吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ. ຈ່າງຢີ່ຟ່ານ ຫົວໜ້າກອງປ້ອງກັນຄວາມປອດໄພ

2021-06-08 16:43:44 cri

ຂ້າພະເຈົ້າແມ່ນທະຫານເກົ່າ
ເມື່ອເວົ້າເຖິງໄລຍະເວລາທີ່ເປັນຕາຫວນຄືນຫລາຍທີ່ສຸດ
ກໍຕ້ອງແມ່ນວັນເວລາທີ່ຢູ່ກອງທະຫານ
ຂ້າພະເຈົ້າຫລົງໄຫລກັບຊຸດທະຫານ
ກໍຫລົງໄຫລສະໜາມຝຶກຊ້ອມທີ່ເຕັມໄປດ້ວຍຄວາມກະຕືລືລົ້ນ
ປັດຈຸບັນ, ຂ້າພະເຈົ້າແມ່ນຫົວໜ້າກອງປ້ອງກັນຄວາມປອດໄພ
ຕອນເຊົ້າແຕ່ລະມື້, ນຳພາສະມາຊິກໃນກອງແລ່ນ ແລະຝຶກຊ້ອມ ເຊິ່ງເປັນວຽກທີ່ຂາດບໍ່ໄດ້
ສະມາຊິກຈຸໜຶ່ງມີປະມານ 10 ຄົນ
ວຽກງານຂອງຂ້າພະເຈົ້າກໍແມ່ນຕິດຕາມກວດການການຝຶກຊ້ອມ ແລະສອບເສັງຜົນການຮ່ຳຮຽນຂອງນັກປ້ອງກັນຄວາມປອດໄພ
ໜ້າທີ່ຕົ້ນຕໍຂອງການປ້ອງກັນຄວາມປອດໄພແມ່ນ 
ຮັບປະກັນລະບຽບການປະຕິບັດງານ ແລະຄວາມປອດໄພຂອງບໍລິເວນຮັບຜິດຊອບ.
ວຽກງານປ້ອງກັນຄວາມປອດໄພ, ຟັງແລ້ວຄືທຳມະດາຫຼາຍ
ແຕ່ວ່າມັນເປັນໜ້າວຽກທີ່ຂາດບໍ່ໄດ້ໃນການປ້ອງກັນຄວາມສະຫງົບທາງສັງຄົມ
ໃນເວລາປະຕິບັດໜ້າທີ່, ຂ້າພະເຈົ້າກໍປະຕິບັດຕໍ່ສະມາຊິກຢ່າງເຂັ້ມງວດ
ເພາະວ່າເຂົາເຈົ້າພວມປ້ອງກັນຄວາມປອດໄພຢູ່ແຫ່ງຕ່າງໆເພື່ອຄວາມປອງດອງກັນຂອງສັງຄົມ
ໄລຍະເວລາທີ່ຢູ່ກອງທະຫານ
ຂ້າພະເຈົ້າໄດ້ຝຶກຝົນຫລໍ່ຫລອມຄວາມສາມາດດ້ານການປົກປັກຮັກສາປະເທດຊາດ
ປັດຈຸບັນ, ເຂົ້າສູ່ສັງຄົມ
ຂ້າພະເຈົ້າຍັງຕ້ອງການຮຽນຮູ້ຄວາມຮູ້ຫລາຍກວ່າເກົ່າ
ເວລາພັກທ່ຽງຂອງແຕ່ລະມື້
ຂ້າພະເຈົ້າກໍໄດ້ຮ່ຳຮຽນຄວາມຮູ້ກ່ຽວກັບຄອມພິວເຕີ
ຫຼັງຈາກສຳເລັດການຝຶກຊ້ອມແລ້ວ
ສະມາຊິກທັງຫຼາຍຈະຖືກຈັດສົ່ງໄປປະຕິບັດໜ້າທີ່ຢູ່ຫົວໜ່ວຍຕ່າງໆ
ສ່ວນຂ້າພະເຈົ້າ ຈະນຳພາສະມາຊິກຈຸຕໍ່ໄປ
ຝຶກຊ້ອມເນື້ອໃນທີ່ຄືກັນ
ການທີ່ຈະຈຳແນກຄົນຜູ້ໜຶ່ງແມ່ນທະຫານທີ່ແທ້ຈິງຫຼືບໍ່
ຈະບໍ່ເບິ່ງວ່າລາວໄດ້ໃສ່ຊຸດທະຫານຫລືບໍ
ຫາກຈະເບິ່ງວ່າຜູ້ນັ້ນມີຈິດໃຈອົງອາດກ້າຫານຂອງທະຫານ ຫລືບໍ
ຂ້າພະເຈົ້າຍິນດີປົກປັກຮັກສາຄວາມປອດໄພຂອງປະຊາຊົນໃນຕະຫລອດຊີວິດຂອງຕົນ
ບໍ່ວ່າຈະຢູ່ຕຳແໜ່ງອັນໃດກໍຕາມ

ຄຳ​ເຫັນ

0