黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊ້າງ​ກໍ​ຮູ້​ວ່າ​ປະ​ເທດ​ຈີນ​ເປັນ​ປະ​ເທດ​ທີ່​ດີ

2021-06-10 20:11:43 cri

ຫວ່າງ​ມໍ່ໆ​ມາ​ນີ້, ຊ້າງ 15 ເຊືອກ​ທີ່​ຍ່າງ​ໄປ​ຮອດ​ນະ​ຄອນ​ຄຸນ​ມິງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຊາວ​ເນັດ​ຢ່າງ​ຫຼວງ​ຫຼາຍ, ຝູງ​​ຊ້າງເດີນ​ທາງ​ອອກ​ຈາກ​ເຂດ​ສິບ​ສອງ​ພັ່ນ​ນາ​ເຊິ່ງ​ເປັນ​ບ້ານ​ເກີດ​ຂອງ​ພວກ​ມັນ, ຍ່າງ​ໄປ​ທາງ​ພາກ​ເໜືອ​ 500 ກ​ວ່າກິ​ໂລ​ແມັດ, ພວກ​ມັນ​ໄດ້​ຍ່າງ​ໄປ​ຕາມ​ທາງດ່ວນ, ແວ່​ເຂົ້າ​ບ້ານ​ຊົນ​ນະ​ບົດ, ​ຍ່າງ​ຂຶ້ນ​ຫົວຖະ​ໜົນ​ແລະ​ອາບ​ນ້ຳ​ຢູ່​ສະນ້ຳ, ນອກ​ນີ້​ຍັງ​ໄດ້​ເຂົ້າໄປ​ໃນ​ເຮືອນ​ຂອງ​ຊາວ​ບ້ານ, ​ກິນ​ເສັ້ນ​ໝີ່​ແລະ​ດື່ມ​ເຫຼົ້າ​ໃນ​ເຮືອນແລະ​ອື່ນໆ.

ແຂວງ​ຢຸນ​ນານ​ແມ່ນ​ບ້ານ​ເກີດ​ພຽງ​ແຫ່ງ​ດຽວ​ຂອງ​ຊ້າງ​ອາ​ຊີ​ຢູ່​ປະ​ເທດ​ຈີນ. ສ່ວນ​ເຂດ​ສິບ​ສອງ​ພັ່ນ​ນາ​ແລະ​ເຂດ​ພູ​ເອີ​ທາງ​ພາກ​ໃຕ້​ແຂວງ​ຢຸນ​ນານ​ແມ່ນ​ແຫຼ່ງທີ່​ຢູ່​ອາ​ໄສ​ຂອງ​ພວກ​ມັນ. ປັ​ດ​ຈຸ​ບັນ, ແຂວງ​ຢຸນ​ນານ​ໄດ້​ສ້າງ​ເຂດ​ທີ່​ສະ​ຫວງ​ນ​ທຳ​ມະ​ຊາດ 11 ແຫ່ງ​ໃຫ້​ແກ່​ຊ້າງ​ປ່າ, ໄດ້​ກວມ​ເນື້ອ​ທີ່​ປະ​ມານ 5 ແສນ 1 ໝື່ນ​ເຮັກ​ຕາ. ​ຄັນ​ຊັ້ນ, ເປັນ​ຫຍັງ​​ຝູງ​ຊ້າງ​​ຈຶ່ງເລືອກ​ເຄື່ອນຍ້າຍ​ໄປ​ທາງ​ພາກ​ເໜືອ, ​ກໍ​ຍ້ອນ​ວ່າ​ທີ່​ຢູ່​ອາ​ໄສ​ຂອງ​ຝູງ​ຊ້າງ​ຖືກ​ທຳ​ລາຍ​​ແມ່ນ​ບໍ່? ​ບໍ່​ແມ່ນ, ທີ່​ຈິງ​ແລ້ວ​, ສາ​ເຫດ​ທີ່​ຝູງ​ຊ້າງ​​ເຄື່ອນຍ້າຍ​ໄປ​ທາງ​ພາກ​ເໜືອ​ແມ່ນ​ສະ​ຫຼັບ​ຊັບ​ຊ້ອນ​ທີ່​ສຸດ. ອີງ​ຕາມ​ການ​ອະ​ທິ​ບາຍ​ແບບ​ສັງ​ລວມ​ຂອ​ງ​ຜູ້​ຊ່ຽວ​ຊານ​ທີ່​ກ່ຽວ​ຂ້ອງ, ​ການ​ຍົກ​ຍ້າຍຂອງ​ຝູງ​ຊ້າງ​ອາດ​ມີ​ສາ​ເຫດ​ຕົ້ນ​ຕໍ​ສອງ​ຢ່າງ: ໜຶ່ງ, ຈຳ​ນວນ​ຊ້າງ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ສົ່ງ​ຜົນ​ເຮັດ​ໃຫ້ຖິ່ນ​ທີ່​ຢູ່​ອາ​ໄສ​ການ​ກໍ​ນັບ​ມື້​ນັບ​ກວ້າງ​ອອກ. ​ຈຳ​ນວນ​ຊ້າງ​ອາ​ຊີ​ທີ່​ອາ​ໄສ​ຢູ່​​ປະ​ເທດຈີນ​ໄດ້​​ເພີ່ມ​ຂຶ້ນຈາກ 170 ​ເຊືອກ​ເມື່ອ​ຊຸມ​ປີ 1970 ​ເປັນ 300 ກວ່າ​ເຊືອກ​ໃນ​ປັດ​ຈຸ​ບັນ. ​ພວກ​ສັດ​ຊະ​ນິດ​ຕ່າງໆ​ລ້ວນ​ແຕ່​​ຈະ​ຂະ​ຫຍາຍ​ບໍ​ລິ​ເວນ​ທີ່​ຢູ່​ອາ​ໄສ​ຕາມ​ຄວາມ​ຕ້ອງ​ການ, ​ດັ່ງນັ້ນ, ​ເມື່ອ​ຝູງ​ຊ້າງ​ເຄື່ອນ​ຍ້າຍ​ໄປ​ພາກ​ເໜືອ​ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ປົກ​ກະ​ຕິ. ສາ​ເຫດ​ທີ​ສອງ​ກໍ​ຄື: ປ່າ​ໄມ້​ຂອງ​​ທ້ອງ​ຖິ່ນ​ໄດ້​ຮັບ​ການ​ປົກ​ປັ​ກ​ຮັກ​ສາ​ນັບ​ມື້​ນັບ​ດີ​ຂຶ້ນ, ສົ່ງ​ຜົນ​ເຮັດ​ໃຫ້​ພືດ​ໃຕ້​ຕົ້ນ​ໃຫຍ່ຫຼື undergrowth ທີ່​ຊ້າງ​ມັກ​ກິນ​ນັ້ນ​ມີ​ຈຳ​ນວນໜ້ອຍກວ່າ​ເກົ່າ. ​ເຂດປ່າ​ໄມ້​ທີ່​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ດີ​ນັ້ນ​ຈຶ່ງ​ຫຍ້າ​ໜ້ອຍ, ພືດ​ໃຕ້​ຕົ້ນ​ໄມ້​ກໍ​ແຮ່ງ​ໜ້ອຍ, ສະ​ນັ້ນ​ອາ​ຫານ​ທີ່​ຊ້າງ​ອາ​ຊີ​ມັກ​ກິນ​ນັ້ນ​ກໍ​ໜ້ອຍ​ລົງ.

ໃນ​ໄລ​ຍະ​ທາງ 500 ກິ​ໂລ​ແມັດ​ທີ່​ຝູງ​ຊ້າງ​ຍ້າຍ​ໄປ​ພາກ​ເໜືອ, ຕຳ​ຫຼວດ​ປ່າ​ໄມ້, ພະ​ນັກ​ງານ​ດັບ​ເພີງແລະ​ຊາວ​ບ້ານ​​ຈຳ​ນວນ​ຫຼາຍ​ໄດ້​ພະ​ຍາ​ຍາມ​ປ້ອງ​ກັນ​ຄວາມ​ປອດ​ໄພ​​ໃຫ້​ກັບ​ຝູງ​ຊ້າງ​ດັ່ງ​ກ່າວ. ພ້ອມ​ກັນ​ນັ້ນ, ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ຝູງ​ຊ້າງ​ອຶດ​ຫິວແລ້ວ​ເຂົ້າ​ໄປ​ລົບ​ກວນ​ຊາວ​ບ້ານແລະ​ບໍ່​ໃຫ້​ເກີດ​​ມີ​ການປະ​ທະ​ກັນ​ລະ​ຫວ່າງ​ຄົນ​ກັບ​ຊ້າງ, ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ແຂວງ​ຢຸນ​ນານ​ໄດ້​ກຽມ​ອາ​ຫານ​ໃຫ້​ແກ່​ຝູງ​ຊ້າງ​ລ່ວງ​ໜ້າ, ນອກ​ນີ້​ຍັງ​ໄດ້​ໃຊ້​​ເຮືອບິນ​ບໍ່​ມີ​ຄົນ​ຂັບແລະ​ກ້ອງ​ຖ່າຍ​ຮູບອິນ​ຟາ​ເລດ​ໄລ​ຍະໄກ​ແລະ​ເຕັກ​ນິກ​ອື່ນໆ​ຕິດ​ຕາມ​ຝູງ​ຊ້າງ​​ຕະ​ຫຼອດ 24 ຊົ່ວ​ໂມງ, ເພື່ອ​ຮັບ​ປະ​ກັນ​ການ​ຄຸ້ມ​ຄອງລ່ວງ​ໜ້າ.

ການ​ເຄື່ອນ​ຍ້າຍ​ຂອງ​ຝູງ​ຊ້າງ​ມີ​ຄົນ​ຂະ​ໜານ​ນາມ​ໃຫ້​ວ່າ: “ຄະ​ນະ​ທ່ອງ​ທ່ຽວ​ຊ້າງ​ປ່າ” ຂອງ​ຈີນ​ເຊິ່ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​​ຈາກ​ສື່ມວນ​ຊົນ​ສຳ​ຄັນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ເຊັ່ນ: CNN, BBC, AP,ຂ່າວ​ສານ​ລອຍ​ເຕີ​ແລະ​ອື່ນໆ, ຊ້າງ​ປ່າ​ທີ່​​ອືດ​ອາດ ໜ້າ​ຮັກ, ທ່າ​ທີ​ແລະ​ຄວາມ​ພະ​ຍາ​ຍາມ​ຂອງ​ຄົນ​ທ້ອງ​ຖິ່ນໃນ​ການ​ປົກ​ປັກ​ຮັກ​ສາ​ສັດ​ປ່າໄດ້​ຖືກ​ລາຍ​ງານ​ອອກ​ມາ​ຢ່າງ​ມີ​ຊີ​ວິດ​ຊີ​ວາ.

ໜັງ​ສື​ພິມ​ວໍ​ຊີງ​ຕັນ​ພົ​ສ໌ ລາຍ​ງານ​ວ່າ, ຊ້າງ​ປ່າ​ຝູງ​ໜຶ່ງ​ໄດ້​ຍ່າງ​ຢູ່​ໃນປະ​ເທດ​ຈີນ​ 500 ກວ່າກິ​ໂລ​ແມັດແລະ​ບໍ່​ໄດ້​ຖືກ​ທຳ​ຮ້າຍ, ນີ້​ແມ່ນ​ຜົນ​ງານ​ທີ່​ດີ​ເດັ່ນ​ໃນ​ດ້ານ​ການ​ປົກ​ປັກ​ຮັກ​ສາ​ຊ້າງ​ປ່າ. “ໂດຍ​ຜ່ານ​ການ​ປົກ​ປັກ​ຮັກ​ສາ​​ເປັນ​ໄລ​ຍະເວ​ລາ 20 ປີ, ​ຈຳ​ນວນຊ້າງ​ປ່າ​ທີ່​ອາ​ໄສ​ຢູ່​ເຂດ​ສິບ​ສອງ​ພັ່ນ​ນາ​ແລະ​ສອງ​ເຂດ​ໃກ້​ຄຽງ​ໄດ້​ເພີ່​ມ​ຂຶ້ນ​ເກືອບ​ໜຶ່ງ​ເທົ່າ, ​ຄື​ມີ​ເຖິງ​ປະ​ມານ 300 ​ເຊືອກ.”

ສ່ວນ BBC ໄດ້​ນຳ​ໃຊ້​ຄວາມ​ເວົ້າ​ຢອກ​ຂອງ​ຊາວ​ເນັດ​ຈີນ​ວ່າ: “ພວກ​ຊ້າງ​​ເດີນ​ທາງ​ໄປ​ນະ​ຄອນ​ຄຸ​ນ​ມິງ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 15 ຂອງ​ປະ​ເທດ​ພາ​ຄີ​ຂອງ ‘ສົນ​ທິ​ສັນ​ຍາ​ຊີ​ວະ​ນາ​ໆ​ພັນ’ຫຼື COP15 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ແຕ່​ວ່າ​ພວກ​ຊ້າງ​ຈື່​ວັນ​ເວ​ລາ​ຜິດ​ແລ້ວ, ພວກ​ເຂົາ​ມາ​ກ່ອນ​ເວ​ລາ​ກຳ​ນົດ”, ນອກ​ນີ້​ຊາວ​ເນັດ​ຜູ້​ນີ້​ຍັງ​ເຮັດ​ເປັນ​ເລື່ອງ​ສຳ​ຄັນ​ແລະ​ອີກວ່າ: COP15 ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພຶດ​ສະ​ພາ​ປີ 2021 ​ແຕ່ໄດ້​ປ່ຽນ​ເວ​ລາ​​ໄປ​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ຫາ​ວັນ​ທີ 24 ຕຸ​ລາ​ປີ2021.

ການ​ເຄື່ອນ​ຍ້າຍ​ຂອງ​ຊ້າງ​ປ່າ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ທີ່​ສຸດ​ຈາກ​ຊາວ​ເນັດ​ຈີນ.

ມີ​ຊາວ​ເນັ້ນ​ເວົ້າຕະ​ຫຼົກ​ວ່າ: “ຊ້າງ​ອາ​ຊີ​ສະ​ຫຼາດ​ທີ່​ສຸດ, ພວກ​ມັນ​ຮູ້​ວ່າ​ຕົນ​ເອງ​ພຽງ​ແຕ່​ຍ່າງ​​ໄປຕາມ​ຖະ​ໜົນ​ຊື່ໆ​ກໍ​ຈະ​ມີອາ​ຫານໃຫ້​ກິນ​ເຊິ່ງ​ເປັນ​ເລື່ອງ​ອັດ​ສະ​ຈັນ.”

“ຄະ​ນະ​ທ່ອງ​ທ່ຽວ​ທີ່​ປະ​ກອບ​ດ້ວຍ​ຊ້າງ​ປ່າ 15 ​ເຊືອກ​ພວມ​ທ່ຽວ​ແຂວງ​ຢຸນ​ນານ​ຈາກ​ພາກ​ໃຕ້​ຫາ​ພາກ​ເໜືອ. ທິວ​ທັດ​ທຳ​ມະ​ຊາດ​ຂອງ​ແຂວ​ງ​ຢຸນ​ນານ​​ສວຍ​ງາມ​ຫຼາຍ, ຊ້າງ​ປ່າ​ທັງ​ຫຼາຍ​ກໍ​ໄປ​ທ່ຽວ​ແລ້ວ.”

ຊາວ​ເນັດ​ທັງ​ຫຼາຍ​ຍັງ​ໄດ້​ຍ້ອງ​ຍໍ​ການ​ກະ​ທຳ​ຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທີ່​ນຳ​​ທາງ​​ຊ້າງ​ປ່າ​ໄດ້​ຢ່າງ​ປອດ​ໄພ.

ມີ​ຊາວ​ເນັດ​ຕ່າງ​ປະ​ເທດ​ເວົ້າ​ວ່າ: “ການປະ​ຕິ​ບັດ​ມາດ​ຕະ​ການ​ທີ່​ຊ່ວຍ​ໃຫ້​ການ​ເຄື່ອນ​ຍ້າຍ​ຂອງ​ຊ້າງ​ປ່າ​ຫ່າງ​​ໄກຈາກ​ເຂດ​ຊຸ​ມ​ຊົນ, ເຮັດ​ໄດ້​ດີ​ຫຼາຍ.” “ຂອບ​ໃຈ​ນຳ​ປະ​ເທດ​ຈີນ​ທີ່​ບໍ່​ໄດ້​ທຳ​ຮ້າຍ​ພວກ​ມັນ”

ການ​ປະ​ກອບ​ຄຳ​ເຫັນ​ຂອງ​ຄົນ​ຕ່າງ​ປະ​ເທດ​ຜູ້​ໜຶ່ງ​ສາ​ມາດ​ສະ​ຫຼຸບ​ຫາງ​ສຽງ​ຂອງ​ໂລກ​ກ່ຽວ​ກັບ​ເລື່ອງ​ທີ່​ຊ້າງ​ປ່າ​​ເຄື່ອນ​ຍ້າຍ​ຢູ່​ປະ​ເທດ​ຈີນ​ຄື: “ຊ້າງ​ກໍ​ຮູ້​ວ່າ​ປະ​ເທດ​ຈີນ​ເປັນ​ປະ​ເທດ​ທີ່​ດີ.”

ຄຳ​ເຫັນ

0