທັງ​ສາ​ມາດຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ແບບ​ບໍ່​ຟ້າວ​ບໍ່​ຟັ່ງ_fororder_c83d70cf3bc79f3d8acfae2d8bc65219728b2974

      ນັກ​ຮຽນ​ທີ່​ສະ​ເໜີ​ຊື່​ເຂົ້າ​ຮ່ວມ​ການ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ຈຳ​ນວນ 10,78 ລ້ານ​ຄົນ​​ໃນ​ຄັ້ງ​ນີ້​ອາດ​ຖື​ໄດ້​ວ່າ​ເປັນ​ການ​ສອບ​ເສັງ​ທີ່​ລຳ​ບາກ​ທີ່​ສຸດ​ຢູ່​ໃນ​ໂລກ,ເຊິ່ງ​ເປັນການ​ເຕົ້າ​ໂຮມ​ຄົນ​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ສຸດ​ນັບ​ແຕ່​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ນັກ​ຮຽນ​ຫຼາຍກວ່າ​ສິບ​ລ້ານ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ຢູ່​ຈຸດ​​ສອບເສັງ​ປະ​ມານ 7 ພັນ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ຈີນ. ​ແຕ່​ລະ​ແຫ່ງ​ກໍ່​ໄດ້​ຮັບ​ປະ​ກັນ​ໃຫ້​ການ​ສອບ​ເສັງ​ດຳ​ເນີນ​ໄປຢ່າງ​ສະ​ດວກ​ໂດຍ​ຜ່ານ​ການ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ​ຕົນ, ມາດ​ຕະ​ການ​ໃຫ້​ກຳ​ລັງ​ໃຈ​ໃນ​ແບບ​ຕ່າງໆ​ສາ​ມາດຫຼຸດ​ຜ່ອນ​ຄວາມ​ກົດ​ດັນ​ຂອງ​ນັກ​ຮຽນ​ທັງ​ຫຼາຍ​ໃນ​ເວ​ລາ​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ຄັ້ງ​ໃຫຍ່​ໃນຊີ​ວິດ​ຕົນ​ໄດ້​ເປັນ​ຢ່າງ​ດີ. ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ສະ​ພາບປົກ​ກະ​ຕິ, ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​​ການທີ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ບາງ​ຕົວ​ເມືອງ, ​ປະ​ເທດຈີນ​ລ້ວນ​ແຕ່​ສາ​ມາດ​ຮັບ​ມື​ແບບ​ບໍ່​ຟ້າວ​ ​ຟັ່ງ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຖິງ​ຄວາ​ມ​ໝັ້ນ​ໃຈ​ຕົນ​ເອງ​ຂອງ​ຈີນ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ເຮັດ​ໃຫ້​ການ​ຜະ​ລິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ສັງ​ຄົມ​​ມີ​ສະ​ພາບ​ປົກ​ກະ​ຕິ.

ຄຳ​ເຫັນ

0