黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະ​ຍາ​ບານ​ລູ້​ຈູ​ພີ

2021-06-09 16:05:03 cri

ຈັບ​ໃບ​ສົ່ງ​ຢາ,​ ປຸງຢາ, ຢືນ​ຢັນ​ຖາ​ນະ​ຄົນ​ເຈັບ, ຂ້າ​ເຊື້ອ, ສັກ​ຢາ…ນີ້​ແມ່ນ​ວຽກ​​ປະ​ຈຳ​ວັນ​ຂອງ​ຂ້ອຍ

ຂ້ອຍ​ແມ່ນ​​ພະ​ຍາ​ບານ​ໃນ​ພະ​ແນກ​ພະ​ຍາດ​ຕິດ​ແປດ

ໃນ​ຖາ​ນະ​ເປັນ​ພະ​ຍາ​ບານ​ເພດ​ຊາຍ​ພຽງ​ຜູ້​ດຽວ​ໃນ​ພະ​ແນກ​ຂ້ອຍ, ​ການ​ເຂົ້າປະ​ຈຳ​ການ​ໃນ​ຝຽນກາງ​ຄືນ, ການຍ້າຍ​ເຄື່ອງ​ໜັກ​ເຫຼົ່າ​ນີ້​ເປັນ​ຕົ້ນ, ຂ້ອຍ​​ຈະ​ເຮັດ​ໂລດ​ໂດຍ​ບໍ່​ລັ່ງ​ເລ​ໃຈ

ຄົນ​ທັງຫຼາຍ​ລ້ວນ​ແຕ່​ເວົ້າ​ວ່າ: ນາງ​ພະ​ຍາ​ບານ​ອ່ອນ​ຫວານ​ນິ້ມນວນ ທັງ​ຄິດ​ລະ​ອຽດ​ຮອບ​ຄອບ, ແຕ່​ທ່າ​ແຮງ​ຂອງ​ຂ້ອຍ​ກໍ​ມີຫຼາຍ​ຢ່າງ​ເຊັ່ນ​ກັນ

​ອາ​ຊີບພະ​ຍາ​ບານ​ຕ້ອງ​​ລະ​ອຽດ​ຮອບ​ຄອບ, ຄວາມ​ອົດ​ທົນ ແລະ ຄວາມ​ເຂົ້າ​ໃຈ

ນອກ​ຈາກ​​ເຈັບ​ປວດ​​ຕາມ​ຮ່າງ​ກາຍ​ແລ້ວ, ຄົນ​ເຈັບ​ຍັງ​ມີ​ຄວາມ​ກົດ​ດັນ​ທາງ​ຈິດ​ໃຈ​ຫຼາຍ​ທີ່​ສຸດ

ການ​ແພດ​ບໍ່​ສາ​ມາດ​ແກ້​ໄຂ​​ໄດ້ທຸກ​ບັນ​ຫາ, ເມື່ອ​ສົນ​ທະ​ນາ​ແລກ​ປ່ຽນ​ກັບ​ເຂົາ​ເຈົ້າ​ໃນແງ່​ມຸມ​ຄົນ​ເຈັບ, ​ການ​ປິ່ນ​ປົວຈິ່ງ​​ຈະ​ໄດ້ມີ​ຜົນ​​ດີກວ່າ

​ໃຊ້​ວິ​ຊາ​ສະ​ເພາະ​ຂອງ​ຕົນ​ໄປ​ຊ່ວຍ​ຄົນ​ໜຶ່ງ ແລະ ຄອບ​ຄົວ​ໜຶ່ງ ເພື່ອ​ຄວາມ​ສຸກ​ຂອງ​ເຂົາ​ເຈົ້າ, ຂ້ອຍ​ຮູ້​ສຶກວ່າ​ມີ​ຄວາມ​ໝາຍຫຼາຍ

ນອກ​ໂມງ​ການ, ຂ້ອຍ​ແມ່ນ​ພໍ່​ລູກ​ອ່ອນ, ມັກ​ໄປ​ແລ່ນ​ຫັດ​ກາຍ ແລະ ພາ​ລູກ​ໄປ​ຫຼິ້ນ​ນຳ​ເມຍ​ຂ້ອຍ

​ຕອນ​ຫາ​ກໍ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລູກ​ສາວ​ຂອງຂ້ອຍ​​ຫາ​ກໍ່​ໄດ້ 1 ​ເດືອນ

ຫຼັງ​ຈາກ​ຈັດ​ແຈງ​ບັນ​ຫາຄອບ​ຄົວ​ແລ້ວໆ, ຂ້ອຍ​ສະ​ໝັກ​ໃຈ​ໄປ​ຊ່ວຍ​ວຽກ​ຢູ່ແຂວງ​ຫູ​ເປີຍ

ຫຼາຍ​ຄົນ​ຖາມ​ຂ້ອຍ​ວ່າ: ຍາກ​ບໍ່, ຢ້ານ​ບໍ່?

​ເມື່ອ​ໃສ່​ຊຸດ​ປ້ອງ​ກັນ, ຍ່າງ​ເຂົ້າ​ເຂດ​ແຍກ​ປ່ຽວ, ​ກໍ​ບໍ່​ໄດ້​ຄິດ​ຫາ​ເລື່ອງ​ຍາກ ແລະ ເລື່ອງ​ຢ້ານ​ເລີຍ.

35 ວັນ​ທີ່​ຢູ່​ນະ​ຄອນ​ອູ​ຮັ້ນ, ​ຄືປະ​ສົບ​ການ​ທີ່​ຂ້ອຍຫຼົງ​ລືມ​ໄດ້​ຍາກ​​ໃນຕະຫຼອດ​ຊີ​ວິດ

ສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ພາກ​ພູມ​ໃຈ​ທີ່​ສຸດ​ກໍ​ແມ່ນ, ຢູ່​ນະ​ຄອນ​ອູ​ຮັ້ນ, ຂ້ອຍ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ຢ່າງມີ​ກຽດ​ສະ​ຫງ່າ.

ມີ​ຖາ​ນະ​ເປັນ​ສະ​ມາ​ຊິກ​ພັກ​ແລ້ວ, ຂ້ອຍ​ມີ​ຄວາມ​ຮູ້​ສຶກ​ຕ່າງ​​ຈາກ​ແຕ່ກ່ອນຫຼາຍ

ຂ້ອຍ​ບໍ່​ພຽງ​ແຕ່ຈະ​ເຮັດ​ວຽກ​ຂອງ​ຕົນ​ໃຫ້​ດີ, ຍັງ​ຕ້ອງ​ຮັບ​ໜ້າ​ທີ່​​ຮັບ​ໃຊ້ສັງ​ຄົມ​ໃຫ້ຫຼາຍກວ່າ​ເກົ່າ, ຍິ່ງ​ຕ້ອງ​​ກ້າ​ໄປ​ບ່ອນ​ທີ່​ອັນ​ຕະ​ລາຍ​ທີ່​ສຸດ ແລະ ບ່ອນ​ທີ່​ຕ້ອງ​ການ​ຂ້ອຍ​ທີ່​ສຸດ​ຢູ່​ທຸກ​ເວ​ລາ

ຂ້ອຍ​ແມ່ນ​ພະ​ຍາ​ບານ​ຄົນ​ໜຶ່ງ, ຂ້ອຍ​ຊື່​ລູ້​ຈູ​ພີ

ຄຳ​ເຫັນ

0