黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວາ​ລະ​ສານ The Economist ຄວນ​ຮຽນ​ຮູ້​ເລື່ອງ​ຄວາມ​ເປັນ “ຄົນ” ກ່ອນ

2021-06-09 16:46:33 cri

ນັບ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ການ​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ການ​ລຶ​ບ​ລ້າງ​ຄວາມ​ທຸກ​ຍາກ​ແລະ​ການ​ກໍ່​ສ້າງ​ເຂດ​ຊາຍ​ແດນ​​ປະ​ເທດ​ຈີນໄດ້​ກາຍ​ເປັນ “​ສູດ​ລັບ​ຂອງ​ຄວາມ​ຮັ່ງ​ມີ” ຂອງ​ສື່ມວນ​ຊົນ​ຈຳ​ນວນ​ໜຶ່ງ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ, ແຕ່​ວ່າ​ການ​ໃສ່​ຮ້າຍ​ປ້າຍ​ສີ​ເຫຼົ່​າ​ນີ້​ຂາດຫຼັກ​ຖານ​ອ້າງ​ອີງ, ​ຈຶ່ງ​ຖືກ​ຜູ້​ອ່ານ​ທັງ​ຫຼາຍ​ຕອບ​ໂຕ້​ຢ່າງ​ບໍ່​ປາ​ນີ.

ຫວ່າງ​ມໍ່ໆ​ມາ​ນີ້, ວາ​ລະ​ສານ “ນັກ​ເສດ​ຖະ​ສາດ” ຫຼື The  Economist ຂອງ​ອັງ​ກິດ​ໄດ້​ລົງ​ບົດ​ຄວາມ​ທີ່​ພາດ​ຫົວ​​ຂໍ້ວ່າ: “ຈີນ​ຈະ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ສາຍ​ໃໝ່​​ຜ່ານ​ເຂດ​ຕິ​ເບດໃນ​ໄວໆ​ນີ້​”, ​ບົດ​ຄວາມ​ນີ້​ໄດ້​ກ່າວ​ໂຈມ​ຕີ​ທາງ​ລົດ​ໄຟ​ເສ​ສວນ-ຕິ​ເບດ​ຕອນ “ລາ​ຊາ-ລິນ​ຈື່” ທີ່​ເປີດ​ບໍ​ລິ​ການ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້. ບົດ​ຄວາມ​ດັ່ງ​ກ່າວ​​ຊີ້​ໃຫ້​ເຫັນ​ບັນ​ຫາການ​ສ້າງ​ທາງ​ລົດ​ໄຟ​ດັ່ງ​ກ່າວ​ທີ່​ໃຊ້​ເງິນ​ຈຳ​ນວນ​ມະ​ຫາ​ສານ, ບໍ່​ພຽງ​ແຕ່​ໄດ້​​ຊີ້​ໃຫ້​ເຫັນ​ວ່າ​ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ໜຶ່ງ​ໃນ​ໂຄງ​ການ​ທີ່​ໃຊ້​ງົບ​ປະ​ມານ​ຫຼາຍທີ່​ສຸດ​ໃນ​ໂລກເທົ່າ​ນັ້ນ, ຍັງ​ໄດ້​​ກ່າວ​ໂຄ​ສະ​ນາ​ວ່າ​ໂຄງ​ການ​ນີ້​ແມ່ນ “ໜຶ່ງ​ໃນ​ຂອງ​ຂວັນ​ທີ່​ຟຸມ​ເຟືອຍ​ທີ່​ສຸດ​ສຳ​ລັບ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ໂອ​ກາດ​ທີ່​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ”. ເພື່ອ​ພິ​ສູດ​ວ່າ​ຂໍ້​ຄິດເຫັນ​ຂອງ​ຕົນ​ແມ່ນ​ຖືກ​ຕ້ອງ, ບົດ​ຄວາມ​ດັ່ງ​ກ່າວ​ຍັງ​ໄດ້​ປັ້ນ​ແຕ່ງ “ໂທດ​ກຳ” ພິ​ເສດ​ສອງ​ຢ່າງ​ໃຫ້​ແກ່​ທາງ​ລົດ​ໄຟ​ເສ​ສວນ-ຕິ​ເບດ: ໜຶ່ງ​ຄື, ຕຳ​​ໜິ​ຕິ​ຕຽນ​ວ່າ​ມີ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ເຂດ​ຕິ​ເບດຢ່າງ​ຫຼວງ​ຫຼາຍ​ໂດຍ​ຜ່ານ​ທາ​ງ​ລົດ​ໄຟ​ເສ​ສວນ-ຕິ​ເບດ, ​ເຊິ່ງໄດ້​ທຳ​ລາຍ “ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຂດ​ຕິ​ເບດ”, ສອງ​ແມ່ນ: ກອງ​ທັບ​ຈີນ​ສາ​ມາດ​ເຂົ້າ​ໄປ​ປະ​ຈຳ​​ການ​ຢູ່ເຂດ​ຕິ​ເບດ​ໄດ້​ຢ່າງວ່ອງ​ໄວ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ດັ່ງ​ກ່າວ​ແລ້ວ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ອິນ​ເດຍ.

ແຕ່​ວ່າ, ບົດ​ຄວາມ​ບົດ​ນີ້​ຜິດ​ພາດ​ຫຼາຍຈຶ່ງ​ຖືກ​ຜູ້​ອ່ານ​ຕອບ​ໂຕ້​ຢ່າງ​ບໍ່​ປາ​ນີ.

ມີ​ຜູ້​ອ່ານ​​ຖາມ​ຄືນ​ວ່າ: “ນີ້​ບໍ່​ແມ່ນ​ເລື່ອງດີ​ຊັ້ນ​ຫວະ?” “​ຄວນ​ເຮັດ​ຄື​ກັບ​ແບບ​ອາ​ເມ​ຣິ​ກາ​ແລະ​ກາ​ນາ​ດາທີ່ເຮັດ​ໃຫ້​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ດຳ​ລົງ​ຊີ​ວິດ​ທ່າມ​ກາງ​ສະ​ພາບ​​ແວດ​ລ້ອມ​ປິດ​ແລະ​ ພື້ນ​ຖານ​ໂຄງ​ລ່າງ​ທີ່​ສະ​ດວກ​ສະ​ບາຍ​ຈຶ່ງ​ຈະ​ພາ​ກັນ​ເອີ້ນ​ວ່າ ‘ການປົກ​ປ້ອງ​ເສ​ລີ​ພາບ​ຂອງ​ທ້ອງ​ຖິ່ນ’ ​ຊັ້ນ​ຫວະ? ”

ມີ​ຊາວ​ເນັດ​ຜູ້​ໜຶ່ງ​ທີ່​ເວົ້າ​ວ່າ​ຕົນ​ເອງ​ແມ່ນ​ຊາວ​ອາ​ເມ​ຣິ​ກາ​ໄດ້​ມີ​ຄຳ​ເຫັນ​ວ່າ: “ປະ​ເທດ​ຂອງ​ຂ້ອຍ​ກໍ​ຄວນ​ນຳ​ໃຊ້​ງົບ​ປະ​ມານ​ເຮັດ​ເລື່ອງ​ດີໆ​ແບບ​ນີ້​ແດ່, ຫາກ​ບໍ່​ແມ່ນ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ໃນຫົວ​ຂໍ້​ທີ່​ເອີ້ນ​ວ່າ ‘​ການ​ຄົ້ນ​ຄວ້າດ້ານ​ເພດ’ ແບບ​ນີ້​ຢູ່​ປະ​ເທດພວມ​ພັດ​ທະ​ນາ.”

ສ່ວນ​ຄຳ​ເຫັນ​ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຫຼາຍ​ທີ່​ສຸດ​ແມ່ນ​ຄຳ​​ເຫັນ​ຂອງ​ຊາວ​ເນັດ​ຈີນ​ຜູ້​ໜຶ່ງ​ທີ່​ວ່າ: “ພວກ​ປະ​ເທດ​ຕາ​ເວັນ​ຕົກ​ມັກ​ຕຳ​ໜິ​ຕິ​ຕຽນ​ຈີນ​ບໍ່​ປະ​ຕິ​ບັດ​ດີ​ຕໍ່​ປະ​ຊາ​ຊົນ​ເຂດ​ຊິນ​ຈ່ຽງ​ແລະ​ຕິ​ເບດ, ເຮັດ​ໃຫ້​ປະ​ຊາ​ຊົນ​ຢູ່​ສອງ​​ເຂດ​ດັ່​ງ​ກ່າວ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ສະ​ພາບ​ຄວາມ​ທຸກ​ຍາກ, ແຕ່​ວ່າ​ດຽວ​ນີ້​ພວກ​ເຈົ້າ​​ພັດອອກ​ມາ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ວ່າ​ລົງ​ທຶນ​ຢ່າງ​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ສອງ​​ເຂດ​ດັ່ງ​ກ່າວ​ນີ້​ຫຼາຍ​ເກີນ​ໄປ​, ຫຼືຄວາມ​ໝາຍ​ຂອງ​ພວກ​ເຈົ້າ​ແມ່ນ​​ຢາກໄດ້​ຕິ​ຕຽນ​ລັດ​ຖະ​ບານ​ຈີນວ່າ​ເຮັດ​ ‘ດີ​ເກີນ​ໄປ’ ​ກັບ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ແມ່ນ​ບໍ່?”

ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ຈະ​ສ້າງ​ສຳ​ເລັດ​ແລະ​ເປີດ​ນຳ​ໃຊ້​ໃນ​ທ້າຍ​ປີ​ນີ້​ກໍ​ເຄີຍ​ຖືກ​ສື່ມວນ​ຊົນ​ປະ​ເທດ​ຕາ​ເວັນ​ຕົກ​ໃສ່​ຮ້າຍ​ປ້າຍ​ສີເຊັ່ນ​ກັນ. ໜັງ​ສື​ພິມ “ວໍ​ຊີງ​ຕັນ​ພົ​ສ໌” ຂອງ​ອາ​ເມ​ຣິກ​າ, ໜັງ​ສື​ພິມ “ໄຟ​ນັນ​​ໂຊ ທາມ​ສ໌” ຂອງ​ອັງ​ກິດ​ກໍ​ເຄີຍ​ໂຄ​ສະ​ນາ​ເປັນ​ການ​ໃຫຍ່​ວ່າ: ​ຈີນ​ສວຍ​ໃຊ້​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ​ສ້າງ​ກັບ​ດັກ​ໜີ້​ສິນ​ຕໍ່​ປະ​ເທດ​ລາວ, ​ຈົນ​ເຖິງ​ຂັ້ນ​ຫວ່ານ​ຖ້ອຍ​ຄວາມ​ໂລ​ເລ​ວ່າ​ປະ​ເທດ​ລາວ​ແມ່ນ “ບໍ​ລິ​ສັດ​ທີ່​ຈີນ​ລົງ​ທຶນ​ທັງ​ໝົດ​ພຽງ​ຜູ້​ດຽວ.”

ທີ່​ຈິງ​ແລ້ວ, ທາງ​ດ່ວນ​ວຽງ​ຈັນ​ຫາ​ວັງ​ວຽງ​ທີ່​ເປີດ​ບໍ​ລິ​ການ​ໃນ​ປີ​ກາຍ​ນີ້, ໄດ້​​ສ້າງ​ຄວາມ​ສະ​ດວກ​​ສະ​ບາຍຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ການ​ສັນ​ຈອນ​ໄປ​ມາຂອງ​ປະ​ຊາ​ຊົນ​ລາວ​; ​ເມື່ອທາງ​ລົດ​ໄຟ​ລາວ-ຈີນ​ສ້າງ​ສຳ​ເລັດ​ແລະ​ເປີດ​ບໍ​ລິ​ການ​ແລ້ວ, ກໍ​ຈະ​ສ້າງ​ໂອ​ກາດ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລາວ, ທັງ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຂອງ​ການ​ພັດ​ທະ​ນາ​ປະ​ເທດ​ລາວ​ນຳ​ອີກ “ຢາກ​ຮັ່ງ​ມີ​ຂຶ້ນ​ກໍ​ຄວນ​ສ້າງ​ທາງ​ກ່ອນ”, ​ນີ້​ແມ່ນສຸ​ພາ​ສິດ​ຈີນ​ທີ່​ປະ​ຊາ​ຊົນ​ຈີນ​ໃຜໆ​ກໍ່​ຮູ້​ດີ, ​ແລະກໍ​ແມ່ນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຫຼາຍ​ທີ່​ສຸດ​ຕໍ່​ການ​ສ້າງ​ທາງ​ທີ່​ເປັນ​ເງື່ອນ​ໄຂ​ໃນ​ການ​ສ້າງ​ຄວາມ​ຮັ່ງ​ມີ. ​ດັ່ງ​ນັ້ນ​ຈຶ່ງ​ເຫັນ​ວ່າ: ປະ​ຊາ​ຊົນ​ລາວ​​ກໍ​ຈະ​ມີ​ຄວາມ​ເຫັນ​ໃນ​ແບບ​ດຽວ​ກັນ​ນີ້​.

ສ່ວນ​ຜູ້​ຂຽນ​ບົດ​ຄວາມ “ຈີນ​ຈະ​ເປີດນຳ​ໃຊ້​ທາງ​ລົດ​ໄຟ​ສາຍ​ໃໝ່​​ຜ່ານ​ເຂດ​ຕິ​ເບດໃນ​ໄວໆ​ນີ້​” ຕັ້ງ​ໃຈ​ໃສ່​ຮ້າຍ​ປ້າຍ​ສີ​ທາງ​ລົດ​ໄຟ​ເສ​ສວນ-ຕິ​ເບດ, ບໍ່​ວ່າຈຸດ​ປະ​ສົງ​ຂອງ​ເຂົາ​ແມ່ນ​​ເພື່ອຫຍັງກໍ​ຕາມ, ພວກ​ເຮົາ​ກໍ​ຫວັງ​ວ່າ, ກ່ອນ​ຈະ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ, ນັກ​ຂຽນ​ຄົນ​ນີ້​ຄວນ​ຮຽນ​ຮູ້​ເລື່ອງ​ຄວາມ​ເປັນ “ຄົນ” ກ່ອນ.

ຄຳ​ເຫັນ

0